ຫ້າມຊາວບ້ານ ຫາປູຫາປາ ເຂດຫ້ວຍສຽດ ໃກ້ບ່ອນລ້ຽງກະປູ ຂອງຈີນ

ຈຳປາທອງ
2023.03.20
ຫ້າມຊາວບ້ານ ຫາປູຫາປາ ເຂດຫ້ວຍສຽດ ໃກ້ບ່ອນລ້ຽງກະປູ ຂອງຈີນ ຫ້ອງການເມືອງປາກຊັນ ແຂວງບໍຣິຄຳໄຊ ຫ້າມປະຊາຊົນ ຫາປູຫາປາ ໃນເຂດທົດລອງລ້ຽງປູ ແມ່ນ້ຳ ຂອງນັກລົງທຶນຈີນ.
ຮູບພາບຈາກເພຈ: Joseph Akaravong

ຫ້ອງວ່າການເມືອງປາກຊັນ ແຂວງບໍຣິຄໍາໄຊ ອອກແຈ້ງການ ແລະຄໍາເຕືອນໃນມື້ວັນທີ 16 ກຸມພາທີ່ຜ່ານມາ ຫ້າມບໍ່ໃຫ້ຫາປາ ຫລືບໍຣິໂພກກະປູ ທີ່ທົດລອງລ້ຽງຢູ່ໃນເຂດອ່າງນໍ້າຫ້ວຍສຽດ ຢ່າງເດັດຂາດ.

ເຂດອ່າງນໍ້າທີ່ວ່ານີ້ ແມ່ນເຂດທົດລອງລ້ຽງກະປູແມ່ນໍ້າຂອງຈີນ, ເປັນເຂດອະນຸຮັກກະປູ ຄືເຂດໜ້ານໍ້າ 10 ແມັດ ເຂົ້າຫາຝັ່ງ. ຖ້າບຸກຄົນ ຫລືຜູ້ຫາປາລະເມີດເຂດນີ້ ຈະຖືກກ່າວເຕືອນ ແລະປັບໃໝຕາມຣະບຽບການ.

ປະຊາຊົນ ທີ່ຢູ່ຂ້າງເຂດທົດລອງລ້ຽງກະປູຂອງຈີນ ເວົ້າວ່າ ການທີ່ທາງການເມືອງປາກຊັນ ຫ້າມບໍ່ໃຫ້ຫາປາ ຫລືບໍຣິໂພກກະປູໃນເຂດນັ້ນ ສ້າງຄວາມເດືອດຮ້ອນໃຫ້ແກ່ພວກເຂົາເຈົ້າ ເນື່ອງຈາກພື້ນທີ່ດັ່ງກ່າວ ເປັນບ່ອນຫາຢູ່ຫາກິນມາຕັ້ງແຕ່ດົນນານ ດັ່ງຊາວບ້ານບ້ານຫ້ວຍສຽດ ເມືອງປາກຊັນນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 20 ມິນານີ້ວ່າ:

“ຂ້ອຍກໍບໍ່ເຂົ້າໃຈ ເພາະວ່າເປັນທັງເຂດອະນຸຮັກ ແລ້ວກໍໄດ້ຍິນເພິ່ນວ່າສິເຮັດເດິ່ນກັອຟ ແລ້ວກໍສິເຮັດເຂດອະນຸຮັກຂອງຈີນພ້ອມ ມີແຕ່ເພິ່ນໄປປັກຫລັກ ເພິ່ນໄປປັກຫລັກແລ້ວ ກໍໃຫ້ຢູ່ປາເພາະວ່າມັນກໍມີປາຢູ່ດົນແລ້ວ ເພິ່ນເຮັດເປັນບ່ອນຫາກິນຂອງປະຊາຊົນແຕ່ດົນແລ້ວ ແລ້ວບາດນີ້ມັນມີໂຄງການປັກຫລັກ ແລ້ວເພິ່ນຫ້າມປະຊາຊົນລົງໄປຫາບາດນີ້ ຫາກໍຫ້າມຫວ່າງເດືອນແລ້ວ.”

ຍ້ອນທາງການຫ້າມຄືແນວນັ້ນ ປະຊາຊົນໃນເຂດດັ່ງກ່າວ ທີ່ໄດ້ຫາຢູ່ຫາກິນມາຕັ້ງແຕ່ດົນນັ້ນ ຈໍາເປັນຕ້ອງໄດ້ໄປຊອກຫາປູປາຢູ່ບ່ອນອື່ນ ຕາມສາຍນໍ້າຫ້ວຍສຽດ ພໍໄດ້ກິນ ແລະມີລາຍໄດ້ລ້ຽງວຄອບຄົວ ດັ່ງຊາວບ້ານບ້ານດຽວກັນນີ້ອີກນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ຍັງຢູ່ໃນລະຫວ່າງການທົດລອງນີ້ລະ ເຂົາກໍຫາກິນຢູ່ມາແຕ່ໃດແລ້ວກໍ໋ ສມັຍພຸ້ນແຫລະ ສມັຍປູ່ຍ່າຕາຍາຍ ເຂົາກໍອາສັຍແຫລ່ງນໍ້ານີ້ລະ ຊອກປູຊອກປາກິນຊີ້ຫັ້ນນ່າ ມັນກໍສົມບູນຢູ່ ຂະເຈົ້າກະມີສໍ່ານັ້ນສໍ່ານີ້ ເປັນເຂດສງວນເດ໋ ຈັ່ງຊີ້ແຫລະ ຊາວບ້ານກະສິໄດ້ຫາກິນໃນບ່ອນທີ່ບໍ່ຖືກເຂດສງວນເຂົາຫັ້ນບໍ່ ຊີວິດປະຈໍາວັນເຂົາ.

ປັດຈຸບັນ ປະຊາຊົນໃນເຂດດັ່ງກ່າວ  ບໍ່ສາມາດເຂົ້າໄປຫາປູປາໃນເຂດຫວງຫ້າມທີ່ທາງການສງວນໃຫ້ນັກທຸຣະກິດຈີນນັ້ນແລ້ວ. ປະຊາຊົນຈໍາເປັນຕ້ອງໄດ້ໄປຫາຢູ່ຫາກິນໃນເຂດອື່ນຂອງສາຍນໍ້າຫ້ວຍສຽດນັ້ນ ດັ່ງຊາວບ້ານບ້ານຫ້ວຍສຽດອີກຜູ້ນຶ່ງເວົ້າຕໍ່ຕໍ່ວິທຍຸເອເຊັຍເສຣີວ່າ:

ເພາະວ່າຂະເຈົ້າທີ່ເຂົ້າມາ ຄົນຈີນທີ່ເຂົ້າມາທົດລອງລ້ຽງກະປູຢູ່ໃນເຂດຂອງຂະເຈົ້າ ໂຕນີ້ຈະເຂົ້າເອົາມາທົດລອງລ້ຽງຊື່ໆ ເພິ່ນຈະກັນໄວ້ເປັນເຂດສງວນ ໜ້ານໍ້າ 10 ແມັດຈາກຝັ່ງຫ່າງຈາກຕາຝັ່ງເນາະ ຝັ່ງໜອງນໍ້າຈາກຝັ່ງກໍ 10 ແມັດກໍບໍ່ໄກ ກໍຍັງຄືປົກຕິເດ໋ ຍັງຫາປາໄດ້ປົກຕິແຕ່ຄືວ່າເຂດທີ່ຂະເຈົ້າທົດລອງລ້ຽງ ກໍບໍ່ໃຫ້ເຂົ້າໄປຊື່ໆ.

ນອກຈາກນັ້ນ ບໍຣິສັດ ແອັກ (ACTS) ໂປຣເຈັກຈໍາກັດຂອງຈີນ ຍັງມີແຜນທີ່ຈະສ້າງພື້ນທີ່ຢູ່ໃນເຂດບ້ານທີ່ວ່ານີ້ ເປັນແຫລ່ງທ່ອງທ່ຽວ ຊຶ່ງໄດ້ຮັບອະນຸມັດຈາກທາງການລາວ ເປັນໄລຍະເວລາປະມານ 70 ປີ ເພື່ອນັກທ່ອງທ່ຽວຈີນເປັນຫລັກ ແລະຄາດວ່າຈະເປີດໃຫ້ບໍຣິການ ພ້ອມກັບການເປີດໃຊ້ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ຣະຫວ່າງແຂວງບໍຣິຄໍາໄຊ ແລະແຂວງບຶງການ ໃນຕົ້ນປີ 2024 ທີ່ຈະມາເຖິງນີ້ ດັ່ງເຈົ້າໜ້າທີ່ ທີ່ຮູ້ເຣື່ອງນີ້ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ:

ເຂດນີ້ກວມເອົາເຂດອ່າງນໍ້າຫ້ວຍສຽດນໍາ ຄືປະມານນັ້ນ ແຕ່ຄືວ່າເປັນດິນສງວນຂອງແຂວງ ເຮັດໄວ້ແຕ່ດົນແລ້ວ 30-40 ປີຄຶນຫລັງ ປະຊາຊົນກໍບໍ່ໄດ້ຖືສິດເປັນທີ່ດິນຖາວອນ ເປັນດິນຂອງຣັຖ...”

ໃນໄລຍະຫລາຍປີທີ່ຜ່ານມາ ບໍຣິສັດ ແອັກ ໂປຣເຈັກຈໍາກົດຂອງຈີນ ໄດ້ຮ່ວມທຶນກັບນັກທຸຣະກິດລາວ ດໍາເນີນໂຄງການເຮັດໃຫ້ອ່າງນໍ້າຫ້ວຍສຽດນີ້ເປັນແຫລ່ງທ່ອງທ່ຽວສໍາລັບນັກທ່ອງທ່ຽວຈີນ ຊຶ່ງໃນນັ້ນກໍມີແຜນທີ່ຈະສ້າງເຂດທົດລອງລ້ຽງກະປູແມ່ນໍ້ານາໍດ້ວຍ ດັ່ງຜູ້ທີ່ເຮັດວຽກນໍາໂຄງການສໍາປະທານດັ່ງກ່າວຄົນນຶ່ງເວົ້າວ່າ:

ຈີນນີ້ສິເຂົ້າມາ ເຂົ້າມາແລ້ວເນາະ ແຕ່ບໍ່ຮູ້ວ່າມັນເຂົາກໍ່ສ້າງແລ້ວ ແຕ່ບໍ່ຮູ້ວ່າສິພັທນາໄປຮອດໃສດຽວນີ້ ຄວາມໝາຍວ່າມີນັກທຸຣະກິຈຈີນມາລົງທຶນແລ້ວ ແຕ່ກໍຍັງບໍ່ຮູ້ວ່າສ້າງໄປຮອດໃສແລ້ວດຽວນີ້ ແຫລ່ງທ່ອງທ່ຽວມັນເປັນແບບໂຮງແຮມ ພວກສນາມກອກສນາມກັອບພວກນີ້ນ່າ ໂອ໋ ລ້ຽງກະປູບໍ່ ສັມປະທານ ເພິ່ນກໍຕິດປ້າຍໂຄສນາບັກໃຫຍ່ໆ ຢູ່ທາງເຂົ້າ ກໍສິໃຫ້ມັນທັນຂົວລາວ-ໄທຍ.

ເມື່ອກ່ອນໜ້ານີ້ ວັນທີ 16 ທັນວາປີກາຍ ທ່ານ ຫລີ ຟົງ ຜູ້ອໍານວຍການບໍຣິສັດ ແອັກ ໂປຣເຈັກຈໍາກັດຂອງຈີນ ແລະພາກສ່ວນທີ່ກ່ຽວຂ້ອງຂອງທາງການລາວ ໄດ້ວາງສີລາເລີກກໍ່ສ້າງສູນຮັບແຂກຂອງຜູ້ບໍຣິຫານເຂດພັທນາກະສິກໍາ ແລະການທ່ອງທ່ຽວພິເສດ ຢູ່ເຂດອ່າງຫ້ວຍສຽດ ເມືອງປາກຊັນ. ໂຄງການດັ່ງກ່າວ ປະກອບດ້ວຍ 6 ເຂດ ຊຶ່ງໃນນັ້ນມີທັງເຂດການຄ້າ, ເຂດທ່ອງທ່ຽວພື້ນເມືອງ,  ເຂດໂຮງແຮມ, ເຮືອນພັກສາກົນ, ເຂດສນາມກ໊ອບ. ທັງໝົດກວມເອົາເນື້ອທີ່ 39 ເຮັກຕາ, ຈະໃຊ້ງົບປະມານໃນການກໍ່ສ້າງປະມານ 50 ລ້ານໂດລາສະຫະຣັຖ ແລະຄາດວ່າຈະໃຊ້ເວລາໃນການກໍ່ສ້າງປະມານ 2-3 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.