ປະເມີນຜົລກະທົບ ຍັງບໍ່ແລ້ວ, ແຕ່ເຣີ່ມມີການກໍ່ສ້າງ ເຂື່ອນຫຼວງພຣະບາງ

ສຸພັດຕາ
2023.03.17
ປະເມີນຜົລກະທົບ ຍັງບໍ່ແລ້ວ, ແຕ່ເຣີ່ມມີການກໍ່ສ້າງ ເຂື່ອນຫຼວງພຣະບາງ ໂຄງການ ເຂື່ອນຫຼວງພຣະບາງ ທີ່ກຳລັງດຳເນີນຢູ່ໃນຂະນະນີ້, ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ຫຼາຍພາກສ່ວນ ທີ່ເຮັດວຽກດ້ານແມ່ນໍ້າຂອງ ຮູ້ສຶກເປັນກັງວົນ ທີ່ໂຄງການເຂື່ອນຫຼວງພຣະບາງ ເຣີ່ມດໍາເນີນການກໍ່ສ້າງລ່ວງໜ້າໄປກ່ອນແລ້ວ ທັ້ງໆທີ່ ຣາຍງານການປະເມີນຜົລກະທົບ ຕໍ່ມໍຣະດົກໂລກ ຫຼື Heritage Impact Assessment (HIA) ຂອງນະຄອນຫຼວງພຣະບາງ ຍັງບໍ່ທັນສໍາເຣັດສົມບູນ.

ດັ່ງເຈົ້າໜ້າທີ່ ວິຊາການ ດ້ານສິ່ງແວດລ້ອມ ທ່ານນຶ່ງ ທີ່ເຮັດວຽກປະຈໍາ ອົງການຈັດຕັ້ງສາກົລ ແຫ່ງນຶ່ງ ໃນລາວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 17 ມິນາ ນີ້ວ່າ:

“ກະເວົ້າຕລອດນ່າ ເພາະວ່າກ່ອນຊິສ້າງເຂື່ອນຫັ້ນນ່າ ຜົນສໍາຣວດ HIA ບໍ່ມີຫັ້ນນ່າ (ຣາຍງານຜົລກະທົບຕໍ່ມໍຣະດົກໂລກ) ຄັນບໍ່ມີແລ້ວ ພວກເຮົາກະຄິດວ່າ ການກໍ່ສ້າງ ຂອງພວກເຈົ້າ ມີຜົລກະທົບຕໍ່ກັບຊຸມຊົນ ຕໍ່ກັບຊີວະນາໆພັນຕ່າງໆຫັ້ນນ່າ.”

ທ່ານກ່າວຕື່ມອີກວ່າ ຣັຖບານລາວ ໃນຖານະເຈົ້າຂອງພື້ນທີ່ ແລະຊັພຍາກອນທັມມະຊາຕ ຄວນຈະຄໍານຶງເຖິງເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ, ຜົລກະທົບຕໍ່ລະບົບນິເວດແມ່ນໍ້າຂອງ ແລະຜົລກະທົບຕໍ່ເມືອງມໍຣະດົກໂລກ ຫຼວງພຣະບາງ ຫາກບໍ່ມີການສຶກສາ ແລະປະເມີນຜົລກະທົບ ຢ່າງລະອຽດ ກໍບໍ່ຄວນຈະອະນຸຍາດໃຫ້ດໍາເນີນການກໍ່ສ້າງ.

ຂະນະທີ່ ທ່ານ ຫານນະລົງ ເຍົາວະເລີດ ປະທານມູນນິທິ ເພື່ອການບໍຣິຫານຈັດການນໍ້າ ແບບບູຣະນາການ ປະເທດໄທຍ ກ່າວວ່າ ໂຄງການເຂື່ອນໄຟຟ້າໃດກໍຕາມ ຫາກຍັງບໍ່ມີການເຊັນສັນຍາຊື້-ຂາຍ ໄຟຟ້າ ຢ່າງເປັນທາງການ ຫຼື Power Purchase Agreement (PPA) ກໍບໍ່ຄວນຈະດໍາເນີນການພັທນາພື້ນທີ່ ແລະກໍ່ສ້າງລ່ວງໜ້າ.

ສ່ວນໂຄງການ ເຂື່ອນຫຼວງພຣະບາງ ທີ່ມີການກໍ່ສ້າງວຽກລ່ວງໜ້າ ແລະດໍາເນີນການກໍ່ສ້າງ ຖານຂອງໂຕເຂື່ອນ (Coffer dam) ໄວ້ລໍຖ້ານນັ້ນ ສະທ້ອນໃຫ້ເຫັນວ່າ ບໍຣິສັດຜູ້ພັທນາໂຄງການ ກໍຄື ບໍຣິສັດ ຊ. ການຊ່າງ ໄດ້ຮັບການສນັບສນູນ ຈາກທາງການໄທຍ ທັງໃນເຣື່ອງເງິນກູ້ຢືມ ແລະຄໍາໝັ້ນສັນຍາ ທີ່ຈະມີການຮັບຊື້ໄຟຟ້າ ເຖິງແມ່ນວ່າ ຈະຍັງບໍ່ໄດ້ເຊັນຍາ ຊື້-ຂາຍ ໄຟຟ້າຢ່າງເປັນທາງການກໍຕາມ.

ດັ່ງທ່ານ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເມື່ອການເຊັນສັນຍາ ຊື້-ຂາຍໄຟຟ້າ ບໍ່ຄວນເກີດຂຶ້ນ ໂຄງການເຂື່ອນຫຼວງພຣະບາງ ມັນກໍຈະບໍ່ເກີດຂຶ້ນຢ່າງແນ່ນອນ ແຕ່ໃນມື້ນີ້ ມັນເປັນບັນຫາ ກະຄື ໜ່ວຍງານຂອງໄທຍ ທັງການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ແລະສໍານັກງານ ຄະນະກັມມະການກໍາກັບກິຈການພະລັງງານ ທີ່ເປີດໂອກາດໃຫ້ມີການເຊັນສັນຍາ ຮັບຊື້ໄຟຟ້າຈາກເຂົາ ໂຄງການມັນກະເລີຍເກີດຂຶ້ນ.”

ທ່ານກ່າວຕື່ມອີກວ່າ ປັດຈຸບັນ ພາກປະຊາສັງຄົມໃນປະເທດໄທຍ ກໍໄດ້ສົ່ງໜັງສືໄປສອບຖາມ ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ, ກະຊວງພະລັງງານ, ສໍານັກງານຄະນະກັມມະການກໍາກັບກິຈການພະລັງງານ ແລະສໍານັກງານນາຍົກຣັຖມົນຕຣີ ກ່ຽວກັບໂຄງການເຂື່ອນຫຼວງພຣະບາງ ແລະຄວາມຄືບໜ້າ ໃນການເຊັນສັນຍາຊື້-ຂາຍໄຟຟ້າ ແຕ່ກໍບໍ່ໄດ້ຮັບຄໍາຕອບໃດໆ.
ເຖິງຈະບໍ່ມີຄໍາຕອບຈາກທາງການໄທຍ ແຕ່ພາກປະຊາສັງຄົມຕ່າງໆ ທີ່ເຮັດວຽກດ້ານແມ່ນໍ້າຂອງ ກໍຈະຍັງຄົງເຝົ້າຕິດຕາມ ໂຄງການເຂື່ອນຫຼວງພຣະບາງ ຢ່າງໃກ້ຊິດ ແລະຈະເຮັດວຽກໜັກຂຶ້ນ ຈົນກວ່າທາງການໄທຍ ຈະເລື່ອນການເຊັນສັນຍາຊື້-ຂາຍໄຟຟ້າອອກໄປ ຫຼື ໂຈະການຊື້ໄຟຟ້າໄປແບບຖາວອນ ຈາກໂຄງການເຂື່ອນຫຼວງພຣະບາງ ຮວມເຖິງ ໂຄງການເຂື່ອນອື່ນໆ ທີ່ຈະສ້າງໃນແມ່ນໍ້າຂອງນໍາດ້ວຍ.

ກ່ຽວກັບວຽກງານການກໍ່ສ້າງ ໂຄງການເຂື່ອນຫຼວງພຣະບາງໃນປັດຈຸບັນນີ້ ຊາວບ້ານຜູ້ນຶ່ງ ໃນເມືອງຈອມເພັດ ທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍອອກຈາກພື້ນທີ່ ກ່າວວ່າ ດຽວນີ້ ບໍຣິສັດຜູ້ພັທນາໂຄງການ ເຣີ່ມດໍາເນີນການ ຂຸດເຈາະດິນເພື່ອເທປູນ ສ້າງຖານຂອງໂຕເຂື່ອນແລ້ວ ແລະທາງໂຄງການ ກໍບໍ່ໄດ້ອະນຸາຍາດໃຫ້ບຸກຄົນພາຍນອກ ເຂົ້າໄປໃນພື້ນທີ່ກໍ່ສ້າງ.

ຈາກການສອບຖາມ ເຈົ້າໜ້າທີ່ ປກສ ຫຼື ຄົນຍາມຮັກສາຄວາມປອດພັຍ ຂອງໂຄງການ ເຂື່ອນຫຼວງພຣະບາງ ກໍມີການເປີດເຜີຍວ່າ ບໍຣິສັດ ຊ. ການຊ່າງ ມີການເປີດຮັບສມັກຄົນງານ ເປັນຈໍານວນຫຼາຍໃນໄລຍະນີ້ ໂດຍສະເພາະຄົນງານກັມມະກອນ ທີ່ເປັນຄົນລາວ ເຊິ່ງຕ້ອງການຫຼາຍເຖິງ 3,000 ຄົນ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຢູ່ແກ່ງເຂື່ອນແດ່ ເຂົາເຈົ້າກະກໍາລັງກໍ່ສ້າງເຂື່ອນຫັ້ນນ່າ ເປັນຮູບເປັນຮ່າງແລ້ວນ່າ ຕາມໄດ້ຮັບຂ່າວ ຈາກ ປກສ ກຸ່ມຂະເຈົ້າຣາຍງານວ່າ (ຄົນງານ) ຢູ່ລະດັບສາມພັນປາຍ ແລ້ວຄືວ່າ ກໍາລັງປຸກແຄ້ມ ລໍຖ້າຢູ່ (ຊາວບ້ານ) ສາມາດໄປສມັກງານນໍາຂະເຈົ້າໄດ້.”

ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງງາ ແຂວງອຸດົມໄຊ ທີ່ຢູ່ໃກ້ກັບໂຄງການເຂື່ອນຫຼວງພຣະບາງ ແລະຍັງຈະຖືກໂຍກຍ້າຍອອກຈາກພື້ນທີ່ນັ້ນ ກ່າວວ່າ ຜູ້ພັທນາໂຄງການ ເຣີ່ມດໍາເນີນການກໍ່ສ້າງແລ້ວ ແຕ່ບໍ່ຮູ້ວ່າ ກໍ່ສ້າງສ່ວນໃດຂອງເຂື່ອນໄຟຟ້າ ເນື່ອງຈາກມີກຸ່ມຊາວໜຸ່ມຈໍານວນນຶ່ງ ເຂົ້າໄປເຮັດວຽກນໍາໂຄງການ ແລະພັກເຊົາຢູ່ກັບໂຄງການ ເຂື່ອນຫຼວງພຣະບາງນັ້ນເລີຍ.

ສ່ວນຂົວຂ້າມແມ່ນໍ້າຂອງ ທີ່ໂຄງການກໍ່ສ້າງສໍາເຣັດໄປແລ້ວນັ້ນ ແຕ່ຂົວດັ່ງກ່າວ ສ້າງຂຶ້ນເພື່ອອໍານວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ແລະອຸປະກອນການກໍ່ສ້າງຂອງໂຄງການ ແຕ່ຊາວບ້ານໃນພື້ນທີ່ ກໍສາມາດຂ້າມໄປ-ມາ ໄດ້ປົກກະຕິ ແຕ່ຈະຕ້ອງໄດ້ຮັບການກວດກາຢ່າງເຂັ້ມງວດ ເປັນຕົ້ນ: ຊື່-ນາມສະກຸນ, ຊື່ບ້ານ ແລະອາວຸດຕ່າງໆ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຂົາກໍາລັງມາເຮັດຢູ່ ໂຕທ່າບ້ານຫ້ວຍຢໍ້ ຫັ້ນແຫຼະດຽວນີ້ ໂຕເຂື່ອນຫັ້ນແລະ ໂອ້....ບໍ່ໃຫ້ຜູ້ໃດໄປມໍ່ແຫຼະແຖວນັ້ນຫັ້ນນ່າ ຄັນບໍ່ມີວຽກຈໍາເປັນ ເຂົາກະບໍ່ໃຫ້ຜ່ານ ບ້ານຊ່ອງເຮົານີ້ ກະປະຊາຊົນ ເຂົາບໍ່ພໍໃຈປານໃດ.”

ກ່ຽວກັບໂຄງການກໍ່ສ້າງເຂື່ອນຫຼວງພຣະບາງນີ້ ເຈົ້າໜ້າທີ່ກົມມໍຣະດົກໂລກ ກະຊວງຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ກ່າວວ່າ ສໍາລັບຂໍ້ກັງວົນຂອງອົງການ UNESCO ທີ່ຂ້ອນຂ້າງຈະມີຂໍ້ກັງວົນໃນຫຼາຍບັນຫາ ກ່ຽວກັບໂຄງການດັ່ງກ່າວນີ້ ເປັນຕົ້ນ ຈະເຮັດໃຫ້ສະພາບແວດລ້ອມ, ທິວທັດ, ວິຖີຊີວິດ ແລະວັທນະທັມ ພາຍໃນເມືອງມໍຣະດົກໂລກ ຄ່ອຍໆຈາງຫາຍໄປ, ການທ່ອງທ່ຽວຫຼຸດລົງ, ການພັງທະລາຍຂອງດິນແຄມແມ່ນໍ້າຂອງ ຫຼືດິນເຈື່ອນ.

ປັດຈຸບັນ ອົງການ UNESCO ໄດ້ຮັບຣາຍງານ ການປະເມີນຜົລກະທົບ ຕໍ່ມໍຣະດົກໂລກ ຫຼື Heritage Impact Assessment (HIA) ແລ້ວ ແລະຢູ່ລະຫວ່າງການພິຈາຣະນາ ຂອງຂໍ້ກັງວົນຕ່າງໆ ຮ່ວມກັບ ອົງການອະນຸຮັກ ແລະຄຸ້ມຄອງສະຖານທີ່ສາກົລ ຫຼື International Council on Monuments and Sites (ICOMOS).

ການພິຈາຣະນາ ໃນເບື້ອງຕົ້ນ ຍັງມີຫຼາຍຂໍ້ກັງວົນ ຍັງບໍ່ທັນລະອຽດ, ຍັງບໍ່ມີຄວາມຈະແຈ້ງ ແຕ່ຍັງບໍ່ສາມາດເປີດເຜີຍໃຫ້ຮູ້ໄດ້ ເຊິ່ງຜູ້ພັທນາໂຄງການ ແລະທາງການລາວ ຈະຕ້ອງໄດ້ໄປສຶກສາ ແລະປະເມີນຄືນໃໝ່ ຈົນກວ່າອົງການ UNESCO ຈະປະກາດຮັບຮອງຢ່າງເປັນທາງການ ເຖິງຈະດໍາເນີນການກໍ່ສ້າງ ໂຄງການເຂື່ອນຫຼວງພຣະບາງໄດ້.

ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“HIA ຍັງບໍ່ສົມບູນ ຍັງຢູ່ຂັ້ນຕອນການພິຈາຣະນາ ຂອງສູນມໍຣະດົກໂລກຢູ່ ໄດ້ສົ່ງ (ຣາຍງານ) ຫາສູນມໍຣະດົກໂລກແລ້ວ ສົ່ງຫາ ICOMOS ແລ້ວ ອັນນັ້ນກໍາລັງຢູ່ໃນຂັ້ນຕອນ ການປັບປຸງ ອັນໃດທີ່ຍັງບໍ່ທັນຄົບຖ້ວນ ເຂົາກໍຈະຄອມເມັ້ນມາ ເພື່ອໃຫ້ເຮົາປັບປຸງ.”

ເມື່ອບໍ່ດົນມານີ້ ທ່ານ ຊະວະລິດ ຖະໜອນຖິ່ນ ປະທານເຈົ້າໜ້າທີ່ບໍຣິຫານ ບໍຣິສັດ Right Tunnelling ຈໍາກັດ ມະຫາຊົນ ຫຼື (RT) ໄດ້ເປີດເຜີຍຕໍ່ສື່ມວນຊົນໄທຍ (ຂ່າວຫຸ້ນ) ວ່າ ທາງບໍຣິສັດ ໄດ້ຮັບໜັງສືຢັ້ງຢືນການວ່າຈ້າງ ຈາກບໍຣິສັດ ຊ. ການຊ່າງ ແລະບໍຣິສັດ ຫຼວງພຣະບາງພາວເວີ້ ໃຫ້ຮັບເໝົາກໍ່ສ້າງວຽກງານໂຍທາ ສໍາລັບໂຄງສ້າງຖາວອນ ຂອງໂຄງການເຂື່ອນຫຼວງພຣະບາງ ໂດຍມີສັນຍາດໍາເນີນງານ ລະຫວ່າງວັນທີ 1 ມິຖຸນາ 2023 ໄປຈົນເຖິງ ວັນທີ 1 ມົກກະຣາ 2028 ມູນຄ່າ 1,615 ລ້ານບາທ.

ສໍາລັບໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ມີກໍາລັງຕິດຕັ້ງ 1,460 ເມກະວັດ ຕັ້ງຢູ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ແລະຫ່າງຈາກເມືອງມໍຣະດົກໂລກ ຫຼວງພຣະບາງ ປະມານ 25 ກິໂລແມັດ.

ໂຄງການດັ່ງກ່າວ ເປັນການຮ່ວມກັນຈັດຕັ້ງບໍຣິສັດ ຫຼວງພຣະບາງພາວເວີ້ ຈໍາກັດ ຫຼື LPBP, ໂດຍມີບໍຣິສັດຜູ້ຖືຫຸ້ນໂຄງການ ປະກອບມີ ບໍຣິສັດ ພີທີ ຈໍາກັດ 38%, ບໍຣິສັດ  PetroVietnam Power 10%, ບໍຣິສັດ ໄຊຍະບູຣີພາວເວີ້ 42% ແລະບໍຣິສັດ ຊ. ການຊ່າງ 10% ໂດຍມີມູນຄ່າ ການລົງທຶນ 3,000 ລ້ານໂດລ້າຣ໌ສະຫະຣັຖ ໄຟຟ້າທີ່ຜລິດໄດ້ຈາກເຂື່ອນໄຟຟ້າຫຼວງພຣະບາງ ຈະສົ່ງຂາຍໃຫ້ກັບປະເທດໄທຍ ແລະວຽດນາມຕາມແຜນ.
ສໍາລັບການປະເມີນຜົລກະທົບ ທາງສັງຄົມ ຂອງໂຄງການເຂື່ອນຫຼວງພຣະບາງ ຈະມີຊາວບ້ານຈໍານວນ 23 ບ້ານໄດ້ຮັບຜົລກະທົບ ປະກອບມີ ເມືອງຈອມເພັດ ແລະເມືອງປາກອູ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະເມືອງງາ ແຂວງອຸດົມໄຊ ໂດຍແຍກອອກເປັນ 4 ກຸ່ມ ດັ່ງນີ້:

  • ກຸ່ມທີ 1 ໄດ້ຮັບຜົລກະທົບທັງໝົດ 100% ແລະຖືກໂຍກຍ້າຍ ຈໍານວນ 6 ບ້ານ, 581 ຄອບຄົວ ຮວມ 2,285 ຄົນ.
  • ກຸ່ມທີ 2 ໄດ້ຮັບຜົລກະທົບບາງສ່ວນ ແລະມີບາງຄອບຄົວຖືກໂຍກຍ້າຍ ແລະຍັບຍ້າຍ ຈໍານວນ 9 ບ້ານ, 692 ຄອບຄົວ ຮວມ 3,855 ຄົນ.
  • ກຸ່ມທີ 3 ສູນເສັຍທີ່ດິນ ແຕ່ບໍ່ຖືກໂຍກຍ້າຍ ຈໍານວນ 8 ບ້ານ, 671 ຄອບຄົວ ຮວມ 2,330 ຄົນ.

ກຸ່ມທີ 4 ບ້ານທ້າຍເຂື່ອນ ທີ່ອາຈໄດ້ຮັບຜົລກະທົບຈາກໂຄງການ ແຕ່ບໍ່ຖືກໂຍກຍ້າຍ ຈໍານວນ 3 ບ້ານ, 189 ຄອບຄົວ ຮວມ 904 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.