ລົດບັນທຸກນໍ້າໜັກເກີນ ເປັນສາເຫດຫຼັກ ທີ່ເຮັດໃຫ້ເສັ້ນທາງເປ່ເພ
2024.04.18
ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ລາຍງານຕໍ່ກອງປະຊຸມ ຍທຂ ປະຈໍາປີ 2023 ທິີ່ຜ່ານມາ ວ່າ ການຈັດຕັ້ງປະຕິບັດ ຄຸ້ມຄອງນໍ້າໜັກລົດບັນທຸກ ຕັ້ງແຕ່ເດືອນມິຖຸນາ ປີ 2023 ທີ່ຜ່ານມາ ຍັງພົບຂໍ້ທ້າທາຍຫຍຸ້ງຍາກ ເຮັດໃຫ້ເສັ້ນທາງ ຍັງເກີດການເປ່ເພເສຍຫາຍ ສົ່ງຜົນກະທົບ ຕໍ່ງົບປະມານໃນການກໍ່ສ້າງ ແລະການສັນຈອນໄປ-ມາ ຂອງປະຊາຊົນ ຍັງຫຍຸ້ງຍາກ.
ປັດຈຸບັນ ໃນປະເທດລາວ ມີສະຖານີຊັ່ງນໍ້າໜັກ 39 ແຫ່ງ ທົ່ວປະເທດ ທີ່ຜ່ານມາ ມີການກວດກາ ສະຖານີຊັ່ງນໍ້າໜັກລົດບັນທຸກສະເພາະກິດ ຈໍານວນ 11 ສະຖານີ ສາມາດກວດກາລົດບັນທຸກ ໄດ້ທັງໝົດ 121,923 ຄັນ ມີລົດບັນທຸກ ທີ່ລະເມີດບັນທຸກນໍ້າໜັກເກີນ 8,415 ຄັນ ໄດ້ປ່ຽນຖ່າຍນໍ້າໜັກເກີນລົງປະມານ 4,517 ໂຕນ ໂດຍມີບາງຜູ້ປະກອບການ ແອບອ້າງໃຊ້ລົດບັນທຸກບໍ່ຖືກປະເພດ ມີການແປງເຕັກນິກ ແລະຂົນສົ່ງເກີນນໍ້າໜັກ ຫຼາຍກວ່າທີ່ກໍານົດ.
ກ່ຽວກັບເລື່ອງດັ່ງກ່າວນີ້ ຜູ້ປະກອບການ ຂາຍຊິງຊັ່ງລົດບັນທຸກ ທ່ານໜຶ່ງກ່າວວ່າ ປັດຈຸບັນ ການບັງຄັບໃຊ້ກົດໝາຍ ກ່ຽວກັບການຄຸ້ມຄອງນໍ້າໜັກລົດບັນທຸກ ຢູ່ລາວນັ້ນ ຍັງບໍ່ມີປະສິດທິພາບປານໃດ ຍ້ອນຍັງມີລົດບັນທຸກ ຂອງຜູ້ປະກອບການຊາວຈີນ ແລະຫວຽດນາມ ທີ່ຍັງບັນທຸກນໍ້າໜັກເກີນກໍານົດຫຼາຍ ໂດຍຈະມີກຸ່ມຄົນ ທີ່ອໍານວຍຄວາມສະດວກ ໃຫ້ລົດບັນທຸກນໍ້າໜັກເກີນດັ່ງກ່າວ ຜ່ານດ່ານຊັ່ງນໍ້າໜັກໄປໄດ້, ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ເດືອນເມສາ 2024 ນີ້ວ່າ:
“ກົດໝາຍຢູ່ລາວ ມັນຂຽນອອກມາ ມັນປະຕິບັດບໍ່ໄດ້ດອກ ຖ້າເປັນຈີນ ມັນຮູ້ເສັ້ນທາງເຄຍ ມີຄົນຮັບເຄຍຢູ່ ຈີນບາງຄັນ ໃສ່ສະເພາະ ຂອງ 70-80 ຕັນໄດ້ຫັ້ນນ່າ ສະເພາະຂອງຫົວລາກ ນໍ້າໜັກລົດຢູ່ທີ່ປະມານ 43 ຕັນເບາະ ບາດນີ້ ບວກຂອງເຂົ້າໄປ 80 -90 ຕັນ ຄົນຫວຽດນາມ ເຂົາມາຊື້ຂອງກໍ່ພໍໆກັນກັບຈີນ ບາງຄັນ ໄດ້ 100-120 ຕັນ ຂົນສົ່ງເຂົາເຄຍກັນເອງ ທາງລາວມັນເຄຍກັນໄດ້ນ່າ.”
ກົດໝາຍວ່າດ້ວຍ ການອະນຸຍາດນໍ້າໜັກລວມ ສູງສຸດຂອງລົດບັນທຸກ ສະບັບຫຼ້າສຸດ ທີ່ອອກມາ ເມື່ອວັນທີ 13 ເດືອນເມສາ ປີ 2023 ລະບຸວ່າ ປະເພດຂອງລົດບັນທຸກ ທີ່ອະນຸຍາດ ມີ 3 ປະເພດ ຄື: ລົດບັນທຸກດ່ຽວ, ລົດບັນທຸກເຄິ່ງຫາງລາກ ແລະຫາງລາກ.
ໃນປະເພດ ລົດບັນທຸກດ່ຽວ ຫຼືລົດບັນທຸກ ທີ່ບໍ່ສາມາດແຍກອອກຈາກກັນໄດ້ ມີ 8 ຊະນິດ ນໍ້າໜັກລວມສູງສຸດ ຂອງລົດບັັນທຸກດ່ຽວ ທີ່ອະນຸຍາດຈະຂຶ້ນຢູ່ກັບປະເພດລົດ ໂດຍນໍ້າໜັກລວມທັງລົດ ແລະເຄື່ອງຂອງທີ່ບັນທຸກ ຈະຢູ່ລະຫວ່າງ 8.5 ຫາ 30 ໂຕນເທົ່ານັ້ນ.
ປະເພດລົດບັນທຸກເຄິ່ງຫາງລາກ ເປັນລົດທີ່ມີຫົວເປັນແຮງຂັບເຄື່ອນ ແລະມີຫາງລາກ ໃນການບັນທຸກ ມີທັງໝົດ 5 ຊະນິດ ນໍ້າໜັກລວມຂອງລົດບັັນທຸກຫາງລາກ ທີ່ອະນຸຍາດ ຢູ່ລະຫວ່າງ 19.3 ຫາ 50.5 ໂຕນ.
ປະເພດຫາງລາກ ແມ່ນລົດບັນທຸກ ທີ່ບໍ່ສາມາດຂັບເຄື່ອນດ້ວຍໂຕເອງ ຕ້ອງໃຊ້ຫົວລາກ ໃນການຂັບເຄື່ອນ ມີ 5 ຊະນິດ ນໍ້າໜັກລວມສູງສຸດຂອງຫາງລາກ ທີ່ອະນຸຍາດ ຢູ່ທີ່ 12.2 ຫາ 40 ໂຕນ.
ໃນບັນດາແຂວງ ທີ່ມີຊາຍແດນ ຕິດກັບປະເທດເພື່ອນບ້ານ ຫຼືເສັ້ນທາງໄປຍັງລິເວນດ່ານສາກົນ ຕາມແຂວງຕ່າງໆ ອາດໄດ້ຮັບຜົນກະທົບ ຈາກລົດບັນທຸກເກີນນໍ້າໜັກຫຼາຍ ຍ້ອນເປັນເສັ້ນທາງການຂົນສົ່ງສິນຄ້າ ແລະແຮ່ທາດ ເປັນຕົ້ນ ຢູ່ບໍລິເວນດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ທີ່ມີລົດບັນທຸກປະມານ 400-500 ຄັນ ຜ່ານທຸກມື້ ເຮັດໃຫ້ເສັ້ນທາງ ບໍລິເວນດັ່ງກ່າວເປ່ເພ ມີຂີ້ຝຸ່ນໄງ່, ດັ່ງຜູ້ປະກອບການເຮືອນພັກ ຢູ່ແຂວງຫຼວງນໍ້າທາ ນາງໜຶ່ງ ກ່າວວ່າ:
“ໂອ້ຫຼາຍ ຂີ້ຝຸ່ນກໍ່ຫຼາຍ ເປ່ເພຫຼາຍໂອ້ ຮອດເຮືອນເອື້ອຍນິ່ ຊິຮອດ່ານແລ້ວເດ້ ໂອ້ ນໍ້າໜັກເກີນກໍ່ມີ ແບບວ່າບໍ່ເກີນກໍ່ມີ ບາດນີ້ ມັນຫຼາຍດຸ ລົດບັນທຸກຫັ້ນ ມື້ໜຶ່ງເຂົ້າດ່ານຈັກກີ່ລ້ອຍ ຈັກລົດນ້ອຍລົດໃຫຍ່ ມັນມີຫຼາຍ.”
ຂະນະທີ່ ຊາວບ້ານຢູ່ເມືອງລ້ອງຊານ ແຂວງໄຊສົມບູນ ທ່ານໜຶ່ງກ່າວວ່າ ໃນເຂດບ້ານຂອງທ່ານ ມີລົດແກ່ແຮ່ 22 ລໍ້ ທີ່ແລ່ນມາຈາກເມືອງລ້ອງແຈ້ງຫຼາຍຄັນ ໂດຍເລີ່ມແລ່ນຜ່ານ ເປັນເວລາ 2-3 ປີແລ້ວ ເຮັດໃຫ້ເສັ້ນທາງໃນເຂດບ້ານເປ່ເພ ແລະເຖິງແມ່ນວ່າ ມີການສ້ອມແປງ ແຕ່ກໍ່ຍັງບໍ່ໄດ້ມາດຕະຖານ ຍ້ອນທາງນັ້ນກໍ່ຍັງກັບໄປເປ່ເພຄືເກົ່າ.
ເມືອງລ້ອງແຈ້ງ ເປັນເມືອງທີ່ຕັ້ງ ຂອງບໍລິສັດພູເບັ້ຍ ມາຍນີ້ງຈໍາກັດ ເຊິ່ງມີບ່ອນຊັ່ງນໍ້າໜັກ ລົດບັນທຸກຂອງໂຕເອງ ເພື່ອໃຫ້ການແກ່ແຮ່ໃສ່ລົດບັນທຸກ ເປັນໄປຕາມມາດຕະຖານ ທີ່ບໍລິດສັດກໍານົດໄວ້ ຢ່າງໃດກໍ່ຕາມ ໃນເສັ້ນທາງດັ່ງກ່າວ ກໍ່ມີບໍລິສັດອື່ນໆມາໃຊ້ນໍາ ເຮັດໃຫ້ບໍລິສັດເຫຼົ່ານີ້ ຕ້ອງປະຕິບັດຕາມມາດຕະຖານ ຂອງບໍລິສັດພູເບັ້ຍ ມາຍນີ້ງນໍາ, ດັ່ງທ່ານກ່າວວ່າ:
“ກະເພແດ່ ມັນກໍ່ເພແຕ່ດົນມາແດ່ ແລ້ວກໍ່ມາເພໃສ່ປັດຈຸບັນແດ່ ເຂົາເຈົ້າກໍ່ແປງໄປຕະຫຼອດ ມັນກໍ່ບໍ່ເຖິງກັບວ່າ ໄດ້ມາດຕະຖານ ແຕ່ວ່າ ບໍ່ໃຫ້ມັນເປັນຂຸມ ເປັນຫຼຸມຫັ້ນນ່າ ລົດບັນທຸກກໍ່ມາແຕ່ລ້ອງແຈ້ງ ກໍ່ 2-3 ປີ ທີ່ວ່າແກ່ເຫຼັກ ມາແຕ່ລ້ອງແຈ້ງ ກໍ່ປະມານ 200 ປາຍ ຫາ 300 (ຄັນ) ຍັງຢູ່ລະດັບ ມາດຕະຖານຂອງພູເບັ້ຍເລີຍ ພູເບັ້ຍເຂົາກວດນໍ້າໜັກ ມັນບໍ່ແມ່ນພູເບັ້ຍ ແຕ່ວ່າມັນຕ້ອງໃຊ້ທາງນໍາພູເບັ້ຍ ມັນຕ້ອງໄດ້ ເອົາມາດຕະຖານ ຂອງພູເບັ້ຍ.”
ແຂວງຊຽງຂວາງ ເປັນອີກແຂວງໜຶ່ງ ທີ່ມີລົດບັນທຸກຜ່ານຫຼາຍ ຍ້ອນເປັນໜຶ່ງໃນແຂວງທີ່ມີການຂົນສົ່ງແຮ່ທາດ ນອກຈາກນີ້ ເສັ້ນທາງໄປຍັງແຂວງຊຽງຂວາງ ທີ່ຜ່ານເຂດເມືອງກາສີ ແຂວງວຽງຈັນ ກໍ່ເປ່ເພຫຼາຍຄືກັນ, ດັ່ງຊາວບ້ານ ຢູ່ແຂວງຊຽງຂວາງ ທ່ານໜຶ່ງ ກ່າວວ່າ:
“ເປ່ເພນີ້ ກະບາງບ່ອນ ບາງບ່ອນກໍ່ເພຢູ່ແລ້ວ ແຕ່ວ່າ ບາງບ່ອນນີ້ກະ ສ້ອມແປງແລ້ວ ກໍ່ໄປໄດ້ຢູ່ດອກ ໄປທາງກາສີນີ້ ກະໄດ້ຢູ່ ແຕ່ວ່າ ມັນຫຍຸ້ງຍາກກວ່າໄປທາງປາກຊັນນີ່ໄດ້ ແມ່ນມັນຈະບໍ່ຄ່ອຍດີເທົ່າໃດ.”
ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ຮວມເຖິງພະແນກໂຍທາທິການ ແລະຂົນສົ່ງ ໃນບາງແຂວງ ແຕ່ກໍ່ບໍ່ສາມາດຕິດຕໍ່ເຈົ້າໜ້າທີ່ໄດ້ ຍ້ອນຍັງຢູ່ໃນໄລຍະ ບຸນປີໃໝ່ລາວ.
ອີງຕາມຂໍ້ມູນ ທີ່ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃນປີ 2023 ທີ່ຜ່ານມາ ວ່າ ການຂົນສົ່ງ ທີ່ບັນທຸກ ບັນທຸກນໍ້າໜັກເກີນ ຈາກບັນດາໂຄງການ ກໍ່ສ້າງຂະໜາດໃຫຍ່ ແລະການຂຸດຄົ້ນບໍ່ແຮ່ນັ້ນ ສົ່ງຜົນກະທົບຕໍ່ເສັ້ນທາງຫຼາຍ ເຮັດໃຫ້ມີເສັ້ນທາງເປ່ເພ ຮວມປະມານ 6,700 ກິໂລແມັດ ແລະມີຂົວຫັກ 79 ແຫ່ງ.