ຊາວບ້ານ ຢູ່ເມືອງສນາມໄຊ ກຳລັງປະເຊີນກັບ ຄວາມແຫ້ງແລ້ງ

ສຸພັດຕາ
2023.03.29
ຊາວບ້ານ ຢູ່ເມືອງສນາມໄຊ ກຳລັງປະເຊີນກັບ ຄວາມແຫ້ງແລ້ງ ແຜ່ນທີເມືອງສນາມໄຊ ແຂວງອັດຕະປື.
ຮູບພາບ: OpneStreetMap contributors/DataWrapper

ຊາວກະສິກອນ ຢູ່ບ້ານດອນໄຜ່ ແລະບ້ານອຸດົມສຸກ ເມືອງສນາມໄຊ ແຂວງອັດຕະປື ຜະເຊີນກັບພັຍແຫ້ງແລ້ງ ເຮັດໃຫ້ກະທົບຕໍ່ການປູກພືດຣະດູແລ້ງ ບາງບ່ອນ ຜົລປູກກໍແຫ້ງຕາຍຍ້ອນຂາດນໍ້າ. ສະເພາະຊາວກະສິກອນ ຢູ່ບ້ານດອນໄຜ່ ຈະນິຍົມປູກໝາກເຜັດ, ໝາກເຂືອ, ຜັກບົ່ວ, ໝາກແຕງ ແລະໝາກຖົ່ວ ເພື່ອປູກເປັນອາຊີບ ແລະເພື່ອຮັບໃຊ້ໃນຄອບຄົວ, ແຕ່ມາປີນີ້ ຊາວກະສິກອນຈໍານວນນຶ່ງ ບໍ່ສາມາດປູກຜັກສວນຄົວຣະດູແລ້ງ ເພື່ອແກ້ໄຂຊີວິດການເປັນຢູ່ໄດ້ຄືແຕ່ກ່ອນ ເນື່ອງຈາກນໍ້າລິນບົກແຫ້ງຢ່າງໜັກ ມາຕັ້ງແຕ່ຕົ້ນເດືອນມິນາ, ຕາມຄວາມເວົ້າ ຂອງຊາວກະສິກອນ ຢູ່ບ້ານດອນໄຜ່ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມິນາ ນີ້ວ່າ:

“ຄືຄອບຄົວຂອງອ້າຍເອງ ສາມາດແກ້ໄຂຊີວິດການເປັນຢູ່ ຍັງມີບ້ານໃກ້ຄຽງ ສາມາດມາຊື້ນໍາໄດ້ ໂຕຢ່າງ ໄດ້ເສັຍຄ່ານໍ້າ ຄ່າຟືນຄ່າໄຟຫັ້ນນ່າ, ປີນີ້ ພໍແກ້ໄຂໄດ້ ເພາະວ່າ ປູກຜັກຕາຍແຫ້ງໄປ ຕາຍແຫ້ງໄປ ກະແລ້ງໄປຊື່, ປີຜ່ານມາໃຫ້ຫຼັງ ພໍໄດ້ກິນ ພໍໄດ້ອັນນັ້ນດອກ ນໍ້າ ປີນີ້ແຫຼະມັນບົກແຮງ ບົກມາແຕ່ເດືອນ ສາມພຸ້ນແຫຼະ.”

ຊາວກະສິກອນ ຢູ່ບ້ານອຸດົມສຸກສ່ວນໃຫຍ່ ຈະນິຍົມປູກພືດຜັກສວນຄົວ ໃນຣະດູແລ້ງ ເພື່ອເປັນອາຊີບ ແລະເພື່ອໄວ້ກິນເອງຄືກັນ ເປັນຕົ້ນ: ຜັກກາດ, ຜັກສະຫຼັດ, ໝາກຖົ່ວ, ໝາກແຕງ ແລະຫອມປ້ອມ ຂະນະທີ່ ລະບົບນໍ້າລິນ ທີ່ທາງການຕິດຕັ້ງໃຫ້ 1 ບ່ອນ ມີ 2 ຫົວຈັກເພື່ອໂປ້ມນໍ້າສົ່ງໃຫ້ 130 ປາຍຄອບຄົວນັ້ນ ບໍ່ພຽງພໍຕໍ່ການຊົມໃຊ້ໃນຄົວເຮືອນ ແລະການປູກຝັງຂອງປະຊາຊົນ.

ປັດຈຸບັນ ຊາວກະສິກອນ ຢູ່ບ້ານອຸດົມສຸກ ຈໍານວນນຶ່ງ ທີ່ຂາດນໍ້າເພື່ອປູກຜັກສວນຄົວ ກໍຜະເຊີນກັບການຂາດທຶນ ບໍ່ມີລາຍໄດ້ ເນື່ອງຈາກຜັກຕາຍໝົດ, ດັ່ງຊາວກະສິກອນ ຢູ່ບ້ານອຸດົມສຸກ ກ່າວໃນມື້ດຽວກັນນີ້ວ່າ:

“ລົ້ມຕາຍເສັຍຫາຍຫັ້ນແຫຼະ ມັນບໍ່ມີນໍ້າຫົດເດ້ ແບບວ່າ ທິດນຶ່ງ ໄດ້ຫົດຢູ່ເທື່ອນຶ່ງ ຫຼືວ່າ 4-5 ມື້ ຫົດເທື່ອນຶ່ງ ເປັນແນວນີ້ນິ່ ເປັນມາດົນແລ້ວ ລາຍໄດ້ເຮົາກໍຂາດໄປ ຍົກໂຕຢ່າງ ຄືວ່າ ພວກເອື້ອຍປູກຜັກນີ້ ກໍບໍ່ມີນໍ້າເນາະ ລົງທຶນລົງຮອນໄປ ກໍຖິ້ມໄປຊື່ໆຫັ້ນນ່າ ແບບວ່າ ຄືຍາມຈັ່ງຊີ້ນີ້ ກໍບໍ່ໄດ້ປູກແຫຼະ ຄືຈັ່ງຊີ້ ກໍຕາຍໝົດແລ້ວເດ້ ຂອງເອື້ອຍກໍຕາຍໝົດແລ້ວເດ້ ມັນບໍ່ມີນໍ້າຫົດ ເອີ່ ຄືຜູ້ໃດມີນໍ້າສ້າງ ກໍຄືວ່າພຽງພໍ ຜູ້ໃດບໍ່ມີນໍ້າສ້າງໃຊ້ກໍ ແຕ່ໄວ້ໃຊ້ກະລໍາບາກ ນໍ້າລິນມັນບໍ່ທັນນໍາປະຊາຊົນ ເຂົາຊົມໃຊ້ຫຼາຍ.”

ສ່ວນຊາວບ້ານ ຢູ່ບ້ານດອນໄຜ່ ກ່າວວ່າ ປີນີ້ ຊາວສວນທີ່ປູກໃບຢາສູບ ປູກໃບຢາສູບໜ້ອຍລົງ ເນື່ອງຈາກຂາດນໍ້າ ໃນນັ້ນ ທີ່ປູກໃບຢາສູບ ກໍຈະປູກໄວ້ສູບເອງ ບໍ່ໄດ້ປູກໄວ້ເພື່ອຂາຍຄືແຕ່ກ່ອນແລ້ວ.

ສະຖານະການທີ່ເຫັນໃນປັດຈຸບັນ ກໍຄື ຄອບຄົວໃດ ມີງົປມານ ກໍຈະຈ້າງໃຫ້ຄົນມາຂຸດນໍ້າສ້າງ ຫຼືນໍ້າບາດານໃຫ້ ໄວ້ໃຊ້ເຮັດການຜລິດ ແລະໃຊ້ຢູ່ໃຊ້ກິນ ເນື່ອງຈາກ ລະບົບນໍ້າລິນ ທີ່ທາງການຕິດຕັ້ງໃຫ້ນັ້ນ ແມ່ນບໍ່ພຽງ, ສ່ວນຄອບຄົວໃດທີ່ບໍ່ມີງົປມານຂຸດນໍ້າສ້າງບາດານ ກໍຈະຂໍແບ່ງປັນນໍ້າ ຈາກເຮືອນທີ່ມີນໍ້າບາດານມາໄວ້ໃຊ້ຢູ່ ໃຊ້ກິນ, ດັ່ງຊາວບ້ານ ຢູ່ບ້ານດອນໄຜ່ ກ່າວໃນມື້ດຽວກັນນີ້ວ່າ:

“ຢູ່ແຖວດອນໄຜ່ຫັ້ນ ຢາສູບເພິ່ນກໍປູກຄືກັນ ແຕ່ວ່າມັນບໍ່ຫຼາຍຫັ້ນນ່າ ສ່ວນຫຼາຍແມ່ນປູກ ປູກໄວ້ໃຊ້ເອງເພິ່ນແຫຼະ ໄວ້ສູບເອງເພິ່ນເນາະ ເພາະວ່າປະຊາຊົນແຖວນັ້ນ ເຂົາກໍຊົນເຜົ່າແນ່ ແລ້ວກໍເຂົາກໍໃຊ້ເຮັດຢາສູບເຂົາ ສູບເອງເຂົາຫັ້ນແຫຼະເນາະ ນໍ້າກະບໍ່ມີ ນໍ້າສ່ວນຫຼາຍເຂົາກະໃຊ້ນໍ້າອັນນັ້ນນ່າ ນໍ້າບາດານຫຍັງນີ້ແຫຼະ ນໍ້າບາດານ ແລ້ວກໍນໍ້າລິນ ມັນກໍບໍ່ໄດ້ເຕັມສ່ວນແຫຼະເນາະ ເພາະວ່ານໍ້າມັນສ່ວນນຶ່ງກໍຢາກຂາດແຮງເນາະ ເພາະວ່າອາກາດມັນກໍຮ້ອນແຮງນ່າ ນໍ້າທີ່ວ່ານໍ້າ ແຕ່ວ່າການໃຊ້ນໍ້າສ້າງ ນໍ້າບາດານນີ້ກະບໍ່ພຽງພໍ.”

ນອກຈາກນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງສນາມໄຊ ແຕ່ກໍບໍ່ສາມາດຕິດຕໍ່ໄດ້ ຈຶ່ງໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອັດຕະປືແທນ ເຊິ່ງທ່ານກໍກ່າວກ່ຽວກັບພັຍແຫ້ງແລ້ງ ຢູ່ບ້ານອຸດົມສຸກ ແລະບ້ານດອນໄຜ່ວ່າ ສ່ວນຫຼາຍ ຢູ່ເມືອງສນາມໄຊ ຈະມີເຂດຊົລປະທານກວມເອົາຫຼາຍ, ຂະນະທີ່ ບ້ານອຸດົມສຸກ ແລະບ້ານດອນໄຜ່ ຈະມີແຫຼ່ງນໍ້າໄຫຼມາແຕ່ພູ ເປັນລະບົບນໍ້າລິນ ຈຶ່ງຈະມີນໍ້າໄວ້ໃຊ້ອຸປະໂພກ ແລະບໍຣິໂພກ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອັດຕະປື ກ່າວໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍເມືອງສນາມໄຊ ເຂົາກໍມີເຂດຊົລປະທານ ກວມເອົາຫຼາຍເນາະ ເຂົາເຈົ້າກໍມີແຫຼ່ງນໍ້າໄຫຼມາແຕ່ພູພຸ້ນເນາະ ເຂົາຍັງຮ້າຍ ແຖວນັ້ນເຂົາໃຊ້ນໍ້າລິນ ນໍ້າລິນໝົດແຖວນັ້ນ ນໍ້າລິນດຽວນີ້ແຮງຮ້າຍ ຊົລປະທານ ມັນໂຕເຂື່ອນ ໂຕໃກ້ເຂື່ອນ ເຂົາກໍສາມາດນໍາໃຊ້ໄດ້ແລ້ວ ຈໍານວນນຶ່ງ ແຖວບ້ານຕໍ່ໆມາ.”

ເຖິງຢ່າງໃດກໍຕາມ ຊາວກະສິກອນ ແລະຊາວບ້ານທັງ 3 ຄົນ ກ່າວຄືກັນວ່າ ເມື່ອຕົກມາຮອດເດືອນມິນາ ຫາເດືອນພຶສພາ ນໍ້າລິນ ພາຍໃນບ້ານດອນໄຜ່ ແລະບ້ານອຸດົມສຸກ ຈະຂາດເຂີນ, ຂະນະທີ່ ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນເມືອງ ຂັ້ນແຂວງ ກໍຮັບຮູ້ເຖິງບັນຫາດັ່ງກ່າວ ແລະລົງມາປະສານງານ ນໍາຂັ້ນທ້ອງຖິ່ນວ່າ ມີແຜນຊອກຫາໂຄງການຊ່ອຍແກ້ໄຂພັຍແຫ້ງແລ້ງ ແຕ່ມາຮອດປັດຈຸບັນ ຊາວບ້ານທັງ 2 ບ້ານ ກໍຍັງບໍ່ທັນມີໂຄງການຂອງພາກຣັຖ ຫຼື ໂຄງການຂອງສາກົລ ເຂົ້າມາຊ່ອຍແກ້ໄຂບັນຫາດັ່ງກ່າວນີ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.