ເຣື້ອງທີ່ເກັບບັນທຶກໄວ້
2023-03-31
ບໍຣິສັດ ຄູນທະວີຊັບ ຮ່ວມມືພັທນາຄົບວົງຈອນ ຂອງນັກລົງທຶນຈີນ ເຂົ້າສຶກສາຄວາມເປັນໄປໄດ້ ໂຄງການປູກກ້ວຍ, ຖົ່ວລຽນ ແລະມັນຕົ້ນ ໃນເນື້ອທີ່ 103 ເຮັກຕ້າຣ໌ ຢູ່ບ້ານຕະມໍຢອດ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງປັດຈຸບັນ ໂຄງການດັ່ງກ່າວ ກໍາລັງຢູ່ລະຫວ່າງການ ປຶກສາຫາລື ເຣື່ອງຜົລກະທົບດ້ານສິ່ງແວດລ້ອມ-ສັງຄົມ.
2023-03-30
ປະຊາຊົນ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ປະສົບລົມພະຍຸ ທີ່ເຮັດໃຫ້ໂຮງຮຽນຖືກປິດ ແລະ ຮ້ານຂາຍເຄຶ່ອງ ວັດວາອາຮາມເປ່ເພ ເສັຍຫາຍຫລາຍສົມຄວນ ໂດຍສະເພາະຊາວກະສິກອນ ປູກພືດກະເສຕສົ່ງຂາຍ ໄດ້ຮັບຜົລກະທົບໜັກ.
2023-03-30
ສະຖານະການຄວັນພິດ ຈາກໄຟໄຫມ້ປ່າ ໃນລາວ ຍັງບໍ່ທັນດີຂຶ້ນ ຈົນຣັຖບານລາວ ຕ້ອງໂຈະໂຮງຮຽນອະນຸບານ ໃນຫລາຍແຂວງ ຊົ່ວຄາວ ແລະ ຍັງໂຈະຖ້ຽວບິນ ພາກເໜືອ.
2023-03-29
ພັຍແຫ້ງແລ້ງ ຢູ່ເມືອງສນາມໄຊ ເຮັດໃຫ້ກະທົບ ຕໍ່ການປູກພືດຣະດູແລ້ງ ຂອງຊາວບ້ານ ຢູ່ບ້ານດອນໄຜ່ ແລະບ້ານອຸດົມສຸກ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງການປະເຊີນ ກັບພັຍແຫ້ງແລ້ງ ເຮັດໃຫ້ການປູກພືດຣະດູແລ້ງ ບາງບ່ອນ ແຫ້ງຕາຍຍ້ອນຂາດນໍ້າ.
2023-03-24
ໂຄງການກໍ່ສ້າງ ຂົວຂ້າມແມ່ນໍ້າຂອງ ມິຕພາບ ລາວ-ໄທຍ ແຫ່ງທີ 5 ລະຫວ່າງແຂວງບໍຣິຄໍາໄຊ ສປປ ລາວ ແລະ ແຂວງບຶງການ ປະເທດໄທຍ ຄາດວ່າ ຈະສໍາເຣັດ ແລະເປີດນໍາໃຊ້ ພາຍໃນເດືອນທັນວາ ປີ 2023 ນີ້, ຂະນະທີ່ປະຊາຊົນ ຜູ້ເສັຍດິນ ຍັງບໍ່ໄດ້ຄ່າຊົດເຊີຍ ຫຼື ໄດ້ແຕ່ບໍ່ສົມກັບລາຄາ.
2023-03-23
ຊາວບ້ານ ໜອງຫລົ່ມ ແລະບ້ານໃກ້ຄຽງ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ກັງວົນຢ້ານຈະເສັຍດິນ ຂອງຕົນຍ້ອນການຂຸດຄົ້ນແຮ່ເກືອໂປຕາສ ຂອງບໍຣິສັດຈີນ ທີ່ກວມເອົາເໜື້ອທີ່ເຖິງ 48.5 ກິໂລຕາແມັດ.
2023-03-22
ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ລະບຸວ່າ ເຂດແມ່ນໍ້າຂອງຕອນລຸ່ມ ເປັນນຶ່ງໃນພື້ນທີ່ ທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງສົ່ງຜົລກະທົບຕໍ່ເສຖກິຈ, ລະບົບນິເວດ, ຄວາມຍືນຍົງ ຂອງປະຊາກອນໃນລຸ່ມແມ່ນໍ້າຂອງ, ຜົນວິຈັຍ ຄາດຄະເນວ່າ ຈະມີການປ່ຽນແປງຫຼາຍຢ່າງເກີດຂຶ້ນ ໃນໄລຍະ 20 ຫາ 50 ປີຂ້າງໜ້າ.
2023-03-20
ເມືອງປາກຊັນ ແຂວງບໍຣິຄໍາໄຊ ຫ້າມປະຊາຊົນເຂດບ້ານຫ້ວຍສຽດ ຈັບປູປາໃນເຂດຫ້ວຍສຽດເດັດຂາດເພາະເປັນເຂດ ຂອງນັກລົງທຶນຈີນ ທົດລອງລ້ຽງກະປູແມ່ນ້ຳ ຫາກຜູ້ໃດລະເມີດ ຈະຖືກກ່າວເຕືອນ ແລະປັບໃໝ.
2023-03-17
ຫຼາຍພາກສ່ວນ ທີ່ເຮັດວຽກດ້ານແມ່ນໍ້າຂອງ ຮູ້ສຶກເປັນກັງວົນ ທີ່ໂຄງການເຂື່ອນຫຼວງພຣະບາງ ເຣີ່ມດໍາເນີນການ ກໍ່ສ້າງລ່ວງໜ້າ ໄປກ່ອນແລ້ວ ທັ້ງໆທີ່ ຣາຍງານການປະເມີນຜົລ ກະທົບຕໍ່ມໍຣະດົກໂລກ ຂອງນະຄອນຫຼວງພຣະບາງ ຍັງບໍ່ທັນສໍາເຣັດສົມບູນ.
2023-03-17
ນັກອະນຸຮັກສິ່ງແວດລ້ອມ ກັງວົນເຣື່ອງການດູດຊາຍ ເພີ່ມຫລາຍຂຶ້ນຢູ່ ສປປ ລາວ ເຊິງເຈົ້າໜ້າທີ່ເມືອງ ແລະ ແຂວງ ມີສິດອະນຸມັດ ໃຫ້ສັມປະທານ ດູດຊາຍ ໃນແມ່ນໍ້າຂອງ ພ້ອມກັບການຕໍ່ສັນຍາ ສັມປະທານ ໃຫ້ເປັນປີ ສຳລັບເມືອງນຶ່ງ ອະນຸຍາດໃຫ້ໄດ້ ບໍ່ເກີນ 5 ເຮັກຕ້າ ແລະ ແຂວງ 10 ເຮັກຕ້າຣ໌ ສ່ວນພາກປະຕິບັດ ເຈົ້າໜ້າທີ່ບໍ່ສາມາດຄວບຄຸມໄດ້.
2023-03-16
ຊາວບ້ານ ຈໍານວນ 6 ບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ຖືກຜົລກະທົບ ສູນເສັຍທີ່ດິນ ແລະ ໂຍກຍ້າຍອອກຈາກພື້ນທີ່ ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນ້ໍາຊໍາ 4A ຮຽກຮ້ອງໃຫ້ຈ່າຍ ຄ່າຊົດເຊີຍ ຢ່າງເໝາະສົມ ເນື່ອງຈາກ ປັດຈຸບັນ ສະພາບເງິນກີບເຟີ້ຫຼາຍ ຫາກຈະທຽບໃສ່ອັດຕຣາ ຄ່າຊົດແຕ່ກ່ອນ.
2023-03-15
ແມ່ນໍ້າຂອງ ເປັນແມ່ນໍ້າ ທີ່ມີການຫາປາຫຼາຍທີ່ສຸດ ແຕ່ແຫຼ່ງທີ່ຢູ່ອາສັຍຂອງປາ ໃນແມ່ນໍ້າຂອງ ກໍາລັງຕົກຢູ່ໃນພາວະສ່ຽງ ຕໍ່ການຖືກທໍາລາຍ ເຮັດໃຫ້ຈໍານວນປາຫຼຸດລົງຫຼາຍ.
2023-03-15
ໂຄງການລົງທຶນ ຂອງພາກເອກຊົນ ທັງພາຍໃນ ແລະຕ່າງປະເທດ ໃນແຂວງຫົວພັນ ປະມານ 20 ປາຍໂຄງການ ທີ່ປະຕິບັດຫລ້າຊ້າ ແລະບໍ່ເປັນໄປຕາມແຜນ ຊຶ່ງເຮັດໃຫ້ແຂວງເສັຽໂອກາດ ທັງເຣື່ອງການຈັດເກັບພາສີ ເຂົ້າງົບປະມານ, ການຈ້າງງານ ແລະ ຍັງຕ້ອງເສັຽເວລາ ເພື່ອແກ້ໄຂສັນຍາສັມປະທານ.
2023-03-15
ປະຊາຊົນ ຈໍານວນ 44 ຄອບຄົວ ຖືກຫ້ອງການກະສິກັມ ແລະ ປ່າໄມ້ ເມືອງວັງວຽງ ດໍາເນີນການສຶກສາອົບຮົມ ຫຼັງຈາກ ເຂົ້າໄປບຸກເບີກ ຖາງປ່າເຮັດໄຮ່ ແລະ ຈັບຈອງທີ່ດິນປ່າໄມ້ ຢູ່ເຂດປ່າປ້ອງກັນ ພູບານ ເນື່ອງຈາກຊາວບ້ານ ບໍ່ມີບ່ອນທຳການຜລິດ.
2023-03-13
ໃນວັນສັດປ່າໂລກ ເຈົ້າໜ້າທີ່ ອົງການອະນຸຮັກ ສັດປ່າສາກົລ ສະແດງຄວາມເປັນຫ່ວງ ທີ່ຈຳນວນສັດປ່າຢູ່ປະເທດລາວ ນັບມື້ນັບຫລຸດໜ້ອຍຖອຍລົງ ຍ້ອນຍັງມີການລ່າສັດປ່າ, ຄ້າຂາຍສັດປ່າ ແລະທຳລາຍປ່າໄມ້ ເຊິ່ງເປັນບ່ອນ ຢູ່ອາໄສຂອງສັດປ່ານາໆພັນ.