ເກີດມີປາຕາຍ ຈຳນວນຫຼາຍ ໃກ້ຈຸດກໍ່ສ້າງ ເຂື່ອນໄຟຟ້າ ນ້ຳຊຳ 3 ຢູ່ແຂວງຫົວພັນ

ພອນ ພູມມີທອນ
2023.05.24
ເກີດມີປາຕາຍ ຈຳນວນຫຼາຍ ໃກ້ຈຸດກໍ່ສ້າງ ເຂື່ອນໄຟຟ້າ ນ້ຳຊຳ 3 ຢູ່ແຂວງຫົວພັນ ນີ້ເປັນພຽງຮູບປະກອບຂ່າວ ເຊິ່ງແມ່ນເຫດການທີ່ຊາວບ້ານ ເກັບປາຕາຍ ຈຳນວນຫຼາຍ ຢູ່ແຂວງນຶ່ງທາງພາກເໜືອນ ຂອງລາວ ເມື່ອປີ 2021 ທີ່ຜ່ານ. ສ່ວນເຫດການປາຕາຍ ຈຳນວນຫຼາຍ ຢູ່ສາຍນ້ໍາຊໍາ ເຂດເມືອງຊໍາໃຕ້ ໃກ້ກັບຈຸດກໍ່ສ້າງ ເຂື່ອນໄຟຟ້ານ້ຳຊໍາ 3 ນັ້ນ ຍັງຢູ່ລະຫວ່າງການກວດສອບ ຂອງເຈົ້າໜ້າທີ່ ທາງການລາວ.
ນັກຂ່າວ ພົລເມືອງ

ປັດຈຸບັນ ເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສົມທົບ ກັບ ຫຼາຍພາກສ່ວນທີ່ກ່ຽວຂ້ອງ ກໍາລັງເລັ່ງກວດສອບ ສາເຫດທີ່ມີຝູງປາຕາຍ ຈໍານວນຫຼວງຫຼາຍ ຢູ່ສາຍນ້ໍາຊໍາ ເຂດເມືອງຊໍາໃຕ້ ໃກ້ກັບຈຸດກໍ່ສ້າງ ເຂື່ອນໄຟຟ້ານ້ຳຊໍາ 3 ພາຍຫຼັງຈາກ ເກີດເຫດການຝູງປາຕາຍ ແບບ ບໍ່ຮູ້ສາເຫດ ຢູ່ສາຍນ້ໍາຊໍາ ຕັ້ງແຕ່ວັນທີ 22 ພືສພາ 2023 ເປັນຕົ້ນມາ. 

ເຊິ່ງໃນເບື້ອງຕົ້ນ ກໍໄດ້ອອກແຈ້ງການ ຫ້າມຊາວບ້ານເອົາຊາກຝູງປາ ທີ່ຕາຍ ມາເຮັດເປັນອາຫານຢ່າງເດັດຂາດ ລວມທັງຫ້າມບໍ່ໃຫ້ເອົາປາຕາຍມາຂາຍ.

ດັ່ງ ເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ພືສພາ ນີ້ວ່າ: 


“ມື້ວານນີ້ ທ່ານຮອງເຈົ້າແຂວງ ກັບຫົວໜ້າຜແນກ ກໍໄດ້ລົງເບິ່ງແລ້ວເນາະ ຊິມີແຜນລົງກວດເບິ່ງຫັ້ນໄດ໋ ແລ້ວມີການຕິດອັນໃດ ກໍເຫັນເຂົາມາແຈ້ງມາ ຄືສາທານີ້ ກໍຕຽມລົງ ເຂົາແຈ້ງມາ.”

ສໍາລັບສາເຫດ ທີ່ເຮັດໃຫ້ປາຕາຍຢູ່ສາຍນ້ຳຊໍານັ້ນ ມາຮອດປັດຈຸບັນ ກໍຍັງບໍ່ທັນມີ ການສລຸບເທື່ອ ວ່າເກີດຍ້ອນສາເຫດໃດ ເຊິ່ງຄາດວ່າ ອາດໃຊ້ເວລາດົນພໍສົມຄວນ ຈຶ່ງສາມາດສລຸບໄດ້ ແຕ່ ພາຍຫລັງຈາກເກີດເຫດການ ດັ່ງກ່າວ ກໍເຮັດໃຫ້ຊາວບ້ານ ສ່ວນໃຫຍ່ ບໍ່ກ້າຊື້ປາມາເຮັດເປັນອາຫານອີກ ຍ້ອນຢ້ານອັນຕຣາຍຕໍ່ສຸຂພາບ.

ດັ່ງ ເຈົ້າໜ້າທີ່ ເມືອງຊໍາໃຕ້ ທ່ານນຶ່ງກ່າວວ່າ:

“ປາຕາຍຫັ້ນ ຍັງບໍ່ໄດ້ຄໍາຕອບທີ່ແທ້ຈິງ ເພາະວ່າມີທີມງານກະລົງໄປກວດ ແຕ່ກໍບໍ່ທັນມີຄໍາຕອບເປັນຍ້ອນອັນໃດ ສາເຫດອັນໃດ ປານີ້ ຄົນບໍ່ຢາກຊື້ແລ້ວໄດ໋ ດຽວນີ້.” 

ສ່ວນ ຊາວບ້ານທ່ານນຶ່ງ ທີ່ຢູ່ໃກ້ ຈຸດກໍ່ສ້າງເຂື່ອນໄຟຟ້ານ້ຳຊໍາ 3 ກໍເຊື່ອວ່າ ສາເຫດທີ່ຝູງປາຕາຍຈໍານວນຫຼາຍນັ້ນ ເປັນໄປໄດ້ວ່າ ອາດເກີດຍ້ອນການກໍ່ສ້າງເຂື່ອນດັ່ງກ່າວເຊິ່ງບາງເທື່ອ ຄົນງານກໍ່ສ້າງ ອາດເຮັດສານເຄມີ ໄຫຼລົງນ້ຳຊໍາ ແລະ ການຕາຍຂອງຝູງປາ ຈໍານວນຫຼາຍ ກໍບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ກໍເປັນການຕາຍ ແບບຜິດທັມມະຊາຕ.

ດັ່ງ ທ່ານກ່າວວ່າ: 

“ກໍເຫັນປາຕາຍ ຄ່າເຂົາມີເຂື່ອນລົງມານີ້ນ່າ ບໍ່ແມ່ນທັມມະຊາຕດອກ ເພາະວ່າມັນບໍ່ເຄີຍມີຜ່ານມາເດີ້ ເຂົາມາເຮັດເຂື່ອນນີ້ລະ ກໍໃກ້ໆຊິສໍາເຣັດແລ້ວ ດຽວນີ້ຖືວ່າສໍາເຣັດໄປແລ້ວປະມານ 70 ເປິເຊັນ ແລ້ວບໍ່.” 

ໃນຂະນະທີ່ ຊາວບ້ານອີກຫຼາຍຄົນ ກໍບໍ່ສາມາດຕັດສິນໄດ້ວ່າ ສາເຫດທີ່ເຮັດໃຫ້ປາຕາຍ ໃນນ້ຳຊໍານັ້ນ ແມ່ນເກີດຍ້ອນຫຍັງແທ້ ເຊິ່ງຫຼາຍຄົນກໍກໍາລັງລໍຖ້າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການກວດສອບ ແລະ ສລຸບເຫດການ ຢ່າງຄັກແນ່ ມີແຕ່ວ່າ ໃນໄລຍະທີ່ລໍຖ້າ ຄໍາຕອບຢູ່ນີ້ ກໍເຮັດໃຫ້ຊາວບ້ານ ບໍ່ກ້າກິນປາຈາກນ້ຳຊໍາອີກ ເພາະ ຢ້ານເປັນອັນຕຣາຍອຕໍ່ສຸຂພາບ.

ດັ່ງ ຊາວບ້ານຢູ່ເມືອງຊໍາໃຕ້ ນາງນຶ່ງກ່າວວ່າ:

“ເອ ຢູ່ໃກ້ໆ ຢູ່ນ້ຳຊໍານີ້ແຫຼະ ມີຕາຍ ມື້ວານມື້ກ່ອນນີ້ ແຕ່ວ່າມື້ນີ້ດີແລ້ວເບາະ. ເອ ແມ່ນແຫຼະ ເຂົາແຈ້ງການ ບໍ່ໃຫ້ກິນ ແມ່ນແລ້ວ ພະນັກງານເມືອງ ເຂົາເຈົ້າຍັງໄປເກັບກໍາຢູ່ ຍັງບໍ່ທັນຮູ້ຣາຍລະອຽດ ວ່າເປັນຍ້ອນສາເຫດຫຍັງ.”

ແຕ່ເຖິງຢ່າງໃດກໍຕາມ ກໍມີຊາວບ້ານອີກຈໍານວນນຶ່ງ ທີ່ຊື້ປາມາກິນຢູ່ຕາມປົກະຕິ ເຊິ່ງເປັນປາທີ່ຢູ່ນ້ຳຊໍາ ໃນເຂດເໜືອ ຈາກຈຸດທີ່ມີການກໍ່ສ້າງເຂື່ອນໄຟຟ້ານ້ຳຊໍາ 3 ແລະ ພໍ່ຄ້າແມ່ຄ້າ ບາງສ່ວນ ກໍຍັງຈັບປາມາຂາຍຢູ່ຕາມປົກະຕິ.

ດັ່ງ ຊາວບ້ານອີກນາງນຶ່ງ ກ່າວວ່າ:

“ບໍ່ ກະບໍຍາກ ມັນມີແຕ່ສາຍດຽວລົງໄປ ແລ້ວທາງເທິງມັນ ມັນກະກິນໄດ້ຢູ່ ແຕ່ວ່າເຂົາເຈົ້າຍັງບໍ່ໄດ້ແຈ້ງຜົລມາເທື່ອວ່າ ຕາຍຍ້ອນຫຍັງ ຢູ່ກ້ອງເຂື່ອນ ເຂົາເຈົ້າກະຢ້ານກິນໝົດ.”

ນອກຈາກນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດ ພົງຊັບທະວີ ກຣຸບ ເຊິ່ງເປັນບໍຣິສັດ ເຈົ້າຂອງເຂື່ອນໄຟຟ້ານ້ຳຊໍາ 3 ເພື່ອຖາມກ່ຽວກັບເຫດການດັ່ງກ່າວ ເຊິ່ງພະນັກງານທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ໄດ້ລະບຸພຽງແຕ່ວ່າ ທາງບໍຣິສັດ ບໍ່ຮູ້ກ່ຽວກັບເຫດການ ປາຕາຍດັ່ງກ່າວ ແລະ ບໍ່ສາມາດໃຫ້ຄໍາເຫັນຫຼາຍໄປກ່ວານີ້ໄດ້. 

ສໍາລັບ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຊໍາ 3 ຢູ່ບໍຣິເວນສາຍນ້ຳຊໍາ ລະຫວ່າງ ເມືອງຊໍາໃຕ້ ແລະ ເມືອງວຽງໄຊ ແຂວງຫົວພັນ ປັດຈຸບັນ ກໍາລັງຢູ່ໃນລະຫວ່າງການກໍ່ສ້າງ, ເຂື່ອນດັ່ງກ່າວນີ້ ມີກໍາລັງຕິດຕັ້ງຂນາດ 156 ເມກາວັດ, ລົງທຶນກໍ່ສ້າງ ໂດຍບໍຣິສັດ ນ້ຳຊໍາ 3 ພາວເວີ້ ຈໍາກັດ ເຊິ່ງເປັນບໍຣິສັດ ໃນເຄືອຂອງບໍຣິສັດ ພົງຊັບທະວີ ກຣຸບ ໂດຍມູນຄ່າກໍ່ສ້າງ ຫຼາຍກວ່າ 300 ລ້ານ ໂດລ້າຣ໌ສະຫະຣັຖ, ເຂື່ອນແຫ່ງນີ້ ເຣີ່ມກໍ່ສ້າງ ຕັ້ງແຕ່ປີ 2022 ແລະ ມີກໍານົດກໍ່ສ້າງສໍາເຣັດ ພ້ອມທັງເປີດໃຊ້ ໃນເດືອນ ມິຖຸນາ ປີ 2023 ນີ້, ອີງຕາມ ຂໍ້ມູນຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ເວັບໄຊຕ໌ hobomaps.com.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.