ແມ່ນ້ຳຂອງ ເປັນບ່ອນຫາປາ ທີ່ໃຫຍ່ທີ່ສຸດ, ແຕ່ຕອນນີ້ ປາຫຼຸດລົງຫຼາຍ

ສຸພັດຕາ
2023.03.15
ແມ່ນ້ຳຂອງ ເປັນບ່ອນຫາປາ ທີ່ໃຫຍ່ທີ່ສຸດ, ແຕ່ຕອນນີ້ ປາຫຼຸດລົງຫຼາຍ ຊາວບປະມົງພື້ນບ້ານ ຂີ່ເຮືອຫາປາ ເຂດເມືອງຊະນະຄາມ ແຂວງວຽງຈັນ. ວັນທີ 19 ທັນວາ ປີ 2021.
RFA

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ເປີດເຜີຍຜ່ານຣາຍງານ ກ່ຽວກັບສະພາບລວມ ຂອງອ່າງແມ່ນໍ້າຂອງ ຕັ້ງແຕ່ປີ 2018 ວ່າ ແມ່ນໍ້າຂອງ ມີການຫາປາຫຼາຍ ເປັນອັນດັບໃຫຍ່ທີ່ສຸດໃນໂລກ ໂດຍສາມາດຫາປາໄດ້ປະມານ 2.3 ລ້ານຕັ່ນ, ຄິດເປັນມູນຄ່າເງິນປະມານ 11 ຕື້ໂດລ້າຣ໌ ສະຫະຣັຖ ຕໍ່ປີ ສອດຄ່ອງກັບຣາຍງານ ຈາກອົງການອາຫານ ແລະການກະເສດ ແຫ່ງສະຫະປະຊາຊາຕ ຫຼື FAO ທີ່ລະບຸວ່າ ລຸ່ມແມ່ນໍ້າຂອງ ແລະທະເລສາບນໍ້າຈືດ ໃນກັມພູຊາ ເປັນບໍຣິເວນທີ່ສາມາດຈັບປາ ໄດ້ຫຼາຍທີ່ສຸດໃນໂລກ ໂດຍ 15.8% ຂອງຈໍານວນປາທີ່ຈັບໄດ້ ທັງໝົດທົ່ວໂລກ ຖືກຈັບໄດ້ຢູ່ທີ່ນີ້.

ແຕ່ມາຮອດປັດຈຸບັນ ມີໂຄງການເຂື່ອນໄຟຟ້າ ເຮັດໃຫ້ລະດັບນ້ໍາຜັນຜວນ ແລະປະຣິມານປາທີ່ຈັບໄດ້ຫຼຸດລົງ ບໍ່ແນ່ນອນ, ດັ່ງຊາວປະມົງ ຢູ່ແຂວງອຸດົມໄຊ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມິນາ ນີ້ວ່າ:

“ຊ່ວງນີ້ ຫາໄດ້ທາມະດາຫັ້ນແຫຼະ ເພາະວ່າ ນໍ້າຂຶ້ນນິ່ ເພາະວ່າ ມັນແຫ້ງ ແຕ່ຊ່ວງ 2-3 ມື້ຫຼັງຫັ້ນເນາະ ມັນຂຶ້ນ ແຕ່ວ່າກໍປົກກະຕິ ເພາະວ່າ ນໍ້າຂອງຂະເຈົ້າແປງເຂື່ອນເດ້ 2-3 ມື້ກໍຂຶ້ນ 2-3 ມື້ ລະກະຫາກແຫ້ງ ຂະເຈົ້າປ່ອຍນໍ້າ ປາມັນກໍຫຼາຍ ຂະເຈົ້າບໍ່ປ່ອຍນໍ້າ ລະກະບໍ່ໄດ້ ບໍ່ໄດ້ກິນເນາະ.”

ນອກຈາກການກໍ່ສ້າງໂຄງການເຂື່ອນໄຟຟ້າແລ້ວ ການດູດຫິນດູດຊາຍຈາກແມ່ນໍ້າຂອງ ກໍສົ່ງຜົລກະທົບຕໍ່ລະບົບນິເວດ ແລະຊີວະນາໆພັນນໍາ ເຮັດໃຫ້ຈໍານວນປາ ທີ່ຊາວປະມົງຈັບໄດ້ຫຼຸດລົງ ໂດຍປາເຣີ່ມຫຼຸດລົງໃນໄລຍະ 2 ປີ ທີ່ຜ່ານມາ, ດັ່ງຊາວປະມົງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວວ່າ:

“ປາຕອນນີ້ ຫຼຸດລົງຫຼາຍ ຈະບໍ່ມີປາແລ້ວນ່າທຸກມື້ນີ້ນ່າ ດຽວນີ້ ເຂົາກໍສູບເອົາຊາຍຂຶ້ນມານ່າ ຂະເຈົ້າດູດຫິນດູດຊາຍຫຼາຍນ່າ ກໍມີຜົລກະທົບ ຕໍ່ລາຍໄດ້ຫັ້ນເນາະ ມັນບໍ່ມີປາຈະຂາຍເນາະ ປາຈະກິນຈະຂາຍ ກໍບໍ່ມີເນາະ ມັນກໍຍາກແລ້ວເນາະ.”

ຈໍານວນປາທີ່ຫຼຸດລົງ ບໍ່ໄດ້ສົ່ງຜົລກະທົບຕໍ່ວິຖີຊີວິດ ແລະຄວາມເປັນຢູ່ຂອງຊາວປະມົງແຄມນໍ້າຂອງເທົ່ານັ້ນ ແຕ່ຍັງສົ່ງຜົລກະທົບຕໍ່ພໍ່ຄ້າ-ແມ່ຄ້າ ທີ່ຮັບຊື້ປານໍ້າຂອງນໍາດ້ວຍ ຍ້ອນຫາກຊາວປະມົງ ຫາປາໄດ້ໜ້ອຍ ລາຍໄດ້ຂອງພໍ່ຄ້າ-ແມ່ຄ້າ ກໍຈະໜ້ອຍລົງນໍ້າ, ດັ່ງແມ່ຄ້າຮັບຊື້ປາຢູ່ນະຄອນຫຼວງວຽງຈັນ ເຊິ່ງຮັບຊື້ປານໍ້າຂອງ ຈາກຊາວປະມົງ ໃນແຂວງຈໍາປາສັກເປັນຫຼັກ ນາງນຶ່ງ ກ່າວວ່າ:

“ຜົລກະທົບດ້ານລາຍໄດ້ເດີ້ ເພາະວ່າ ເຮົາບໍ່ມີປາທີ່ຈະສນອງໃຫ້ລູກຄ້າເນາະ ມັນບໍ່ໄດ້ສນອງໄດ້ເຕັມທີ່ ແລ້ວກໍລາຄາມັນຈະແພງເກີນໄປເນາະ ຖ້າລາຄາແພງເກີນໄປ ແລ້ວລູກຄ້າເຮົາ ຂະເຈົ້າກໍບໍ່ສາມາດກິນໄດ້ບາງຣາຍຫັ້ນນ່າ.”

ການຫຼຸດລົງຂອງປານັ້ນ ສາມາດເບິ່ງໄດ້ 2 ແງ່ມຸມ ຄື ສາຍພັນປານໍ້າຂອງຫຼຸດລົງ ແລະປະຣິມານປາ ທີ່ຈັບໄດ້ຫຼຸດລົງ ເຊິ່ງສາຍພັນປານໍ້າຂອງນັ້ນ ມີຈໍານວນຫຼຸດລົງແທ້ ຍ້ອນຜົລກະທົບຈາກການປ່ຽນແປງຂອງລະບົບນິເວດ ແລະຊີວະນາໆພັນຂອງແມ່ນໍ້າຂອງ ແຕ່ຈໍານວນປາທີ່ຈັບໄດ້ນັ້ນ ຂຶ້ນຢູ່ກັບສາຍພັນປານໍາ ຍ້ອນບາງຊະນິດ ອາຈຈັບໄດ້ຫຼາຍຂຶ້ນ ເພາະປາສາມາດປັບໂຕກັບຄວາມຜັນຜວນຂອງແມ່ນໍ້າຂອງໄດ້ແລ້ວ ແລະບາງຊະນິດ ເຊິ່ງເປັນປາອົພຍົບ ກໍມີຈໍານວນຫຼຸດລົງແທ້, ດັ່ງສາສດາຈານ ທວນທອງ ຈຸທາເກດ ອາຈານພາກວິຊາປະມົງ ຄະນະກະເສດສາດ ມະຫາວິທຍາລັຍອຸບົນຣາຊທານີ ກ່າວວ່າ:

“ຖ້າເຮົາຈະນິຍາມຫຼັກໆ ກໍຄື ຫຼຸດລົງໃນຄວາມຫຼາກຫຼາຍຂອງສາຍພັນ ຈາກການເກີດຜົລກະທົບ ເຮົາເຫັນຜົນຊັດເຈນ ແຕ່ໃນເຣື່ອງຂອງປະຣິມານຂອງຜົນຈັບ ມັນມີບາງຊະນິດ ທີ່ອາຈມີແນວໂນ້ມເພີ່ມຂຶ້ນ ແຕ່ບາງຊະນິດ ຫຼືແມ້ກະທັ້ງຫຼາຍໆຊະນິດ ໂດຍສະເພາະ ກຸ່ມທີ່ເຮົາຮຽກວ່າ ປາ ທີ່ເປັນ White fish ທີ່ມີການໂຍກຍ້າຍຖິ່ນ ກໍມີແນວໂນ້ມ ທີ່ເຫັນຊັດເຈນວ່າ ຫຼຸດລົງ.”

ໂດຍການຫຼຸດລົງຂອງປາ ເກີດຈາກຜົລກະທົບ ຂອງການປ່ຽນແປງທີ່ເກີດຂຶ້ນ ໃນແມ່ນໍ້າຂອງເປັນຕົ້ນ:

1-/ ການສ້າງເຂື່ອນໄຟຟ້າ ທີ່ສ້າງຂວາງແມ່ນໍ້າຂອງ ແລະແມ່ນໍ້າສາຂາ ເມື່ອເຖິງຣະດູແລ້ງ ລະຫວ່າງເດືອນ 11 ຫາ ເດືອນ 2 ເຊິ່ງເປັນຣະດູວາງໄຂ່ຂອງປາ ເຮັດໃຫ້ປາວາງໄຂ່ ບໍ່ເຕັມທີ່ ຍ້ອນລະດັບນໍ້າຜັນຜວນ ແລະບ່ອນວາງໄຂ່ຖືກທໍາລາຍ.

2-/ ການຫາປາແບບຜິດກົດໝາຍ ທີ່ມີການໃຊ້ຣະເບີດ, ໝໍ້ຊ໋ອດ ຫຼືມຸດນໍ້າ ເພື່ອຍິງປາໃຫຍ່.

3-/ ການປ່ຽນແປງ ຂອງສະພາບອາກາດທີ່ເກີດຂຶ້ນທົ່ວໂລກ ທີ່ຖືກເລັ່ງໂດຍ ການຕັດໄມ້ທໍາລາຍປ່າ ເພື່ອເຮັດໂຄງການພັທນາຕ່າງໆ ແລະການບຸກເບີກພື້ນທີ່ປ່າທໍາການກະເສດ ກໍເຮັດໃຫ້ເກີດພັຍແຫ້ງແລ້ງ, ພັຍນໍ້າຖ້ວມ ທີ່ເຮັດໃຫ້ບ່ອນທີ່ຢູ່ອາສັຍຂອງປາ ມີການປ່ຽນແປງ.
ເຊິ່ງສາເຫດ ທັງ 3 ນີ້ ພົວພັນກັນ ແລະສົ່ງຜົລກະທົບເຊິ່ງກັນແລະກັນ, ດັ່ງນັກອະນຸຮັກດ້ານການປະມົງ ຊາວລາວ ຜູ້ນຶ່ງກ່າວວ່າ:

“ສາມປັດຈັຍຫຼັກຫັ້ນ ມັນແມ່ນພົວພັນກັນໝົດເນາະ ເພາະວ່າ ຜູ້ພັທນາເຂື່ອນນີ້ ໄປເຮັດສິ່ງນີ້ແລ້ວ ປະຊາຊົນ ຫາປາໄດ້ໜ້ອຍ ບໍ່ມີພໍຢູ່ພໍກິນ ຫຼືວ່າຄ້າຂ້າຍເນາະ ຂະເຈົ້າກໍຕ້ອງຊ໋ອດ ພັທນາເກີນໄປ ມັນກໍມີການປ່ຽນແປງ ຕັດໄມ້ທໍາລາຍປ່າ ໃນເຂດບໍຣິເວນນັ້ນເນາະ ເຄີຍເຂື່ອນເດ້ ກໍສິເຮັດໃຫ້ທັມມະຊາຕນີ້ປ່ຽນແປງ ແບບວ່າ ການປ່ຽນແປງດິນຟ້າອາກາດຫັ້ນນ່າ.”

ເຣື່ອງການຟື້ນຟູແມ່ນໍ້າຂອງ ສາສດາຈານ ທວນທອງ ກ່າວວ່າ ຕ້ອງເຮັດວຽກຫຼາຍລະດັບ ແຕ່ສິ່ງທີ່ມີຜົນຕໍ່ການປ່ຽນແປງ ຂອງແມ່ນໍ້າຂອງຫຼາຍທີ່ສຸດ ກໍຄືໂຄງການເຂື່ອນໄຟຟ້າ ໂດຍເຂື່ອນໄຟຟ້າ ທີ່ມີຢູ່ແລ້ວ ຕ້ອງມີທາງປາຜ່ານ ທີ່ມີປະສິດທິພາບ ແລະເໝາະສົມ ສ່ວນໂຄງການໃນອະນາຄົດ ຫາກມີແຫຼ່ງພະລັງງານພຽງພໍ ຈາກແຫຼ່ງພະລັງງານໄຟຟ້າຈາກເຂື່ອນເດີມ ຫຼືແຫຼ່ງພະລັງງານລົມແລ້ວ ການສ້າງເຂື່ອນໃໝ່ ກໍບໍ່ມີຄວາມຈໍາເປັນ ແລະຄວນຫຼີກລ່ຽງການເພີ່ມຈໍານວນເຂື່ອນ ໃນແມ່ນໍ້າຂອງ ເພື່ອຫຼຸດຜົລກະທົບທີ່ຈະຮຸນແຮງຂຶ້ນ.
ການທໍາການປະມົງທີ່ຍືນຍົງ ເປັນອີກນຶ່ງວິທີ ເພື່ອຟື້ນຟູຈໍານວນປາໃນແມ່ນໍ້າຂອງ ຫາກບໍ່ຈັບລູກປາວັຍອ່ອນ ຫຼືປາຣຸ້ນມາໃຊ້ປໂຍດກ່ອນວັຍ ບໍ່ໃຊ້ເຄື່ອງມືປະມົງຜິດກົດໝາຍ ເປັນຕົ້ນ ຊ໋ອດໄຟຟ້າ, ລະເບີດ ກໍຈະເຮັດໃຫ້ປາໃນແມ່ນໍ້າຂອງ ສ້າງປະຊາກອນສັດນໍ້າຣຸ່ນໃໝ່ ມາຊົດເຊີຽໄດ້ ເພາະປາໃນແມ່ນໍ້າຂອງ ເປັນປາທີ່ໃຫຍ່ໄດ້ໄວ ສາມາດສືບພັນ, ວາງໄຂ່ ເປັນພໍ່ແມ່ພັນໄດ້ ພາຍໃນໄລຍະ 1-2 ປີ.

ດັ່ງນັ້ນ ວິທີການຟື້ນຟູປາ ໃນແມ່ນໍ້າຂອງທີ່ດີທີ່ສຸດ ເພື່ອໃຫ້ປາສາມາດສືບພັນໄດ້ ຕາມວົງຈອນຊີວິດ ຈຶ່ງເປັນການຮັກສາຄວາມສົມບູນຂອງແຫຼ່ງປະມົງ ແລະແຫຼ່ງພື້ນທີ່ສືບພັນ ວາງໄຂຂອງປາເຫຼົ່ານັ້ນ.

ແມ່ນໍ້າຂອງ ເປັນແຫຼ່ງນໍ້າ, ແຫຼ່ງອາຫານ ແລະແຫຼ່ງພະລັງງານ ໃຫ້ແກ່ຜູ້ຄົນປະມານ 70 ລ້ານຄົນ ອີງຕາມການຣາຍງານຂອງນິຕະຍາສານ ເອເຊັຽຕາເວັນອອກສ່ຽງໃຕ້ ກ່ຽວກັບສະຖິຕິ ການປະມົງ ໃນປີ 2020 ລະບຸວ່າ ລາວ ມີຜົນຜລິດຈາກການຫາປານໍ້າຈືດ ໄດ້ 70,000 ຕັ່ນ ສ່ວນກັມພູຊາ ແລະວຽດນາມ ມີຜົນຜລິດຈາກການຫາປານໍ້າຈືດ ໄດ້ 413,200 ແລະ 196,200 ຕັ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.