ເຂື່ອນຊະນະຄາມ ຈະສົ່ງ ຜົລຮ້າຍ

ໄຊຍາ
2020.06.01
F-Sanakham-MK ແມ່ນໍ້າຂອງ ເຂດ ເມືອງຊະນະຄາມ ແຂວງວຽງຈັນ
RFA/OK

ເຄືອຂ່າຍພາກປະຊາສັງຄົມຂອງໄທ ຈຳນວນ 51 ອົງການ ອອກຖແລງການຮຽກຮ້ອງ ໃຫ້ຣັຖບານໄທທົບທວນ ການຊື້ໄຟຟ້າຈາກເຂື່ອນ ຊະນະຄາມ ເນື່ອງຈາກຈະນຳມາເຊິ່ງຜົລກະທົບ ຕໍ່ ສີ່ງແວດລ້ອມ ແລະຣະບົບນິເວດວິທຍາ ໃນແມ່ນໍ້າຂອງ ຫລັງຈາກຣັຖບານລາວ ໄດ້ສເນີຈະດຳເນີນຂະບວນການ ປຶກສາຫາລືລ່ວງໜ້າ ຫລື PNPCA ໂຄງການ ເຂື່ອນຊະນະຄາມ ຕໍ່ຄະນະກັມມາທິການແມ່ນໍ້າຂອງ ສາກົລ ຫລື MRC ໃນວັນທີ 16 ມິຖຸນາ 2020 ເປັນເທື່ອທຳອິດ.

ດັ່ງທ່ານ ສຸວິດ ກຸຫລາບວົງ ຜູ້ປະສານງານ ສະມາຄົມສົ່ງເສີມ ສິດທິມະນຸດ ແລະ ສິ່ງແວດລ້ອມ ຕາງໜ້າເຄືອຂ່າຍ ພາກ ປະຊາຊົນລຸ່ມ ແມ່ນໍ້າຂອງ ພາກອີສານ ກ່າວຕໍ່ເອເຊັຽເສຣີ ໃນວັນ ທີ 01 ມິຖຸນາ ວ່າ:

"ສິ່ງທີ່ເຮົາຢາກເຫັນກໍຄືວ່າຣັຖບານໄທ ເອງຕ້ອງກົງໄປກົງມາ ກັບປະເດັນ ນີ້ເຣື່ອງເຂື່ອນໃນແມ່ນໍ້າຂອງ ໂດຍສະເພາະ ກໍຣະນີເຣື່ອງຜົລ ກະທົບທີ່ເກີດຂຶ້ນໃນຮອບຫລາຍປີຜ່ານມາ, ຊະນະຄາມນີ້ມັນຢູ່ຕິດ ຊາຍແດນເລີຍ ຂ້ອຍຄິດວ່າຈະຕ້ອງເວົ້າໃຫ້ຊັດເຈັນ ມັນຄວນຈະຕ້ອງເຮັດຫຍັງກັບຜົລກະທົບ ທີ່ເກີດຂຶ້ນ ໃນອະນາຄົດຂ້າງໜ້າ ຖ້າມີເຂື່ອນໂຕນີ້."

ທ່ານກ່າວຕື່ມວ່າ ຣັຖບານໄທ ຕ້ອງເປີດເຜີຍຂໍ້ມູນ ແລະ ຄວາມຈິງຢ່າງຮອບດ້ານກົງໄປກົງມາ ກ່ຽວກັບສະຖານະການ ບັນຫາຜົລກະທົບ ທີ່ເກີດຈາກການພັທນາລຸ່ມນໍ້າຂອງ ຕໍ່ປະຊາຊົນ ໂດຍເປີດພື້ນທີ່ໃຫ້ກັບ ພາກປະຊາສັງຄົມ ແລະ ພາກປະຊາຊົນ ເຂົ້າໄປມີສ່ວນຮ່ວມ ໃນການນຳສເນີບັນຫາ ແລະ ສເນີທາງທາງເລືອກ ດ້ານການພັທນາ ແລະ ແນວທາງການ ຫລຸດຜ່ອນຜົລກະທົບ ທາງສິ່ງແວດລ້ອມ ທີ່ຈະເກີດຂື້ນ ຖ້າເຂື່ອນຊະນະຄາມ ກໍສ້າງຂຶ້ນແທ້.

ທາງດ້ານປະຊາຊົນ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ໃຈແທ້ກໍບໍ່ຢາກໃຫ້ສ້າງ ເຂື່ອນ ຊະນະຄາມ ໃສ່ແມ່ນໍ້າຂອງ ແຕ່ຊາວເມືອງຊະນະຄາມ ຄັດຄ້ານບໍ່ໄດ້ ຖ້າພາກຣັຖບານຕ້ອງການ ສ້າງ. ໃນນາມສ່ວນໂຕກໍພ້ອມສນັບສນູນ ພາກປະຊາສັງຄົມໄທ ທີ່ຈະຄັດຄ້ານໂຄງການ ເຂື່ອນ ຊະນະຄາມ ເພາະເຫັນວ່າຜົລກະທົບ ທີ່ຈະເກີດຂື້ນ ມີຫລາຍດ້ານ:

"ເອີ ບໍ່ເຮັດເຂື່ອນນະເຫັນດີ ຊາວບ້ານມັນຄັດຄ້ານບໍ່ໄດ້ດອກ ຄັນວ່າ ພວກເມືອງພວກຣັຖບານສ້າງແລ້ວກະ ຊາວບ້ານຄັດຄ້ານບໍ່ໄດ້ດອກ ແຕ່ວ່າ ຄັນໄທຄັດຄ້ານ ກະບໍ່ໄດ້ເຮັດດອກໄທບໍ່ຍອມເດ້ ຄັນເຮັດມາ ມັນເປັນເຂື່ອນມາ ລະມັນມີຜົລຂ້າງຄຽງຫລາຍ ເນາະ."

ສ່ວນຊາວບ້ານດອນເມັນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊິ່ງເປັນນຶ່ງໃນບ້ານ ທີ່ຈະໄດ້ ຮັບຜົລກະທົບ ກໍ່ໄດ້ກ່າວໃຫ້ຄວາມເຫັນຕໍ່ເອເຊັຽ ເສຣີ ວ່າປັດຈຸບັນເຣີ່ມມີກຸ່ມຄົນຈຳນວນນຶ່ງ ເຂົ້າມາແປງເສັ້ນທາງ ເພື່ອເຂົ້າໄປໃນຈຸດກໍ່ສ້າງ ເຂື່ອນ ຊະນະຄາມ ແລ້ວ.

ເຄື່ອຂ່າຍກຸ່ມຮັກຊຽງຄານ ແຂວງເລີຍ ປະເທດໄທ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າເນື່ອງຈາກ ເຂື່ອນຊະນະຄາມ ຢູ່ຕິດກັບຊາຍແດນໄທ ສະນັ້ນ ຖ້າຈະມີການສ້າງເຂື່ອນ ຫລືໂຄງການໃດກໍ່ຕາມ ກໍຄວນຈະມີການ ສຶກສາ ຜົລກະທົບດ້ານສິ່ງແວດລ້ອມ ແລະສັງຄົມ ຢ່າງຣະອຽດ ແລະ ຕ້ອງໃຫ້ພາກປະຊາຊົນ ໃນພື້ນທີ່ທັງລາວ ແລະ ໄທ ໄດ້ເຂົ້າຮ່ວມໃນການສຶກສາ ຜົລກະທົບ ແລະຂໍ້ໍສເນີຕ່າງໆ.

"ຈະເຮັດເຂື່ອນ ຫລື ຈະເຮັດຫຍັງ ມັນຈະມີແນວທາງອີຫຍັງ ເຊິ່ງຕ້ອງການສຶກສາ ສຶກສາໂດຍການມີສ່ວນຮ່ວມ ຕ້ອງເປັນສ່ວນຮ່ວມໂດຍ ແທ້ຈິງ ຕ້ອງມີການລົມກັນ ຄວາມກັງວົນ ທີ່ເຮົາບອກໄປ ກະຕັ້ງແຕ່ ທັງຣະບົບນີເວັດ ທັງສັງຄົມ ສິ່ງແວດລ້ອມ ວັທະນາທັມ ເຣື່ອງທ່ອງທ່ຽວ."

ປະຊາຊົນຜູ້ທີ່ອາສັຍ ໃນລຸ່ມແມ່ນໍ້າຂອງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຖ້າການສ້າງເຂື່ອນຊະນະຄາມ ສ້າງຜົລກະ ທົບດ້ານສິ່ງແວດລ້ອມ ແລະ ສັງຄົມຫລາຍກ່ວາຜົລປໂຍດ ທີ່ໄດ້ຮັບກໍບໍ່ຄວນສ້າງເຂື່ອນ ຊະນະຄາມ ຂຶ້ນເພາະສ້າງແລ້ວຈະເຮັດໃຫ້ ວິຖີຊີວິດຂອງຊາວລາວ ແລະໄທ ມີການປ່ຽນແປງ.

"ຄືຖ້າສົມມຸດວ່າສ້າງແລ້ວ ມັນທຳລາຍຣະບົບວິເວດຂອງໄທບ້ານ ມັນກໍ ເປັນຜົລເສັຍເດ້ ມັນກໍບໍ່ຄວນສ້າງນ່າມັນໜ້າ ຈະເສັຍຫາຍຫລາຍກວ່າໄດ້ ມັນຕ້ອງກະທົບກະເທືອນຫລາຍຢ່າງແນ່ໆ ເລີຍ ທັງວິຖີຊີວິດ ທີ່ປ່ຽນໄປຖ້າມັນ ໄດ້ຮັບຜົລເສັຽຫລາຍກວ່າຜົລໄດ້ມັນ ກະບໍ່ຄວນສ້າງ."

ທາງດ້ານທ່ານ ມົນຕຣີ ຈັນທະວົງ ອົງການ Mekong Butterfly ກ່າວຕໍ່ເອເຊຽເສຣີວ່າ ຖ້າເຂື່ອນຊະນະຄາມ ສ້າງຂຶ້ນແທ້ ຈະສ້າງຜົລກະ ທົບຕໍ່ສິ່ງແວດລ້ອມ ໂດຍສະເພາະ ເຣື່ອງການ ຂື້ນ-ລົງ ຂອງນໍ້າທ້າຍ ເຂື່ອນ ທີ່ຈະມີການຂື້ນ-ລົງ ປະມານ 4-5 ແມັດ ໃນແຕ່ລະມື້ ແລະ ຜົລກະທົບນີ້ ຈະຍາວລົງໄປບໍ່ຕໍ່າກ່ວາ 100 ກິໂລແມັດ ຄືກັນກັບເຂື່ອນໄຊຍະບູລີ.

"ຄືຂອງຊະນະຄາມ ຂ້ອຍຄິດວ່າຣັຖບານໄທ ນີ້ຈະຕ້ອງດູແລເປັນພິເສດ ເພາະວ່າມັນຢູ່ໃກ້ຊາຍແດນໄທ 2-3 ກິໂລແມັດ ໃນການເປີດ-ປິດນໍ້າ ອັນນີ້ມັນມີຜົລກະທົບໂດຍກົງ ເພາະສະນັ້ນໃນຣັສຫມີ 100 ກິໂລແມັດ ຣະດັບນໍ້າຈະຂຶ້ນລົງ ໄດ້ເຖີງ 4-5 ແມັດຕໍ່ວັນ ມັນຈະເລີຍຜ່ານຊຽງຄານ ລົງໄປເຖີງເມືອງປາກຊົມ ເພາະສະນັ້ນຜົລທົບ ອັນນີ້ ມັນຊັດເຈັນ."

ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຍັງກົມທຸຣະກິດ ພະລັງງານ ກະຊວງພະລັງງານແລະ ບໍ່ແຮ່ ເພື່ອຖາມລາຍຣະອຽດໂຄງການ ເຂື່ອນ ຊະນະຄາມ ແຕ່ເຈົ້າໜ້າທີ່ ຍັງບໍ່ທັນພ້ອມໃນ ການໃຫ້ຂໍ້ມູນເຣື່ອງ ເຂື່ອນຊະນະຄາມ.

ອີງຕາມການຣາຍງານຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມຂອງໂຄງການ ເຂື່ອນຊະນະຄາມ ຣະບຸວ່າ ປະຊາຊົນທີ່ອາສັຍຢູ່ ແຄມນໍ້າຂອງ ຈຳນວນ 03 ບ້ານ 267 ຄອບຄົວ 1,127 ຄົນ ຈະຖືກໂຍກຍ້າຍ ອອກຈາກບ້ານເດີມດັ່ງນີ້. ບ້ານດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນ ຈຳນວນ 36 ຄອບຄົວ ຮວມ 155 ຄົນ, ບ້ານຫ້ວຍລ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈຳນວນ 81 ຄອບຄົວ ຮວມ 323 ຄົນ, ບ້ານແຄ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈຳນວນ 150 ຄອບຄົວ ຮວມ 649 ຄົນ.

ນອກຈາກນີ້ຍັງມັງມີປະຊາຊົນ ທີ່ອາສັຍຢູ່ເໜືອ ເຂື່ອນ ຊະນະຄາມຈຳນວນ 10 ບ້ານ 354 ຄອບຄົວ ຮວມ 1,808 ຄົນ . ທັງໝົດ 03 ເມືອງຄື ເມືອງຊະນະຄາມ ແຂວງວຽງຈັນ, ເມືອງແກ່ນທ້າວ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ຈະໄດ້ຮັບຜົລກະທົບເຣື່ອງທີ່ດິນ ແລະ ໂຍກຍ້າຍອອກຈາກບ່ອນເກົ່າ ພຽງບາງສ່ວນ. ໂຄງການນີ້ຍັງຈະສົ່ງຜົລກະທົບ ທາງອ້ອມຕໍ່ປະຊາຊົນ ລຸ່ມນໍ້າຂອງ ໃນລາວແລະໄທ ທີ່ອາສັຍຢູ່ເໜືອເຂື່ອນ ແລະ ທ້າຍເຂື່ອນ ປະມານ 20.000 ຄົນ.

ສຳລັບຂະບວນການປຶກສາຫາລືລ່ວງໜ້າ ໂຄງການເຂື່ອນຊະນະຄາມ ຈະເຣີມຂື້ນເທື່ອທຳອິດ ໃນວັນທີ 16 ມິຖຸນາ 2020 ເປັນຕົ້ນໄປຮວມ ໄລຍະເວລາ 06 ເດືອນ, ໂຄງການ ເຂື່ອນຊະນະຄາມ ມີຂນາດ 684 ເມກາວັດ ໂດຍມີ ບໍຣິສັດ Datang ( Lao ) Sanakham Hydropower ຈຳກັດ ຂອງຈີນ ເປັນຜູ້ພັທນາໂຄງການ ມູນຄ່າການກໍ່ສ້າງ 2,073 ລ້ານ ໂດລາ ສະຫະຣັຖ ໃນນີ້ເງີນ 27,2 ລ້ານໂດລາ ສະຫະຣັຖ ຈະນຳໄປໃຊ້ໃນ ການຊົດເຊີຍ ຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ.

ການກໍ່ສ້າງໂຄງການເຂື່ອນຊະນະຄາມ ຈະເຣີ້ມໃນປີ 2020 ແລະ ກຳນົດໃຫ້ສຳເຣັດໃນປີ 2028 ສ່ວນໄຟຟ້າ ທີ່ຜລິດຈາກເຂື່ອນຊະນະຄາມ ຈະສົ່ງຂາຍໃຫ້ກັບ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.