MRC ຈັດປະຊຸມ ການແລ່ນເຮືອ ໃນແມ່ນໍ້າຂອງ

ໄຊຍາ
2022.09.23
MRC ຈັດປະຊຸມ ການແລ່ນເຮືອ ໃນແມ່ນໍ້າຂອງ ວິຖີ ຊີວິຕ ການແລ່ນເຮືອ ຕາມແລວແມ່ນ້ຳຂອງ ຂອງຜູ້ຄົນ ຕາມແຄມນ້ຳຂອງ ທີ່ເມືອງຊຽງແສນ ແຂວງຊຽງຮາຍ (ປະເທດໄທຍ) ໃກ້ກັບເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງລາວ, ວັນທີ 15 ເມສາ 2022.
RFA

ເມື່ອວັນທີ 20 ກັນຍາທີ່ຜ່ານມາ ຄະນະກັມມາທິການ ແມ່ນໍ້າຂອງ ຫຼື Mekong River Commission (MRC) ໄດ້ຈັດການປະຊຸມ ຄະນະກັມມະການ ກຳກັບການດຳເນີນໂຄງການ ຮ່ວມມືລະຫວ່າງ ໄທຍ-ລາວ ກ່ຽວກັບການຮ່ວມມື ວ່າດ້ວຍການເດີນເຮືອ ໃນແມ່ນໍ້າຂອງ ຈາກຫຼວງພຣະບາງ ໄປຫາຄອນພະເພັງ ໂດຍມີຜູ້ແທນ ຈາກປະເທດລາວ ແລະປະເທດໄທຍ ເຂົ້າຮ່ວມ. ຜ່ານມາການເດີນເຮືອ ຕາມແລວແມ່ນໍ້າຂອງ ຈາກຫຼວງພຣະບາງ ໄປຫາຄອນພະເພັງ ຍັງບໍ່ທັນມີຂໍ້ກຳນົດດັ່ງກ່າວເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຂົນສົ່ງທາງນໍ້າ ຜູ້ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຸຍ ເອເຊັຽເສຣີ ເມື່ອວັນທີ 23 ກັນຍາ 2022 ນີ່ວ່າ:

ເຮົາສ້າງລະບຽບໂຕນີ້ ລະບຽບໂຕນີ້ ມັນຍັງບໍ່ມີການຂົນສົ່ງ ທາງນໍ້າ ລະຫວ່າງຫຼວງພຣະບາງ ໄປຫາຄອນພະເພັງ ບາງໄລຍະກໍມີຊາຍແດນເນາະ ບາງໄລຍະກໍບໍ່ເປັນຊາຍແດນ ແຕ່ວ່າການເດີນເຮືອນີ້ ເຮົາຍັງບໍ່ທັນໄດ້ມີລະບຽບຫຍັງ ຄຸ້ມຄອງເທື່ອ MRC ຈຶ່ງໄດ້ສ້າງລະບຽບໂຕນີ້ ໃຫ້ແຕ່ວ່າລະບຽບ ທາງຝັ່ງເໜືອມີແລ້ວ ແຕ່ຫຼວງພຣະບາງຂຶ້ນໄປ ຮອດຊາຍແດນຈີນ, ມຽນມ້າມີແລ້ວ ຈາກຫຼວງພຣະບາງ ໄປຫາຄອນພະເພັງ ຍັງບໍ່ທັນມີລະບຽບຫຍັງ ຄຸ້ມຄອງເທື່ອ.

ຜູ້ເຂົ້າຮ່ວມປະຊຸມ ໄດ້ຮ່ວມກັນລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ຫຼື MOU ກ່ຽວກັບການຮ່ວມມືວ່າດ້ວຍ ການເດີນເຮືອ ໃນແມ່ນໍ້າຂອງ ຈາກຫຼວງພຣະບາງ ໄປຫາຄອນພະເພັງ ພ້ອມຮ່ວມກັນປຶກສາຫາລືກ່ຽວກັບ ຣາຍລະອຽດດ້ານ ຄວາມປອດພັຍ ແລະການປ້ອງກັນມົນພິດ ທີ່ຄາດວ່າຈະເກີດຂຶ້ນ ຈາກການເດີນເຮືອ ຊຶ່ງຄະນະກັມມາທິການ ແມ່ນໍ້າຂອງຈະດຳເນີນການ ພິຈາຣະນາຂໍ້ສເນີ ດັ່ງກ່າວນີ້ ໃຫ້ສຳເຣັດພາຍໃນປີນີ້.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກຂົນສົ່ງ ທາງນໍ້າກ່າວຕື່ມວ່າ:

ສົມມຸດວ່າທີ່ເຮືອລ່ອງລົງມາ ແລ້ວເຮືອເກີດອຸປັດຕິເຫດບໍ່ ແລ້ວເຮົາຊິໃຫ້ຜູ້ໃດຮັບຜິດຊອບ ຊຶ່ງມັນມີຫຼາຍຢ່າງ. ສົມມຸດວ່າເຮືອນໍ້າມັນຮົ່ວໄຫຼ ອອກມາ ແລ້ວໃຜຈະເປັນຜູ້ຮັບຜິດຊອບ ສົມມຸດວ່າເຮືອຢູ່ຊາຍແດນ ແລ້ວເປັນຊາຍແດນຂອງໃຜ ຫຼືວ່າເຮືອຈົມບໍ່ ຫຼາຍໆ ຢ່າງໃຜຊິຮັບຜິດຊອບ ແບບນີ້ນ່າ ແລ້ວຊິໂທຫາຜູ້ໃດ. ຫຼັກໆກໍເຮື່ອງຄວາມປອດພັຍ.

ສຳລັບຣາຍລະອຽດ ທີ່ກ່ຽວຂ້ອງກັບຄວາມປອດພັຍ ແລະການປ້ອງກັນມົລພິດ ທີ່ຄາດວ່າຈະເກີດຂຶ້ນຈາກການເດີນເຮືອ ໃນແມ່ນໍ້າຂອງທີ່ຜູ້ເຂົ້າຮ່ວມ ປະຊຸມໄດ້ຮ່ວມກັນປຶກສາຫາລື ເພີ່ມຕື່ມນັ້ນມີຈຳນວນ 13 ຂໍ້ເປັນຕົ້ນ ຄວາມປອດພັຍ ໃນການຈາຣະຈອນທາງນໍ້າ, ຄວາມປອດພັຍ ຂອງເຮືອ, ການຄຸ້ມຄອງຜູ້ໂດຍສານ, ການສ້າງຄວາມໝັ້ນໃຈ ໃຫ້ແກ່ລູກເຮືອ, ການຄົ້ນຫາ ແລະການກູ້ພັຍ, ການຕອບສນອງຕໍ່ສະຖານະ ການສຸກເສີນ, ຄວາມປອດພັຍຂອງທ່າເຮືອ, ການຈັດສັນຂອງເສັຽ, ແຜນຮັບມືສຸກເສີນ, ກົດລະບຽບ ກ່ຽວກັບການຈຳແນກເຮືອ ແລະເສັ້ນທາງນໍ້າ, ການຕອບສນອງສຸກເສີນ ແລະການຮົ່ວໄຫຼຂອງນໍ້າມັນ ໃນທ່າເຮືອແລະປາຍທາງ, ຂໍ້ກຳນົດທາງເຕັກນິກ ແລະການປະຕິບັດ ການຂອງເຮືອບັນທຸກນໍ້າມັນ ແລະສິນຄ້າອັນຕຣາຍຕ້ອງຫ້າມ.

ໃນຜ່ານມາ 4 ປະເທດ ບໍຣິເວນແມ່ນໍ້າຂອງ ຕອນເທີງເປັນຕົ້ນປະເທດຈີນ, ລາວ, ພະມ້າ ແລະ ໄທຍ ໄດ້ຮ່ວມກັນ ເຮັດຂໍ້ຕົກລົງວ່າດ້ວຍ ການເດີນເຮືອສິນຄ້າ ໃນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຫຼື Agreement on Commercial Navigation on Lancang-Mekong River (Lan Xang-Mekong) ໃນປີ 2020 ເພື່ອກຳນົດແນວທາງ ການເດີນເຮືອຢ່າງປອດພັຍ. ຜ່ານມາຜົລກະທົບທີ່ເກີດຂຶ້ນຈາການເດີນເຮືອ ຕາມແລວແມ່ນໍ້າຂອງ ຍັງຄົງເກີດຂື້ນຢ່າງຕໍ່ເນື່ອງ ເປັນຕົ້ນຟອງນໍ້າຈາກການເດີນເຮືອເຮັດໃຫ້ ເກີດສະພາບດິນເຈື່ອນ.

ດັ່ງຊາວບ້ານ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ:

ຟອງມັນຟອງມັນຫຼາຍ ເຮັດໃຫ້ດິນເຊາະເຈື່ອນນີ້ມີຢູ່ ອ່າສ່ວນຫຼາຍນີ້ກໍຈະເປັນຊ່ວງເດືອນ 8 ຫາເດືອນ 11 ຊ່ວງນີ້ນໍ້າຫຼາຍ ຊ່ວງນໍ້າຫຼາກນີ້ແຫຼະ ຝັ່ງໄທຍກໍມີຝັ່ງມຽນມ້າກໍມີ ຝັ່ງລາວກໍມີ ຂອງຈີນກໍມີສ່ວນຫຼາຍກໍ 4 ປະເທດນີ້ຫັ້ນແຫຼະ ຊ່ວງນີ້ຈະເປັນເຮືອໄທຍຫຼາຍກ່ອນ ສ່ວນຫຼາຍສິນຄ້າກໍເປັນເຄື່ອງໄທຍ ເຄື່ອງ ຊີພີ ເຄື່ອງກະເສຕ ເປັນໝາກໄມ້ເປັນຫຍັງນີ້ກໍມີ.

ການເດີນເຮືອຂົນສົ່ງສິນຄ້າ ບໍຣິເວນແມ່ນໍ້າຂອງ ຂ້າງເທິງນັ້ນ ເຮັດໃຫ້ຊາວປະມົງ ໃນພື້ນທີ່ໄດ້ຮັບຜົລກະທົບ ເປັນຕົ້ນເຮືອຫຼົ້ມຈາກຄື້ນຂນາດໃຫຍ່ ທີ່ເກີດຈາກເຮືອຂົນສົ່ງສິນຄ້າ. ຈຳນວນ ແລະຊະນິດຂອງປາຫຼຸດລົງ ຍ້ອນລະບົບນິເວດໃນພື້ນທີ່ ປ່ຽນແປງ ອີກທັງພວກເຂົາເຈົ້າ ຍັງບໍ່ສາມາດລ້ຽງປາ ໃນກະຊັງບໍຣິເວນແຄມນໍ້າຂອງໄດ້ ຄືເກົ່າຍ້ອນມີຟອງນໍ້າ ທີ່ເກີດຂຶ້ນຈາກການເດີນເຮືອນ ເປັນຈຳນວນຫຼາຍ.

ດັ່ງຊາວປະມົງ ຢູ່ບ້ານຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ:

ກະຊັງຢູ່ແຄມນໍ້າຂອງ ເຂົາກໍເລົ່າຊູ່ຟັງຢູ່ສະພາບລວມນີ້ ມັນກໍທາງບ້ານເຮົານີ້ ມັນສ່ວນຫຼາຍນີ້ ຈະເຮືອກາບສາງສິນຄ້າໃຫຍ່ໆ ຫຼາຍນີ້ນ່າ ເພາະວ່າມັນເປັນຄື້ນ ຄື້ນໃຫຍ່ກໍຄື້ນຍັກ ມັນຈະສົ່ງຜົລກະທົບ ຕໍ່ປາກະຊັງ ທີ່ຢູ່ໃນແມ່ນໍ້າຂອງນີ້ນ່າ.

ການເດີນເຮືອຂົນສົ່ງສິນຄ້າ ໃນແມ່ນໍ້າຂອງໄດ້ເຮັດໃຫ້ພື້ນທີ່ ການກະເສຕຂອງປະຊາຊົນ ແຄມນໍ້າຂອງທັງຝັ່ງລາວ ແລະໄທຍໄດ້ຮັບຄວາມເສັຽຫາຍ ມາແລ້ວເປັນເວລາດົນ ໂດຍບໍ່ມີພາກສ່ວນໃດ ໃຫ້ການຊ່ອຍເຫຼືອ.

ດັ່ງຊາວບ້ານຢູ່ ບ້ານຫ້ວຍຊາຍເໜືອ ແຂວງບໍ່ແກ້ວ ກ່າວວ່າ:

ແຕ່ກ່ອນນີ້ມີການຂົນສົ່ງສິນຄ້າ ທາງຈີນລົງມານີ້ກໍເຣື່ອງດິນເຈື່ອນນີ້ແຫຼະ ສ່ວນຫຼາຍກໍແມ່ນແຄມຂອງນີ້ແຫຼະ ຊ່ວງນໍ້າຫຼາຍສ່ວນຫຼາຍ ເປັນດິນການກະເສຕ ກໍມີແຕ່ວ່າພົວພັນນີ້ແຫຼະ ເກັບກຳຂໍ້ມູນແລ້ວ ກໍພົວພັນທາງຣັຖບານນີ້ແຫຼະ ທາງບໍ່ແກ້ວນີ້ແຫຼະ ເພິ່ນເຮັດແນວໃດຊ່ອຍເຫຼືອແນວໃດ.

ທີ່ຜ່ານມາ ການຂົນສົ່ງສິນຄ້າ ລະຫວ່າງປະເທດ ຕາມແລວແມ່ນໍ້າຂອງ ຍັງເຮັດໃຫ້ເກີດມົລພິດ ທາງດ້ານສີ່ງແວດລ້ອມ ເປັນຕົ້ນມີີຄາບນໍ້າມັນໄຫຼອອກ ຈາກເຮືອຂົນສົ່ງສິນຄ້າ ແລະຕົກຄ້າງຢູ່ພາຍໃນ ແມ່ນໍ້າຂອງໂດຍບໍ່ມີຜູ້ໃດ ອອກມາຮັບຜິດຊອບ ດຳເນີນການທຳຄວາມສະອາດ.

ດັ່ງຊາວບ້ານອີກ ທ່ານນຶ່ງ ຢູ່ບ້ານຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ:

ອ່່າຄາບນໍ້າມັນ ມັນກໍມີຢູ່ເຈົ້າເຮືອສົ່ງສິນຄ້າ ອ໋ອນລາຍນ໌ (ຄາບນໍ້າມັນ) ຫຼາຍຢູ່ເພາະວ່າ ເຮືອສົ່ງສິນຄ້າອ໋ອນລາຍນ໌ ເນາະສ່ວນຫຼາຍ ກໍບໍ່ຄ່ອຍມີຄົນ ໄປທຳຄວາມສະອາດຫັ້ນນ່າ ເປັນເຮືອທີ່ວ່າສົ່ງສິນຄ້າ ຂຶ້ນໄປແຖວໆ ສົບໂຮ່ຍຫັ້ນນ່າ ເຮືອໃຫຍ່ຫັ້ນນ່າ ໂດຍໆ ແຖວໆ ບ້ານຕົ້ນເຜິ້ງຫັ້ນນ່າ.

ອີງຕາມເງື່ອນໄຂການດຳເນີນງານລະບຸວ່າຄະນກັມມາທິການແມ່ນໍ້າຂອງມີເປົ້າໝາຽໃນການສນັບສນູນໃຫ້ເກີດການເດີນເຮືອແບບເສຣີພາບເພື່ອເພີ່ມໂອກາດໃນການຂົນສົ່ງສີນຄ້າ ລະຫວ່າງປະເທດຂອງປະເທດສະມາຊິກຊຶ່ງກໍເປັນການເສີມສ້າງຄວາມຮ່ວມມືດ້ານຄວາມປອດພັຍໃນການພັທນາເສັ້ນທາງການເດີນເຮືອແບບຍືນຍົງແລະບໍ່ສົ່ງຜົລກະທົບຕໍ່ສະພາບແວດລ້ອມນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.