ຊາວກະສິກອນ ຈຳນວນນຶ່ງຢູ່ເມືອງໄຊທານີ ໄດ້ຮັບຜົລກະທົບ ຢ່າງໜັກ ຈາກພະຍຸ
2023.03.30
ເມື່ອວັນທີ 29 ມີນາ ທີ່ຜານມາ ພາຍໃນມື້ດຽວ ປະຊາຊົນຢູ່ບ້ານຫົວນາ, ບ້ານນາຄັນທຸງ, ບ້ານຫົວຂົວ ແລະ ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ ປະສົບພະຍຸຫົວກຸດ, ລົມພັດແຮງ ແລະ ຝົນຕົກຟ້າຮ້ອງຟ້າເຫລື້ອມ ຊຶ່ງໄດ້ຮັບຄວາມເສັຍຫາຍຫລາຍສົມຄວນ ຕົວຢ່າງ ຊາວສວນ ນ້ໍາຕາຕົກໃນ ບໍ່ມີຜັກສົ່ງລູກຄ້າ ເນື່ອງຈາກ ເຮືອນຮົ່ມ ລົ້ມທັບສວນຜັກເສັຍຫາຍ ໃນນັ້ນ ເຮືອນຮົ່ມເພພັງ ໄດ້ຮັບຄວາມເສັຍຫາຍໜັກ 100% ບໍ່ສາມາດສ້ອມແປງໄດ້ທັງໝົດ 45 ຫລັງ ແລະ ເຮືອນຮົ່ມ 12 ຫລັງ ທີ່ໄດ້ຮັບຄວາມເສັຍຫາຍ 50% ສາມາດສ້ອມແປງໄດ້, ລວມມູນຄ່າເສັຍຫາຍທັງໝົດ 7 ລ້ານ 8 ແສນ ກີບ.
ຕາມຄວາມເວົ້າ ຂອງຊາວສວນ ຜູ້ທີ 1 ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 30 ມີນາ ນີ້ວ່າ:
“ພະຍຸ ມັນພັດ ພັດແລ້ວ ເຮືອນຮົ່ມ ມັນຫັກ ຫັກແລ້ວ ມັນກໍຫັກຢູ່ຫັ້ນແຫລະ ຄັນເຮົາເກັບເອົາ ມັນກໍຊິໄດ້ ປະມານຢູ່ 10%-20% ໄປຈັ່ງຊີ້ແຫລະ ນ້ໍາຕາຕົກໃນ ຜູ້ບາງຄົນ ໝົດທຸກຫລັງເລີຍ ຜູ້ບາງຄົນຫັ້ນ ຄອບຄົວ ຍັງເຮືອນລະຫລັງ ສອງຫລັງ ກໍຫາກໄຄໜ້ອຍນຶ່ງ ຍັງປະຄອງໄດ້ ແຕ່ຜູ້ໝົດທຸກຫລັງນີ້ຕີ້ ເປັນດູຕົນ.”
ຊາວສວນ ກຸ່ມສະຫະກອນ ກະສິກັມອິນຊີ ທົ່ງມັ່ງ ເຣີ່ມຈັດຕັ້ງກຸ່ມ ແຕ່ປີ 2019 ກໍປະສົບບັນຫາການແຜ່ຣະບາດຂອງ ໂຄວິດ-19 ເຮັດໃຫ້ ການຂາຍຜັກບໍ່ໄດ້ລາຄາດີ ມາປີ 2022 ເຣີ່ມມີການເປິດປະເທດ ຜັກຂອງກຸ່ມກໍຂາຍດີ ຊາວສວນມີລາຍໄດ້ ແຕ່ກໍມາພະເຊີນກັລພະຍຸລົມ ພັດແຮງ ຝົນຕົກຟ້າຮ້ອງຟ້າເຫລື້ອມ ຢ່າງບໍ່ຄາດຄິດ ເນື່ອງຈາກ ຂັ້ນບ້ານ ຂັ້ນເມືອງ ບໍ່ໄດ້ໂທລະໂຂ່ງ ຫລື ປະກາດ ໃຫ້ປະຊາຊົນເຝົ້າລະວັງ ແລະ ຮັບມືກັບພະຍຸ ພາຍໃນເຂດບ້ານໂຕເອງ ມີແຕ່ເຫັນລົມພັດແຮງ ຟ້າມືດ ຕອນແລງວັນທີ 29 ມີນາ ທີ່ຜ່ານມາ ຈຶ່ງພາກັນແລ່ນຂຶ້ນເຮືອນໃຜເຮືອນລາວແລ້ວ.
ປັດຈຸບັນ ສມາຊິກພາຍໃນກຸ່ມສະຫະກອນ ກະສິກັມອິນຊີ ທົ່ງມັ່ງ ຈໍານວນ 44 ຄົນ ໄດ້ສົ່ງບົດສຣຸບຜົລເສັຍຫາຍ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ຂັ້ນເມືອງແລ້ວ ເຫລືອແຕ່ວ່າ ທາງຂັ້ນເທິງຈະຊ່ວຍເຫລືອແນວໃດ.
ດັ່ງ ຊາວສວນ ຢູ່ກຸ່ມສະຫະກອນ ກະສິກັມອິນຊີ ທົ່ງມັ່ງ ຜູ້ທີ່ 2 ກ່າວໃນມື້ດຽວກັນນີ້ວ່າ:
“ຊາວສວນ ກໍເສົ້າໃຈຢູ່ນີ້ແຫລະ ຈັ່ງຊິເຮັດແນວໃດ ຊອກທຶນໃດມາເຮັດ ເຮືອນຮົ່ມຕື່ມອີກ ຈັ່ງຊີ້ໄດ້ ເພາະວ່າມັນຕຽມຣະດູຝົນ ເຮັດໃບສເນີໄປທາງພາກຣັຖນີ້ ກໍຈັກເພິ່ນຊິສນອງໄດ້ຊ່ຳໃດ ເພາະວ່າ ຜ່ານມານີ້ເພິ່ນກໍ ບໍ່ໄດ້ສນອງທຶນ ໃຫ້ພວກເຮົາຈັກເທື່ອເນາະ.”
ຂະນະດຽວກັນ ມື້ນີ້ ວັນທີ 30 ມີນາ 2023 ໂຮງຮຽນປະຖົມບ້ານຫົວນາ ຖືກປິດການຮຽນ, ການສອນ ຊົ່ວຄາວ ເນື່ອງຈາກ ຫລັງຄາໂຮງຮຽນ ປີ້ນອອກ ປະມານ 40-50 ແຜ່ນ ເຮັດໃຫ້ຫ້ອງຮຽນ ໄດ້ຮັບຄວາມເສັຍຫາຍ ຈາກພະຍຸລົມພັດແຮງ ຝົນຕົກຟ້າຮ້ອງຟ້າເຫລື້ອມ ແລະ ອາດຕ້ອງລໍຖ້າ ປະຊາຊົນພາຍໃນບ້ານ ສ້ອມແປງ ພ້ອມອະນາໄມ, ເຮືອນ ແລະ ຮ້ານຂາຍເຄື່ອງ ໂຕເອງ ໃຫ້ແລ້ວກ່ອນ ຈັ່ງໄດ້ໄປຊ່ວຍກັນສ້ອມແປງ ອະນາໄມ ໂຮງຮຽນປະຖົມ ຍ້ອນພະຍຸເຮັດໃຫ້ ບ້ານຫົວນາເສັຍຫາຍ ຈໍານວນຫລາຍ ເຊິ່ງປັດຈຸບັນ ກໍຍັງຕີມູລຄ່າຄວາມເສັຍຫາຍບໍ່ໄດ້ ຢູ່ໃນຂັ້ນຮິບໂຮມຂໍ້ມູນ.
ພາຍໃນບ້ານຫົວນາ ຍັງມີສາລາໂຮງທັມ ຢູ່ວັດບ້ານຫົວນາ ແຖວພູເຂົາຄວາຍທີ່ສ້າງຂຶ້ນ ໃກ້ຈະແລ້ວໆ ແລະໃກ້ຊິໄດ້ເຮັດບຸນປີໃໝ່ ຖືກກະແສລົມພະຍຸ ພັດຈົນຍຸບລົງໝົດຫລັງ ສ້າງຄວາມເສັຍຫາຍມະຫາສານ ນໍາດ້ວຍ.
ດັ່ງ ຊາວບ້ານຢູ່ບ້ານຫົວນາ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ວັດວາ ຫັ້ນກໍສ້າງຂຶ້ນແລ້ວເດ້ 5-6 ຮ້ອຍກວ່າລ້ານ ຫັກໝົດເລີຍ ແລ້ວເຮືອນປະຊາຊົນກໍຫລາຍ 10 ຫລັງຫັ້ນແຫລະ ກໍກັບກໍາກັນຢູ່ນີ້ ສ່ວນຫລາຍຫັ້ນ ແມ່ນຫລັງຄາເດ້ ກະເບື້ອງ ສັງກະສີ ຫັກເປັນຫລັງກະມີ ເປັນຄອກ ເປັນຕູບເຂົາເຈົ້າຫັ້ນນ່າ ຂາຍເຄື່ອງ ຂາຍຂອງ ໂຮງຮຽນປະຖົມ ກໍໄດ້ສັ່ງພັກແລ້ວນ່າ.”
ທ່ານກ່າວຕື່ມວ່າ ເຂດບ້ານຫົວນາ ຍັງມີເສົາໄຟຟ້າສູງ 8 ແມັດ ຈໍານວນ 3 ຕົ້ນ ລົ້ມພັງເສັຍຫາຍ ແລ້ວ ອໍານາດການປົກຄອງບ້ານ ກໍໄດ້ປະສານນຳຣັຖ ວິສາຫະກິຈໄຟຟ້າ ປະຈໍາເຂດບ້ານຫົວນາ ເຂົ້າມາດໍາເນີນການແກ້ໄຂແລ້ວ, ຂະນະທີ່ ທີ່ຜ່ານມາ ເຂດບ້ານຫົວນາ ບໍ່ໄດ້ຮັຜົລກະທົບ ຈາກລົມພະຍຸ ບໍ່ຮອດ 10 ຫລັງຄາເຮືອນ, ມາປີນີ້ ຖືກຜົລກະທົບ ຈາກລົມພະຍຸຫນັກກ່ວາທີ່ຜ່ານມາ, ບໍ່ພຽງແຕ່ເຮືອນ ຮ້ານຂາຍເຄື່ອງ ຂອງປະຊາຊົນ ພາຍໃນບ້ານຫົວນາ ໄດ້ຮັບຄວາມເສັຍຫາຍ ແຕ່ລວມເຖິງ ເຮືອນ, ຮ້ານຂາຍເຄື່ອງຂອງ ປະຊາຊົນພາຍໃນບ້ານນາຄັນທຸງ ແລະ ບ້ານຫົວຂົວ ໄດ້ຮັບຄວາມເສັຍຫາຍ ຈາກພະຍຸ ເມື່ອຕອນແລງ ວັນທີ 29 ມີນາ ທີ່ຜ່ານມານໍາດ້ວຍ ໂດຍສະເພາະ ເສົາບ້ານ ຫລັງຄາ ກະເບື້ອງ ຈະເສັຍຫາຍ ຍ້ອນເຂດບ້ານດັ່ງກ່າວທັງໝົດ ໃນນັ້ນ ຈໍານວນນຶ່ງ ເປັນເຮືອນ ເປັນບ້ານຂາຍເຄື່ອງ ບໍ່ໄດ້ກໍ່ຊີມັງທາງພື້ນ ແລະ ຊາວບ້ານຄາດບໍ່ເຖິງວ່າ ຈະເກີດລົມພະຍຸ ຈຶ່ງບໍ່ຕຽມຮັບມືກັບລົມພະຍຸທີ່ເກີດຂຶ້ນ ຍ້ອນ ບໍ່ມີແຈ້ງການຈາກຂັ້ນເມືອງ.
ດັ່ງ ຊາວບ້ານ ຢູ່ບ້ານຫົວຂົວ ກ່າວໃນມື້ດຽວກັນນີ້ວ່າ:
“ເບິ່ງສະພາບຫັ້ນ ຫັກເລີຍແຫລະ ເພາະວ່າ ເຂົາເຈົ້າ ບໍ່ທັນໄດ້ກໍ່ທາງພື້ນເດ້ ສໍາລັບ ນາຄັນທຸງນີ້ ລວມທັງເສົາ ທັງກະເບື້ອງເລີຍ ຫົວຂົວຫັ້ນ ແມ່ນຫລັງຄາ ກໍບໍ່ນຶກ ກໍບໍ່ຝັນວ່າ ຊ້ຟ້າ ມີລົມ ມີຝົນ ໃຜກໍສຸມໃສ່ແຕ່ໄຟໄຫມ້ປ່າຈະຫລາຍກວ່າ.”
ຊາວບ້ານທັງ 2 ຄົນ ກ່າວຕົງກັນວ່າ ດ້ານຄວາມຊ່ວຍເຫລືອ ສຸດແລ້ວແຕ່ພາກສ່ວນທີ່ກ່ຽວຂ້ອງຈະຊ່ວຍເຫລືອ ຂະນະທີ່ ປະຊາຊົນພາຍໃນບ້ານ ພ້ອມທີ່ຈະປະກອບແຮງງານ ເພື່ອສ້ອມແປງ ແລະ ອະນາໄມ ສຖານທີ່ຕ່າງໆ ໃຫ້ກັບມາເປັນປົກກະຕິ.