ລາວມີໂຄງຮ່າງພື້ນຖານ ທີ່ຕ່ຳຫຼາຍ ເມື່ອທຽບໃສ່ຫຼາຍປະເທດ

ໄຊຍາ
2023.12.06
ລາວມີໂຄງຮ່າງພື້ນຖານ ທີ່ຕ່ຳຫຼາຍ ເມື່ອທຽບໃສ່ຫຼາຍປະເທດ ເສັ້ນທາງໃນໂຕເມືອງນຶ່ງ ຢູ່ທາງພາກໃຕ້ ທີ່ເປັນຂຸມຫຼາຍ (ຮູບຊ້າຍມື) ວັນທີ 29 ກໍຣະກະດາ 2023 ແລະ ເສັ້ນທາງເຂດພູເກົ້າຫຼັກ ທີ່ເປັນເສັ້ນທາງຂົນສົ່ງສິນຄ້າ ສາຍຫຼັກຂອງປະເທດ (ຮູບຂວາມື) ເດືອນສິງຫາ 2023.
RFA

ອີງຕາມການຣາຍງານ ຂອງ Logistics Performance Index ປີ 2023 ຂອງທະນາຄານໂລກ ລະບຸວ່າ ປະເທດລາວມີໂຄງຮ່າງພື້ນຖານ ຢູ່ອັນດັບ 7 ຂອງອາຊ້ຽນຈາກ 8 ປະເທດອາຊ້ຽນ ທີ່ເຜີຍແຜ່ຂໍ້ມູນ. ສ່ວນປະເທດບຣູໄນ ແລະພະມ້າແມ່ນເປັນ 2 ປະເທດ ທີ່ບໍ່ມີຂໍ້ມູນໃນຣາຍງານ ສະບັບນີ້ ແລະ ປະເທດລາວ ຢູ່ອັນດັບທີ 108 ຂອງໂລກຈາກ 139 ປະເທດທົ່ວໂລກ ທີ່ມີຂໍ້ມູນເຜີຍແຜ່ ໃນຣາຍງານສະບັບນີ້.

ດ້ານເຈົ້າໜ້າທີ່ ແຂວງເຊກອງກ່າວວ່າ ເປັນໄປຕາມບົດຣາຍງານ ຂອງທະນາຄານໂລກແທ້ ຍ້ອນປະເທດລາວຂາດງົບປະມານ ທີ່ຈະສ້າງຖນົນຫົນທາງ ໃຫ້ໄດ້ມາຕຖານ ຄືປະເທດໄທຍ ທີ່ເປັນອັນດັບ 2 ຂອງອາຊ້ຽນ ທີ່ມີພື້ນຖານໂຄງຮ່າງດີທີ່ສຸດ ຈຶ່ງເຮັດໃຫ້ມາຮອດປີ 2023 ຖນົນຫົນທາງທົ່ວແຂວງ ບໍ່ໄດ້ມາຕຖານເປ່ເພ. ດັ່ງທີ່ປະຊາຊົນຊ່ອງແສງຢູ່ເລື້ອຍໆ ແລະບໍ່ເວົ້າສະເພາະຖນົນຫົນທາງ ແຕ່ລວມເຖິງໄຟແຍງທາງ ແລະໄຟອຳນາດຢູ່ຫຼາຍແຂວງ ພາກໃຕ້ກໍບໍ່ມີ.

ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 06 ທັນວານີ້ວ່າ:

“ຄັນຊິເວົ້າເສັ້ນທາງຖືວ່າຕໍ່າກ່ວາເຂົາແຫຼະ ຂອງເຮົາປູຢາງ 2 ຊັ້ນ ຂອງເຂົາ (ຢາງ) ແອັສຟອລຕ໌ ໝົດຄືໄທຍແລ້ວຄວາມກ້ວາງ ເຂົາກໍກ້ວາງກ່ວາ 9 ແມັດແລ່ນ 2 ເລນຂອງເຮົາສ່ວນຫຼາຍມີແຕ່ 6 ແມັດ 7 ແມັດບໍ່ໄດ້ມາຕຖານສາກົລ ວ່າຊັ້ນສາ. ການຮັບນໍ້າໜັກກໍບໍ່ໄດ້ມາຕຖານສາກົລ ບາດນີ້ທາງເພດຽວນີ້ເຫັນບໍ່ໄປວຽງຈັນຍາກໆ ພວກມາແຕ່ວຽງຈັນ ຍັງມາທາງເບື້ອງໄທຍເດ້ ມາຂ້າມຈຳປາສັກພີ້ ນຶ່ງກໍເວົ້າເຣື່ອງທຶນຮອນນີ້ແຫຼະ. ມັນບໍ່ຫຼາຍກໍເລີຍອອກແບບຕາມທຶນຮອນຫັ້ນແຫຼະ ໄຟແຍງທາງມີແຕ່ໃນເມືອງ ຄືເຊກອງຕາມທາງບໍ່ສູ່ມີດອກໄຟອຳນາດ ບໍ່ມີແຕ່ເມືອງໃຫຍ່ເຊກອງ ບໍ່ທັນມີຊໍ້າສວັນນະເຂດກໍບໍ່ມີຄືກັນສາຣະວັນ ກໍບໍ່ມີອັດຕະປືກໍບໍ່ມີ.”

ທ່ານກ່າວຕື່ມວ່າ ສະເພາະແຂວງເຊກອງ ທາງປູຢາງຈາກແຂວງ ຫາແຂວງ ແມ່ນມີຄົບແລ້ວ ແຕ່ທາງປູຢາງຈາກແຂວງ ຫາເມືອງ ມີແຕ່ເມືອງດາກຈຶງ ແລະທ່າແຕງສ່ວນເມືອງກາລຶມ ຍັງເຫຼືອອີກ 48 ກິໂລແມັດ ທີ່ຍັງກໍ່ສ້າງທາງປູຢາງ ບໍ່ທັນແລ້ວສ່ວນທາງປູຢາງ ຈາກແຂວງຫາເມືອງລະມານ ບໍ່ມີເລີຍ ແລະທາງປູຢາງ ຈາກມເມືອງໄປ ແຕ່ລະບ້ານກໍບໍ່ມີເລີຍ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ກ່າວຄືກັນວ່າໂຄງຮ່າງພື້ນຖານ ຂອງປະເທດລາວ ຕໍ່າດັ່ງທີ່ທານາຄານໂລກ ຣາຍງານ ຍ້ອນບໍ່ແມ່ນແຕ່ຣັຖບານລາວ ຂາດງົບປະມານກໍ່ສ້າງທາງປູຢາງໃໝ່ ແລະຂາດງົບປະມານ ຕິດຕັ້ງໄຟແຍງທາງ ແລະໄຟອຳນາດ ໃນເຂດເມືອງ ແລະເຂດຊົນນະບົດ ແຕ່ຣັຖບານລາວຍັງຂາດງົບປະມານ ສ້ອມແປງບູລະນະທາງນໍາດ້ວຍ ຈຶ່ງເຮັດໃຫ້ຫຼາຍເສັ້ນທາງ ຂອງສະຖານທີທ່ອງທ່ຽວ ພາຍໃນແຂວງເປ່ເພຫຼາຍ.

“ມັນຂາດງົບປະມານ ເວົ້າເຣື່ອງການບູລະນະ ຮັກສານີ້ນ່າເວົ້າແທ້ໆ ຄັນສິສ້ອມໃຫ້ມັນໝົດ ມັນກໍບໍ່ມີເງິນຊິສ້ອມໝົດຫັ້ນນ່າ ໄດ້ສ້ອມແປງສ່ວນໃດສ່ວນນຶ່ງຈັ່ງຊີ້ນ່າ ເພາະວ່າມັນມີຫຼາຍເສັ້ນທາງອັນທາງຊົນນະບົດແຮງຮ້າຍແຮງເປ່ເພຫຼາຍ ເປັນທາງດິນແດງສ່ວນຫຼາຍນ່າ ໄຟແຍງທາງນີ້ສ່ວນຫຼາຍເຮົາມີແຕ່ຢູ່ໃນເມືອງແຕ່ວ່າ ຢູ່ເຂດນອກເມືອງນີ້ບໍ່ມີເດ້.

ທົ່ວປະເທດສ່ວນຫຼາຍ ຈະເປັນທາງປູຢາງສອງຊັ້ນ ກ້ວາງ 6-7 ແມັດ ຍ້ອນບໍ່ມີງົບປະມານ ຈະສ້າງທາງປູຢາງ (ແອັສຟອລຕ໌) ຄືປະເທດໄທຍ ໃຫ້ມີອາຍຸການໃຊ້ງານດົນນານ ແລະໄດ້ມາຕຖານ. ສ່ວນສະພາບໂຕຈິງເສັ້ນທາງ ຈາກແຂວງຫາເມືອງໂພນທອງ ເປັນດິນແດງທັງໝົດ ສ່ວນທີ່ເຫຼືອອີກ 11 ເມືອງເປັນທາງປູຢາງແຕ່ເປ່ເພ ຈຶ່ງຍັງຄົງຕ້ອງການການສນັບສນູນ ຈາກອົງການຈັດຕັ້ງສາກົລ ເພື່ອຍົກລະດັບການດຳຣົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ດຽວກັນ ໃນແຂວງຫຼວງພຣະບາງ ໄດກ່າວຕື່ມວ່າ:

“ສ່ວນຫຼາຍກໍເວົ້າເຣື່ອງການກູ້ຢືມນີ້ມັນກໍຫຍຸ້ງຍາກຢູ່ເພາະວ່າຣັຖບານບໍ່ມີຄວາມສາມາດປານໃດຫັ້ນນ່າສອງມາແລ້ວສ່ວນຫຼາຍກໍຊອກຫາທຶນ ຊ່ອຍເຫຼືອລ້າ ຈາກອົງການສາກົລ ຫຼື ວ່າອົງການ ເຂົາເຈົ້າສ້າງຂຶ້ນນີ້ນ່າເຈົ້າ.”

ປະຊາຊົນກ່າວວ່າ ເສັ້ນທາງໃນເຂດຊົນນະບົດ ສ່ວນຫຼາຍຈະເປັນທາງດິນແດງ ຈຶ່ງເຮັດໃຫ້ໄລຍະລະດູຝົນ ເດັກນ້ອຍນັກຮຽນບໍ່ສາມາດໄປຮຽນໄດ້ ຍ້ອນເປັນທາງຂີ້ຕົມອາດເຮັດໃຫ້ພໍ່ແມ່ ຜູ້ປົກຄອງທີ່ຂີ່ຣົຖໄປສົ່ງເກີດອຸປັດຕິເຫດໄດ້.

ດັ່ງປະຊາຊົນ ໄດ້ກ່າວໃນມື້ດຽວກັນວ່າ:

“ໂອຫຍຸ້ງຍາກຕໍ່ລູກຫຼານນັກຮຽນເຮົາ ກໍຫຼາຍເຕີບໂອ້ດຽວນີ້ ໂຮງຮຽນກໍຢູ່ໄກເວລາຝົນຕົກ ພໍ່ແມ່ກໍໄປສົ່ງກໍບໍ່ໄດ້ເປັນຂີ້ຕົມ ເປັນບວກເປັນຕົມຈະນີ້ ກໍໝື່ນໄປບໍ່ໄດ້ພໍ່ແມ່ ກໍໄປສົ່ງບໍ່ໄດ້ໄກສາມຫຼັກ ສີ່ຫຼັກ ພຸ້ນນີ້ໄປໂຮງຮຽນ.”

ເຈົ້າຂອງເຮືອນພັກກ່າວວ່າ ທາງດິນແດງເຮັດໃຫ້ນັກທ່ອງທ່ຽວ ບໍ່ຢາກມາທ່ຽວປະເທດລາວ ຍ້ອນມີຂີ້ຝຸ່ນເປິເປື້ອນຕາມຕົນໂຕ ແລ້ວຈະເຮັດໃຫ້ສົ່ງຜົລກະທົບ ຕໍ່ການທ່ອງທ່ຽວປະຊາຊົນ ບໍ່ມີລາຍຮັບຈາກນັກທ່ອງທ່ຽວ.

ດັ່ງເຈົ້າຂອງເຮືອນພັກ ໄດ້ກ່າວໃນມື້ດຽວກັນວ່າ:

“ແຖວນອກໆ ພຸ້ນນ່າດິນແດງຂີ້ຝຸ່ນຜົລກະທົບຫຼາຍ. ແຂກຄົນກໍບໍ່ຢາກມາເນາະ ຂີ້ຝຸ່ມັນເປິດມັນເປື້ອນ ແຕ່ວ່າເຂດທ່າລາດ ເມືອງອຸດົມແທ້ ເປັນທາງຢາງທາງດີໝົດແລ້ວ.”

ອີງຕາການຣາຍງານ ດັ່ງກ່າວ ປະເທດລາວ ໃນປີ 2023 ນີ້ ມີຄະແນນໃນໝວດໂຄງຮ່າງພື້ນຖານ 2.3 ຄະແນນ ຈາກຄະແນນເຕັມ 5 ຄະແນນ ເຊິ່ງຫຼຸດລົງຈາກປີ 2018 ທີ່ປະເທດລາວ ໄດ້ 2.44 ຄະແນນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.