ການແກ້ໄຂບັນຫາ ຝຸ່ນ-ຄວັນ ຂອງລັດຖະບານຍັງບໍ່ໄດ້ຜົນ
2024.10.30
ໃນຫຼາຍປີມານີ້ ປະເທດລາວ ໄດ້ປະເຊີນກັບບັນຫາຝຸ່ນຄວັນ ແລະ ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ອັນເນື່ອງມາຈາກ ການບຸກເບິກຖາງປ່າ, ຈູດຂີ້ເຫຍື້ອຢູ່ບ້ານ ຫຼື ໄຮ່ນາ, ຮົ້ວສວນ ເພື່ອກະກຽມທຳການກະເສດ ຕາມລະດູການ ທີ່ຊາວບ້ານໃນເຂດທ້ອງຖິ່ນ ຖືຄອງເປັນອາຊີບ ແລະ ວິຖີຊີວິດຂອງເຂົາເຈົ້າ.
ດັ່ງ ທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສຳພາດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ຕຸລາ 2024 ນີ້ວ່າ:
“ໃນຊ່ວງ ເດືອນສອງ ເດືອນສາມຂຶ້ນໄປ ທີ່ຍູ່ໃນໄລຍະທຳການຜະລິດ ຕອນນັ້ນກະແມ່ນ ມີຄຸນນະພາບອາກາດ ບໍ່ຄ່ອຍດີປານໃດເນາະ ສະພາບ PM 2.5 ຈະສູງໃນໄລຍະດັ່ງກ່າວຫັ້ນ ກະຍ້ອນ ຈາກການຈູດປ່າ ຖາງປ່າ ເຮັດໄຮ່ແດ່ ແລ້ວກະ ການກະກຽມພື້ນທີ່ ສຳລັບ ປູກຝັງກະເປັນແບບພື້ນບ້ານ.”
ທາງການລາວ ໄດ້ຍອມຮັບວ່າ ບັນຫາຝຸ່ນຄວັນ ຖືເປັນມົນລະພິດ ທາງອາກາດ ທີ່ສົ່ງຜົນກະທົບ ທາງລົບ ຕໍ່ສິ່ງແວດລ້ອມ, ຄຸນນະພາບອາກາດ, ເສດຖະກິດ, ສຸຂະພາບຂອງປະຊາຊົນ ແລະທີ່ສຳຄັນ ຍັງກໍ່ໃຫ້ເກີດຄວາມສ່ຽງຕໍ່ພະຍາດຫົວໃຈ ແລະ ພະຍາດລະບົບທາງເດີນຫາຍໃຈ ເຊັ່ນ: ຫອບຫືດ, ຫຼອດລົມອັກເສບ, ວິນຫົວ, ພູມແພ້ ແລະ ອື່ນໆ.
ເພື່ອແກ້ໄຂບັນຫາຝຸ່ນຄວັນ ແລະສ້າງສະພາບອາກາດທີ່ດີ ໃນອະນາຄົດ ລັດຖະບານ ກໍໄດ້ມີການປັບປຸງ-ແກ້ໄຂກົດໝາຍ ວ່າດ້ວຍ ສິ່ງແວດລ້ອມ ແລະ ສົ່ງເສີມເທັກໂນໂລຍີ ທີ່ສະອາດ, ປັບປຸງຄຸນນະພາບອາກາດ, ຕິດຕາມ ແລະ ເສີມສ້າງຄວາມເຂັ້ມແຂງ ໃຫ້ກັບພາກສ່ວນຕ່າງໆ ໃນສັງຄົມ ໃຫ້ເກີດຄວາມເຂົ້າໃຈຢ່າງເລິກເຊິ່ງ ແຕ່ນະໂຍບາຍຕ່າງໆ ຖືເປັນຄວາມທ້າທາຍ ທີ່ຈະແກ້ໄຂບັນຫາໄດ້ ໃນໄລຍະສັ້ນ.
ນອກຈາກນີ້ ທາງການລາວ ຍັງໄດ້ລົງໂຄສະນາ ເລື່ອງການ ຍຸດຕິການຖາງປ່າ-ເຮັດໄຮ່ ພ້ອມກັບ ຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ ເພື່ອໃຫ້ປະຊາຊົນ ຢູ່ກັບທຳມະຊາດ, ຫຼຸດຜ່ອນການຕັດໄມ້, ຫຼຸດຜ່ອນການຈູດປ່າ ເພື່ອປັດສະຈາກມົນລະຜິດ, ມີສິ່ງແວດລ້ອມທີ່ດີ ແລະ ມີຊິວິດການເປັນຢູ່ທີ່ດີ. ດັ່ງ ທ່ານນາງ ບຸນຄຳ ວໍລະຈິດ ໃຫ້ສຳພາດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ລັດຖະບານ ກະໄດ້ສືບຕໍ່ນະໂຍບາຍຫັ້ນ ໄດ້ກຳນົດເຂົ້າຍູ່ໃນກົດໝາຍ ມີຄຳສັ່ງສະເພາະຂອງທ່ານນາຍົກອອກມາ ກ່ຽວກັບ ການຄຸ້ມຄອງໄຟໃໝ້ປ່າບໍ່ ຫຼືວ່າ ການຈູດປ່າຊະຊາຍບໍ່ຕ່າງໆ ເພື່ອຫຼຸດຜ່ອນ ບັນຫາມົນລະພິດທາງອາກາດ ທີ່ເກີດຈາກໄຟປ່າຫັ້ນເນາະ ຫຼືວ່າ ການຈູດຂີ້ເຫຍື້ອຊະຊາຍບໍ່ ຢູ່ໃນຕາມຕົວເມືອງ.”
ກ່ຽວກັບ ບັນຫາຝຸ່ນຄວັນນີ້ ຊາວລາວທ່ານນຶ່ງ ໃນເມືອງຫົງສາ ແຂວງໄຊຍະບູລີ ກ່າວວ່າ ໄລຍະລະດູແລ້ງຂອງທຸກປີ ຊາວບ້ານສ່ວນໃຫຍ່ ກໍ່ຈະເລີ້ມບຸກເບິກຖາງປ່າ, ຈູດປ່າ ເພື່ອກະກຽມທຳການກະເສດຕາມ ລະດູການ ເຊິ່ງຈະມີຝຸ່ນຄວັນເກິດຂຶ້ນ ເປັນເລື່ອງປົກກະຕິ ແລະຊາວບ້ານເອງ ກະບໍ່ໄດ້ມີຄວາມຮູ້ພຽງພໍ ກ່ຽວກັບຜົນກະທົບທີ່ຈະເກີດຂຶ້ນ ເນື່ອງຈາກ ເປັນອາຊີບ ແລະ ວິຖີຊີວິດຂອງເຂົາເຈົ້າ. ດັ່ງ ຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ຕຸລາ ນີ້ວ່າ:
“ມັນກະມີຢູ່ ຄວັນທຳມະດາ ຖືວ່າ ປົກກະຕິ ບາງບ່ອນກະໄຟໃໝ້ລາມປ່າ ເພາະວ່າ ຍັງມີພາກສ່ວນນຶ່ງ ຍັງເຮັດໄຮ່ຍູ່, ອາການແສບຫູ ແສບຕາ ຖືວ່າ ປົກກະຕິ ບໍ່ມີບັນຫາໄດ໋ໂຕນີ້.”
ທາງດ້ານ ເຈົ້າໜ້າທີ່ ຜະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ກ່າວວ່າ ໃນຫຼາຍປີມານີ້ ຫຼາຍແຂວງພາກເໜືອຂອງລາວ ກໍໄດ້ມີການເພີ່ມທະວີຄວາມຮັບຜິດຊອບ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂເຫດການຈູດຂີ້ເຫຍື້ອ, ຈູດປ່າ ແລະ ທົ່ງນາ-ຮົ້ວສວນ ແບບຊະຊາຍ ຕາມກົດໝາຍ ແລະນິຕິກຳຂອງລັດຖະບານກຳນົດໄວ້, ແຕ່ກະຕ້ອງຍອມຮັບວ່າ ການໄປບັງຄັບໃຊ້ກົດໝາຍກັບຊາວບ້ານ ຕໍ່ການບຸກເບິກຖາງປ່າ, ຈູດຂີ້ເຫຍື້ອ ຫຼື ໄຮ່ນາ, ຮົ້ວສວນຂອງຊາວບ້ານ ເພື່ອກະກຽມທຳການກະເສດຕາມລະດູການ ກະເປັນອາຊີບ ແລະວິຖີຊີວິດຂອງເຂົາເຈົ້າ ເຊິ່ງເປັນເລື່ອງທີ່ສ້າງຄວາມລຳບາກໃຈ ໃຫ້ກັບເຈົ້າໜ້າທີ່ທ້ອງຖິ່ນ ຫຼາຍສົມຄວນ ເພາະເຈົ້າໜ້າທີ່ທ້ອງຖິ່ນເອງ ກະມີການຖາງປ່າ, ຈູດຂີ້ເຫຍື້ອ ຫຼື ໄຮ່ນາ, ຮົ້ວສວນ ເຊັ່ນດຽວກັນ.
ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ຕຸລາ ນີ້ວ່າ:
“ເພິ່ນກະມີລະບຽບຂອງເພິ່ນຍູ່ເນາະ ເຖິງວ່າ ການຈັດຕັ້ງປະຕິບັດມັນກະຍາກ ປະຊາຊົນ ມັນກະເຮັດໄຮ່ ເຮັດນາ ບາງເທື່ອມັນກະຈູດ ມັນກະຄຸມເຂົາບໍ່ໄດ້ ຊີ້ໄປຈັບຜິດ ຈັບຫຍັງເຂົາກະບໍ່ໄດ້ ປະຊາຊົນເຮັດໄຮ່ ເຮັດນາ ຫັ້ນນ່າ.”
ປະເທດລາວ ເປັນນຶ່ງໃນປະເທດ ພາກພື້ນອາຊ້ຽນ ທີ່ເຮັດໃຫ້ບັນຫາຝຸ່ນຄວັນ ທະວີຄວາມຮຸນແຮງຂຶ້ນ ໃນຂະນະທີ່ພາກລັດ ຍັງຂາດມາດຕະການປ້ອງກັນ ແລະແນວທາງແກ້ໄຂທີ່ເຂັ້ມງວດ ໂດຍສະເພາະ ການບັງຄັບໃຊ້ກົດໝາຍ ຢູ່ພາຍໃນປະເທດ.
ທ່າມກາງບັນຫາຝຸ່ນຄວັນ ທີ່ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ຈົນໄດ້ກາຍມາເປັນບັນຫາຂ້າມຊາດ ທີ່ຫຼາຍປະເທດໃນພາກພື້ນອາຊ້ຽນ ເປັນຕົ້ນ ປະເທດໄທ ແລະພະມ້າ ຕ້ອງໄດ້ຫັນມາຮ່ວມມືກັນ ຢ່າງໜັກແໜ້ນ ແລະເປັນຮູບປະທຳ ໃນການເພີ່ມທະວີຄວາມຮັບຜິດຊອບ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາຝຸ່ນຄວັນ ໃຫ້ໝົດໄປ ພາຍໃນປີ 2030 ນີ້.