ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ລະບຸວ່າ ເຂດແມ່ນໍ້າຂອງຕອນລຸ່ມ ເປັນນຶ່ງໃນພື້ນທີ່ ທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງສົ່ງຜົລກະທົບຕໍ່ເສຖກິຈ, ລະບົບນິເວດ, ຄວາມຍືນຍົງຂອງປະຊາກອນໃນລຸ່ມແມ່ນໍ້າຂອງ ຜົນວິຈັຍ ຄາດຄະເນວ່າ ຈະມີການປ່ຽນແປງຫຼາຍຢ່າງເກີດຂຶ້ນ ໃນໄລຍະ 20 ຫາ 50 ປີຂ້າງໜ້າ ອຸນຫະພູມຈະເພີ່ມຂຶ້ນ ທົ່ວພື້ນທີ່ລຸ່ມແມ່ນໍ້າຂອງໃນທຸກຣະດູການ ພາຍໃນປີ 2060 ລະດັບອຸນຫະພູມໃນລຸ່ມແມ່ນໍ້າຂອງຈະເພີ່ມຂຶ້ນ ໂດຍສເລັ່ຽຕໍ່ປີ ອາດຢູ່ລະຫວ່າງ 0.4˚C ຫາ 3.3˚C ຂຶ້ນຢູ່ກັບການປ່ອຍອາຍກ໊າສເຮືອນແກ້ວທົ່ວໂລກ ທີ່ຈະສົ່ງຜົລກະທົບຕໍ່ພືດພັນ ແລະສັດນໍ້າ.
ແຕ່ເຖິງແມ່ນວ່າ ການປ່ຽນແປງຂອງດິນຟ້າອາກາດ ຈະສົ່ງຜົລກະທົບຕໍ່ແມ່ນໍ້າຂອງ ນັກວິຊາການພັດເບິ່ງວ່າ ເຂື່ອນຂນາດໃຫຍ່ທີ່ສ້າງຂວາງແມ່່ນໍ້າຂອງ ແລະແມ່ນໍ້າສາຂາຕ່າງໆ ສ້າງບັນຫາ ແລະຜົລກະທົບທີ່ຊັດເຈນ ຫຼາຍກວ່າການປ່ຽນແປງ ຂອງດິນຟ້າອາກາດ ທີ່ເກີດຈາກການປ່ອຍກ໊າສຄາບອນ, ດັ່ງສາສດາຈານ ດຣ. ອຽນ ແບຣ໌ ຜູ້ຊ່ຽວຊານດ້ານແມ່ນ້ຳຂອງ ຈາກມະຫາວິທະຍາໄລ Wisconsin Madison ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມິນາ ນີ້ວ່າ:
“ເຣື່ອງການປ່ຽນແປງຂອງອາກາດ ກໍເປັນເຣື່ອງສໍາຄັນເນາະ ແລ້ວກໍເຮົາກໍບໍ່ປະຕິເສດ ມັນກໍາລັງເກີດຢູ່ ແລະສິເປັນບັນຫາໃນອະນາຄົດຕໍ່ໄປ ຫຼືວ່າ ແມ້ກະທັ້ງໃນປັດຈຸບັນ ກໍາລັງເປັນຢູ່ ແຕ່ວ່າ ຖ້າເວົ້າເຖິງ ແມ່ນໍ້າຂອງນີ້ນ່າ ການປ່ຽນແປງຂອງອາກາດ ບໍ່ສໍາຄັນເທົ່າກັບ ການປ່ຽນແປງທີ່ເກີດຂຶ້ນ ຈາກການສ້າງເຂື່ອນ ບໍ່ວ່າຈະຢູ່ລາວ ຫຼືວ່າຢູ່ໃນປະເທດຈີນ ອັນນີ້ ມັນມີຜົລຫຼາຍກວ່າ ຫຼາຍເທົ່າ ເພາະວ່າມັນປ່ຽນແປງອີ່ຫຼີ.”
ທ່ານກ່າວຕື່ມວ່າ ບໍຣິເວນສາມຫຼ່ຽມປາກແມ່ນໍ້າຂອງ ໃນວຽດນາມ ອາດເປັນບໍຣິເວນດຽວ ທີ່ການປ່ຽນແປງຂອງດິນຟ້າອາກາດ ສົ່ງຜົລຫຼາຍກວ່າເຂື່ອນ ຍ້ອນນໍ້າທະເລຂຶ້ນສູງ ເກີດດິນເຊາະເຈື່ອນ ແຕ່ຫາກຂຶ້ນເໜືອໄປໃນລາວ, ໄທຍ ເຂື່ອນສົ່ງຜົລກະທົບຫຼາຍກວ່າ.
ນຶ່ງໃນວິທີການຮັບມື ກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ແມ່ນການປ່ຽນໄປໃຊ້ພະລັງງານສະອາດ ແລະເຂື່ອນໄຟຟ້າ ກໍຖືວ່າເປັນພະລັງງານສະອາດ ຍ້ອນເຂື່ອນ ປ່ອຍອາຍກ໊າສຄາບອນບໍ່ຫຼາຍ ເທົ່າກັບໂຮງງານໄຟຟ້າ ທີ່ໃຊ້ເຊື້ອເພີງໃນການເຜົາໄໝ້ ຕໍ່ເຣື່ອງນີ້ ສາສດາຈານ ດຣ. ອຽນ ເຫັນວ່າ ຍັງເປັນບັນຫາຢູ່ ຍ້ອນການສ້າງເຂື່ອນມີຜົລເສັຍຫຼາຍຜົນດີ, ດັ່ງທີ່ທ່ານກ່າວວ່າ:
“ບາງຄົນເຂົາກະວ່າ ໂອ້ຍເຮົາກໍຕ້ອງບໍ່ໃຫ້ເກີດການປ່ຽນແປງຂອງອາກາດ ຈັ່ງຊັ່ນເຂົາກໍຕ້ອງໄດ້ສ້າງເຂື່ອນ ເພາະວ່າ ມັນບໍ່ປ່ອຍ CO2 (ກ໊າສຄາບອນ) ມັນບໍ່ໄດ້ປ່ອຍຫຼາຍນ່າ ມັນອາດມີສ່ວນນຶ່ງ ອອກຈາກອ່າງນໍ້າ ແຕ່ມັນກໍບໍ່ໄດ້ຫຼາຍປານໃດ ທຽບກັບເຮັດໂຮງງານເນາະ ຄືເອົາເຣື່ອງໂຕນີ້ ມາເປັນເຫດຜົນ ທີ່ສິສ້າງຫັ້ນນ່າ ສຸດທ້າຍມັນກໍທໍາລາຍຫຼາຍກວ່າແກ້ນີ້ນ່າ.”
ການທີ່ເຂື່ອນເກັບນໍ້າໃນຣະດູຝົນ ແລະປ່ອຍນໍ້າໃນຣະດູແລ້ງ ກໍເຮັດໃຫ້ນໍ້າໃນຣະດູແລ້ງ ຜັນຜວນ ສົ່ງຜົລກະທົບຕໍ່ຊີວະນາໆພັນ ແລະວິຖີຊີວິດຊຸມຊົນ ທີ່ຂຶ້ນຕໍ່ສະພາບແວດລ້ອມ ຂອງແມ່ນໍ້າຂອງ, ດັ່ງນັກອະນຸຮັກສິ່ງແວດລ້ອມ ຊາວລາວຜູ້ນຶ່ງ ກ່າວວ່າ:
“ທາງເບື້ອງລຸ່ມທີ່ປະສົບກັບພັຍແລ້ງ (ເພາະເຂື່ອນກັກນໍ້າ) ລະກະການໄຫຼຂອງນໍ້າບໍ່ປົກກະຕິ ຢູ່ທາງເມືອງປາກລາຍ ເມືອງສະນະຄາມລົງມາ ຕາມໄດ້ສອບຖາມຊາວບ້ານ ຂະເຈົ້າກະວ່າ ຂະເຈົ້າກັກແລ້ວຂະເຈົ້າກໍປ່ອຍ ປະມານນັ້ນ ສະນັ້ນການໄຫຼ ຂຶ້ນລົງຂອງແມ່ນໍ້າ ມັນບໍ່ປົກກະຕິ ສົ່ງຜົລກະທົບຫຼາຍຢ່າງເນາະ ການເຮັດກະສິກັມ ກະຕາມແຄມແມ່ນໍ້າ ກໍບາງຈຸດກໍມີຜົນດີ ບາງຈຸດກໍມີຜົລບໍ່ດີປານໃດ.”
ສໍາລັບຊາວບ້ານແຄມຂອງ ຖ້າຫາກປຽບທຽບກັນແລ້ວ ຜົລກະທົບຂອງເຂື່ອນ ມີຫຼາຍເຖິງ 90% ຍ້ອນເຂື່ອນ ມີຜົລກະທົບຢ່າງຈະແຈ້ງ ຕໍ່ການຂຶ້ນລົງຂອງນໍ້າ, ລະບົບນິເວດ, ພືດພັນ ແລະນໍ້າ ຮ່ວມດ້ວຍຈໍານວນປາ ທີ່ເຄີຍຫາໄດ້ ກໍຈະຫຼຸດລົງ ຍ້ອນຜົລກະທົບຈາກເຂື່ອນ, ດັ່ງທ່ານ ຊານນະຣົງ ວົງລາ ໂຕແທນກຸ່ມຮັກຊຽງຄານ ເມືອງຊຽງຄານ ແຂວງເລີຍ ກ່າວວ່າ:
“ຖ້າໃຫ້ປຽບທຽບເປີເຊັນເນາະ 100% ນີ່ ກໍຄືເຂື່ອນນີ້ 90% ເຣື່ອງ Climate change ທີ່ມັນບໍ່ຊັດເຈນເທົ່າເຂື່ອນ Climate change ເປັນການອ້າງຂອງໜ່ວຍງານ ເພື່ອທີ່ຈະຫຼີກລ່ຽງວ່າ ເຂື່ອນມີຜົລກະທົບ.”
ຕໍ່ການປັບໂຕ ເພື່ອການຮັບມືການປ່ຽນແປງຂອງດິນຟ້າອາກາດ ໃນປະເທດລຸ່ມແມ່ນໍ້າຂອງ ໂດຍສະເພາະ ໃນປະເທດລາວນັ້ນ ເປັນເຣື່ອງທ້າທາຍຫຼາຍ ຍ້ອນຕ້ອງລົງທຶນຫຼາຍ ຕ້ອງມີຜູ້ຊ່ຽວຊານມານໍາພາເຮັດ ແລະຕ້ອງມີເວລາໃນການຄົ້ນຄວ້າ ແລະການຮັບມືແກ້ບັນຫາ ຕ້ອງເບິ່ງສະພາບການປ່ຽນແປງຂອງດິນຟ້າອາກາດ ແລະຜົນດີ-ຜົນເສັຍ ຂອງວິທີການແກ້ໄຂບັນຫານໍາກັນ ບໍ່ເບິ່ງແຕ່ສິ່ງໃດສິ່ງນຶ່ງ.
ສາສດາຈານ ດຣ. ອຽນ ແບຣ໌ ແລະນັກອະນຸຮັກສິ່ງແວດລ້ອມລາວ ເຫັນຄືກັນວ່າ ວິທີທີ່ດີທີ່ສຸດໃນຕອນນີ້ ແມ່ນການປ່ຽນໄປນໍາໃຊ້ໄຟຟ້າ ຈາກພະລັງງານໝຸນວຽນອື່ນໆແທນ ເປັນຕົ້ນ: ພະລັງງານແສງຕາເວັນ ແລະພະລັງງານລົມໃຫ້ຫຼາຍຂຶ້ນ ແລະຕ້ອງຫຼຸດຜ່ອນການກໍ່ສ້າງເຂື່ອນໄຟຟ້າ ແລະໂຮງງານໄຟຟ້າອື່ນໆ.
ປັດຈຸບັນ ຣັຖບານລາວ ມີການອະນຸຍາດໃຫ້ບໍຣິສັດລົງທຶນ ສັມປະທານພື້ນທີ່ ແລະເຂົ້າມາສຶກສາຄວາມເປັນໄປໄດ້ ຂອງໂຄງການພະລັງງານແສງຕາເວັນ ແລະພະລັງງານລົມ ຢູ່ຫຼາຍແຂວງ ເປັນຕົ້ນ: ແຂວງເຊກອງ, ຈໍາປາສັກ, ສວັນນະເຂດ, ຜົ້ງສາລີ, ຫຼວງນໍ້າທາ ແລະອຸດົມໄຊ ແຕ່ໃນຂະນະດຽວກັນ ຣັຖບານລາວ ກໍມີແຜນດືງດູດໃຫ້ນັກລົງທຶນມາສ້າງເຂື່ອນອີກ 26 ແຫ່ງ-ອີງຕາມຂໍ້ມູນ ຈາກແຜນພັທນາເສຖກິຈແລະສັງຄົມ ແຫ່ງຊາຕ ປີ 2021-2025.
ປະເທດຕອນລຸ່ມຂອງແມ່ນໍ້າຂອງ ຄື: ລາວ, ໄທຍ, ກັມພູຊາ ແລະວຽດນາມ ທັງໝົດ ໄດ້ເຊັນຂໍ້ຕົກລົງ ປາຣີ ວ່າດ້ວຍການປ່ຽນແປງ ຂອງສະພາບອາກາດ ໃນປະເທດລາວ ກໍມີການຈັດຕັ້ງປະຕິບັດ ແຜນງານປະກອບສ່ວນແຫ່ງຊາຕ ຂອງ ສປປ.ລາວ ຂຶ້ນ ເພື່ອໃຊ້ເປັນຍຸທສາດ ທີ່ລາວຈະນໍາໃຊ້ເພື່ອຫຼຸດຜົລກະທົບ ຕໍ່ການປ່ຽນແປງຂອງດິນຟ້າອາກາດ ລະຫວ່າງປີ 2015-2030 ດັ່ງນີ້.
- ຍຸທສາດປ່າ ທີ່ຕັ້ງເປົ້າ ເພີ່ມພື້ນທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2020 ເຊິ່ງຫຼ້າສຸດ ຣັຖບານລາວ ມີແຜນກຽມຮ່າງຍຸທສາດປ່າໄມ້ ສບັບໃໝ່ ເພື່ອເລື່ອນເປົ້າໝາຍ ໄປເປັນປີ 2025.
- ຍຸທສາດພັທນາພະລັງງານໝຸນວຽນ ເພື່ອເພີ່ມສັດສ່ວນ ການໃຊ້ພະລັງງານໝຸນວຽນ ໃຫ້ເຖິງ 30% ແລະເພີ່ມສັດສ່ວນ ການໃຊ້ພະລັງງານຊີວະພາບ ໃຫ້ເຖິງ 10% ຂອງຄວາມຕ້ອງການເຊື້ອເພີງ ໃນການເດີນທາງ ພາຍໃນປີ 2025.
- ໂຄງການນໍາໃຊ້ໄຟຟ້າໃນພື້ນທີ່ຊົນນະບົດ.
- ນໍາໃຊ້ການຂົນສົ່ງຢ່າງຍືນຍົງ ສ້າງເຄືອຂ່າຍຖນົນ ແລະເພີ່ມການໃຊ້ຂົນສົ່ງມວນຊົນ.
- ກໍ່ສ້າງໂຄງການເຂື່ອນໄຟຟ້າຂນາດໃຫຍ່ ເພື່ອສົ່ງອອກພະລັງງານສະອາດ ໄປຍັງປະເທດເພື່ອນບ້ານ ເປັນຕົ້ນ: ໄທຍ ແລະວຽດນາມ.
- ນໍາໃຊ້ແຜນການດໍາເນີນງານ ດ້ານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ການເບິ່ງແຍງການປະເມີນຄວາມສໍາເຣັດ ຂອງນະໂຍບາຍຕ່າງໆ.