ສຳຣວດ ເພື່ອສ້າງເຂື່ອນສາຣະວັນ ເປັນໄປໄດ້ ຕ້ອງໂຍກຍ້າຍ ຊາວບ້ານ
2022.02.16

ມາຮອດປັດຈຸບັນ, ການລົງພື້ນທີ່ສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ເພື່ອເຮັດໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງນ້ຳ ສາຣະວັນ ຫຼືເຂື່ອນບ້ານກຸ່ມ ຂອງບໍຣິສັດ ພະລັງງານບໍຣິສຸດ ຈຳກັດມະຫາຊົນ ຈາກປະເທດໄທຍ, ເຊິ່ງຈະສ້າງຢູ່ເຂດບ້ານຄຳຕື້, ເມືອງຄົງເຊໂດນ ແຂວງສາຣະວັນ ເປັນຫຼັກນັ້ນ ໄດ້ສຳເຣັດໄປແລ້ວໃນເບື້ອງຕົ້ນ, ໂດຍມີຄວາມເປັນໄປໄດ້ສູງວ່າ ທາງໂຄງການ ມີແຜນຈະໂຍກຍ້າຍຊາວບ້ານ ຢູ່ບ້ານຄຳຕື້ ໄປຢູ່ເຂດຈັດສັນ, ແຕ່ຍັງບໍ່ທັນລະບຸ ຢ່າງຄັກແນ່ເທື່ອວ່າ ຈະຍ້າຍຊາວບ້ານຈັກຄອບຄົວ ແລະ ຈະສົ່ງຜົລກະທົບຫຼາຍສ່ຳໃດ. ດັ່ງເຈົ້າໜ້າທີ່ ແຂວງສາຣະວັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ກຸມພາ ນີ້ວ່າ:
“ໃນລະດັບຂະເຈົ້າສຶກສາຫັ້ນ ຄາດວ່າ ຈະໄດ້ຍ້າຍແຕ່ບ້ານດຽວເນາະ, ແຕ່ວ່າຂະເຈົ້າສຳຣວດ ແມ່ນສຳຣວດໃນລະດັບສູງ ເພື່ອວ່າ ຂະເຈົ້າໄປຄັດເລືອກ ເປົ້າໝາຍຂະເຈົ້າຫັ້ນນ່າ. ຣາຍລະອຽດແທ້ໆ ແມ່ນຜົລການສຳຣວດ ຍັງບໍ່ທັນອອກມາເນາະວ່າ ຈະເປັນແນວໃດຫັ້ນນ່າ. ສຳຣວດໝົດແລ້ວ ເຫຼືອແຕ່ການປັບປຸງແບບ ປັບປຸງບົດເຂົາຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສຳລັບຜົລການສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ແບບລະອຽດນັ້ນ, ທາງບໍຣິສັດດັ່ງກ່າວ ຍັງບໍ່ທັນໄດ້ຣາຍງານ ແກ່ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງສາຣະວັນເທື່ອ ແລະ ຖ້າຫາກວ່າ ຜົລການສຳຣວດ ສຶກສາຄວາມເປັນໄປໄດ້ ເປັນໄປໃນທິດທາງດີ ແລະ ມີຜົລປໂຍດ ຫຼາຍກວ່າຜົລກະທົບ ທີ່ຈະເກີດຂຶ້ນນັ້ນ ທາງເຈົ້າຂອງໂຄງການ ກໍຈະສເນີຕໍ່ຣັຖບານລາວ ແລະ ຣັຖບານໄທຍ ເພື່ອຂໍພັທນາໂຄງການ ແລະ ເຮັດສັນຍາກໍ່ສ້າງເຂື່ອນນີ້. ແຕ່ຄາດວ່າ ຍັງຈະໃຊ້ເວລາອີກດົນເຕີບ ກ່ອນທີ່ຈະເຂົ້າສູ່ຂະບວນການ ປຶກສາຫາລືລ່ວງໜ້າ ຫຼື PNPCA ກ່ອນຈະເຣີ່ມລົງມືກໍ່ສ້າງ.
ໃນຂະນະທີ່ຊາວບ້ານ ຢູ່ບ້ານຄຳຕື້ ນາງນຶ່ງ ກ່າວວ່າ ກ່ອນໜ້ານີ້ ກໍໄດ້ເຫັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ ມາສຳຣວດແທ້, ແຕ່ກໍບໍ່ໄດ້ເວົ້າເຖິງ ຣາຍລະອຽດ ກ່ຽວກັບການໂຍກຍ້າຍ ແລະ ການທົດແທນເທື່ອ. ສ່ວນລາວເອງ ແລະ ຊາວບ້ານອີກຫຼາຍຄົນ ລ້ວນແຕ່ມີຄວາມເຫັນນຳກັນວ່າ ບໍ່ຢາກໂຍກຍ້າຍໄປຢູ່ບ່ອນໃໝ່. ດັ່ງຍານາງ ກ່າວວ່າ:
“ເພິ່ນລົງມາຫວ່າງນີ້ນ່າ ຫວ່າງ 2 ທິດຫຼັງນີ້ ເພິ່ນລົງມາສຳຣວດຢູ່. ຖ້າສົມມຸດວ່າ ເພິ່ນມາສ້າງເຂື່ອນສ້າງຫຍັງ ກະອາຈຊິໄດ້ຍ້າຍ ເພິ່ນລົງມາ ເພິ່ນກະຍັງບໍ່ທັນໄດ້ວ່າຈັ່ງໃດ ອີ່ຫຍັງຊີ້ນ່າ. ເພິ່ນກໍບໍ່ທັນໄດ້ເວົ້າເຖິງຂັ້ນວ່າ ຊິຍ້າຍບ້ານຍ້າຍຫຍັງ ເພິ່ນກະບໍ່ທັນໄດ້ວ່າ. ຄັນເປັນໄປໄດ້ ກະບໍ່ຢາກຍ້າຍຫັ້ນແຫຼະ.”
ຍານາງກ່າວຕື່ມວ່າ ຊາວບ້ານ ຢູ່ບ້ານຄຳຕື້ ມີປະມານ 120 ຄອບຄົວ, ສ່ວນໃຫຍ່ ມີອາຊີບເຮັດການກະເສດ ແລະ ຫາປາ ຕາມລຳແມ່ນ້ຳຂອງ. ຄັນວ່າຊາວບ້ານທັງໝົດບ້ານ ຈະຖືກໂຍກຍ້າຍ ຫຼີກທາງໃຫ້ໂຄງການເຂື່ອນດັ່ງກ່າວ ກໍຢ້ານວ່າ ຊີວິດຂອງແຕ່ລະຄອບຄົວ ຈະປ່ຽນໄປ ແລະ ອາຈຫາກິນຫຍຸ້ງຍາກຫຼາຍຂຶ້ນ.
ສ່ວນຢູ່ເຂດບ້ານດອນກຸ່ມ, ເມືອງຊະນະສົມບູນ ແຂວງຈຳປາສັກ, ເຊິ່ງເປັນບ້ານ ທີ່ມີຊາຍແດນ ຕິດກັບເມືອງຄົງເຊໂດນ ແຂວງສາຣະວັນ ແລະ ຄາດວ່າ ຈະໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ເຊັ່ນດຽວກັນນັ້ນ, ຫຼ້າສຸດນີ້ ເຈົ້າໜ້າທີ່ ເມືອງຊະນະສົມບູນ ທີ່ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ໄດ້ຊີ້ແຈ້ງ ຕໍ່ວິທຍຸເອເຊັຽເສຣີ ວ່າ ຍັງບໍ່ມີຣາຍງານວ່າ ຊາວບ້ານ ບ້ານດອນກຸ່ມ ຈະຖືກໂຍກຍ້າຍ ຍ້ອນໂຄງການເຂື່ອນດັ່ງກ່າວ ແຕ່ຢ່າງໃດ.
ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ຫາບໍຣິສັດ ພະລັງງານບໍຣິສຸດ ຈຳກັດມະຫາຊົນ ທີ່ມີສຳນັກງານໃຫຍ່ ຢູ່ນະຄອນຫຼວງບາງກອກ ປະເທດໄທຍ ເພື່ອຖາມຣາຍລະອຽດເພີ່ມຕື່ມ, ແຕ່ບໍ່ມີພະນັກງານຜູ້ໃດ ຮັບໂທຣະສັບ ໃນມື້ວັນທີ 16 ກຸມພາ ນີ້.
ແຕ່ເຖິງຢ່າງໃດກໍຕາມ, ໃນວັນທີ 11 ກຸມພາ ທີ່ຜ່ານມານີ້ ທ່ານ ພົງຣັດ ພິຣົມຣັດ, ເຈົ້າແຂວງ ແຂວງອຸບົລຣາຊທານີ ຂອງໄທຍ ໄດ້ອອກໜັງສື ໄປຍັງບໍຣິສັດ ພະລັງງານບໍຣິສຸດ ຈຳກັດມະຫາຊົນ ເພື່ອຂໍໃຫ້ຊະລໍການສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ໃນພື້ນທີ່ ແຂວງອຸບົລຣາຊທານີ ທີ່ຢູ່ກົງກັນຂ້າມ ກັບເມືອງຄົງເຊໂດນ ແຂວງສາຣະວັນ ຍ້ອນການສຳຣວດ ແລະ ສຶກສາຄວາມເປັນໄປໄດ້ດັ່ງກ່າວ ຍັງບໍ່ທັນປະກົດຂໍ້ມູນ ທີ່ລະບຸເຖິງ ຄວາມຮ່ວມມື ລະຫວ່າງໜ່ວຍງານທີ່ກ່ຽວຂ້ອງ ຂອງໄທຍ ແລະ ລາວ, ເຊິ່ງອາຈເຮັດໃຫ້ ເກີດຜົລກະທົບ ຕໍ່ຄວາມສັມພັນ ລະຫວ່າງໄທຍ-ລາວ ແລະ ຄວາມໝັ້ນຄົງ ດ້ານຊາຍແດນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາສຳນັກງານ ຊັພຍາກອນນ້ຳແຫ່ງຊາດ ຂອງໄທຍ ເພື່ອສອບຖາມຄວາມເຫັນ ແລະ ຂໍ້ມູນເພີ່ມຕື່ມ, ແຕ່ທາງເຈົ້າໜ້າທີ່ ໜ່ວຍງານດັ່ງກ່າວ ຢືນຢັນວ່າ ຍັງບໍ່ທັນໄດ້ຮັບແຈ້ງຂໍ້ມູນ ກ່ຽວກັບໂຄງການ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ຈຶ່ງຍັງບໍ່ສາມາດ ອອກຄວາມເຫັນ ຫຼືໃຫ້ຂໍ້ມູນ ກ່ຽວກັບຂໍ້ກັງວົນໃດໆໄດ້ເທື່ອ.
ທາງດ້ານເຄືອຂ່າຍ ຮັກແມ່ນ້ຳຂອງ ເມືອງໂຂງຈຽມ ແຂວງອຸບົລຣາຊທານີ ກໍຮູ້ສຶກດີໃຈ ພໍສົມຄວນ ທີ່ທ່ານເຈົ້າແຂວງ ແຂວງອຸບົລຣາຊທານີ ໄດ້ອອກໜັງສືດັ່ງກ່າວ ຫາບໍຣິສັດ ພະລັງງານບໍຣິສຸດ ຈຳກັດມະຫາຊົນ, ເຊິ່ງສະແດງໃຫ້ເຫັນວ່າ ທາງເຈົ້າໜ້າທີ່ເອງ ກໍໃຫ້ຄວາມສຳຄັນ ກ່ຽວກັບການປ້ອງກັນ ຜົລກະທົບຕໍ່ຊາວບ້ານ ແຄມແມ່ນ້ຳຂອງ ພາຍຫຼັງທີ່ກຸ່ມເດັກນ້ອຍ ເມືອງໂຂງຈຽມ ໄດ້ໄປຍື່ນໜັງສື ຮ້ອງຮຽນຕໍ່ທ່ານເຈົ້າແຂວງ ແຂວງອຸບົລຣາຊທານີ ໃນວັນທີ 7 ກຸມພາ ທີ່ຜ່ານມາ. ແຕ່ກໍເຊື່ອວ່າ ທາງບໍຣິສັດດັ່ງກ່າວ ກໍຈະສືບຕໍ່ຂໍສເນີສ້າງ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ຢູ່ຄືເກົ່າ. ດັ່ງຍານາງ ຄຳປິ່ນ ອັກສອນ, ເຈົ້າໜ້າທີ່ ກຸ່ມເຄືອຂ່າຍ ຮັກແມ່ນ້ຳຂອງ ກ່າວວ່າ:
ຍານາງວ່າ: “ກໍຄິດວ່າ ມັນເປັນເຣື່ອງທີ່ດີ ຄິດວ່າມັນກໍເປັນເງື່ອນໄຂ ທີ່ທ່ານເຈົ້າແຂວງ ຕ້ອງຕອບຮັບໃນລັກສະນະແບບນີ້ຢູ່ແລ້ວ, ແຕ່ສ່ວນນຶ່ງ ພວກເຮົາພະຍາຍາມ ທີ່ຈະພາກຸ່ມເດັກນ້ອຍ ໄປສະແດງພະລັງ. ແຕ່ຄັນຖາມວ່າ ມັນສຳເຣັດແລ້ວ ຫຼືບໍ່? ມັນກະຍັງບໍ່ທັນສຳເຣັດ ຍ້ອນທຶນຕ່າງໆ ກໍຍັງຈະຜັກດັນ ໃຫ້ເກີດໂຄງການເຂື່ອນດັ່ງກ່າວ ຢູ່ຄືເກົ່າ. ແຕ່ທາງກຸ່ມພວກເຮົາເອງ ກໍຈະເດີນໜ້າ ປົກປ້ອງຜົລກະທົບ ຕໍ່ຊາວບ້ານແຄມນ້ຳຂອງ ຕໍ່ໄປ.”
ໃນຂະນະດຽວກັນ, ຊາວບ້ານ ທີ່ເຮັດການກະເສດ ຢູ່ແຄມນ້ຳຂອງ ເມືອງໂຂງຈຽມ ແຂວງອຸບົລຣາຊທານີ ກ່າວວ່າ ລາວເອງ ກໍຮູ້ສຶກຢ້ານ ຈະໄດ້ຮັບຜົລກະທົບຫຼາຍດ້ານ ຄັນໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ເກີດຂຶ້ນ ຍ້ອນທີ່ຜ່ານມາ ການກໍ່ສ້າງເຂື່ອນໄຊຍະບູຣີ ກໍໄດ້ສົ່ງຜົລກະທົບ ໃຫ້ຊາວບ້ານ ຢູ່ເຂດເມືອງໂຂງຈຽມ ຫາກິນລຳບາກຫຼາຍຂຶ້ນ.
“ເຂື່ອນກຳລັງຊິເກີດຊີ້ນ່າ ຊາວບ້ານມັນຫາກິນຊິຍາກ ລຳບາກ. ສ້າງເຂື່ອນໄຊຍະບູຣີ ກະຍັງລຳບາກແລ້ວ ເຄີຍເຮັດນາແຊງ ກະບໍ່ໄດ້ເຮັດ. ມັນຈັ່ງຊີ້ (ຫົວມັນ) ກະບໍ່ໄດ້ປູກ ນ້ຳມັນຖ້ວມ.”
ສ່ວນຜູ້ປະກອບການຣີສອດ ຢູ່ແຄມແມ່ນ້ຳຂອງ ເມືອງໂຂງຈຽມ ກໍຮູ້ສຶກກັງວົນວ່າ ໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ອາຈທຳລາຍທັມມະຊາດ ແລະ ການໄຫຼ ຂອງແມ່ນ້ຳຂອງ ຈົນສົ່ງຜົລກະທົບ ຕໍ່ການທ່ອງທ່ຽວ ຢູ່ເມືອງໂຂງຈຽມ ນຳດ້ວຍ. ດັ່ງທ່ານກ່າວວ່າ:
ທ່ານວ່າ: “ເມືອງໂຂງຈຽມ ກໍຈະຂຶ້ນຊື່ ໃນເຣື່ອງການທ່ອງທ່ຽວ ແບບແມ່ນ້ຳສອງສີ, ແຕ່ຄັນຖ້າມີການສ້າງ ເຂື່ອນພະລັງງານນ້ຳ ສາຣະວັນ ເທິງແມ່ນ້ຳຂອງ ກໍບໍ່ຮູ້ວ່າ ການໄຫຼຂອງນ້ຳ ຈະປ່ຽນແປງແນວໃດ. ອັນນີ້, ເຮົາຍັງບໍ່ຮູ້ຄັກແນ່.”
ເຂື່ອນໄຟຟ້າພະລັງງານນ້ຳ ສາຣະວັນ ຫຼືທີ່ເຄີຍໃຊ້ຊື່ ໃນເມື່ອກ່ອນນີ້ວ່າ ເຂື່ອນບ້ານກຸ່ມ ມີຂນາດ 2,200 ເມກະວັຕ ຕາມແຜນການ ຈະສ້າງຂຶ້ນຢູ່ກາງນ້ຳຂອງ ເຂດບ້ານຄຳຕື້, ເມືອງຄົງເຊໂດນ ແຂວງສາຣະວັນ ແລະ ກວມເອົາເຂດສ່ວນນຶ່ງ ຂອງບ້ານດອນກຸ່ມ, ເມືອງຊະນະສົມບູນ ແຂວງຈຳປາສັກ ນຳດ້ວຍ, ແຕ່ຍັງບໍ່ທັນເປີດເຜີຍຂໍ້ມູນຄັກແນ່ວ່າ ສຳລັບຈຸດສ້າງເຂື່ອນແທ້ໆນັ້ນ ແມ່ນຈະສ້າງຢູ່ບໍຣິເວນ ພິກັດໃດ.