ເມືອງປາກງື່ມເຣີ່ມເຝົ້າລະວັງ, ສະກັດກັ້ນໄຟໄໝ້ລາມປ່າ

ໄຊຍາ
2024.03.20
ເມືອງປາກງື່ມເຣີ່ມເຝົ້າລະວັງ, ສະກັດກັ້ນໄຟໄໝ້ລາມປ່າ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນສະພາບໄຟໄໝ້ປ່າ ເຂດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ.
ນັກຂ່າວ ພົລເມືອງ

ທ່ານ ຄໍາໜູນ ຕຽງທະລາດ ເຈົ້າເມືອງປາກງື່ມ ນະຄອນຫຼວງວຽງຈັນໃຫ້ສັມພາດຕໍ່ວິທະຍຸ ກະຈາຍສຽງແຫ່ງຊາຕລາວວ່າ ໃນຣະດູຮ້ອນນີ້ເຖິງແມ່ນວ່າຍັງບໍ່ມີໄຟໄໝ້ລາມປ່າ ໃນເມືອງເທື່ອແຕ່ເມືອງປາກງື່ມກໍໄດ້ເຣີ່ມກຽມເຝົ້າລະວັງ ແລະສະກັດກັ້ນໄຟໄໝ້ ລາມປ່າຢ່າງເຂັ້ມງວດໂດຍສຸມໃສ່ 5 ບ້ານ ທີ່ມີຄວາມສ່ຽງຄືບ້ານທ່າກົກໄຮ່, ບ້ານໂນນ, ບ້ານຊຽງແລທ່າ, ບ້ານຊຽງແລນາ ແລະ ບ້ານເວີນ ກະເບົາ ບ້ານດັ່ງກ່າວຢູ່ລຽບຕາມປ່າ ສະຫງວນແຫ່ງຊາຕ ພູເຂົາຄວາຍ ເຊິ່ງເປັນເຂດທີ່ເຄີຍເກີດໄຟໄໝ້ລາມປ່າມາກ່ອນ.

ທາງດ້ານໜ່ວຍງານ ທີ່ກ່ຽວຂ້ອງໃນການເຝົ້າລະວັງ ແລະສະກັດກັ້ນໄຟໄໝ້ລາມປ່າ ເຣີ່ມຕັ້ງແຕ່ການຈັດຕັ້ງຄະນະກັມມະການ ຮັບຜິດຊອບການສະກັດກັ້ນ ໄຟປ່າທີ່ໄດ້ລົງໂຄສະນາ ໃຫ້ປະຊາຊົນຮັບຮູ້ເຖິງຜົນກະທົບ ຈາກໄຟໄໝ້ລາມປ່າ. ການຈູດໄຮ່ ຈູດປ່າເພື່ອລ່າສັດ ແລະຂຍາຍພື້ນທີ່ ຈົນເຖິງການເອົາພະນັກງານໄປປະຈຳ ແຕ່ລະຈຸດເພື່ອກຽມພ້ອມຮັບມື້ກັບໄຟປ່າ ໃນແຕ່ລະບ້ານ. ໂດຍຈະຂຶ້ນກວດເບິ່ງບໍລິເວັນປ່າ 2 ອາທິດຄັ້ງ. ນອກຈານີ້ຍັງຂໍຄວາມຮ່ວມມື ຈາກປະຊາຊົນໃນແຕ່ລະເຂດບ້ານໃຫ້ ຊ່ອຍກວດເບິ່ງຄວັນໄຟນຳ. ການເຝົ້າລະວັງໄຟໄໝ້ລາມປ່ານີ້ ຈະເຮັດໄປຈົນຮອດເດືອນພຶສພາ ຫາ ເດືອນມິຖຸນາ ທີ່ເຣີ່ມເຂົ້າລະດູຝົນ. ດັ່ງອົງການປົກຄອງຂັ້ນບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 20 ມີນາ 2024 ນີ້ວ່າ:

“ແມ່ນແລ້ວຕ້ອງເຝົ້າລະວັງການໄຟໄໝ້ລາມປ່າ ເພິ່ນກະກຽມເຮັດອາທິດໃດທີ່ວ່າເພິ່ນຂຶ້ນກວດກາ ຂອບເຂດຮັບຜິດຊອບຂອງເພິ່ນກວດ ເບິ່ງບໍລິເວັນນັ້ນມີຄົນທຽວມາບໍ່ຖ້າມີຄົນຈູດຄົນຫຍັງ ມັນກໍໄດ້ຍິນດອກໄດ້ຍິນກໍເຫັນທາງບ້ານພໍ່ແມ່ ປະຊາຊົນກໍຕິດຕາມຊ່ອຍກັນເຫັນກໍໂທຂຶ້ນຫາກັນໄທເຮົາ ກໍແຈ້ງທາງໂທລະໂຂ່ງໄລຍະນີ້ແຫຼະ ທິດໜຶ່ງກໍແຈ້ງເທື່ອໜຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນເບິ່ງແຍງຊ່ອຍກັນ.”

ປັດຈຸບັນບ້ານໃກ້ຄຽງກັບບໍລິເວນ ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ຍັງບໍ່ມີການຈູດໄຮ່ເທື່ອຍ້ອນກຳລັງຢູ່ໃນໄລຍະການເກັບກູ້ມັນຕົ້ນ ແຕ່ເມື່ອຮອດ ເດືອນພຶດສະພາປະຊາຊົນ ຈະເຣີ່ມຈູດໄຮ່ເພື່ອກຽມການປູກຝັງໃນໄລຍະດູຝົນ. ໃນປີທີ່ຜ່ານມາສາມາດເຫັນຄວັນໄຟຫຼາຍບ່ອນຢູ່ບໍລິເວນຕີນພູ ແລະເທິງພູເຂົາຄວາຍ ຍ້ອນເປັນບ່ອນທີ່ຊາວບ້ານໄປເຮັດໄຮ່ ເຮັດສວນ.

ດັ່ງຊາວບ້ານຊຽງແລນາ ເມືອງປາກງື່ມນາງກ່າວວ່າ:

“ໂອຕອນນີ້ຍັງຂະເຈົ້າຍັງບໍ່ທັນໄດ້ຈູດກ່ອນໜ້ານີ້ ມີຈູດໄປແລ້ວຄົນທີ່ວ່າເຮັດໄຮ່ເຮັດສວນເຮັດຫຍັງ ຊ່ວງນີ້ເຂົາເຈົ້າຍັງກູ້ມັນຕົ້ນຫັ້ນນ່າ ເຂົາຍັງບໍ່ທັນໄດ້ເຮັດໄຮ່ເທື່ອປະມານເດືອນສີ່ ເດືອນຫ້ານີ້ແຫຼະ ປະມານເດືອນ 5 ຈະເຣີ່ມເຮັດໄຮ່ໂອ້ປີກາຍນີ້ຈູດຫຼາຍ ຫຼາຍຈົນເຮືອນພວກຂ້ອຍຢູ່ແຖວຕີນພູເຂົາຄວາຍຫັ້ນນ່າ ຈົນຢູ່ບໍ່ໄດ້ພຸ້ນນ່າມັນຄັວນເດ.”

ສ່ວນສະພາບອາກາດ ທຽບໃສ່ໄລຍະດຽວກັນແລ້ວ ຕອນນີ້ຖືວ່າດີກ່ວາສະພາບອາກາດ ເມື່ອປີກາຍສ່ວນໜຶ່ງຍ້ອນວ່າປີກາຍມີການບຸກເບີກ ປ່າເພື່ອປູກມັນຕົ້ນຫຼາຍແຕ່ໃນປີນີ້ ບໍ່ມີການບຸກເບີກພື້ນທີ່ແລ້ວ. ນອກຈາກນີ້ ຍັງມີພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນຜແນກກະສິກັມ ແລະປ່າໄມ້ຂອງເມືອງ ແລະ ນາຍບ້ານລົງໂຄສະນາວຽກງານ ເຝົ້າລະວັງໄຟໄໝ້ລາມປ່ານໍາ.

ດັ່ງຊາວບ້ານຊຽງແລນາ ເມືອງປາກງື່ມ ອີກນາງໜຶ່ງກ່າວໃນມື້ດຽວກັນວ່າ:

“ບໍ່ບໍ່ສູ້ປີກາຍໜ້າຈະບໍ່ຮຸນແຮງເທົ່າປີກາຍ ຂະເຈົ້າບຸກເບີກປູກມັນຕົ້ນອິຫຍັງຫຼາຍເດ້ ປີກາຍໂດຍມີນາຍບ້ານນາຍຫຍັງຂະເຈົ້າ ກໍປະກາດຕະຫຼອດແລ້ວ ພວກປ່າໄມ້ອິຫຍັງເຂົາເຈົ້າກໍລົງມາເຜີຍແຜ່ ໂຄສະນາຕະຫຼອດຢູ່ ປະມານ 3-4 ເດືອນນີ້ຂະເຈົ້າກໍລົງມາເທື່ອໜຶ່ງ ຂະເຈົ້າກໍໃຫ້ນາຍບ້ານປະກາດຫຍັງແລ້ວກໍໄປຮວມກັນ ແລ້ວຈຂະເຈົ້າກໍແນະນຳ.”

ຊາວບ້ານເວີນກະເບົາ ເມືອງປາກງື່ມກ່າວວ່າມາຮອດປັດຈຸບັນ ກໍຍັງບໍ່ມີການຈູດເທື່ອຍ້ອນ ປັດຈຸບັນມີການເຝົ້າລະວັງຢ່າງເຂັ້ມງວດຈາກເຈົ້າໜ້າ ທີ່ປ່າໄມ້ແລະທະຫານໃນບໍລິເວັນເຂດພູເຂົາຄວາຍ. ນອກຈາກນີ້ຊາວບ້ານຍັງມີການລົນນະລົງ ບໍ່ໃຫ້ຂຶ້ນໄປເຮັດໄຮ່ເຮັດສວນຢູ່ເທີງພູນໍາດ້ວຍ ຍ້ອນຢ້ານເກີດໄຟໄໝ້ລາມປ່າແບບປີກາຍ.

ດັ່ງທ່ານກ່າວວ່າ:

“ເມືອງປາກງື່ມບໍ່ມີໆ ຂະເຈົ້າຍາມຕະຫຼອດບໍ່ມີການຈູດໄຮ່ຂະເຈົ້າມີເຈົ້າໜ້າທີ່ ຄຸ້ມຄອງຕາມບ້ານແລ້ວກໍມີທະຫານຕອນນີ້ ຊາວບ້ານກຳລັງລົນນະລົງພາກັນໄປຮັກສາແບບວ່າ ບໍ່ໃຫ້ຂຶ້ນໄປຫາຢູ່ຫາກີນຢູ່ເທິງພູແລ້ວເພາະວ່າ ປີກາຍແຕ່ວ່າປີຜ່ານໆ ມາຫັ້ນຂະເຈົ້າໄປແລ້ວໜຶ່ງມາກໍມີການຈູດປ່າເນາະ ມີອັກຄີໄພປ່າເກີດຂຶ້ນປີນີ້ຂະເຈົ້າເຂັ້ມງວດ ແລ້ວປ່າມັນຈະເບິດຫຼາຍ.”

ໃນໄລຍະເດືອນມີນາປີ 2023 ເກີດໄຟໄໝ້ລາມປ່າຢູ່ເຂດປ່າ ສະຫງວນພູພະນັງ-ພູເຂົາຄວາຍຢ່າງໜັກໜ່ວງເຈົ້າໜ້າທີ່ບໍ່ສາມາດສະກັດກັ້ນຄັວນໄຟ ໄດ້ໝົດສົ່ງຜົນໃຫ້ມີໝອກຄັວນ ແລະຄັວນໄຟແຜ່ກະຈາຍທົ່ວພື້ນທີ່ສົ່ງຜົນກະທົບດ້ານສຸຂະພາບ ຕໍ່ປະຊາຊົນເຮັດໃຫ້ທາງການເມືອງ ທ່າພະບາດ ແຂວງບໍລິຄຳໄຊຕ້ອງສັ່ງໂຈະໂຮງຮຽນໃນໄລຍະດັ່ງກ່າວ.

ອຸທິຍານແຫ່ງຊາດພູເຂົາຄວາຍ ມີເນື້ອທີ່ປະມານ 200,000 ເຮັກຕາ, ກວມເອົາພື້ນທີ່ສ່ວນໜຶ່ງຂອງເມືອງໄຊທານີ ແລະເມືອງປາກງື່ມ ນະຄອນຫລວງວຽງຈັນ ໃນເນື້ອທີ່ 22,000 ເຮັກຕ້າຣ໌ ຂອງເມືອງທຸລະຄົມ ແລະເມືອງແກ້ວອຸດົມ ແຂວງວຽງຈັນ ໃນເນື້ອທີ່ 38,000 ປາຍເຮັກຕ້າຣ໌ ຂອງເມືອງລ້ອງຊານ ແລະເມືອງຮົ່ມ ແຂວງໄຊສົມບູນ ໃນເນື້ອທີ່24,000 ປາຍເຮັກຕ້າຣ໌, ຂອງເມືອງທ່າພະບາດ ແຂວງບໍລິຄໍາໄຊໃນເນື້ອທີ່ 107,600 ປາຍເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.