ຫຼາຍແຂວງໃນລາວ ຍັງເກີດໄຟໄໝ້ປ່າ ຕໍ່ເນື່ອງ

ສຸພັດຕາ
2023.04.21
ຫຼາຍແຂວງໃນລາວ ຍັງເກີດໄຟໄໝ້ປ່າ ຕໍ່ເນື່ອງ ເຫດການໄຟໄໝ້ປ່າ ຢູ່ແຂວງພາກເໜືອຂອງລາວ ເດືອນເມສາ ປີ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນ ຫຼາຍແຂວງໃນລາວ ຍັງເກີດໄຟໄໝ້ປ່າຕໍ່ເນື່ອງ ເປັນຕົ້ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພຣະບາງ ແລະ ແຂວງອຸດົມໄຊ.

ຫຼ້າສຸດນີ້ ໃນເຂດປ່າສງວນແຫ່ງຊາຕພູພະນັງ ທີ່ຕິດກັບເມືອງສັງທອງ ນະຄອນຫຼວງວຽງຈັນ ກໍໄດ້ກັບມາໄໝ້ອີກ ໂດຍເທື່ອນີ້ໄຟໄໝ້ຢູ່ເຂດບ້ານທ່ານາຂາມ ໄດ້ 2-3 ມື້ແລ້ວ ຈົນມາຮອດມື້ນີ້ ເຈົ້າໜ້າທີ່ກໍສາມາດມອດໄດ້ລະດັບນຶ່ງ ແຕ່ຍັງບໍ່ໄດ້ 100% ຍັງຕ້ອງເຝົ້າລະວັງກັນຢູ່ ເພາະເຈົ້າໜ້າທີ່ ບໍ່ສາມາດເຂົ້າໄປໃນເຂດພູຜາໄດ້ ບາງເທື່ອໄຟປ່າອາຈກັບມາຕິດໃໝ່ໄດ້ອີກ.

ສາເຫດທີ່ເກີດໄຟໄໝ້ປ່າ ກໍມີຫຼາຍປັດຈັຍ ຍ້ອນວ່າ ສ່ວນນຶ່ງກໍໍຍ້ອນເກີດຈາກການຈູດຂອງຝີມືຄົນ ແລະສ່ວນນຶ່ງ ກໍເກີດຈາກສະພາບອາກາດທີ່ຮ້ອນຫຼາຍ ເຮັດໃຫ້ໃບໄມ້ສຽດສີກັນຕິດໄຟໄດ້ໄວ.

ດັ່ງຊາວບ້ານ ອາສາສະໝັກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ເມສາ ນີ້ວ່າ:

“ດຽວນີ້ມັນໄໝ້ ຮອບທີ 3 ຮອບທີ່ 4 ນີ້ນ່າ ຢູ່ຕີນພູພະນັງ ແລ້ວດຽວນີ້ ຕ້ອງເຝົ້າລະວັງ ຊິເປັນຂອນໄມ້ຢູ່ເທິງພູ ຄັນມັນບໍ່ດັບມື້ນີ້ ກະຈະໄດ້ສືບຕໍ່ ສ່ວນຫຼາຍແລ້ວມັນບໍ່ມີຝົນເລີຍ ເກີດຈາການຈູດກໍມີ ເກີດຈາກໄຟປ່າ ແບບມັນເກີດໄມ້ສຽດສີກັນເນາະ ອັນທີ່ວ່າຮ້ອນຫຼາຍ ມັນກໍລຸກເລີຍເດ້ ເພາະວ່າມັນແຫ້ງແລ້ງຫຼາຍ.”

ຊາວບ້ານ ອາສາສະໝັກທ່ານນີ້ ຍັງກ່າວຕື່ມວ່າ ກ່ອນໜ້ານີ້ 2-3 ມື້ ເຈົ້າໜ້າທີ່ຂັ້ນບ້ານ ບໍ່ສາມາດສະກັດກັ້ນໄຟປ່າໄດ້ ຮວມໄປເຖິງເຈົ້າໜ້າທີ່ທະຫານ ທີ່ມາຊ່ອຍມອດໄຟ ກໍບໍ່ໄດ້ມີຄວາມຮູ້ໃນການມອດໄຟລະດັບທີ່ຮຸນແຮງ ຄືນັກວິຊາການທີ່ຮຽນການມອດໄຟປ່າມາ ເຊິ່ງເຈົ້າໜ້າທີ່ ທີ່ມີຄວາມຮູ້ໃນການມອດໄຟ ກໍຄົນໜ້ອຍ ບໍ່ພຽງພໍ ຮວມໄປເຖິງ ອຸປະກອນກໍບໍ່ພຽງພໍ ຣັຖບານ ກໍບໍ່ເຄີຍຕຣຽມພ້ອມໃນການທີ່ຈະມອດໄຟປ່າ ຊ່ອຍເຫຼືອດ້ານງົບປະມານ.

“ລົມກັບພະນັກງານເຂົາວ່າ ເຂົາຄຸມບໍ່ໄດ້ ທະຫານກໍຢ້ານໄຟ ເພາະວ່າ ເຂົາບໍ່ເຄີຍເຈິະໄຟທີ່ມັນແບບນີ້ນ່າ ເຂົາເອີ້ນວ່າໄຟລະດັບ 3 ກໍຄືໄຟສູງ 3 ແມັດ ແລະເຂົາກໍບໍ່ມີວິຊາການ ໃນການດັບໄຟແນວນີ້ ພວກມີວິຊາການ ກໍມີແຕ່ພວກອ້າຍ ບາດນີ້ ພວກອ້າຍກໍຄົນໜ້ອຍ ງົບປະມານຣັຖບານ ກໍບໍ່ໄດ້ຊ່ວຍເດ້ ກໍຄືພາກຣັຖບານລາວ ບໍ່ເຄີຍກຽມຮັບມືກັບໄຟປ່າ ອັນນີ້ ມີແຕ່ສັງຄົມຊ່ວຍເດ້.”

ຂະນະທີ່ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ໃນເມືອງສັງທອງ ນະຄອນຫຼວງວຽງຈັນ ກໍກ່າວວ່າ 2-3 ມື້ມານີ້ ໄຟປ່າຢູ່ເຂດພູພະນັງ ກໍໄດ້ກັບມາໄໝ້ອີກ ແຕ່ໄໝ້ພຽງຈຸດດຽວເທົ່ານັ້ນ ຄື ຢູ່ບ້ານທ່ານາຂາມ ເຈົ້າໜ້າທີ່ກໍລະດົມກໍາລັງກັນໄປມອດໄຟ ຈົນມາຮອດມື້ນີ້ ກໍສາມາດມອບໄຟໄດ້ແລ້ວ ເພາະມື້ວານນີ້ ມີຝົນຕົກມາຊ່ອຍໜ້ອຍນຶ່ງ ແຕ່ກໍຍັງເຝົ້າລະວັງກັນຢູ່.

“ດຽວນີ້ຫັ້ນ ມັນໄໝ້ຢູ່ທາງເຂດ ທາງບ້ານທ່ານາຂາມ ດຽວນີ້ ສຸມເຂົ້າພຸ້ນແຫຼະ ຢູ່ຈຸດດຽວກັນພຸ້ນແຫຼະ ເກີດຈາກອັນໂຕເກົ່າຫັ້ນແຫຼະ ຍ້ອນເຮົາດັບບໍ່ໝົດ ຝົນກໍຕົກ ຕົກມື້ວານນີ້ ມາຊ່ວຍແດ່ ດັບໄດ້ແລ້ວ.”

ນອກຈາກນີ້ 2-3 ມື້ທີ່ຜ່ານມາ ກໍເກີດໄຟໄໝ້ປ່າ ຢູ່ເມືອງກາສີ ແຂວງວຽງຈັນ ປະມານ 7 ບ້ານ ຄື ບ້ານຜາຊ້າງ, ບ້ານວຽງທອງ, ບ້ານວຽງຄໍາ, ບ້ານຕັ້ງນາຍ, ບ້ານຄໍາໃຕ້, ບ້ານທົ່ງເໝືອດ ແລະບ້ານຫ້ວຍຊານ ສ່ວນໃຫຍ່ ກໍເກີດຈາກຫຼາຍປັດຈັຍ ແຕ່ສາເຫດຫຼັກກໍເກີດຈາກຊາວບ້ານຈູດໄຮ່ຖາງປ່າ ແລ້ວບໍ່ເຮັດແນວກັ້ນໄຟ ໄຟກໍລາມເຂົ້າໄໝ້ປ່າ ຮວມໄປເຖິງການຫາເຄື່ອງປ່າຂອງດົງ ເອົາເຜິ້ງ ກໍມີສ່ວນເຮັດໃຫ້ເກີດໄຟໄໝ້ປ່າ ມາຮອດມື້ນີ້ ຄາດຄະເນວ່າ ມອດໄດ້ແລ້ວ ເພາະມື້ຄືນນີ້ ມີຝົນຕົກລົງມາພໍສົມຄວນ ຈາກການປະເມີນ ເສັຍຫາຍປະມານ 100 ປາຍເຮັກຕ້າຣ໌.

ດັ່ງເຈົ້າໜ້າທີ່ຂັ້ນເມືອງ ເມືອງກາສີ ແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ:

“7 ບ້ານ ຄືຊິດັບໝົດແລ້ວ ເພາະວ່າ ມື້ຄືນນີ້ກໍຝົນຕົກຫຼາຍພໍສົມຄວນ ວິທີດັບ ມີແຕ່ເຮັດແລ້ວກັນ ບໍ່ສາມາດເອົານໍ້າຂຶ້ນໄປໄດ້ ມັນເປັນປ່າທັມມະຊາຕ ມັນພູສູງຊັນຫຼາຍ ອາສັຍຈໍານວນຄົນນີ້ແຫຼະ ຖາງອ້ອມ ມາຮອດຈຸດທີ່ວ່າເຮັດແລ້ວ ກັນມັນກໍຢຸດເນາະໄຟເນາະ ມັນກໍຫຼາຍສາເຫດ ອັນທີ່ນຶ່ງກໍແມ່ນຍ້ອນປະຊາຊົນ ໄປຖາງສວນຖາງໄຮ່ ແລ້ວໆກໍຈູດ ແລ້ວກໍບໍ່ມີຄວາມຮັບຜິດຊອບ ໄປຫາເຜິ້ງແລ້ວກະຈູດໄຟ ເອົາເຜິ້ງແລ້ວກໍໜີະ.”

ດ້ານຊາວບ້ານ ບ້ານຜາຊ້າງ ເມືອງກາສີ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ສະພາບອາກາດກໍດີຂຶ້ນກວ່າ 2-3 ມື້ຢູ່ ບໍ່ມີກິ່ນຄວັນໄຟແລ້ວ ເນື່ອງຈາກວ່າ ມື້ຄືນຝົນຕົກ ແຕ່ຫາກເວົ້າເຖິງເຣື່ອງໝອກຄວັນກໍມີຢູ່ ອາກາດເປັນມົວໆ ຫັນໃຈກໍແສບດັງ ເດັກນ້ອຍກໍເຈັບປ່ວຍງ່າຍ ເປັນຕຸ່ມຂຶ້ນຕາມຕົນໂຕ, ເປັນຫວັດ, ເປັນໄອ ເພາະອາກາດບໍ່ດີ.

“ໂອ້ໝອກຄວັນ ກໍຢາກວ່າມີທຸກມື້ຫັ້ນແຫຼະ ເພາະວ່າຊ່ວງນີ້ ເຂົາເຈົ້າຈູດໄຮ່ຈູດສວນ ກະລາມປ່າ ມື້ນີ້ເຫັນເຊົາແລ້ວ ມື້ຄືນຝົນຕົກໃສ່ໜ້ອຍນຶ່ງ ມັນກໍບໍ່ຊ່ອງບໍ່ໃສດອກ ໝອກຄວັນຄືຍາມໜາວນີ້ແຫຼະ ໂອ້ຍລູກຫຼານ ເດັກນ້ອຍກະເປັນໄຂ້ ຄໍແດງ ອອກຕຸ່ມ ໄປຈັ່ງຊັ້ນແຫຼະ ຜື່ນຄັນ.”

ນອກຈາກນີ້ ຢູ່ນະຄອນຫຼວງພຣະບາງ ກໍເກີດໄຟໄໝ້ປ່າ ຢູ່ເຂດບ້ານຫ້ວຍພາຍ ເຈົ້າໜ້າທີ່ທະຫານ ແລະປະຊາຊົນພາຍໃນບ້ານຫ້ວຍພາຍ ຫຼາຍຮ້ອຍຄົນ ຍັງສືບຕໍ່ສຸມກໍາລັງເຂົ້າສະກັດກັ້ນ ແລະມອດໄຟ ແລະເຝົ້າລະວັງກັນຢູ່.

ແລະ ແຂວງອຸດົມໄຊ ກໍມີໄຟໄໝ້ປ່າ ຢູ່ປ່າສງວນແຫ່ງຊາຕ ພູຮີຜີ-ນໍ້າກັດ ເຊັ່ນກັນ ໂດຍໄດ້ໄໝ້ປ່າ ມາໄດ້ 2-3 ສັປດາ ຈົນຮອດວັນທີ 19 ເມສາ 2023 ເຈົ້າໜ້າທີ່ ກໍສາມາດສະກັດກັ້ນໄຟປ່າໄດ້ ແຕ່ຍັງບໍ່ສາມາດມອດໄດ້ໝົດ 100% ຍ້ອນວ່າ ຍັງມີຄວາມຫຍຸ້ງຍາກໃນການເຂົ້າໄປມອດໄຟ ເພາະມີພູຜາຫຼາຍ.

ຮວມໄປເຖິງ ເຈົ້າໜ້າທີ່ປ່າໄມ້ກໍບໍ່ໄດ້ພຽງພໍ ແລະອຸປະກອນທີ່ຈະເຂົ້າໄປມອດໄຟ ກໍບໍ່ພຽງພໍເຊັ່ນກັນ ເຈົ້າໜ້າທີ່ ຕ້ອງໃຊ້ວິທີເອົາເສດໄມ້ ຫຼືງ່າໄມ້ ເປັນອຸປະກອນມອດໄຟ.

ອີງຕາມການຣາຍງານ ຂອງສໍານັກງານພັທນາເທັກໂນໂລຈີອາວະກາດ ແລະພູມມິສາຣະສົນເທດຂອງໄທຍ ຫຼື GISTDA ຣາຍງານວ່າ ຢູ່ປະເທດລາວ ຍັງມີໄຟໄໝ້ປ່າ 3,061 ແຫ່ງ ແລະຍັງຂອງປະເທດເພື່ອນບ້ານ ໃນພະມ້າ ມີ 6,916 ແຫ່ງ ແລະຢູ່ໄທຍ ມີ  1,176 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.