ປະຊາຊົນ ໃນຫຼາຍແຂວງ ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມ
2023.08.07

ເນື່ອງຈາກຝົນຕົກໜັກແກ່ຍາວ ເປັນເວລາຫຼາຍມື້ ນັບແຕ່ທ້າຍເດືອນກໍຣະກະດາ ຫາວັນທີ 07 ສິງຫາ 2023 ນີ້ເຮັດໃຫ້ນໍ້າປ່າໄຫຼຼຫຼາກ ແລະ ແມ່ນໍ້າຫຼາຍສາຍມີປະຣິມານ ເພີ່ມຂຶ້ນຢ່າງໄວຈົນໄຫຼລົ້ນຝັ່ງ ເຊິ່ງໄດ້ສົ່ງຜົລເຮັດໃຫ້ນ້ຳຖ້ວມ ຖນົນຫົນທາງ, ເສົາໄຟຟ້າ, ເຄືອຂ່າຍໂທລະຄົມມະນາຄົມ, ເຮືອນ, ໄຮ່ນາຮົ້ວສວນ ແລະ ສັດລ້ຽງ ຂອງປະຊາຊົນໃນຫຼາຍເມືອງ ຫຼາຍແຂວງທົ່ວປະເທດ.
ນອກຈາກຝົນຕົກໜັກແລ້ວ ເຂື່ອນກໍປ່ອຍນໍ້າໂດຍຫຼ້າສຸດວັນທີ 06 ສີງຫາ 2023 ບໍຣິສັດ ຜລິດ-ໄຟຟ້າລາວ ມະຫາຊົນຝ່າຍຜລິດ ຂອງເຂື່ອນໄຟຟ້ານໍ້າຄານ 2-3 ແຈ້ງການເລຂທີ 796/ຜ-ຟຟລ.ນຄ 2-3 ໂດຍອີງຕາມສະພາບອາກາດ ໃນປັດຈຸບັນທີ່ມີຝົນຕົກ ລິນຢ່າງຕໍ່ເນື່ອງ ເຮັດໃຫ້ປະຣິມານນໍ້າໄຫຼ ເຂົ້າອ່າງມີເພີ່ມຂຶ້ນ ຈຶ່ງຈຳເປັນຕ້ອງລະບາຍອອກຈາກ ເຂື່ອນໄຟຟ້ານໍ້າຄານ 3 ຫຼາຍຂຶ້ນຈາກປະຣິມານນໍ້າໄຫຼ ອອກປົກກະຕິ ເຊິ່ງປັດຈຸບັນແມ່ນ 187 ແມັດກ້ອນ/ວິນາທີ ມາເປັນ 385 ແມັດກ້ອນ/ວິນາທີ ແລ້ວຈະເຮັດໃຫ້ລະດັບນໍ້າຄານ ຢູ່ລຸ່ມເຂື່ອນໄຟຟ້ານໍ້າຄານ 3 ເພີ່ມຂຶ້ນ ປະມານ 2 ແມັດຈາກລະດັບນໍ້າເດີມ.
ຕໍ່ແຈ້ງການ ຂອງເຂື່ອນໄຟຟ້ານໍ້າຄານ 2-3 ດັ່ງກ່າວເຮັດໃຫ້ວັນທີ 6-7 ສິງຫາ 2023 ຢູ່ບໍຣິເວັນລຸ່ມເຂື່ອນນໍ້າຄານ 2-3 ເຊິ່ງສະພາບນໍ້າຄານໃນມື້ວັນທີ 07 ສິງຫາ 2023 ກຳລັງຂຶ້ນ ແລະຍັງໄຫຼແຮງຢ່າງຕໍ່ເນື່ອງ ຍ້ອນຍັງມີຝົນຕົກຢູ່ຕລອດ ເຮັດໃຫ້ນໍ້າຖ້ວມບ່ອນທຳການຜລິດ ຂອງປະຊາຊົນ ທີ່ຢູ່ລຽບແຄມນໍ້າເສັຍຫາຍ ເປັນຈຳນວນຫຼາຍ ໂດຍສະເພາະພືດພັກສວນຄົວ ລວມໄປເຖິງເຮັດໃຫ້ດິນເຊາະເຈື່ອນ ຫຼາຍແຫ່ງ ເຮືອນປະຊາຊົນຖືກເຊາະເຈື່ອນໄປ ຫຼາຍຫຼັງ ໂຊກດີທຸກຄົນປອດພັຍ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງຕຣຽມແຜນ ລົງຕິດຕາມບ່ອນທີ່ຄາດວ່າ ຈະໄດ້ຮັບຜົລກະທົບ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຊຽງເງິນ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 07 ສິິງຫາ ນີ້ວ່າ:
“ນໍ້າຫຍື່ງຂຶ້ນ ມັນຍັງບໍ່ທັນໄດ້ຖ້ວມເຮືອນປະຊາຊົນ ແມ່ນຫຍັງເທື່ອ ມັນພໍພຽງແຕ່ວ່າຖ້ວມເຄື່ອງປູກ ຂອງຝັງ ຂອງປະຊາຊົນ ທີ່ວ່າໄປເຮັດຢູ່ແຄມນໍ້າຫັ້ນ. ນໍ້າຄານນີ້ແຫຼະ ມັນມີ 3-4 ບ້ານມັນມີດອນໂມ ຊຽງເງິນ, ປາກຂັນ, ປາກແວດ, ບ້ານມູດ ຍ້ອນວ່າຝົນຕົກຫຼາຍມື້ແດ່ ແລ້ວກໍເຂື່ອນມັນກໍເກັບນໍ້າ ໄດ້ຫຼາຍ ແລ້ວເຂົາກໍປ່ອຍອອກ ເພີ່ນກໍກຳລັງກາຕຣຽມ ກຳລັງປະຊຸມກັນ ຊິລົງມາຕິດຕາມເບິ່ງ ສະພາບຫັ້ນແຫຼະ. ເຮົາບໍ່ສາມາດປະເມີນໄດ້ເທື່ອ ວ່າມັນເສັຍອິຫຍັງ.”
ສ່ວນຢູ່ເມືອງຄູນຄຳ ແຂວງຄຳມ່ວນ ເກີດມີຝົນຕົກໜັກຕິດຕໍ່ກັນ ຈົນຮອດວັນທີ 03 ສິງຫາ 2023 ສື່ມວນຊົນລາວຣາຍງານວ່າ ເກີດເຫດມີນໍ້າປ່າໄຫຼລົງມາແຕ່ພູ ຊຸເອົາທ່ອນໄມ້, ຫິນ ແລະ ດິນເຈື່ອນທັບຖົມທາງ 8A ນັບແຕ່ພູໄຮ ບ້ານຄູນຄຳ ເມືອງຄູນຄຳ ຫາ ບ້ານໜອງກອກ ເມືອງຄຳເກີດ ແຂວງບໍຣິຄຳໄຊຈຶ່ງເຮັດໃຫ້ທັບຣົຖບັນທຸກ, ຣົຖກະບະ, ຣົຖເມ ແລະ ຣົຖຈັກ ທັງໝົດ 110 ຄັນ ໃນນັ້ນຕົກເຫວ 5 ຄັນ. ວັນທີ 07 ສິງຫາ 2023 ຝົນຍັງຕົກຢ່າງຕໍ່ເນື່ອງ ແຕ່ສາມາດຊອກຄົ້ນຊ່ອຍເຫຼືອ ຜູ້ປະສົບພັຍທັງເດັກນ້ອຍ, ຜູ້ຍິງ, ຜູ້ຊາຍ, ຜູ້ເຖົ້າ ແລະ ຄົນຕ່າງປະເທດ ໄດ້ທັງໝົດ 72 ຄົນແລ້ວ.
ຂະນະດຽວກັນແສື່ມວນຊົນແຂວງຄໍາມ່ວນແຣາຍງານວ່າ ວັນທີ 05 ສິງຫາ 2023 ຢູ່ເມືອງຄູນຄຳມີປະຊາຊົນ 13,000 ຄົນໃນ 14 ບ້ານ ຫຼືເກືອບເຄິ່ງນຶ່ງ ຂອງປະຊາກອນໃນເມືອງ ໄດ້ຮັບຜົລກະທົບຈາກນໍ້າຖ້ວມ ແຕ່ທາງການກຳລັງ ເລັ່ງໃຫ້ການຊ່ອຍເຫຼືອ ດ້ວຍຄວາມຍາກລໍາບາກ ເນື່ອງຈາກເສັ້ນທາງຖືກຕັດຂາດ ໄຟຟ້າ ແລະເຄືອຂ່າຍໂທລະຄົມມະນາຄົມ ຢຸດໃຫ້ບໍຣິການ ຍ້ອນນໍ້າຖ້ວມເຊັ່ນກັນ ແລະ ທາງເມືອງ ຍັງຕ້ອງການຄວາມຊ່ອຍເຫຼືອ ຈາກສັງຄົມຫຼາຍດ້ານເປັນຕົ້ນ ດ້ານສະບຽງອາຫານ.
ດັ່ງປະຊາຊົນ ຢູ່ບ້ານນາເມືອງ ແລະເມືອງຄູນຄຳ ແຂວງຄຳມ່ວນ ກ່າວໃນມື້ດຽວກັນວ່າ:
“ເຂດນັ້ນມັນໄຟດັບຫັ້ນເດເນາະ ແລ້ວເຂົາເຈົ້າຊ໋າດແບດເຕີຣີ ບໍ່ໄດ້ຫັ້ນນ່າ ເພາະວ່າບໍ່ມີບ່ອນຊ໋າດແບດ ເດ້ ແລ້ວຕິດຕໍ່ຫາເຂົາເຈົ້າບໍ່ໄດ້. ທີຜ່ານມາກໍມີນໍ້າ ແຕ່ກໍບໍ່ຫຼາຍຄືປີນີ້ຫັ້ນນ່າ ມັນຂຶ້ນຫຼາຍ ກໍຈຸ ຈຸເຫຼົ້າຫັ້ນນ່າ ເພາະຝົນຕົກ ນໍ້າມັນຫຼາຍ ແລ້ວມັນຊຸທາງ ແລ້ວທາງຂາດ ດິນເຈື່ອນ ຢູ່ທາງພຸ້ນຫັ້ນນ່າ ເພາະວ່າຕອນນີ້ຄັນເຮົາເມືອເຮົາກໍເມືອບໍ່ໄດ້ ເພາະວ່າເຂົາເຈົ້າຕັນ ທາງນ່າກໍທຸກມື້ນີ້ ພະຍາຍາມຕິດຕໍ່ຫາຢູ່ ກໍຕິດຕໍ່ບໍ່ໄດ້.”
ວັນທີ 3-4 ສິງຫາ 2023 ຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ມີຝົນຕົກໜັກຕິດຕໍ່ກັນໜັກທີ່ສຸດ ຈົນເຮັດໃຫ້ນໍ້າປ່າໄຫຼເຂົ້າຖ້ວມເຮືອນ ແລະທົ່ງນາ ຂອງປະຊາຊົນ. ເສັ້ນທາງບ້ານນາເຄືອໃນ, ບ້ານນາຫິນ, ບ້ານໜອງບົວ, ບ້ານໂພນສະຫວ່າງ ແລະ ບ້ານນາສັງ ເຮັດໃຫ້ການສັນຈອນ ສ່ຽງເກີດອັນຕະຣາຍແຕ່ມາຮອດປັດຈຸບັນ ເສັ້ນທາງດັ່ງກ່າວ ໄດ້ຮັບການສ້ອມແປງຄືນແລ້ວ ພ້ອມທັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງເປີດກອງປະຊຸມ ເພື່ອສຣຸບຄວາມເສັຍຫາຍ ແລະການຊ່ອຍເຫຼືອເປັນອັນດັບຖັດໄປ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງປາກກະດິງກ່າວໃນມື້ດຽວກັນວ່າ:
“ວັນເສົາຕອນເຊົ້ານໍ້າຫຼຸດລົງແລ້ວ ແລ້ວກໍມື້ວານນີ້ເຂົາໄດ້ເຮັດທາງ ເຮັດຫຍັງ ຮຽບຮ້ອຍແລ້ວເດ້. ແຂວງທາງສາມາດທຽວໄດ້ແລ້ວເດ້ ເຂດເມືອງປາກກະດິງແທ້ ກໍສ່ວນຫຼາຍມີແຕ່ຝົນຕົກແຮງ ແລ້ວມັນເປັນນໍ້າຂັງຫັ້ນນ່າ. ນໍ້າໄຫຼບໍ່ທັນ ເປັນຫ້ວຍນ້ອຍ ຫ້ວຍຫຍັງຫັ້ນນ່າ ແລ້ວມັນຫຍື່ງຂຶ້ນຖ້ວມໄຮ່, ຖ້ວມນາ, ຖ້ວມເຮືອນປະຊາຊົນຫັ້ນນ່າ ດຽວນີ້ເພິ່ນກຳລັງເປີດກອງປະຊຸມ ຄະນະຄຸ້າຄອງພັຍພິບັດຫັ້ນນ່າ ແຕ່ລະຂແນງການ ເພິ່ນເຊີນແຕ່ລະພາກສ່ວນ ຕາມຂໍ້ຕົກລົງມາຫັ້ນນ່າ ເພິ່ນຊິຣາຍງານຂໍ້ຕົກລົງ ຂໍ້ມູນລະອຽດຫັ້ນນ່າ.”
ສ່ວນຢູ່ເມືອງໃໝ່ ແຂວງຜົ້ງສາລີ ຝົນຕົກລິນຕິດຕໍ່ກັນຫຼາຍມື້ ເຮັດໃຫ້ນໍ້າປ່າໄຫຼຊຸລົງແມ່ນໍ້າຫຼາຍສາຍມີປະຣິມານນໍ້າຫຼາຍ ໄຫຼລົ້ນຝັ່ງໂດຍສະເພາະແມ່ນ ນໍ້າປ່າໄຫຼລົງປ່ອງໃສ່ແມ່ນໍ້າງໍ ທີ່ຢູ່ເຂດບ້ານໂພນໄຊ ຈຶ່ງເຮັດໃຫ້ເກີດເຫດການນໍ້າໄຫຼລົ້ນຝັ່ງ ຖ້ວມເຮືອນປະຊາຊົນ, ນາ, ສວນ, ສັດລ້ຽງ ແລະ ສຸຂສາລາ ສ່ວນຜົລເສັຍຫາຍ ຈະຣາຍງານຕື່ມ. ປີຜ່ານມາ ບ້ານໂພນໄຊ ບໍ່ໄດ້ເກີດນໍ້າຖ້ວມຄືປີນີ້.
ດັ່ງອຳນາດການປົກຄອງຂັ້ນທ້ອງຖິ່ນກ່າວໃນມື້ດຽວກັນນີ້ວ່າ:
“ນໍ້າກໍລົງແລ້ວດຽວນີ້ກໍຜົລເສັຍຫາຍນີ້ ເຣື່ອງເຮືອນຊານບໍ່ເສັຍຫາຍຫຼາຍປານໃດເນາະ ເພາະວ່ານໍ້າມັນຂຶ້ນກາງເຄິ່ງ ເສົາເຮືອນໄປ, ໝູ, ປາ, ເປັດ, ໄກ່, ເຄື່ອງຂອງໃຊ້ ຢູ່ເຮືອນຄົວຫັ້ນນ່າເນາະ ຢູ່ເຮືອນລຸ່ມເດ້ເນາະແລ້ວກໍຢູ່ສຸຂສາລາເປັນຢາເປັນອີ່ຫຍັງຜ້າຫົ່ມຜ້ານອນຄົນເຈັບຫັ້ນນ່າແລ້ວກໍເຄື່ອງໃຊ້ຂອງສຸຂສາລາເສັຍຫາຍ. ນານີ້ຍັງບໍ່ທັນປະເມີນໄດ້ເທື່ອເນາະ ເພາະວ່ານໍ້າຍັງບໍ່ທັນລົງ ຝົນຕົກຫຼາຍຕິດຕໍ່ກັນ ເປັນ 2-3ມື້ ນໍ້າປ່າສື່ໆ ບໍ່ມີເຂື່ອນ ມີຫຍັງ.”
ທ່ານກ່າວຕື່ມວ່າ ບໍ່ພຽງແຕ່ກຸ່ມບ້ານໂພນໄຊ ທີ່ໄດ້ຮັບຜົລກະທົບ ຈາກນໍ້າຖ້ວມແຕ່ລວມໄປເຖິງບ້ານແສນຕາ ມີເຮືອນຂອງປະຊາຊົນ ຈຳນວນ 4 ຫຼັງ ຖືກເຊາະເຈື່ອນ ຕ້ອງຊ່ອຍກັນມ້າງເຮືອນເພື່ອປຸກເຮືອນໃໝ່ນໍາດ້ວຍ.
ວັນທີ 29 ກໍຣະກະດາ 2023 ເມືອງຫົງສາ ແຂວງໄຊຍະບູຣີ ເກີດຝົນຕົກໜັກ ເຮັດໃຫ້ນໍ້າຕາມສາຍນໍ້າແກນໄຫຼ ເຂົ້າຖ້ວມເຮືອນປະຊາຊົນ ໜັກສຸດຄືບ້ານແທ່ນຄຳ ແລະບ້ານສີບຸນເຮືອງ ມີທັງໝົດ 103 ຄອບຄົວ ທີ່ໄດ້ຮັບຜົລເສັຍຫາຍ. ນອກນັ້ນນໍ້າຖ້ວມເນື້ອທີ່ ທຳການຜລິດມີ 14 ບ້ານ, ປະມານ 100 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ແລ້ວຂົວເຫຼັກເປ່ເພ 1 ແຫ່ງ ລວມມູນຄ່າຜົລເສັຍຫາຍ ທັງໝົດ 910 ລ້ານກີບ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຫົງສາ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ວ່າສະພາບພວກເຮົາຫັ້ນ ມີແຕ່ວັນທີ 29 ຫັ້ນເນາະແຕ່ວ່ານໍ້າ ບໍ່ຫຍື່ງນ່າ ແຕ່ວ່ານໍ້າມັນມາໄວ ລົງໄວບໍ່ເກີນ 3-4 ຊົ່ວໂມງກໍ່ລົງ, ເປັນຕົ້ນກໍໝາກເຜັດ, ໝາກເຂືອ ນີ້ນ່າ ແລ້ວກໍເຂົ້ານາທີ່ນໍ້າຊຸ ແລ້ວກໍເອົາຂີ້ເຫຍື້ອ, ຂີ້ຮາກ, ຂີ້ຊາຍ ໄປຖົມຈັ່ງຊິນ່າ ບາງພາກສ່ວນກໍຄືນມາບາງພາກສ່ວນ ກໍຖົມໄປເລີຍ ຈັ່ງຊີນ່າ ມູນຄ່າເສັຍຫາຍທັງໝົດປະມານ 910 ກ່ວາລ້ານກີບ ແຕ່ວ່າການຊົດເຊີຍ, ການຊ່ອຍເຫຼືອນີ້ ພວກເຮົາສເນີໄປທາງຂັ້ນເມືອງ, ຂັ້ນແຂວງ.”
ວັນທີ 04 ສິງຫາ 2023 ມີປະຊາຊົນບ້ານເມືອງມ່ວນ ເມືອງວຽງທອງ ແຂວງບໍຣິຄໍາໄຊ ມີຜູ້ເສັຍຊີວິດພາຍຫຼັງໄປນອນປ່າ ຊອກຫາກິນຢູ່ພູນໍ້າກູ້ ແຕ່ໃນເວລາກາງຄືນ ມີຝົນຕົກລົງມາຢ່າງແຮງ ແລະບໍ່ຂາດສາຍຈຶ່ງເປັນເຫດເຮັດໃຫ້ ດິນພູເຈື່ອນລົງມາມາທັບ. ວັນທີ 06 ສິງຫາ 2023 ທາງພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ນໍາຮ່າງຂອງຜູ້ເສັຍຊີວິດ ເຮັດພິທີທາງສາສນາ ຕາມຮີດຄອງປະເພນີ.
ພັຍພິບັດເທື່ອນີ້ ຍັງເຮັດໃຫ້ເສັ້ນທາງ ຈາກເມືອງຊໍາເໜືອ ຫາ ນະຄອນຫຼວງວຽງຈັນ ເຂດບ້ານພ້າວ ເມືອງຫົວເມືອງ ແຂວງຫົວພັນ ຖືກຕັດຂາດ ຣົຖບໍ່ສາມາດສັນຈອນ ໄປ-ມາ ໄດ້, ລວມໄປເຖິງ ເມືອງມະຫາໄຊ ແຂວງຄຳມ່ວນ ຂົວບ້ານນາຈານ ຖືກປິດຊົ່ວຄາວ ເພື່ອສ້ອມແປງ ເນື່ອງຈາກຖືກນໍ້າພັດບໍ່ສາມາດນໍາໃຊ້ໄດ້ ແລະ ເສັ້ນທາງຈາກ ເມືອງຊະນະຄາມ, ເມືອງແມດ ແຂວງວຽງຈັນ ເປ່ເພໜັກມີແຕ່ຂຸມ ຂີ້ຕົມ ສ່ວນຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລະດົມພໍ່ແມ່ປະຊາຊົນ ໃຫ້ພາກັນອົບພະຍົບໄປຢູ່ເຂດທີ່ປອດພັຍ.