ຄວັນໄຟ ຈາກໄຟໄໝ້ປາ ເຮັດໃຫ້ຣັຖບານ ສັ່ງໂຈະ ການຮຽນການສອນ

ພອນ ພູມມີທອນ
2023.03.30
ຄວັນໄຟ ຈາກໄຟໄໝ້ປາ ເຮັດໃຫ້ຣັຖບານ ສັ່ງໂຈະ ການຮຽນການສອນ ໝອກຄວັນປົກຄຸມທົ່ວ ຫຼວງພຣະບາງ ສົ່ງຜົລກະທົບຕໍ່ສຸຂພາບ, ສິ່ງແວດລ້ອມ ແລະ ການສັນຈອນເກືອບທຸກປະເພດ. ຫຼວງພຣະບາງ ວັນທີ 30 ມີນາ ປີ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນສະຖານະການຄວັນພິດ ຈາກໄຟໄຫມ້ປ່າ ໃນຫລາຍແຂວງໃນລາວ ບໍ່ດີຂຶ້ນ ຈົນຣັຖບານລາວຕ້ອງອອກແຈ້ງການ ໂຈະໂຮງຮຽນໃນຫລາຍແຂວງຊົ່ວຄາວ ໃນຊັ້ນກ່ອນໄວຮຽນ, ຊັ້ນອະນຸບານ ແລະ ຊັ້ນປະຖົມ ໂດຍສະເພາະໃນເຂດພາກເໜືອ ເນື່ອງຈາກສະພາບອາກາດ ຍັງຖືກປົກຄຸມໄປດ້ວຍໝອກຄວັນ ເຊິ່ງສົ່ງຜົລຕໍ່ສຸຂພາບຢ່າງຮ້າຍແຮງ, ເປັນຕົ້ນ ແຂວງບໍ່ແກ້ວ ທາງການກໍໄດ້ແຈ້ງການໂຈະ ໂຮງຮຽນອະນຸບານ ໃນທົ່ວແຂວງ ໃນລະຫວ່າງວັນທີ 28-31 ມີນາ 2023 ສ່ວນຊັ້ນປະຖົມສຶກສາ ແລະ ມັທຍົມສຶກສາ ໂຮງຮຽນອາຊີວະສຶກສາ ແມ່ນຍັງເປີດການຮຽນ ແລະ ການສອນປົກຕິ ແຕ່ຫ້າມບໍ່ໃຫ້ຈັດກິຈກັມກາງແຈ້ງ ທຸກປະເພດ ແລະ ຄວນໃສ່ຜ້າອັດປາກອັດດັງ ເພື່ອປ້ອງກັນຝຸ່ນ ແລະ ຄວັນພິດຈາກໄຟໄຫມ້ປ່າ.

ດັ່ງ ເຈົ້າໜ້າທີ່ ການສຶກສາ ໃນແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນວັນທີ 30 ມີນານີ້ວ່າ: 

“ໂຕແຈ້ງການຢຸດການຮຽນນີ້ ເຮົາແຈ້ງໃຫ້ຢຸດແຕ່ລ້ຽງເດັກ ກັບ ອະນຸບານ ນອກຈາກລ້ຽງເດັກ ກັບອະນຸບານນີ້ ທຸກຊັ້ນຍັງຮຽນປົກຕິ ແຕ່ວ່າບໍ່ໃຫ້ຈັດກິຈກັມຢູ່ກາງແຈ້ງ ແລ້ວກໍໃຫ້ໃສ່ຜ້າອັດປາກ ດຽວນີ້ທາງສະພາບອາກາດ ເປັນໝອກເປັນຄວັນມັນຫລາຍ ໄລຍະປະມານ 200-300 ແມັດນີ້ ເບິ່ງນີ້ມັນຈະບໍ່ເຫັນ ກໍເປັນຫວ່ງສຸຂພາບເດັກນ້ອຍຫັ້ນນ່າ ເພິ່ນກໍເລີຍວ່າໃຫ້ແຈ້ງໃຫ້ຢຸດ.”

ຂະນະທີ່ຢູ່ແຂວງໄຊຍະບູຣີ ທາງການກໍໄດ້ອອກແຈ້ງການ ໃຫ້ນັກຮຽນ ຊັ້ນກ່ອນໄວຮຽນ ຊັ້ນອະນຸບານ ແລະ ຊັ້ນປະຖົມສຶກສາ ປ.1-ປ.4 ຢຸດຮຽນຊົ່ວຄາວ ຕັ້ງແຕ່ວັນທີ 29-31 ມີນາ 2023 ສ່ວນຊັ້ນ ປ.5-ມ.7 ແມ່ນໃຫ້ເປີດການຮຽນ ການສອນປົກຕິ ຍ້ອນວ່າສະພາບອາກາດ ໃນປັດຈຸບັນ ຍັງມີຄວັນໝອກຈາກໄຟໄຫມ້ປ່າ ປົກຄຸມຢ່າງຫນາແໜ້ນຢູ່.

 ດັ່ງ ເຈົ້າໜ້າທີ່ ການສຶກສາ ໃນແຂວງໄຊຍະບຸຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ:

“ແຈ້ງການຫາເມືອງແລ້ວ ອະນຸບານເນາະ ປະຖົມເພິ່ນໃຫ້ພັກ ປະມານວັນທີ 29-31 ສ່ວນຫລາຍມັນມີຫມອກຄຸມ ນອກເໜືອຈາກນັ້ນ ປ.5-ມ.7 ໃຫ້ສືບຕໍ່ຮຽນເນາະ.”

ກ່ອນໜ້ານີ້ໃນວັນທີ 27 ມີນາ ທາງການເມືອງທ່າພຣະບາດ ແຂວງບໍຣິຄໍາໄຊ ກໍມີແຈ້ງການ ໃຫ້ໂຈະໂຮງຮຽນທຸກຊັ້ນ ຕັ້ງແຕ່ 28-29 ມີນາ 2023 ເນື່ອງຈາກໃນໄລຍະ 2-3 ມື້ຫລັງທີ່ຜ່ານມາ ເກີດມີໄຟໄໝ້ ຢູ່ເຂດປ່າສງວນ ພູພະນັງ-ພູເຂົາຄວາຍ ຢ່າງຫນັກຫນ່ວງ ເຈົ້າໜ້າທີ່ບໍ່ສາມາດສະກັດກັ້ນ ໄຟໄມ້ປ່າໄດ້ໝົດ ສົ່ງຜົລໃຫ້ມີຫມອກຄວັນແຜ່ກະຈາຍ ໄປທົ່ວພື້ນທີ່ ເຮັດໃຫ້ສົ່ງຜົລກະທົບຕໍ່ປະຊາຊົນ; ນອກຈາກນີ້ ໃນໄລຍະ 2-3 ມື້ທີ່ຜ່ານມາ ທາງສາຍການບິນລາວ ໄດ້ໂຈະ ຖ້ຽວບິນ ວຽງຈັນ-ອຸດົມໄຊ, ວຽງຈັນ-ຫລວງນ້ໍາທາ ເນື່ອງຈາກທັດສະນະວິໄສ ຂອງການບິນ ເບິ່ງບໍ່ເຫັນເສັ້ນທາງບິນ ຍ້ອນມີໝອກຄວັນຫລາຍ.

ດັ່ງເຈົ້າໜ້າທີ່ ສນາມບິນສາກົລວັດໄຕ ທ່ານນຶ່ງ ທີ່ສງວນຊື່ ແລະ ຕໍາແໜ່ງກ່າວວ່າ:

“2-3 ມື້ທີ່ຜ່ານມານີ້ ຫລວງນ້ໍາທາ ກັບ ອຸດົມໄຊ ທີ່ບິນໄປບໍ່ໄດ້ ແຕ່ມື້ນີ້ນ່າ ຍັງບໍ່ຮູ້ເທື່ອ ຣາຍລະອຽດຕ້ອງເຂົ້າໄປ ອັນນ່າ ເວັບໄຊ້ຕ໌ ຂອງການບິນລາວຫັ້ນ.” 

ເຊິ່ງອີງຕາມເວັບໄຊ້ຕ໌ ຂອງສາຍການບິນລາວ ວັນທີ 30 ມີນາ 2023ນີ້  ສາຍການບິນລາວ ກໍຍັງໂຈະຖ້ຽວບິນ ໃນເຂດພາກເໜືອຢູ່ ເຊັ່ນ ວຽງຈັນ-ຫລວງພຣະບາງ ວຽງຈັນ-ຫລວງນ້ໍາທາ ວຽງຈັນ-ຊຽງຂວາງ ຍ້ອນວ່າສະພາບອາກາດ ທາງພາກເໜືອຍັງມີໝອກຄວັນ ຈາກໄຟ ປົກຄຸມຢ່າງຫນາແໜ້ນ  ແລະ ເຮັດໃຫ້ມີຜົລກະທົບ ຕໍ່ທັດສະນະວິໄສ ໂດຍເບິ່ງບໍ່ເຫັນເສັ້ນທາງບິນ. 

ກ່ຽວກັບບັນຫາດັ່ງກ່າວນີ້ ຊາວລາວໃນແຂວງໄຊຍະບູຣີ ທ່ານນຶ່ງກໍກ່າວວ່າ ສະພາບອາກາດໃນປັດຈຸບັນ ຍັງມີໝອກຄວັນຫລາຍຢູ່ ການຫາຍໃຈກໍຝືດເຄືອງ ລູກຫລານເດັກນ້ອຍ ກໍເປັນຫວັດເປັນໄອກັນຫລາຍ.

“ໂອ້ ມີຫລາຍຢູ່ ອາກາດແບບເປັນຄວັນນ່າ ເປັນບໍ່ຈະແຈ້ງເນາະ ການຫາຍໃຈນີ້ກໍ ຫາຍໃຈຝືດໆນີ້ແຫລະ ເດັກນ້ອຍກໍຢາກເປັນຫວັດເປັນໄອຢູ່.” 

ຂະນະດຽວກັນ ຊາວບ້ານໃນແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍກ່າວວ່າ ສະພາບອາກາດໃນປັດຈຸບັນກໍຖືວ່າດີຂຶ້ນ ຈາກ 2-3 ມື້ທີ່ຜ່ານມາ ແຕ່ໃນແຂວງບໍ່ແກ້ວ ກໍຍັງມີຫມອກມົວ ຈາກຄວັນໄຟໄຫມ້ປ່າຫລາຍຢູ່ ເຊິ່ງອາກາດບໍ່ດີແຮງ ຈົນທາງການກໍສັ່ງໃຫ້ໂຈະການຮຽນການສອນ ຂອງເດັກນ້ອຍອະນຸບານ ເພື່ອບໍ່ໃຫ້ໄປຮຽນແລ້ວ. 

“2-3 ວັນຫລັງຜ່ານມານີ້ ມັນຈະອັນຕຣາຍທີ່ສຸດ ວັນນີ້ອາກາດມັນພໍໄຄໜ້ອຍນຶ່ງແລ້ວ ຫາຍໃຈເປັນປົກຕິຢູ່ ແຕ່ມັນຈະແສບໆຕາໜ້ອຍ ຕອນທີ່ເພິ່ນແຈ້ງການມາ ເດັກນ້ອຍເນາະ ນັກຮຽນເພິ່ນໃຫ້ ປິດການສອນຊົ່ວຄາວເນາະ.” 

ດ້ານຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກໍກ່າວວ່າ ສະພາບອາກາດ ໃນປັດຈຸບັນຢູ່ນະຄອນຫລວງວຽງຈັນ ກໍຮູ້ສຶກດີຂຶ້ນກວ່າ 2-3 ມື້ທີ່ຜ່ານມາ ເພາະເຈົ້າໜ້າທີ່ກໍໄດ້ຊ່ວຍກັນ ເລັ່ງມອດດັບໄຟປ່າ ລວມເຖິງເຈົ້າໜ້າທີ່ທຫານ ກໍໃຊ້ເຮືອບິນ ເຮຣິຄ້ອບເຕີ້ຣ໌ ເອົສນ້ໍາຂຶ້ນໄປດັບໄຟ ຢູ່ເທິງພູພະນັງ, ແຕ່ອາກາດ ກໍຍັງເປັນຫມອກມົວ ຜູ້ໃດທີ່ສຸຂພາບບໍ່ແຂງແຮງ ກໍເຮັດໃຫ້ເຈັບປ່ວຍໄດ້ງ່າຍ ຜູ້ໃດສຸຂພາບຮ່າງກາຍແຂງແຮງ ກໍບໍ່ເປັນຫຍັງ ເຊິ່ງທາງການ ກໍໄດ້ແຈ້ງເຕືອນຢູ່ວ່າ ບໍ່ຈໍາເປັນ ບໍ່ຄວນອອກຈາກອາຄານເຮືອນ ແລະ ເມື່ອອອກຂ້າງນອກ ກໍຄວນໃສ່ຜ້າອັດປາກອັດດັງ. 

“ມື້ນີ້ມັນດີຂຶ້ນແລ້ວ ມີລົມ ແລ້ວບາງບ່ອນມີຝົນໂຫຍລົງມາແດ່ ບາງຄົນຜູ້ມີພະຍາດປະຈໍາໂຕ ກໍຢາກຍາກແດ່ ຜູ້ປົກຕິທັມມະດາກໍບໍ່ປານໃດ ເພິ່ນກໍເຕືອນໃຫ້ ບໍ່ຈໍາເປັນບໍ່ໃຫ້ອອກບ້ານ.” 

ອີງຕາມການຣາຍງານ ຂອງສະພາບ ຝຸ່ນລະອອງຂະນາດນ້ອຍ PM 2.5 ຂອງວັນທີ 30 ມີນາ 2023 ນີ້ ພົບວ່າ ໃນຫລາຍພື້ນທີ່ທົ່ວປະເທດລາວ ແມ່ນຍັງມີສະຖານະການຝຸ່ນລະອອງ ປົກຄຸມຢູ່ ໂດຍສະເພາະແມ່ນ 4 ແຂວງ ຄື ແຂວງຫລວງພຣະບາງ ແຂວງອຸດົມໄຊ ແຂວງຫລວງນ້ໍາທາ ແລະ ແຂວງບໍ່ແກ້ວ ແມ່ນຢູ່ໃນເຂດສີແດງ ທີ່ມີຜົລຕໍ່ສຸຂພາບຢ່າງຮ້າຍແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.