ແຂວງຫົວພັນ ບໍ່ສາມາດ ຈັດເກັບພາສີ ຈາກການລົງທຶນເອກຊົນ ເຂົ້າຣັຖ
2023.03.15
ປີ 2022 ຜ່ານມາໂຄງການລົງທຶນ ຂອງພາກເອກຊົນ ທັງພາຍໃນ ແລະຕ່າງປະເທດ ໃນແຂວງຫົວພັນປະມານ 20 ປາຍໂຄງການ ທີ່ປະຕິບັດຫລ້າຊ້າ ແລະບໍ່ເປັນໄປຕາມແຜນ ຊຶ່ງເຮັດໃຫ້ແຂວງເສັຽໂອກາດທັງເຣື່ອງການຈັດເກັບ ພັນທະເຂົ້າງົບປະມານ, ການຈ້າງງານ ແລະ ຍັງຕ້ອງເສັຽເວລາ ເພື່ອແກ້ໄຂສັນຍາສັມປະທານ ຄືນໃຫມ່.
ດັ່ງເຈົ້າຫນ້າທີ່ຜແນກ ແຜນການ ແລະ ການລົງທຶນ ແຂວງຫົວພັນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ມີນານີ້ວ່າ:
“ບາງໂຄງການ ກໍປະຕິບັດສັນຍາຊັກຊ້າ ເຣີ່ມຕົ້ນໂຄງການກາຊັກຊ້າຫັ້ນແຫລະ ເນື່ອງຈາກວ່າ ເຂົາມີທຶນຮອນບາງເທື່ອ ກາບໍ່ພຽງພໍ, ການນຳເຂົ້າຊ່ຽວຊານເບາະ ວັດຖຸອຸປກອນແນວໃດຕ່າງໆ ຫັນນ່າ ໂດຍສະເພາະຈີນຫັ້ນນ່າ ກາບໍ່ໄປຕາມແຜນແລ້ວໃດເນາະ ກາບໍ່ໄດ້ຍົກເລີກເນາະ ມີແຕ່ວ່າໃຫ້ສືບຕໍ່ດຳເນີນການຈັດຕັ້ງ ປະຕິບັດໂຄງການຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ໂຄງການສ່ວນໃຫຍ່ ແມ່ນເປັນໂຄງການ ຂອງນັກລົງທຶນຈີນ ທີ່ເຂົ້າມາສຳຣວດ, ສຶກສາຄວາມເປັນໄປໄດ້ ການຂຸດຄົ້ນແຮ່ທາດ ແລະເຂື່ອນໄຟຟ້າ ຂນາດນ້ອຍ ແລະ ຂນາດກາງ ເນື່ອງຈາກໂຄງການເຫຼົ່ານັ້ນ ຂາດເຂີນເງິນລົງທຶນ ຍ້ອນໄດ້ຮັບຜົນກະທົບ ຂອງການຣະບາດ ໂຄວິດ-19 ແລະ ການປິດປະເທດຈີນ ຈຶ່ງເຮັດໃຫ້ໂຄງການເຫຼົ່ານັ້ນ ປະຕິບັດຫລ້າຊ້າ ແລະບໍ່ເປັນໄປຕາມແຜນການ.
ອີງຕາມການຣາຍງານ ຂອງຜແນກແຜນການ ແລະການລົງທຶນ ແຂວງຫົວພັນໄດ້ເປີດເຜີຍ ໃຫ້ຮູ້ວ່າສະເພາະໂຄງການ ລົງທຶນຂອງພາກສ່ວນເອກຊົນ ທັງພາຍໃນ ແລະຕ່າງປະເທດ ທີ່ແຂວງຫົວພັນອອກໃບອະນຸຍາດໃນປີ 2022 ນີ້ມີ 76 ໂຄງການ ໃນນີ້ເປັນໂຄງການທີ່ຍັງເຄື່ອນໄຫວ ປົກກະຕິ ມີ 53 ໂຄງການ.
ສ່ວນໂຄງການ ທີ່ເຄື່ອນໄຫວຫລ້າຊ້າ ບໍ່ໄດ້ຕາມສັນຍາມີ 11 ໂຄງການ ແລະໂຄງການທີ່ບໍ່ມີຄວາມຄືບຫນ້າ ມີ 12 ໂຄງການ ໃນນັ້ນໄດ້ສເນີແຂວງສັ່ງໂຈະ ຊົ່ວຄາວມີ 3 ໂຄງການ ແລະໂຄງການຢຸດກິຈການຊົ່ວຄາວ 5 ໂຄງການ. ນອກຈາກນີ້ ຍັງໄດ້ປະເມີນໂຄງການ ທີ່ສູນກາງອອກໃບອະນຸຍາດ ມີ 18 ໂຄງການ ຊຶ່ງປັດຈຸບັນກຳລັງເລັ່ງ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.
ຊາວລາວຈຳນວນນຶ່ງ ໃນແຂວງຫົວພັນ ໄດ້ສະທ້ອນບັນຫາວ່າ ມີຫລາຍໂຄງການລົງທຶນ ຂອງເອກຊົນຕ່າງປະເທດ ເຂົ້າມາຈັບຈອງເອົາທີ່ດິນ ເພື່ອສຳຣວດ ແລະສຶກສາຄວາມເປັນໄປໄດ້ ໃນການຂຸດຄົ້ນແຮ່ທາດ ແລະມີບາງໂຄງການ ຜ່ານໄປ 3-5 ປີແລ້ວ ກໍຍັງບໍ່ມີການພັທນາໃດໆ ຊຶ່ງເຮັດໃຫ້ຊາວບ້ານ ໃນພື້ນທີ່ອ້ອມຂ້າງ ໂຄງການເລົ່ານັ້ນ ຕ້ອງສູນເສັຽທີ່ດິນ ທຳການກະເສດໄປລ້າໆ ແລະ ຍັງເສັຽໂອກາດ ທີ່ຈະເຂົ້າໄປເຮັດວຽກ ນຳໂຄງການເຫຼົ່ານັ້ນ.
ດັ່ງຊາວລາວຜູ້ນີ້ ໃນເມືອງຊຳເຫນືອ ທີ່ອາສັຍຢູ່ໃກ້ກັບໂຄງການ ສັມປະທານຂຸດຄົ້ນແຮ່ທາດ ຂອງນັກລົງທຶນຈີນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຜ່ານມານີ້ ມັນຍັງບໍ່ທັນມີວ່າ ເຂົ້າມາປະກາດ ໂອ້ມີຄົນຢາກເຂົ້າໄປຈ້າງງານຢູ່ນັ້ນ ຢູ່ນີ້ ແລ້ວຜູ້ໃດຢາກໄປລະໄປເລີຍຍັງບໍ່ທັນມີເນາະ ມີແຕ່ວ່າມີພີ່ນ້ອງບ່ອນທີ່ ເຂົາເຄີຍເຮັດມານັ້ນແລ້ວ ເຂົາຈັ່ງຕິດໄປຕໍ່ໄປແບບນັ້ນນ່າ ຄັນມີແນວນັ້ນກາຊິຫລາຍຄົນ ໄປຢູ່ພວກຊາວຫນຸ່ມ ເຂົາຫັ້ນນ່າ.”
ສ່ວນຊາວບ້ານ ໃນເມືອງຊຳໃຕ້ ແຂວງຫົວພັນ ກ່າວວ່າ ທ່ານເອງກໍອາສັຍ ຢູ່ໃກ້ກັບໂຄງການເຂື່ອນໄຟຟ້າ ນໍ້າຊຳ 3, ຍັງໄດ້ເຂົ້າໄປສະມັກເຮັດວຽກ ເປັນກັມມະກອນ ນຳໂຄງການ ຊຶ່ງຢູ່ພາຍໃຕ້ບໍຣິສັດກໍ່ສ້າງ ຂອງຄົນວຽດນາມ ຈຶ່ງເຮັດໃຫ້ມີຣາຍໄດ້ ມາລ້ຽງຄອບຄົວ ແຕ່ການເປັນກັມມະກອນກໍ່ສ້າງໂຄງການເຂື່ອນໄຟຟ້າ ຈະເຮັດວຽກໄດ້ປະມານ 2-4 ປີ ເມື່ອໂຄງການກໍ່ສ້າງ ສຳເຣັດແລ້ວ ກໍບໍ່ໄດ້ຖືກຈ້າງເຮັດວຽກຕໍ່ ເນື່ອງຈາກບໍ່ແມ່ນຕຳແຫນ່ງຊ່ຽວຊານ. ການເຂົ້າໄປເຮັດວຽກ ຢູ່ໃນໂຄງການລົງທຶນ ຂອງພາກເອກຊົນ ຖືວ່າຍັງມີຊາວບ້ານ ທີ່ເປັນຄົນລາວເຂົ້າໄປເຮັດວຽກນຳຫນ້ອຍ, ເນື່ອງຈາກບາງໂຄງການໃຫ້ຄ່າຈ້າງຖືກ ຫລື ບາງໂຄງການກໍຢູ່ຫ່າງໄກ ຈາກຊຸມຊົນ ຕ້ອງໄປອາສັຍຢູ່ນຳໂຄງການ ຫລາຍເດືອນຈຶ່ງເຮັດໃຫ້ຫລາຍຄົນ ກໍບໍ່ມີຄວາມສະດວກ.
“ຢູ່ນີ້ ເຄື່ອນໄຟຟ້າ ກໍຄົນລາວກັມມະກອນ ກາຫລາຍມີແຕ່ວຽກກັມມະກອນ ຂະເຈົ້າກາໃຫ້ເປັນເງິນເດືອນຜູ້ຕໍ່າສຸດ ກາ 4 ລ້ານປາຍ 5 ລ້ານກີບ ບາງຈຸເຂົາກາມາຖາມ ເຮັດວຽກຕລອດ ແຕ່ວ່າບາງຈຸເຂົາກາເຮັດໄຮ່ເຮັດນາ.”
ຜູ້ປະກອບການ ທຸຣະກິຈໃນເມືອງຊຳເຫນືອ ແຂວງຫົວພັນ ກ່າວວ່າ ໄລຍະຜ່ານມາ ເຫັນຫລາຍໂຄງການລົງທຶນ ຂອງຕ່າງປະເທດ ໄດ້ເຂົ້າມາລົງທຶນ ແລ້ວເປີດຮັບສະມັກ ເອົາຄົນລາວ ເຂົ້າໄປເຮັດວຽກ ແຕ່ຊາວລາວ ສ່ວນໃຫຍ່ ບໍ່ໄດ້ໃຫ້ຄວາມສົນໃຈ ເທົ່າທີ່ຄວນ ເນືື່ອງຈາກຊາວບ້ານ ຄຸ້ນເຄີຍກັບການເຮັດວຽກຢູ່ເຮືອນ ເຮັດການກະເສດ ແລະລ້ຽງສັດ.
ດັ່ງຜູ້ປະກອບການ ທຸຣະກິຈຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສ່ວນຫລາຍ ຂະເຈົ້າເຮັດວຽກຢູ່ບ້ານແລ້ວ ກາແລ້ວຍ້ອນ ປະຊາຊົນຫັ້ນແລ້ວ ເພາະວ່າ ຂະເຈົ້າເຮັດສວນຜັກ ສວນຫຍັງ ຢູ່ບ້ານເລີຍຊີ້ນ່າ.”
ບໍຣິສັດຈັດຫາງານ ແຫ່ງນຶ່ງໃນແຂວງຫົວພັນ ກ່າວວ່າ ຊາວລາວສ່ວນໃຫຍ່ ໃນແຂວງຫົວພັນ ຫາກເປັນກຸ່ມຊາວຫນຸ່ມ ຈະມັກໄປເຮັດວຽກ ນຳໂຮງຈັກໂຮງງານ ຢູ່ໃນເມືອງ ແລະ ເທສບານແຂວງ ເນື່ອງຈຈາກຍັງຕ້ອງການ ຄວາມສະດວກສະບາຍ ທັງເຣື່ອງການເດີນທາງ ບ່ອນພັກ ແລະ ຄ່າຕອບແທນ.
ດັ່ງເຈົ້າຫນ້າທີ່ ບໍຣິສັດຈັດຫາງານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພາກເອກຊົນ ສ່ວນຫລາຍເຮົາໄປຈັດຫາງານນັ້ນ ນີ້ມັນກາຍາກເພາະວ່າ ຕາມເຫັນເຂົາຂະເຈົ້າ ເຂົ້າມາເຂົາກໍເລືອກໄປ ໃນເມືອງຫັ້ນເດ ໄປຢູ່ໂຮງຈັກໂຮງງານແບບຮັບໃຊ້ ເປັນລາຍວັນຫັ້ນນ່າ.”
ກ່ຽວກັບເຣື່ອງນີ້ ທ່ານ ຄຳພັນ ພົມມະທັດ ປະທານອົງການ ກວດກາແຫ່ງຣັຖ ໄດ້ຣາຍງານຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 22 ທັນວາ 2022 ທີີ່ຜ່ານມາວ່າ ບັນຫາການປ່ອຍໃຫ້ເຊົ່າ-ສັມປະທານ ທີ່ດິນຣັຖແຕ່ບໍ່ມີການພັທນານັ້ນ ຍັງມີເຈົ້າຫນ້າທີ່ ພັກ-ຣັຖບານ ຫລາຍຂແນງການ ເຂົ້າໄປພົວພັນ ໂດຍສວຍໂອກາດ ໃຊ້ຕຳແຫນ່ງຫນ້າທີ່ ຂອງຕົນເພື່ອເປີດໂອກາດ ໃຫ້ນັກລົງທຶນມາເຊົ່າ-ສັມປະທານ ທີ່ດິນຣັຖແບບບໍ່ຕ້ອງຈ່າຍພາສີ-ອາກອນ ໃຫ້ກັບຣັຖ.
ນາງ ບຸນຄຳ ວໍລະຈິດ ຣັຖມົນຕຣີ ກະຊວງຊັບພະຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ໄດ້ຣາຍງານຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 07 ທັນວາ 2022 ທີ່ຜ່ານມາ ປັດຈຸບັນຣັຖບານ ໄດ້ດຳເນີນການຮິບໂຮມ ຂໍ້ມູນການເຊົ່າ-ສັມປະທານ ທີ່ດິນໃນຂອບເຂດທົ່ວປະເທດ ເຂົ້າໃນລະບົບຂໍ້ມູນ ໄດ້ຈຳນວນ 2,031 ໂຄງການ ປະກອບມີໂຄງການດ້ານການກະເສດ ຈຳນວນ 800 ໂຄງການ, ໂຄງການພັທນາພະລັງງານໄຟຟ້າ ຈໍານວນ 313 ໂຄງການ, ໂຄງການຂຸດຄົ້ນບໍ່ແຮ່ ຈຳນວນ 899 ໂຄງການ ແລະໂຄງການອື່ນໆ 19 ໂຄງການ.
ນອກຈາກນີ້ ຍັງໄດ້ລຶບຊື່ໂຄງການ ອອກຈາກບັນຊີເຊົ່າ-ສັມປະທານ ທີ່ດິນຣັຖຈຳນວນ 110 ໂຄງການ ຍົກເລີກໂຄງການ ບໍ່ເຄື່ອນໄຫວ, ຫມົດອາຍຸເຊົ່າ-ສັມປະທານ ຈຳນວນ 170 ໂຄງການ ກວມເອົາເນື້ອທີ່ 79,097 ເຮັກຕ້າຣ໌, ຍົກເລີກໂຄງການ ທີ່ບໍ່ແມ່ນການເຊົ່າ-ສັມປະທານ ທີ່ດິນຂອງຣັຖ ຈຳນວນ 13 ໂຄງການ ກວມເອົາເນື້ອທີ່ 311.2 ເຮັກຕ້າຣ໌.