ຖະໜົນສາຍຫຼັກ ເຂດເມືອງໄຊທານີ ເປ່ເພໜັກ

ອາວະຣີ
2024.05.28
ຖະໜົນສາຍຫຼັກ ເຂດເມືອງໄຊທານີ ເປ່ເພໜັກ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນສະພາບຂອງຖະໜົນທີ່ເປ່ເພ ໃນນະຄອນຫຼວງວຽງຈັນ ເມື່ອຫຼາຍປີກ່ອນ.
RFA

ສະພາບເສັ້ນທາງ ແຕ່ສີ່ແຍກນາຄວາຍ, ຖະໜົນ 450 ປີ ຫາ ທາງແບ່ງຫຼັກ 21 ຖະໜົນ 13 ໃຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປ່ເພຢ່າງໜັກ ເປັນບວກ ເປັນຂຸມເລິກ ຢູ່ຫຼາຍຈຸດ ແລະເປັນມາແບບນີ້ເປັນໄລຍະເວລາຫຼາຍປີແລ້ວ. ຈຸດທີ່ເປ່ເພຫຼາຍທີ່ສຸດ ກໍແມ່ນ ຕໍ່ໜ້າໂຮງງານເຫຼັກຄຳຮຸ່ງໄຊຈະເລີນ ທີ່ເຮັດໃຫ້ຊາວບ້ານ ທີ່ໃຊ້ເສັ້ນທາງນີ້ສັນຈອນ ໄດ້ຮັບຄວາມເດືອດຮ້ອນຫຼາຍ ແລະ ຢາກໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າມາສ້ອມແປງ ເສັ້ນທາງດັ່ງກ່າວ ໂດຍໄວ.

ດັ່ງທີ່ ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ພຶດສະພາ 2024 ນີ້ວ່າ:

ທາງໂຕນີ້ນີ່ນ່າ ມັນອັ່ນ ມັນເປັນໜັກມານີ້ແມ່ນ ອັ່ນເປັນແທ້ ມັນບ່ອນຮ້າຍ ມັນແທກມັນກະຫຼຸບໆໆໆ ມັນກະເພໆ ໜ່ອຍໆ ກະ 2-3 ປີຜ່ານມາແລ້ວເນາະ ແລ້ວອັ່ນມັນ ທີ່ວ່າມັນໃຊ້ບໍ່ໄດ້ເລີຍ ທີ່ວ່າໃຊ້ຍາກທີ່ສຸດລະແມ່ນໃນຊ່ວງປະມານເດືອນ 11 ນີ້ແຫຼະ. ບໍ່, ປະຊາຊົນ ທຽວກະທຽວທາງເກົ່າຫັ້ນແຫຼະ ແຕ່ວ່າມັນຍາກ ມັນລຳບາກຫຼາຍ. ເລື່ອງໄປເນາະ ຄັນວ່າເຮົາບືນໄປ ຊ່ຳເປັນບວກຄວາຍ ບວກອັ່ນນັ້ນພຸ້ນແຫຼະ ມັນລຳບາກຫຼາຍ.

ກ່ຽວກັບເລື່ອງທີ່ວ່ານີ້, ຊາວບ້ານ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ສະພາບທາງດັ່ງກ່າວ ແມ່ນເປ່ເພໜັກຫຼາຍ ເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກ ບໍ່ວ່າຈະເປັນລົດໃຫຍ່ ຫຼື ລົດນ້ອຍ ແລະ ທາງກໍເປ່ເພມາດົນນານແລ້ວ. ເຖິງແມ່ນວ່າ ແຕ່ລະປີ ຈະມີການສ້ອມແປງທາງຢູ່ ແຕ່ບໍ່ດົົນ ກໍກັບມາເພຄືເກົ່າ ຍ້ອນການສ້ອມແປງທາງ ບໍ່ໄດ້ມາດຕະຖານ. 

ຫຼາຍໜັກຢູ່. (ທຽວທາງ) ໄດ້, ແຕ່ແມ່ນຂ້ອນຂ້າງຍາກວ່າຊັ້ນສາ. ມັນກະ ເປ່ເພມາຫຼາຍປີແລ້ວ ແຕ່ລະປີມັນກະແປງຫັ້ນນ່າ ແຕ່ກະເພຄືເກົ່າຫັ້ນນ່າ ບໍ່ໄດ້ແປງມາດຕະຖານເນາະ.

ເສັ້ນທາງຈາກສີ່ແຍກນາຄວາຍ ຖະໜົນ 450 ປີ ໄປຫາ ທາງແບ່ງຫຼັກ 21 ຖະໜົນ 13 ໃຕ້ນີ້ ຖືເປັນເສັ້ນທາງລັດ ທີ່ເຊື່ອມຕໍ່ຈາກດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄປຫາແຂວງບໍລິຄຳໄຊ ຊຶ່ງຈະສາມາດເດີນທາງຕໍ່ໄປຫາແຂວງໄຊສົມບູນ, ແຂວງຊຽງຂວາງ ຫຼື ລົງໄປພາກໃຕ້ຂອງລາວ. ນອກຈາກນັ້ນ, ຖະໜົນເສັ້ນນີ້ ຍັງເປັນເສັ້ນທາງເຂົ້າສູ່ ເຂດອຸດສາຫະກຳເມືອງທັນສະໄໝ ນະຄອນຫຼວງວຽງຈັນ ນຳອີກ. ເສັ້ນທາງດັ່ງກ່າວ ຈຶ່ງເປັນເສັ້ນທາງທີ່ໄດ້ຮັບຄວາມນິຍົມ ຈາກບັນດາລົດບັນທຸກຂົນສົ່ງສິນຄ້າ ທີ່ມີນ້ຳໜັກເກີນ ແລ່ນຜ່ານເປັນຈຳນວນຫຼາຍ ຈຶ່ງເປັນສາເຫດທີ່ສຳຄັນ ທີ່ພາໃຫ້ທາງ ເປ່ເພ ເປັນຂຸມເປັນບວກ.

ນອກຈາກທາງເສັ້ນນີ້, ກໍຍັງມີຫຼາຍເສັ້ນທາງ ທີ່ປະຊາຊົນຊາວເມືອງໄຊທານີ ນະຄອນຫຼວງວຽງຈັນ ຢາກໃຫ້ທາງການ ລົງມາສ້ອມແປງ ເປັນຕົ້ນ ເສັ້ນທາງໝາຍເລກທີ່ 13 ໃຕ້ ແຕ່ຫຼັກ 21 ຫາ ຫຼັກທີ່ 27, ເສັ້ນທາງບ້ານລາດຄວາຍ-ບ້ານອຸດົມຜົນ-ບ້ານນາສາລາ, ເສັ້ນທາງຈາກສີ່ແຍກຕານມີໄຊ ຫາ ບ້ານຫ້ວຍເຕີຍ, ເສັ້ນທາງໂຊກນ້ອຍ 450 ປີ ຫາ ບ້ານໂພນທອງ ແລະ ເສັ້ນທາງ ບ້ານດົງໝາກຄາຍ ດັ່ງນີ້ເປັນຕົ້ນ.

ທາງດ້ານ ຊາວບ້ານ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ໃນເສັ້ນທາງແຕ່ສີ່ແຍກນາຄວາຍ 450 ປີ ຫາ ທາງແບ່ງຫຼັກ 21 ນີ້ ກໍຍັງມີຈຸດທີ່ເປ່ເພ ຫຼາຍຈຸດ ໃນເຂດຫຼາຍບ້ານ ຂອງເມືອງໄຊທານີ. ຊຶ່ງທາງອຳນາດການປົກຄອງບ້ານ ກໍພະຍາຍາມໂຮມກັນ ສະເໜີໃຫ້ຂັ້ນເທິງ ລົງມາສ້ອມແປງທາງດັ່ງກ່າວຢູ່ ແຕ່ກໍຍັງບໍ່ທັນມີການສ້ອມແປງເທື່ອ ເຮັດໃຫ້ທາງດັ່ງກ່າວ ຍັງສືບຕໍ່ເປ່ເພ ສ້າງຄວາມບໍ່ສະດວກ ໃຫ້ແກ່ຊາວບ້ານ ແລະ ຜູ້ສັນຈອນໄປມາ.

ໂອ້, ຍັງມີຫຼາຍຈຸດ, ມີຫຼາຍຈຸດເຈົ້າ. ເອົາແຕ່ອັ່ນ ມັນມີຫຼາຍຮ່ວມກັນເນາະ ມີຫຼາຍບ້ານຮ່ວມກັນ ຄືວ່າເສັ້ນທາງອັ່ນ ເສັ້ນທາງຕັ້ງຫຼັກ 21 ນີ້ແມ່ນ ຕັ້ງແຕ່ພຸ້ນແຫຼະ 450 ປີ, ຖະໜົນ 450 ປີ ຈ້ຳຫຼັກ 21 ນີ້ແມ່ນບໍ່ສະດວກເລີຍເຈົ້າ.

ຊາວບ້ານ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນາງເຄີຍໄປທາງເສັ້ນນີ້ຢູ່ຫຼາຍເທື່ອ ແຕ່ບໍ່ໄດ້ທຽວໄປປະຈຳ ກໍພົບວ່າທາງນີ້ເປ່ເພຫຼາຍແທ້. ນາງກ່າວອີກວ່າ ສຳລັບເສັ້ນທາງ ແຖວບ້ານຂອງນາງ ຫາກໍໄດ້ຖືກສ້ອມແປງ ແລະ ປູຢາງແລ້ວເມື່ອບໍ່ດົນຜ່ານມາ.

ໂອ້, ຂ້ອຍບໍ່ໄດ້ທຽວຢູ່ຫັ້ນປະຈຳ. ເພາະວ່າແຖວບ້ານຂ້ອຍມັນເປັນທາງຢາງແລ້ວ ມັນບໍ່ມີບັນຫາຫຍັງລະ ແມ່ນໆ.

ຕໍ່ກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ກ່ຽວຂ້ອງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ເຈົ້າໜ້າທີ່ຂັ້ນບ້ານ ໃນເຂດດັ່ງກ່າວແລ້ວ ແຕ່ບໍ່ສາມາດຕິດຕໍ່ໄດ້.

ທີ່ຜ່ານມາ, ທາງກະຊວງໂຍທາທິການ ແລະ ຂົນສົ່ງຂອງ ກໍໄດ້ຍອມຮັບວ່າ ລັດຖະບານ ຂາດເຂີນງົບປະມານ ໃນການສ້ອມແປງທາງ ເຮັດໃຫ້ການສ້ອມແປງທາງ ຍັງບໍ່ທັນມີຄຸນນະພາບ ແລະ ໄດ້ມາດຕະຖານພຽງພໍ. ນອກຈາກນັ້ນ, ທາງການຍັງບໍ່ສາມາດກວດການ້ຳໜັກລົດບັນທຸກ ໄດ້ຢ່າງມີປະສິດທິພາບ. 

ເຖິງແມ່ນວ່າ ທາງການລາວ ຈະໄດ້ຮັບການຊ່ວຍເຫຼືອ ທາງດ້ານເງິນທຶນ ຈາກອົງການຈັດຕັ້ງສາກົນ ເປັນຕົ້ນ ສະຫະພາບເອີຣົບ, ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ແລ້ວກໍຕາມ, ແຕ່ການສ້ອມແປງທາງບາງໂຄງການ ກໍຍັງມີຄວາມຊັກຊ້າຫຼາຍ ໂຕຢ່າງ ຖະໜົນເລກທີ່ 13 ເໜືອ ແຕ່ສີໄຄ ຫາ ສີເກີດ ຊຶ່ງໄດ້ຮັບການອະນຸມັດເງິນທຶນ ຈາກສະຫະພາບເອີຣົບ ແລະ ມີແຜນຈະເລີ່ມການສ້ອມແປງ ຕັ້ງແຕ່ເດືອນພຶດສະພາ ປີ 2023. ແຕ່ການສ້ອມແປງແທ້ໆ ຫາກໍເລີ້ມເມື່ອທ້າຍປີ 2023 ຈົນເຖິງປັດຈຸບັນ ກໍຍັງບໍ່ທັນສຳເລັດເທື່ອ.

ຫຼ້າສຸດ, ໃນວັນທີ 24 ພຶດສະພາ 2024 ນີ້ ທ່ານ ນາງ ມານູເອວລາ ເຟີໂຣ (Manuela V. Ferro), ຮອງປະທານຫ້ອງການທະນາຄານໂລກ ປະຈຳພາກພື້ນ ອາຊີຕາເວັນອອກ ແລະ ປາຊິຟິກ ໄດ້ພົບປະກັບທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວ ເພື່ອປຶກສາຫາລື ກ່ຽວກັບບຸລິມະສິດ ໃນການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ຂອງລາວ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.