ຊາວໄທແປດແຂວງຟ້ອງ ຣັຖບານ ໄທ
2017.06.11
ເຄືອຂ່າຍປະຊາຊົນໄທ 8 ແຂວງລຸ່ມແມ່ນ້ຳຂອງ ຫລື ກຸ່ມຮັກຊຽງຂອງ ຂອງໄທ ຟ້ອງໜ່ວຍງານ ຂອງຣັຖບານໄທ ທີ່ບໍ່ປົກປ້ອງ ປະຊາຊົນ ທີ່ຢູ່ແຄມ ແມ່ນ້ຳຂອງ ຊຶ່ງອາຈໄດ້ ຮັບຜົລກະທົບ ຈາກການກໍ່ສ້າງ ເຂື່ອນປາກແບງ ຢູ່ປະເທດລາວ ໃນມື້ວັນທີ 8 ມິຖຸນາ 2017. ນາງ ສ. ຣັດຕະນະມະນີ ພົລກ້າ ທະນາຍຄວາມ ເຄືອຂ່າຍ ປະຊາຊົນ 8 ແຂວງ ຂອງໄທ ກ່າວວ່າ:
"ນາງເວົ້າວ່າ: ມື້ນີ້ ກຸ່ມຮັກຊຽງຂອງ ໄດ້ໃຊ້ເຣຶ່ອງສິດທິມະນຸດ ທີ່ຈະຟ້ອງຫົວໜ້າກົມ ຊັພຍາກອນນ້ຳ ແລະ ຄນະກຳມາທິການ ແມ່ນ້ຳຂອງ ແຫ່ງຊາດໄທ ໃນກໍຣະນີ ທີ່ມີໂຄງການ ເຂື່ອນປາກແບງ ໃນແມ່ນ້ຳຂອງ ແລະນາງເຫັນວ່າ ທັງສາມໜ່ວຍງານ ນີ້ມີໜ້າທີ່ ໃນການປົກປ້ອງ ແລະຮັກສາ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ໃນແມ່ນ້ຳຂອງ ຮວມທັງ ຕໍ່ຊຸມຊົນ ແລະ ປະຊາຊົນໄທ ແຄມຝັ່ງ ແມ່ນ້ຳຂອງ".
ກຸ່ມຮັກຊຽງຂອງ ຂໍໃຫ້ສານພິຈາຣະນາ ຄໍາກ່າວຟ້ອງ ທີ່ກ່ຽວພັນກັບ ໂຄງການສ້າງ ເຂື່ອນປາກແບງ ຢູ່ລາວ 6 ເຣຶ່ອງ ຮວມທັງໃຫ້ໜ່ວຍ ງານຂອງຣັຖບາລໄທທັກທ້ວງ ແລະຄັດຄ້ານ ການກໍ່ສ້າງເຂື່ອນ ໃນແມ່ນໍ້າຂອງຢູ່ ສປປລາວ ແລະ ໃຫ້ແຈ້ງໜ່ວຍງານ ທີ່ກ່ຽວຂ້ອງ ຂອງ ໄທ ລໍການລົງນາມ ໃນສັນຍາ ຊື້ຂາຍໄຟຟ້າ ຈາກເຂື່ອນປາກແບງ ຂອງລາວ ໄປຈົນກວ່າ ຈະມີການສຶກສາ ແລະມີມາຕການ ທີ່ໝັ້ນໃຈ ໄດ້ວ່າ ເຂື່ອນແຫ່ງນີ້ຈະບໍ່ສົ່ງ ຜົລກະທົບຕໍ່ຊຸມຊົນ ໃນປະເທດໄທ. ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ທີ່ໄດ້ຮ່ວມຢູ່ໃນການ ຟ້ອງຮ້ອງ ນັ້ນ ເວົ້າວ່າ:
"ປະເດັນການພັທນາ ແມ່ນໍ້າຂອງ ມີບັນຫາ ເພາະທຶນມັນຂ້າມຊາຍແດນ ແຕ່ວ່າ ກົດຣະບຽບ ກົລໄກ ໂຄງສ້າງຕ່າງໆ ທີ່ຈະຕ້ອງດູແລ ໃຫ້ ເກີດຄວາມກໍ້າເກິ່ງ ໃນເຣຶ່ອງ ສິ່ງແວດລ້ອມ ຊັພຍາກອນ ວິຖີຊີວິດ ມັນຍັງບໍ່ເຖິງ ເພາະເຮົາຢາກໃຫ້ ຜູ້ຄົນໄດ້ຮັບຮູ້ ເຣຶ່ອງນີ້ ແລະກໍຕ້ອງ ແກ້ໄຂ ແລະພັທນາ ໂດຍສະເພາະ ຣະບຽບ ກົດໝາຍຕ່າງໆ ຕ້ອງພັທນາ ໄປຕາມ".
ການຟ້ອງຮ້ອງ ຂອງກຸ່ມຮັກຊຽງຂອງຂອງໄທ ຄັ້ງນີ້ເປັນ ກໍຣະນີ ທີ 2 ຫລັງຈາກ ທີ່ມີການຟ້ອງຮ້ອງ ເຣຶ່ອງເຂື່ອນ ໄຊຍະບູລີ ຕໍ່ໜ່ວຍງານ ຣັຖຂອງໄທ ເມື່ອປີ 2012.
ປັດຈຸບັນ ໂຄງການກໍ່ສ້າງເຂື່ອນປາກແບງ ຢູ່ໃນຂັ້ນຕອນ ຂະບວນການປຶກສາຫາລື ຮັບຟັງຄວາມເຫັນ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຊຶ່ງຈະສິ້ນສຸດລົງໃນວັນທີ 19 ມິຖຸນາ 2017 ນີ້ຫຼັງຈາກທີ່ໄດ້ປະຕິບັດ ມາເປັນເວລາ 6 ເດືອນ ຕາມຣະບຽບການ ຂອງຄນະກໍາມາທິການ ແມ່ນໍ້າຂອງສາກົນ.