ນໍ້າເນົ່າຕາມຫ້ວຍຮ່ອງ ຍ້ອນນໍ້າເສັຽ ຈາກ ໂຮງງານຈີນ
2020.01.29
ປະຊາຊົນ ທີ່ລ້ຽງງົວລ້ຽງຄວາຍ 100 ປາຍຄອບຄົວ ໃນ 5 ບ້ານ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ຮຽກຮ້ອງໃຫ້ທາງການກວດກາ ແກ້ໄຂບັນຫານໍ້າເສັຽ ຈາກໂຮງງານ ປລັສຕິກ ຣິໄຊໂກ ຂອງຈີນ ທີ່ຕັ້ງຢູ່ໃນເຂດ ເສຖກິດພິເສດ ສວັນ-ເຊໂນ ພາຍຫຼັງ ທີ່ໂຮງງານແຫ່ງນີ້ ໄດ້ປ່ອຍນໍ້າເປື້ອນລົງໃສ່ຫ້ວຍ ແລະແຫລ່ງອາຫານຂອງສັດລ້ຽງ ຂອງພວກເຂົາເຈົ້າ ເຮັດໃຫ້ສັດເປັນພຍາດ ປາກເປື່ອຍລົງເລັບ; ດັ່ງ ຊາວ ກະສິກອນ ຜູ້ໄດ້ຮັບຜົນກະທົບ ໃນເຂດດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມົກກະຣາ ນີ້ວ່າ:
"ໂຮງງານຂອງຈີນນີ້ແຫຼະ ເຂົາບໍ່ເຮັດອ່າງບໍາບັດນໍ້າເສັຽ ມີແຕ່ຈົກໃຫ້ເປັນອ່າງຊື່ໆ ແລ້ວກໍນໍ້າເສັຽປ່ອຍລົງຫັ້ນ ມັນເຕັມມັນກໍລົ້ນອອກມາໃສ່ ທາງລຸ່ມຫັ້ນ ເປັນນໍ້າລາຍເຫີຍຢູ່ ງົວ-ຄວາຍ ທັງສັດລ້ຽງ ຂອງປະຊາຊົນຫັ້ນນະ ງົວ-ຄວາຍມັນກິນ ມັນຢຽບ ມັນຕີນເປັນປາກເປື່ອຍແລ້ວ ປາກເປື່ອຍລົງເລັບແລ້ວນີ້ ກໍຝາກໃຫ້ທາງຂັ້ນເທິງ ລົງມາເບິ່ງ ມາກວດກາເບິ່ງໂຕຈິງຫັ້ນນະ."
ທ່ານເວົ້າວ່າ ຊາວບ້ານທີ່ໄດ້ຮັບຜົນກະທົບ 100 ປາຍຄອບຄົວ ທີ່ລ້ຽງງົວ ແລະຄວາຍ ທັງໝົດເກືອບ 800 ໂຕນັ້ນ ປັດຈຸບັນ ງົວ-ຄວາຍ ທີ່ໄປກິນນໍ້າ ກິນຫຍ້າ ທີ່ທາງໂຮງງານປ່ອຍນໍ້າເສັຽລົງມາໃສ່ນັ້ນ ເປັນພຍາດປາກເປື່ອຍລົງເລັບ 50 ໂຕແລ້ວ. 5 ບ້ານ ທີ່ວ່ານັ້ນ ມີທັງ ບ້ານຈອມເພັດ, ບ້ານນາທາດ, ບ້ານເຊໂນ.
ນອກຈາກ ງົວ-ຄວາຍ ໄດ້ຮັບຜົນກະທົບແລ້ວ ປາ ຢູ່ຕາມໜອງ ທີ່ຊາວບ້ານຫາ ມາກິນ-ມາຂາຍ ກໍເລີ້ມຕາຍ ດັ່ງປະຊາຊົນອີກທ່ານນຶ່ງ ເວົ້າວ່າ:
"ໂຮງຖົງຢາງນີ້ ເຂົາກໍສິເຮັດໃຫ້ບໍ່ມີຄວາມຮັບຜິດຊອບ ທາງດ້ານສິ່ງແວດລ້ອມປານໃດ ດຽວນີ້ກໍມີສເນີຢູ່ ເພາະວ່າເຂົາປ່ອຍນໍ້າເດແບບວ່າ ໂຮງງານຖົງຢາງນີ້ ມັນສິເປັນອັນເປື້ອນ ສ່ວນຫລາຍແລ້ວກະທົບແລ້ວແມ່ນກະທົບປາ ຢູ່ແຖວໜອງແຖວຫຍັງນີ້ ແຫຼະ ຖືວ່າມັນເລີ້ມຕາຍ ຟູ-ນອງ ຂຶ້ນ."
ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ກອງເລຂາພັກ ເມືອງອຸທຸມພອນ ເວົ້າວ່າ ປັດຈຸບັນ ໄດ້ເຮັດໜັງສືສົ່ງໄປຫາໂຮງງານ ແຫ່ງນີ້ແລ້ວ ແລະ ກໍາລັງເຝົ້າຕິດຕາມຢູ່:
"ທາງເມືອງນີ້ກໍເຮັດບົດແຈ້ງການໄປໃຫ້ຂະເຈົ້າ ປັບປຸງໃໝ່ ຄືວ່າຊົນ ລະຍະນີ້ ຖືວ່າ ຕາມຖາມຫວ່າງວັນທີ 23 ໝູ່ບ້ານເຂົາກໍບໍ່ເຫັນປ່ອຍ ແລ້ວ, ແຕ່ບໍ່ຮູ້ວຂະເຈົ້າ ເຮັດແນວໃດດຽວນີ້ຫັ້ນນະ."
ປະຊາຊົນທີ່ໄດ້ຮັບຜົນກະທົບນັ້ນເວົ້າວ່າ ພາຍຫລັງທີ່ທາງການແຈ້ງເຕືອນໂຮງງານ ນັ້ນໄປແລ້ວ ທາງໂຮງງານກໍໄດ້ປ່ຽນ ເວລາລັກປ່ອຍ ນໍ້າເສັຍລົງມາໃນຍາມກາງຄືນ ຊຶ່ງປົກກະຕິແມ່ນຈະປ່ອຍ ໃນຍາມກາງເວັນ.
ເພື່ອຄວາມກະຈ່າງແຈ້ງ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຂແນງຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງອຸທຸມພອນ ແຕ່ບໍ່ໄດ້ ຮັບຄໍາຕອບ.
ໂຮງງານ ປລັສຕິກ ຣິໄຊໂກ ຂອງຈີນ ທີ່ຕັ້ງຢູ່ໃນເຂດເສຖກິດພິເສດ ສວັນ-ເຊໂນ ນີ້ຖືກສ້າງຂຶ້ນໃນເດືອນມົກກະຣາ ປີກາຍ ແລະໄດ້ເລີ້ມ ສົ່ງຜົນກະທົບຕໍ່ຊາວບ້ານ ມາຕັ້ງແຕ່ກາງປີນັ້ນ.