ໂຄງການເຂື່ອນນໍ້າອູ ຈະເປີດລະບົບ ບໍຣິຫານນໍ້າ ແບບລວມສູນ

ອຸ່ນແກ້ວ
2023.11.02
ໂຄງການເຂື່ອນນໍ້າອູ ຈະເປີດລະບົບ ບໍຣິຫານນໍ້າ ແບບລວມສູນ ເຂື່ອນໄຟຟ້າ ນໍ້າອູ 3 ທີ່ ແຂວງຫຼວງພຣະບາງ.
RFA

ໃນວັນທີ 27 ຕຸລາ 2023 ທີ່ຜ່ານມາ, ບໍຣິສັດ ຜລິດໄຟຟ້າ ພະລັງງານນ້ຳ ນ້ຳອູ ຈຳກັດ ພາຍໃຕ້ ບໍຣິສັດ ພາວເວີໄຊນ່າ ຂອງຈີນ ໄດ້ເປີດລະບົບ ການບໍຣິຫານຈັດການນ້ຳ ແບບລວມສູນ ຂອງເຂື່ອນໄຟຟ້ານ້ຳອູ ທັງ 7 ແຫ່ງ ໃນແຂວງຫຼວງພຣະບາງ ແລະ ແຂວງຜົ້ງສາລີ ຢູ່ຫ້ອງປະຊຸມໃຫຍ່ ສູນເຂື່ອນໄຟຟ້ານ້ຳອູ ຂອງແຂວງຫຼວງພຣະບາງ.

ໃນໂອກາດນີ້, ທ່ານ ສົ້ງ ຫຸ້ຍຫົງ ຜູ້ອຳນວຍການໃຫຍ່ ບໍຣິສັດ ຜລິດໄຟຟ້າ ພະລັງງານນ້ຳ ນ້ຳອູ ຈຳກັດ ກ່າວໃນພີທີວ່າ:

“ການຄຸ້ມຄອງ ແບບລວມສູນນີ້ ເພື່ອຍົກລະດັບອັດຕຣາ ການນໍາໃຊ້ພະລັງງານນໍ້າ ແລະ ຄວາມສາມາດໃນການຄວບຄຸມ-ປ້ອງກັນ ໄພພິບັດນໍ້າຖ້ວມ ຂອງບັນດາເຂື່ອນໄຟຟ້າ ນໍ້າອູ, ຍົກລະດັບ ປະສິດທິພາບ ຂອງວຽກງານ ການບໍຣິຫານຄຸ້ມຄອງ ອ່າງເກັບນໍ້າ, ນໍາໃຊ້ສູນບັນຊາການ, ການຈັດການຄຸ້ມຄອງແບບວິທຍາສາຕ ແລະເອົາໃຈໃສ່ ໃນການປະຕິບັດໜ້າວຽກ ເພື່ອຮັບປະກັນ ການດໍາເນີນງານ ໃຫ້ມີຄວາມປອດພັຍ, ມີສະຖຽນຣະພາບ ແລະເປັນການ ປົກປັກຮັກສາ ສິ່ງແວດລ້ອມ.

ສະພາບລະດັບນ້ຳອູ ໃນປັດຈຸບັນ ຖືວ່າແຫ້ງລົງ ຍ້ອນຝົນບໍ່ຕົກປານໃດ ຂະນະທີ່ ເຂື່ອນກໍປ່ອຍນ້ຳ ລົງມາຕາມປົກກະຕິ. ແຕ່ ອີງຕາມຂໍ້ມູນຈາກຊາວບ້ານ, ພາຍຫຼັງສ້າງເຂື່ອນມາ ຊາວບ້ານ ບໍ່ສາມາດຫາກຸ້ງ ຢູ່ນ້ຳອູໄດ້ ມາແຕ່ປີ 2015.

ຊາວບ້ານ ຜູ້ນຶ່ງ ຢູ່ບ້ານໜອງຂຽວ ເມືອງງອຍ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 1 ພຶສຈິກາ 2023 ນີ້ວ່າ:

“ນ້ຳອູກໍເຂົ້າລົງນ້ອຍນຶ່ງ ຊ່ວງທີ່ວ່າຝົນບໍ່ຕົກມານີ້ນ່າ ກໍປ່ອຍປົກກະຕິ ຄັນໜອງຂຽວນີ້ ສ່ວນຫຼາຍກໍມີແຕ່ປານັ້ນແຫຼະ ດຽວນີ້ນ່າ ຢ່າງອື່ນກໍຄືຄ້າຍໆ ທົ່ວໄປ ແຕ່ວ່າເຣື່ອງກຸ້ງເຣື່ອງຫຍັງນີ້ ບໍ່ມີແຫຼະດຽວນີ້ນ່າ ຕັ້ງແຕ່ເຂົາເຮັດເຂື່ອນມານີ້ນ່າ ກຸ້ງແມ່ນບໍ່ມີເລີຍ. ຕະກີ້ມີ ກ່ອນໜ້າ 2015, ຫຼັງ 2015 ນີ້ຖືວ່າບໍ່ມີລ່ະ ກໍອັດເຂື່ອນມາ.

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ພື້ນທີ່ບ້ານໜອງຂຽວ ຕັ້ງຢູ່ລະຫວ່າງ ເຂື່ອນໄຟຟ້ານໍ້າ ອູ 2 ແລະ ເຂື່ອນໄຟຟ້ານໍ້າອູ 3 ຊຶ່ງຕັ້ງຢູ່ໃນເຂດເມືອງງອຍ ແຂວງຫຼວງພຣະບາງ.

ສະພາບການລະດັບນ້ຳອູ ຢູ່ເມືອງຂວາ ແຂວງຜົ້ງສາລີ ໃນຂະນະນີ້ ກໍແຫ້ງລົງ ຕາມສະພາບຣະດູການ ແລະ ທີ່ຜ່ານມາ ຊາວບ້ານກໍເຄີຍປະສົບກັບ ບັນຫານ້ຳຖ້ວມ ມາຈາກເຂື່ອນ ເຊັ່ນດຽວກັນ.

ຊາວບ້ານ ອີກນາງນຶ່ງ ຢູ່ເມືອງຂວາ ແຂວງຜົ້ງສາລີ ກ່າວວ່າ:

ນ້ຳອູແມ່ນຫວະ, ກະບໍ່ໄດ້ຫຼາຍ. ເຈົ້າ, ແຫ້ງລົງລະ. ຢູ່ກ້ອງ ຢູ່ກ້ອງເຂື່ອນ ຂຶ້ນໄປເຂື່ອນ ທໍ່ໃດກໍ 7-8 ຫຼັກນີ້ແຫຼະ. ໂອ້, 5 ຫຼືວ່າ 4 ຂ້ອຍກໍລືມ. ເອີ້! ເຮົາຂີ່ເຮືອລ່ອງໄປເມືອງງອຍ ມັນຊິມີເຂື່ອນນຶ່ງຕິດລ໋ອກຫັ້ນນ່າ ບໍ່ 4 ກໍ 5 ນີ້ແຫຼະ.”

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຫລວງພຣະບາງ ກໍຍັງບໍ່ທັນມີຂໍ້ມູນລະອຽດ ແລະ ໃຫ້ໄປຕິດຕໍ່ນຳບໍຣິສັດ ຜູ້ຄຸ້ມຄອງເຂື່ອນ.

ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫຼວງພຣະບາງ ໄດ້ກ່າວວ່າ:

“ເຈົ້າໄປຖາມພວກອັ່ນ ພວກເຂື່ອນນ້ຳອູເລີຍແມ່. ຂໍ້ມູນຢູ່ກັບເຂົາເຈົ້າໝົດແນ່ ຍັງຄາປະຊຸມຢູ່ນີ້ແຫຼະເດີ້ ຖາມພວກເຂື່ອນເລີຍ ພວກເຂົາເຈົ້າສົ່ງຮູບມາຫັ້ນນ່າ.”

ເຊັ່ນດຽວກັບ ເຈົ້າໜ້າທີ່ ຂແນງພະລັງງານ ແລະ ບໍ່ແຮ່ ນາງນຶ່ງ ຢູ່ແຂວງຫຼວງພຣະບາງ ທີ່ບໍ່ປະສົງອອກຊື່ ແລະຕຳແໜ່ງ ກໍເວົ້າແຕ່ພຽງວ່າ ຍັງບໍ່ທັນມີຂໍ້ມູນ ແລະ ໃຫ້ສົ່ງໜັງສືສເນີ ມາທີ່ພາກສ່ວນກ່ຽວຂ້ອງ.

“ໂອ້, ອ້າຍບໍ່ມີໜັງສືຫຍັງມາເນາະ ອັນນີ້ນ້ອງກໍບໍ່ຮູ້. ແຕ່ອ້າຍເຮັດໜັງສືສເນີ ມາທາງຜແນກເລີຍ.”

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ບໍຣິສັດ ຜລິດໄຟຟ້າ ພະລັງງານນ້ຳ ນ້ຳອູ ຈຳກັດ ແຕ່ບໍ່ສາມາດຕິດຕໍ່ໄດ້.

ໃນປີ 2022 ທີ່ຜ່ານມາ, ຫຼາຍບ້ານ ທີ່ຢູ່ໃນເຂດພື້ນທີ່ນ້ຳອູ ໄຫຼຜ່ານ ກໍເຄີຍປະສົບເຫດນ້ຳຖ້ວມ ຮຸນແຮງ ຍ້ອນຝົນຕົກໜັກ ເປັນຕົ້ນແມ່ນ ຢູ່ບ້ານຫ້ວຍແລ ເມືອງງອຍ ແຂວງຫຼວງພຣະບາງ ແລະ ບ້ານປາກນ້ຳນ້ອຍ ເມືອງຂວາ ແຂວງຜົ້ງສາລີ. ເຫດການດັ່ງກ່າວ ເຮັດໃຫ້ເຂື່ອນໄຟຟ້າ ທີ່ຢູ່ຕອນລຸ່ມ ຕ້ອງໄດ້ເລັ່ງການລະບາຍນ້ຳ ອອກຈາກເຂື່ອນ.

ນອກຈາກນີ້ ໃນເດືອນມິຖຸນາ 2023 ທີ່ຜ່ານມາ, ຊາວບ້ານ ຢູ່ລຸ່ມເຂື່ອນນ້ຳອູ 5 ແຂວງຜົ້ງສາລີ ກໍໄດ້ຮັບຜົລກະທົບ ໃນເຣື່ອງປາຕາຍ ເປັນຈຳນວນຫຼາຍ ທີ່ສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ທາງອາຫານ ແລະການຄ້າຂາຍປາ ໃນພື້ນທີ່ດັ່ງກ່າວ.

ປັດຈຸບັນ, ໂຄງການເຂື່ອນໄຟຟ້ານ້ຳອູ ທັງ 7 ແຫ່ງ ໄດ້ສໍາເລັດການກໍ່ສ້າງ ແລະເປີດນຳໃຊ້ ທັງໝົດແລ້ວ ມີກຳລັງການຜລິດ 1,272 ເມກະວັດ, ມູນຄ່າການລົງທຶນ 2.7 ຕື້ໂດລ້າຣ໌, ໄລຍະເວລາສັມປະທານ 29 ປີ.

ໄຟຟ້າຈາກໂຄງການ ເຂື່ອນນໍ້າອູ ສນອງໃຫ້ ໂຄງການທາງຣົຖໄຟ ລາວ-ຈີນ ແລະ ໂຄງການອື່ນ ທີ່ຕິດພັນກັບ ຂອບການຮ່ວມມື ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.