ເຄືອຂ່າຍໄທຈະຟ້ອງ ເຂື່ອນ ຫຼວງພຣະບາງ
2020.02.18

ເຄືອຂ່າຍພາກປະຊາສັງຄົມ ລຸ່ມແມ່ນໍ້າຂອງ 8 ແຂວງ ພາກອີສານຂອງໄທ ຈະຟ້ອງຕໍ່ສານປົກຄອງສູງສຸດຂອງໄທ, ຕໍ່ອົງການຢູແນັສໂກ ມໍຣະດົກ ໂລກ ແລະອົງການ ສະຫະປະຊາຊາດ ຖ້າຫາກວ່າ ໂຄງການເຄື່ອນຫລວງພຣະບາງ ທີ່ ບໍຣິສັດ ຊ. ການຊ່າງ ຂອງໄທ ເປັນ ຫຸ້ນສ່ວນນັ້ນ ເລີ້ມດໍາເນີນການກໍ່ສ້າງ ຍ້ອນວ່າ ທີ່ຜ່ານມາ ໂຄງການເຂື່ອນໄຊຍະບູຣີ ທີ່ບໍຣິສັດດັ່ງກ່າວ ຮັບຜິດຊອບ ໄດ້ສົ່ງຜົນກະທົບ ຢ່າງຫລວງຫລາຍໃນເວລານີ້ ແລະ ຍັງບໍ່ສາມາດແກ້ໄຂໄດ້; ດັ່ງຍານາງ ຣັດຕະນະມະນີ ພົນກ້າ ທະນາຍຄວາມຂອງເຄືອຂ່າຍ ພາກ ປະຊາສັງຄົມ ດ້ານ ແມ່ນໍ້າຂອງໃນໄທ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ກຸມພາ ນີ້ວ່າ:
“ເຂື່ອນຫລວງພຣະບາງນີ້ ກໍຈະສົ່ງຜົນໃຫ້ເກີດບັນຫາ ຍ້ອນວ່າ ເມື່ອແມ່ນໍ້າຂອງ ມີເຂື່ອນ 3-4 ແຫ່ງ ມັນຈະສົ່ງຜົນກະທົບ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນໍ້າຂອງຕອນລຸ່ມ ສະນັ້ນ ຈຶ່ງມີສິດທີ່ຈະຮ້ອງຟ້ງ ຕໍ່ອົງການສະຫະປະຊາຊາດ, ອົງການ ມໍຣະດົກ ໂລກ ແລະຄິດວ່າ ການຟ້ອງຄະດີນີ້ ກໍແມ່ນອີກເຣື້ອງນຶ່ງ ທີ່ພວກເຮົາຕ້ອງໄດ້ເຮັດຕໍ່ ເພື່ອໃຫ້ເກີດການຄຸ້ມຄອງສິດ ຂອງທັງແມ່ນໍ້າ ແລະ ປະຊາຊົນຕໍ່ໄປ.”
ແລະ ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍຂອງໄທ ກໍໄດ້ກ່າວເຖິງໂຄງການ ເຂື່ອນຫຼວງພຣະບາງ ຕໍ່ວິທຍຸ ເອເຊັຍເສຣີ ໃນໄລຍະເດີນທາງໄປສານປົກຄອງ ໄທ ເພື່ອໃຫ້ຂໍ້ມູນເພີ້ມຕື່ມ ໃນຄະດີ ເຂື່ອນໄຊຍະບູຣີ ນໍາດ້ວຍນັ້ນ ວ່າມາຮອດປັດຈຸບັນ ຜົນກະທົບຈາກ ເຂື່ອນແມ່ນໍ້າຂອງ ໃນປະເທດຈີນ ຫລາຍແຫ່ງ ແລະ ຈາກເຂື່ອນໄຊຍະບູລີ ກໍຫລວງຫລາຍ ແລະຍັງບໍ່ທັນມີການແກ້ໄຂ. ຫາກມີເຂື່ອນຫລວງພຣະບາງ ອີກ ປະຊາຊົນທີ່ຢູ່ທ້າຍນໍ້າ ຕັ້ງແຕ່ລາວ ໄປຮອດ ວຽດນາມ ກໍຈະຍິ່ງລໍາບາກ ຕື່ມອີກ ດັ່ງທີ່ທ່ານກ່າວວ່າ:
”ຂ້ອຍເບິ່ງວ່າ ເຂື່ອນຫລວງພຣະບາງ ແມ່ນເຂື່ອນໂຕນຶ່ງ ໃນແມ່ນໍ້າຂອງ ທີ່ຈະສ້າງຜົນກະທົບຫລາຍ ຕໍ່ສິ່ງແວດລ້ອມ ການຫາຢູ່ຫາກິນ ເຣຶ່ອງເສຖກິດຫລາຍຢ່າງ ຂອງຄົນຫລວງພຣະບາງ ອັນສໍາຄັນທີ່ສຸດ ຄືຫລວງພຣະບາງ ເປັນເມືອງ ມໍຣະດົກໂລກ ແລ້ວຈະໄປສ້າງເຂື່ອນ ຕິດກັບເມືອງນີ້ ມັນຖືກຕ້ອງບໍ ຄິດວ່າຄົນລາວ ພີ່ນ້ອງລາວຄວນຕື່ນໂຕ ຍ້ອນມັນຈະມີຜົນກະທົບໂດຍກົງ. ຂ້ອຍຢາກຖາມວ່າ ຄົນຫລວງ ພຣະບາງ ຈະຮູ້ສຶກແນວໃດ ຖ້າຍົກເລີກເຣຶ່ອງ ມໍຣະດົກໂລກ.”
ທາງດ້ານຍານາງ ອ້ອມບຸນ ທິບສຸນາ ປະທານສະມາຄົມເຄືອຂ່າຍ ອົງການ ທຸຣະກິດຊຸມຊົນ 8 ແຂວງ ລຸ່ມແມ່ນໍ້າຂອງພາກອີສານ ຂອງໄທ ກໍເວົ້າວ່າ ຢາກຮ້ອງຂໍໃຫ້ ຜູ້ມີສ່ວນໄດ້ສ່ວນເສັຍ ກັບເຂື່ອນໄຊຍະບູລີ ແກ້ໄຂບັນຫາທີ່ເກີດຂຶ້ນ ຈາກເຂື່ອນ ໄຊຍະບູຣີນີ້ກ່ອນ ກ່ອນທີ່ຈະໄປ ຮ່ວມໂຄງການ ເຂື່ອນ ຫຼວງພຣະບາງ; ດັ່ງທີ່ຍານາງ ກ່າວວ່າ:
“ສປປລາວ ກໍາລັງຊຸກຍູ້ເຂື່ອນອີກໂຕນຶ່ງ ຄືເຂື່ອນຫລວງພຣະບາງ ຊຶ່ງໃຊ້ແບບກໍ່ສ້າງດຽວກັນ ຜູ້ພັທນາໂຄງການ ກໍທິມດຽວກັນ ແລະ ໃຊ້ ເທັກໂນໂລຈີ ດຽວກັນ ເຣຶ່ອງ ເຂື່ອນໄຊຍະບູຣີ ຍັງບໍ່ທັນແກ້ໄຂແລ້ວຈະໄປເຮັດ ເຂື່ອນຫຼວງພະບາງ ອີກນີ້ເຮົາກັງວົນ ຫຼາຍ ໃນເຣຶ່ອງນີ້ ພວກເຮົາຍັງຢືນຢັນ ຢູ່ຄໍາເດີມ ອັນເກົ່າບໍ່ທັນແກ້ຈ ະໄປອັນໃໝ່ໄດ້ຈັ່ງໃດ.”
ໂຄງການເຂື່ອນຫລວງພະບາງ ຂນາດ 1,460 MW, ມີແຜນທີ່ ຈະກໍ່ສ້າງໃນປີ 2020 ນີ້.