ນັກອະນຸຮັກ ສິ່ງແວດລ້ອມ ກັງວົນນຳໂຄງການ ດູດແຮ່ຊາຍ ທີ່ເພີ່ມຫຼາຍຂຶ້ນ

ຈຳປາທອງ
2023.03.17
ນັກອະນຸຮັກ ສິ່ງແວດລ້ອມ ກັງວົນນຳໂຄງການ ດູດແຮ່ຊາຍ ທີ່ເພີ່ມຫຼາຍຂຶ້ນ ໂຕຢ່າງ ໂຄງການດູດແຮ່ຊາຍ ຕາມແຄມນ້ຳຂອງ, ວັນທີ 20 ເດືອນທັນວາ ປີ 2021.
RFA

ນັກອະນຸຮັກສິ່ງແວດລ້ອມ ມີຄວາມກັງວົນນໍາເຣື່ອງການດູດ ຊາຍຫລາຍຂຶ້ນ ຢູ່ປະເທດລາວ. ປັດຈຸບັນ ເມືອງ ແລະແຂວງ ມີສິດອະນຸມັດໃຫ້ສັມປະທານດູດຊາຍ ໃນແມ່ນໍ້າຂອງ ໂດຍຖືເອົາເນື້ອທີ່ ເປັນເຮັກຕ້າຣ໌ເປັນອັນວັດແທກ ແລະຕໍ່ສັນຍາເປັນປີໄປ. ເມືອງມີສິດອະນຸມັດໃຫ້ສັມປະທານບໍ່ເກີນ 5 ເຮັກຕ້າຣ໌ ແລະແຂວງບໍ່ເກີນ 10 ເຮັກຕ້າຣ໌. ແຕ່ຢູ່ລາວ ຍັງບໍ່ມີກໍານົດເຣື່ອງ ປະຣິມານຊາຍ ແລະຄວາມເລິກຂອງພື້ນທີ່ ທີ່ສາມາດດູດໄດ້, ເຮັດໃຫ້ບໍຣິສັດ ທີ່ມີກໍາລັງເຄື່ອງຈັກດູດແຮງ ດູດຊາຍໄດ້ຫລາຍ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງຄໍາມ່ວນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 17 ມິນານີ້ວ່າ:

ເຣື່ອງຂະເຈົ້າສັມປະທານ ໄດ້ຫັ້ນນ່າ ໄດ້ຮັບອະນຸຍາດມາຍັງຕ່າງໆ ແລ້ວເຣື່ອງດູດ ແມ່ນເພິ່ນບໍ່ໄດ້ຈໍາກັດ ເຈົ້າຊິດູດໜ້ອຍ ດູດຫລາຍປານໃດ ກໍເຣື່ອງຂອງເຈົ້າ ແຕ່ວ່າເຂົາຈະກໍານົດໃຫ້ເຈົ້າວ່າ ຂອບເຂດຈັກເຮັກຕ້າຣ໌ ເທົ່ານັ້ນ ອີງຕາມສັມປະທານເຈົ້າຫັ້ນແຫລະ ສເນີໄປ ຢາກໄດ້ຈັກເຮັກຕ້າຣ໌ ເພິ່ນອະນຸຍາດປານໃດກໍດູດປານນັ້ນ.

ຊາຍທີ່ດູດໄດ້ໃນລາວ ຖືກນໍາໃຊ້ພາຍໃນປະເທດ ຍັງບໍ່ໄດ້ສົ່ງອອກໄປຕ່າງປະເທດ ຄືວຽດນາມ ແລະກັມພູຊາ ທີ່ສົ່ງໄປສິງກະໂປ. ຂນາດການດູດຫິນ, ດູດຊາຍ ໃນລາວ ຍັງເປັນຂນາດນ້ອຍ ເມື່ອທຽບກັບ 2 ປະເທດດັ່ງກ່າວ ທີ່ມີຣາຍງານວ່າ ມີການດູດຫິນ, ດູດຊາຍ ແບບຜິດກົດໝາຍຫລາຍ. ການດູດຊາຍໃນລາວ ມີຜົລກະທົບຕາມມາ ເຮັດໃຫ້ເກີດບັນຫາຕ່າງໆ ເປັນຕົ້ນ ດິນເຈື່ອນ, ຊາວບ້ານບໍ່ມີທີ່ດິນແຄມຂອງ ເພື່ອການປູກຝັງ.

ດັ່ງນັກອະນຸຮັກສິ່ງແວດລ້ອມ ຊາວລາວທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ຄົນກໍເວົ້າເຣື່ອງດິນເຈື່ອນ ດິນຫຍັງນັ້ນແຫລະ ດູດໄປຫລາຍ ດິນກໍເຈື່ອນ ເວົ້າເຣື່ອງການກະສິກັມ ປູກຝັງ ເຂດແມ່ນໍ້າຫັ້ນນ່າ ແຄມນໍ້າກໍເຮັດບໍ່ໄດ້ ດິນມັນເຈື່ອນເດ້. ດູດຫລາຍມັນກໍເຈື່ອລົງ ຕາຝັ່ງມັນເຊາະເຈື່ອນລົງ.

ທ່ານເວົ້າວ່າ ການດູດຫິນ, ດູດຊາຍ ນອກຈາກຜົລກະທົບ ຕໍ່ວິຖີຊີວິດຊຸມຊົນ ແຄມຂອງແລ້ວ ຍັງສົ່ງຜົລກະທົບຕໍ່ສັດນໍ້າ ທີ່ໃຊ້ຊາຍເປັນທີ່ີຢູ່ອາສັຍ ແລະແຫລ່ງຫາອາຫານ ແລະສຽງດັງຂອງເຮືອດູດຊາຍ ກໍໄປລົບກວນສັດນໍ້າ, ເຮັດໃຫ້ປາໜີໄປອາສັຍຢູ່ບ່ອນອື່ນ ສົ່ງຜົລກະທົບຕໍ່ລາຍໄດ້ ຂອງຊາວປະມົງພື້ນບ້ານ. ເຂື່ອນໄຟຟ້າໃນແມ່ນໍ້າຂອງ ຄວບຄູ່ກັບການດູດຫິນ, ດູດຊາຍ ເຮັດໃຫ້ກະແສນໍ້າຂອງ ຜັນຜວນ ຂຶ້ນລົງບໍ່ເປັນປົກກະຕິຫລາຍຂຶ້ນ ແລະເຂື່ອນໃນແມ່ນໍ້າຂອງ ເຮັດໃຫ້ຕະກອນ ຫລືຝຸ່ນຕົມ ຫິນ-ຊາຍ ໃນແມ່ນໍ້າຂອງຫລຸດລົງຫລາຍ. ການດູດຊາຍເປັນກິຈກັມ ທີ່ກວດກາໄດ້ຍາກ ຍ້ອນການໃຫ້ສັມປະທານ ເປັນເນື້ອທີ່, ເຖິງມີໂຄຕ້າກໍານົດໃຫ້ ກໍກວດກາໄດ້ຍາກ ຍ້ອນເຈົ້າໜ້າບໍ່ມີພຽງພໍ.

ເວົ້າເຣື່ອງມາຕການ ເວົ້າໂຄຕ້ານີ້ ມັນເວົ້າບໍ່ໄດ້ເນາະ ມັນບໍ່ເວີກເດີ ເພາະວ່າມັນຕ້ອງທາສັຍຄົນຣັຖໄປເຝົ້າ ໂຄຕ້າວັນລະເທົ່ານີ້ໆ ປາຣິມານ ການປະເມີນຊາຍ ແຕ່ລະຈຸດໆ ມັນກໍຕ່າງກັນເດ້.

ຢູ່ລາວ ມີການດູດຫິນ, ດູດຊາຍ ທັງໃນແມ່ນໍ້າຂອງ ແລະລໍານໍ້າສາຂາຫລາຍແຫ່ງ ເພື່ອນໍາໄປກໍ່ສ້າງ ທັງອາຄານບ້ານເຮືອນ, ເຂື່ອນ, ຖນົນຫົນທາງ ແລະອື່ນໆ. ໄລຍະດູດຊາຍ ແມ່ນແຕ່ເດືອນພຶສຈິກາ ຫາເດືອນມິຖຸນາ ດັ່ງຜູ້ປະກອບການດູດຫິນ, ດູດຊາຍ ໃນລໍານໍ້າງື່ມ ຢູ່ເມືອງວຽງຄໍາ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມິນານີ້ວ່າ:

ກໍຫລາຍ ກໍຮູ້ວ່າເຂົາສັມປະທານ ຫລາຍຫັ້ນນ່າ ສັມປະທານຢູ່ນໍ້າຂອງເປັນຈຸດໆ ໃນວຽງຈັນຊິຮອດໄທຍ.ເຮົາເຣີ່ມດູດຊາຍແຕ່ເດືອນ 11 ເຮົາກໍໂຈະຮອດເດືອນ 6 ເພາະວ່າຍາມຝົນນໍ້າຈະ.”

ທ່ານກ່າວຕື່ມວ່າ ຊາຍຈາກນໍ້າງື່ມ ຖືວ່າເໝາະແກ່ການນໍາໄປປະສົມ ກັບຊີເມັນ ເຮັດດິນບັອກ, ກໍ່ສ້າງຕຶກ ອາຄານ, ຖນົນຫົນທາງຫລາຍກວ່າ. ສ່ວນຊາຍຈາກນໍ້າຂອງ ຈະນິຍົມກັນໃຊ້ໃນການໂບກປູນ, ຖົມພື້ນເຮືອນ.

ລາຄາຊາຍຈາກນໍ້າງື່ມ ແມັດກ້ອນລະ 60,000 ກີບ. ສ່ວນຊາຍນໍ້າຂອງ 150,000 ກີບ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ບໍຣິສັດດູດຊາຍ-ຂາຍຊາຍ ຈາກນໍ້າຂອງ ຢູ່ແຂວງບໍ່ແກ້ວ.

ຣາຍງານຈາກຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫລື MRC ລະບຸວ່າ ໃນປີ 2007 ມີຕະກອນຫລາຍກວ່າ 143 ລ້ານແມັດກ້ອນ ໄຫລລົງສູ່ສາມຫລ່ຽມປາກແມ່ນໍ້າຂອງ ແລະໃນປີ 2040 ຈະມີຕະກອນພຽງ 4.5 ລ້ານແມັດກ້ອນເທົ່ານັ້ນ ທີ່ຈະໄປເຖິງປາກແມ່ນໍ້າຂອງ ໃນວຽດນາມ ຍ້ອນເຂື່ອນໃນຈີນ ແລະລາວ ຈະກັກຕະກອນນັ້ນເອົາໄວ້ ແລະວ່າ ໃນປີ 2020 ເຂື່ອນໃນຈີນ ກັກຕະ ກອນໄວ້ເຖິງ 62.5 ລ້ານຕັນ. ສ່ວນເຂື່ອນໃນລາວ ກັກຕະກອນໄວ້ 30.2 ລ້ານຕັນ ແລະໃນປີ 2040 ຄາດວ່າເຂື່ອນໃນລາວ ຈະກັກຕະກອນເພີ່ມຂຶ້ນ ຫລາຍກວ່າ 2 ເທົ່າ ຍ້ອນຈະມີເຂື່ອນ ໃນແມ່ນໍ້າຂອງ ແລະລໍານໍ້າສາຂາ ເພີ່ມຂຶ້ນ.

MRC ເວົ້າວ່າ ເພື່ອການຟື້ນຟູປາຣິມານຫິນ-ຊາຍ ແລະຕະກອນໃນແມ່ນໍ້າຂອງ ຕ້ອງມີການຮ່ວມມືຈາກທຸກຝ່າຍທີ່ກ່ຽວຂ້ອງ.

ໃນບໍຣິເວນປາກແມ່ນໍ້າຂອງ ຢູ່ວຽດນາມ ການດູດຊາຍໄດ້ສົ່ງຜົລກະທົບ ຕໍ່ວິຖີຊີວິດຂອງຊຸມຊົນແລ້ວ. ໜັງສືພິມ Thanh Nien ຂອງວຽດນາມ ລະບຸວ່າ ລະຫວ່າງປີ 2018-2020 ບ້ານເຮືອນຫລາຍກວ່າ 1,800 ຫລັງ ໃນ 5 ໝູ່ບ້ານເພພັງ ແລະຈົມນໍ້າ ຍ້ອນດິນເຈື່ອນ, ມູນຄ່າເສັຽຫາຍຫລາຍກວ່າ 8.6 ລ້ານໂດລ້າຣ໌ສະຫະຣັຖ. ການດູດຫິນ-ດູດຊາຍ ແລະເຂື່ອນ ເຮັດໃຫ້ນໍ້າທະເລໄຫລເຂົ້າ 3 ຫລ່ຽມປາກແມ່ນໍ້າຂອງ ເພີ່ມຂຶ້ນເລື້ອຍໆ ສົ່ງຜົລໃຫ້ປາຣິມານນໍ້າດື່ມ ແລະນໍ້າທີ່ໃຊ້ໃນການປູກຝັງຫລຸດລົງ.

ຣາຍງານຈາກກອງທຶນສັດປ່າໂລກ ຫລື WWF ກ່ຽວກັບຜົລກະທົບ ຈາກການດູດຊາຍ ຕໍ່ໂຄງປະກອບຂອງລະບົບນິເວດ, ຂັ້ນຕອນຂະບວນການ ແລະຄວາມຫລາກຫລາຍ ໃນແມ່ນໍ້າ ໄດ້ສເນີວິທີແກ້ບັນຫາເພີ່ມຕື່ມວ່າ ຣັຖບານແຕ່ລະປະເທດ ຕ້ອງເພີ່ມຄວາມເອົາໃຈໃສ່ ເຣື່ອງການບໍຣິຫານຄຸ້ມຄອງ ໃນການໃຫ້ສັມປະທານດູດຫິນ, ດູດຊາຍ, ກັບໄປໃຊ້ວັດສະດຸປະເພດອື່ນແທນຊາຍ ໃນການກໍ່ສ້າງຕ່າງໆ ເປັນຕົ້ນ ວັດສະດຸຣີໄຊເຄີລ, ແລະຄົ້ນຫາວິທີການ ອອກແບບ ແລະກໍ່ສ້າງຕ່າງໆ ທີ່ຫລຸດການໃຊ້ຊາຍ.

ຊາຍເປັນນຶ່ງໃນແຮ່ທາດ ທີ່ສໍາຄັນຕໍ່ມະນຸສ ສະຫະປະຊາຊາຕ ລະບຸວ່າ ຄວາມຕ້ອງການຊາຍ ໃນທົ່ວໂລກຕໍ່ມື້ ຢູ່ທີ່ 18 ກິໂລຕໍ່ຄົນ ຄື 6,570 ກິໂລຕໍ່ປີ. ໃນອະນາຄົດ ຄວາມຕ້ອງການຊາຍ ຈະສູງຂຶ້ນເລື້ອຍໆ ຍ້ອນບ້ານເມືອງ, ໂຄງຮ່າງພື້ນຖານ ແລະການພັທນາອື່ນໆ ຈະຂຍາຍຕົວ ເພື່ອຮອງຮັບຈໍານວນປະຊາກອນທີ່ເພີ່ມຂຶ້ນ.

ງານວິຈັຍຫຼ້າສຸດ ລະບຸວ່າ ກັມພູຊາ ແລະວຽດນາມ ດູດຫິນ-ດູດຊາຍ ຈາກນໍ້າຂອງຫລາຍກວ່າ 100 ລ້ານ ແມັດກ້ອນຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.