ຊາວບ້ານ ຫຼີກໃຫ້ເຂື່ອນຫຼວງພຣະບາງ ຢາກໄດ້ເຮືອນ ຕາມສັນຍາ
2022.03.31

ຊາວບ້ານ ບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ ຈຳນວນ 74 ຄອບຄົວ ລວມກັນເປັນ 316 ຄົນ ທີ່ຖືກຜົລກະທົບ ຈາກໂຄງການ ເຂື່ອນຫຼວງພຣະບາງ ແລະ ເປັນບ້ານທຳອິດ ທີ່ຈະຖືກໂຍກຍ້າຍ ໄປຢູ່ເຮືອນຈັດສັນໃໝ່ ເນື່ອງຈາກບ້ານຫ້ວຍຢໍ້ ເປັນຈຸດທີ່ຕັ້ງ ຂອງໂຄງການ ເຂື່ອນຫຼວງພຣະບາງ.
ຂະນະທີ່ຊາວບ້ານ ພາກັນຮຽກຮ້ອງ ໃຫ້ຜູ້ພັທນາໂຄງການ ກໍ່ສ້າງເຮືອນຈັດສັນ ໃຫ້ໄດ້ຕາມສັນຍາ ຄືເຮືອນແຕ່ລະຫຼັງ ຕ້ອງມີດິນປຸກສ້າງ ຂນາດ 20 ຄູນ 20 ແມັຕ ແລະ ບໍ່ໃຫ້ຫຼຸດ-ໂຕນ ຈົນເກີນໄປ.
ດັ່ງຊາວບ້ານ ບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມີນາ ນີ້ວ່າ:
“ຄືວ່າແຫຼະ ກະຢາກຮຽກຮ້ອງ ທາງບໍຣິສັດຕື່ມ ເວົ້າເຣື່ອງການປັບຜັງບ້ານ ຢາກໃຫ້ມັນບໍ່ຫຼຸດ-ໂຕນກັນຫຼາຍ, ບາງບ່ອນກະບໍ່ໄດ້ລະດັບ. ເວົ້າເຣື່ອງເນື້ອທີ່ປຸກສ້າງ ມັນບໍ່ໄດ້ ຕາມປະຊາຊົນຄິດວ່າ 20 ຄູນ 20 ແມັຕ, ບາງບ່ອນມັນບໍ່ໄດ້.”
ຊາວບ້ານຜູ້ນີ້ ອະທິບາຍວ່າ ເຮືອນຈັດສັນໃໝ່ ທີ່ທາງໂຄງການ ກຳລັງກໍ່ສ້າງໃຫ້ນັ້ນ, ມີເຮືອນຈຳນວນຫຼາຍຫຼັງ ມີຂນາດດິນ ບໍ່ຮອດ 20 ຄູນ 20 ແມັຕ ເຮັດໃຫ້ພື້ນທີ່ເຮືອນຈັດສັນ ຄັບແຄບ ບໍ່ພຽງພໍຕໍ່ການປູກພືດ ແລະ ລ້ຽງສັດ ໃນອະນາຄົດ ຫຼືບາງຄອບຄົວ ຢາກຕໍ່ເຕີມ ໃຫ້ກວ້າງຂວາງຂຶ້ນ ກໍຈະມີຄວາມຫຍຸ້ງຍາກ ຫຼາຍສົມຄວນ.
ນອກຈາກນີ້, ພື້ນທີ່ກໍ່ສ້າງ ເຮືອນຈັດສັນໃໝ່ ແມ່ນສ້າງຢູ່ເທິງພູສູງ ເຮັດໃຫ້ເຮືອນແຕ່ລະຫຼັງ ມີການຫຼຸດ-ໂຕນກັນ ຈົນເກີນໄປ. ບາງຫຼັງຢູ່ສູງ ບາງຫຼັງຢູ່ຕ່ຳ ອາຈເກີດບັນຫາ ດິນຍຸບໂຕໄດ້ ໃນອະນາຄົດ ຫາກມີຝົນຕົກໜັກ ກໍເປັນຂໍ້ກັງວົນ ຂອງຊາວບ້ານ ແລະ ຂໍໃຫ້ຜູ້ພັທນາໂຄງການ ຂຍາຍເນື້ອທີ່ ບ້ານຈັດສັນໃໝ່ ໃຫ້ກວ້າງຂວາງຂຶ້ນອີກ ເນື່ອງຈາກວ່າ ໃນອະນາຄົດຕໍ່ໜ້າ ຫາກມີລູກຫຼານແຕ່ງດອງ ແລ້ວຢາກສ້າງເຮືອນ ໃກ້ເຂດບ້ານ ເພື່ອອາສັຍຢູ່ໃກ້ກັບພໍ່-ແມ່ ກໍຈະສະດວກສບາຍ ບໍ່ຕ້ອງພາກັນອົບພະຍົບ ໄປຫາຢູ່ບ່ອນໃໝ່.
ສ່ວນເຣື່ອງເງິນຊົດເຊີຍນັ້ນ, ຜູ້ພັທນາໂຄງການ ແລະ ທາງການລາວ ໄດ້ຕົກລົງ ຈະທົດແທນໃຫ້ຊາວບ້ານ ທີ່ຖືກຜົລກະທົບ ຈຳນວນ 70 ລ້ານກີບ ຕໍ່ເຮັກຕ້າຣ ສຳລັບທີ່ດິນ ທີ່ຕິດຫົນທາງ ແລະ ຈຳນວນ 30-50 ລ້ານກີບ ສຳລັບທີ່ດິນ ທີ່ບໍ່ຕິດກັບຫົນທາງ, ແຕ່ຊາວບ້ານເຫັນວ່າ ທັງອັດຕຣາ 70 ລ້ານກີບ ແລະ 30-50 ລ້ານກີບ ຕໍ່ເຮັກຕ້າຣ ຖືເປັນການທົດແທນ ທີ່ຕ່ຳຫຼາຍ, ບໍ່ສົມເຫດສົມຜົລ ແລະ ບໍ່ຍຸຕິທັມ ກັບຊາວບ້ານ ເປັນຢ່າງຍິ່ງ, ເຊິ່ງເງິນຈຳນວນດັ່ງກ່າວ ບໍ່ສາມາດໄປຊອກຊື້ທີ່ດິນ ບ່ອນໃໝ່ໄດ້ແລ້ວ.
ດັ່ງຊາວບ້ານ ບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ ອີກຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມີນາ ນີ້ວ່າ:
“ໂອ້, ເພິ່ນໃຫ້ເຮັກຕ້າຣນຶ່ງ ແຕ່ 50 ລ້ານກີບ ເພິ່ນກະວ່າ ນາເຮົາຢູ່ບ້ານນອກ ບໍ່ມີທາງຣົຖທຽວ ເປັນໄປບໍ່ໄດ້ຕີ້. ແລ້ວບາດນີ້ ທາງພວກຊາວບ້ານ ຂະເຈົ້າລະວ່າ ຄັນໃຊ້ຖືກແລ້ວ ຂະເຈົ້າຊິວ່າ ຂໍດິນນາຫັ້ນຄືນ. ຖ້າບາດແລ້ວໂຄງການແລ້ວ ຂະເຈົ້າເລີກແຄັມອອກແລ້ວ ຂະເຈົ້າຂໍໃຫ້ແປງດິນນາຫັ້ນຄືນ ໃຫ້ຄືເກົ່າ. ມັນບໍ່ສົມ ໄປຊື້ບ່ອນໃໝ່ກະບໍ່ໄດ້.”
ຊາວບ້ານຜູ້ນີ້ ຍັງຮຽກຮ້ອງອີກວ່າ ຂໍໃຫ້ຜູ້ພັທນາໂຄງການ ແລະ ທາງການລາວ ພິຈາຣະນາ ການຊົດເຊີຍຄືນໃໝ່, ໂດຍອີງຈາກຂໍ້ສເນີ ຂອງຊາວບ້ານ ກໍຄືຈຳນວນ 100 ລ້ານກີບ ຕໍ່ເຮັກຕ້າຣ ຈຶ່ງຈະສົມເຫດສົມຜົລ ແລະ ບໍ່ເອົາປຽບຊາວບ້ານ ຈົນເກີນໄປ. ຖ້າຫາກບໍ່ໄດ້ ຕາມຂໍ້ສເນີ ຂອງຊາວບ້ານ ຊາວບ້ານກໍຈະຮຽກຮ້ອງ ຂໍເອົາດິນນາຄືນ.
ກ່ຽວກັບຂໍ້ກັງວົນ ຂອງຊາວບ້ານນີ້, ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ ເຣື່ອງການກໍ່ສ້າງ ເຮືອນຈັດສັນໃໝ່ນັ້ນ, ຈະຊ່ອຍຕິດຕາມ ກວດກາ ນຳຜູ້ພັທນາໂຄງການ ຄືນໃໝ່ ເພື່ອຄວາມສບາຍໃຈ ຂອງຊາວບ້ານ. ສ່ວນເຣື່ອງເງິນຊົດເຊີຍ ກໍເປັນໄປຕາມລະບຽບ ຂອງທາງການລາວ ທີ່ຜ່ານການປະເມີນ ແລະ ເຫັນດີ ຈາກພາກສ່ວນ ທີ່ກ່ຽວຂ້ອງແລ້ວ, ເຊິ່ງຊາວບ້ານ ທີ່ຖືກຜົລກະທົບ ກໍຈະໄດ້ຮັບການຊົດເຊີຍ ທີ່ສົມເຫດສົມຜົລ ແລະ ຍຸຕິທັມທີ່ສຸດ, ແຕ່ບາງຄອບຄົວ ກໍອາຈໄດ້ຮັບເງິນຊົດເຊີຍໜ້ອຍ ຍ້ອນທີ່ດິນ ບໍ່ຕິດຫົນທາງ. ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມີນາ ນີ້ວ່າ:
“ດຳຣັດເລຂທີ 84 ວ່າດ້ວຍການຊົດເຊີຍ ຜົລກະທົບ ທີ່ຖືກໂຄງການ ເຮົາກະຊົດເຊີຍທີ່ດິນ ຊັພສິນ ແລ້ວກະຜົລປູກ ທີ່ຖືກກະທົບ. ກະເບິ່ງໂຕຈິງເນາະ.”
ທ່ານຍັງກ່າວຕື່ມວ່າ ນັບແຕ່ມື້ທີ່ຊາວບ້ານ ຖືກໂຍກຍ້າຍ ທາງຜູ້ພັທນາໂຄງການ ຈະໃຫ້ການຊ່ອຍເຫຼືອຊາວບ້ານ ເປັນໄລຍະເວລາ 3 ປີ ເປັນຕົ້ນ ເຄື່ອງອຸປະໂພຄ-ບໍຣິໂພຄ ລວມເຖິງການຈັດສັນອາຊີບ ໃຫ້ກັບຊາວບ້ານ ແຕ່ລະຄອບຄົວ, ໂດຍໃນລະຫວ່າງນັ້ນ ທາງການ ຈະຊອກຫາເນື້ອທີ່ ທຳການກະເສດ ແລະ ຈັດສັນ ໃຫ້ກັບຊາວບ້ານ ນຳດ້ວຍ.
ປັດຈຸບັນ, ໂຄງການກໍ່ສ້າງ ເຂື່ອນຫຼວງພຣະບາງ ແມ່ນຢູ່ລະຫວ່າງ ການພັທນາ ດ້ານໂຄງຮ່າງພື້ນຖານຕ່າງໆ ເປັນຕົ້ນ ເສັ້ນທາງເຂົ້າ-ອອກ ຈາກບ້ານຫາດຍາວ ໄປຫາຂົວຂ້າມແມ່ນ້ຳຂອງ ແຫ່ງໃໝ່, ຂົວຂ້າມແມ່ນ້ຳຂອງ, ທ່າເຮືອຊົ່ວຄາວ ຈຸດບ້ານຄົກແສງສຸລິຍາ, ບ້ານມ່ວງແກ້ວ, ບ້ານຖິ່ນໂຮງ, ການກໍ່ສ້າງ ລະບົບສາຍສົ່ງໄຟຟ້າ ແລະ ສະຖານີໄຟຟ້າຍ່ອຍ, ການຕິດຕັ້ງລະບົບໄຟຟ້າ, ນ້ຳປະປາ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນແຄັມຄົນງານກໍ່ສ້າງ, ໂດຍລວມແລ້ວ ມີຄວາມຄືບໜ້າ ຫຼາຍກວ່າ 90% ແລະ ຄາດວ່າ ຈະສຳເຣັດທັງໝົດ ພາຍໃນເດືອນເມສາ ນີ້.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມີນາ ນີ້ວ່າ:
“ອັນຂັ້ນຕອນພື້ນຖານ ຖືວ່າໄດ້ປະມານ ຍັງບໍ່ 100 ເທື່ອ ໄດ້ 90 ປາຍ % ແລ້ວ, ໂຄວິດ-19 ໂຕໃໝ່ນີ້ນ່າ ມັນຄາ. ໜ້າຈະຄາດໝາຍວ່າ ເດືອນ 4 ນີ້, ໜ້າຈະແລ້ວແຫຼະ.”
ການປະເມີນຜົລກະທົບ ທາງສັງຄົມ ຂອງໂຄງການ ເຂື່ອນໄຟຟ້າຫຼວງພຣະບາງ ຈະມີຊາວບ້ານ 23 ບ້ານ ໄດ້ຮັບຜົລກະທົບ ປະກອບມີເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫຼວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະ ເມືອງງາ ແຂວງອຸດົມໄຊ, ໂດຍແຍກອອກເປັນ 4 ກຸ່ມ ດັ່ງນີ້:
ກຸ່ມທີ 1 ໄດ້ຮັບຜົລກະທົບທັງໝົດ 100% ແລະ ຖືກໂຍກຍ້າຍ ຈຳນວນ 6 ບ້ານ, 581 ຄອບຄົວ ລວມ 2,285 ຄົນ. ກຸ່ມທີ 2 ໄດ້ຮັບຜົລກະທົບບາງສ່ວນ ແລະ ມີບາງຄອບຄົວ ຖືກໂຍກຍ້າຍ ແລະ ຫຍັບຍ້າຍ ຈຳນວນ 9 ບ້ານ, 692 ຄອບຄົວ ລວມ 3,855 ຄົນ. ກຸ່ມທີ 3 ສູນເສັຽດິນ, ແຕ່ບໍ່ຖືກໂຍກຍ້າຍ ຈຳນວນ 8 ບ້ານ, 671 ຄອບຄົວ ລວມ 2,330 ຄົນ. ກຸ່ມທີ 4 ບ້ານທ້າຍເຂື່ອນ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການ, ແຕ່ບໍ່ຖືກໂຍກຍ້າຍ ຈຳນວນ 3 ບ້ານ, 189 ຄອບຄົວ ລວມ 904 ຄົນ.
ທັງນີ້, ທາງການໄທຍ ແມ່ນຕຣຽມລົງນາມຊື້-ຂາຍ ໄຟຟ້າ ຫຼື Tariff MOU ກັບໂຄງການ ເຂື່ອນໄຟຟ້າຫຼວງພຣະບາງ ໃນເດືອນພຶສພາ 2022 ນີ້. ເມື່ອມີການລົງນາມຊື້-ຂາຍ ໄຟຟ້າ ຢ່າງເປັນທາງການແລ້ວ, ຜູ້ພັທນາໂຄງການ ກໍສາມາດດຳເນີນການກໍ່ສ້າງ ເຂື່ອນໄຟຟ້າ ໄດ້ທັນທີ.