ສັດລ້ຽງຕາຍໜາວຢູ່ພາກເໜືອ
2016.02.04

ງົວ-ຄວາຍ ຫຼາຍກວ່າ ພັນໂຕ ລົ້ມຕາຍ ຢູ່ ແຂວງຫົວພັນ ຍ້ອນ ອາກາດໜາວ ເກີນໄປ ເມື່ອວັນທີ່ 24 ແລະ 25 ເດືອນ ມົກກະຣາ ທີ່ ຜ່ານມາ ຊຶ່ງ ອາກາດໜາວເຢັນ ຈົນມີ ຫິມມະ ຕົກ ເປັນເທື່ອທຳອິດ ໃນລາວ. ເຈົ້າໜ້າທີ່ ຂແນງລ້ຽງສັດ ແລະ ການປະມົງ ແຂວງຫົວພັນ ກ່າວເຖິງ ຈຳນວນ ສັດລ້ຽງຕາຍ ເມື່ອວັນທີ່ 3 ເດືອນ ກຸມພາ ນີ້ວ່າ:
“ຢູ່ໃນເກົ້າເມືອງ ເຮົາສັງລວມ ງົວ ນິ່ 700 ກັບ 80 ໂຕ ຄວາຍນີ່ແມ່ນ 276 ຕາຍ ຫຼາຍກວ່າໝູ່ ກະແມ່ນ ເມືອງຊຳເໜືອ 160 ແຕ່ວ່າ ກະຍັງອີກ ເມືອງນຶ່ງ ບໍ່ທັນມີໂຕເລກ ຣາຍງານມາ ເມືອງຮຽມ ຍັງຕິດຕໍ່ ບໍ່ໄດ້.”
ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ສັດທີ່ຕາຍໜາວ ນັ້ນ ສ່ວນຫລາຍ ແມ່ນງົວ ແລະຄວາຍ ທີ່ ມີອາຍຸ ນ້ອຍບໍ່ເກີນ 1 ປີ ແລະ ສັດທີ່ ເຖົ້າແກ່ແລ້ວ ທີ່ບໍ່ສາມາດ ຕ້ານທານ ກັບ ອາກາດໜາວໄດ້. ເປັນທີ່ ສັງເກດວ່າ ເຈົ້າຂອງສັດ ທີ່ຕາຍໜາວ ຈະຄົວສັດ ແລ້ວເອົາຊີ້ນ ໄປຂາຍ ຢູ່ຕລາດ ເພາະເຊື່ອວ່າ ບໍ່ມີພຍາດຫຍັງ.
ເມື່ອບໍ່ດົນ ຜ່ານມາ ປະຊາຊົນ ຜູ້ສູນເສັຽ ສັດລ້ຽງ ຫຼາຍຮ້ອຍຄົນ ໃນ ແຂວງຫົວພັນ ໄດ້ຮຽກຮ້ອງ ໃຫ້ທາງການ ຊ່ວຍເຫລືອ ໃນ ວິທີໃດ -ນຶ່ງ ເຊັ່ນເອົາ ງົວ-ຄວາຍ ໂຕນ້ອຍ ໂຕໃໝ່ໃຫ້ ຫລືໃຫ້ ຄ່າຊົດເຊີຍ ຫລື ມີນະໂຍບາຍ ໃຫ້ຜູ້ເສັຽຫາຍ ມີສິດຢືມເງິນ ດ້ວຍດອກເບັ້ຽຕ່ຳ ເພື່ອມາເລິ້ມລ້ຽງ ສັດໃໝ່. ປັດຈຸບັນ ຂແນງລ້ຽງສັດ ແຂວງຫົວພັນ ກຳລັງກະຕຽມ ຍື່ນຂໍ້ສເນີ ໄປຫາ ກະຊວງ ກະສິກັມ ແລະປ່າໄມ້ ເພື່ອ ພິຈາຣະນາ ຢູ່.