ກຳນົດໃຫ້ເຂື່ອນ ໃນແມ່ນ້ຳຂອງ ວິເຄາະ ຜົລກະທົບ

ສຸພັດຕາ
2022.10.10
ກຳນົດໃຫ້ເຂື່ອນ ໃນແມ່ນ້ຳຂອງ ວິເຄາະ ຜົລກະທົບ ຊາວບ້ານ ທີ່ຢູ່ແຄມແມ່ນ້ຳຂອງ ໄດ້ຮັບຜົລກະທົບ ຈາກການຂຶ້ນ-ລົງຜິດປົກກະຕິຂອງແມ່ນ້ຳຂອງ ກໍ່ໃຫ້ເກີດຕາຝັ່ງເຈື່ອນ, ເມືອງສັງຄົມ ແຂວງໜອງຄາຍ (ປະເທດໄທຍ), ເດືອນກໍຣະກະດາ ປີ 2022.
RFA

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ອະນຸມັດເອກສານຊີ້ແຈງ ແນວທາງສບັບໃໝ່ ເພື່ອເຮັດໃຫ້ລະບຽບ-ຫຼັກເກນ ການອອກແບບເບື້ອງຕົ້ນ ຫຼື Preliminary Design Guidance (PDG) ໂຄງການໄຟຟ້າ ພະລັງງານນໍ້າ ເພື່ອຫຼຸດຜ່ອນ ຜົລກະທົບ ຕໍ່ລະບົບນິເວສ ແລະຊຸມຊົນ ຕາມແລວແມ່ນໍ້າຂອງ ໃຫ້ເຫຼືອໜ້ອຍທີ່ສຸດ.

ແນວທາງສບັບໃໝ່ນີ້ ປະກອບມີ ຂໍ້ສເນີດ້ານເຕັກນິກ 3 ສບັບ ເພື່ອເນັ້ນໃນເຣື່ອງ ການແກ້ໄຂບັນຫາຄວາມສ່ຽງ ຈາກການພັທນາ ໂຄງການເຂື່ອນໄຟຟ້າ ໂດຍຄໍານຶງເຖິງ 6 ປັດຈັຍ ຄື:

  1. ການໄຫຼຂອງຝຸ່ນຕົມ ຂນາດນ້ອຍ ແລະທໍຣະນີ ສັນຖານວິທະຍາ
  2. ຄຸນນະພາບນໍ້າ
  3. ສັດນໍ້າ
  4. ປາ ແລະ ການປະມົງ
  5. ຄວາມປອດພັຍຂອງເຂື່ອນ ແລະ
  6. ການແລ່ນເຮືອ.

ກ່ຽວກັບເຣື່ອງນີ້ ທ່ານ ດຣ. ສຸຣະສີຫ໌ ກິຕຕິມົນທົນ ເລຂາທິການ ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາຕ ປະເທດໄທຍ ກ່າວວ່າ ເຫັນດີກັບແນວທາງ ສບັບໃໝ່ ທີ່ຄະນະກັມມາທິການ ແມ່ນໍ້າຂອງສາກົລ ອະນຸມັດໃຊ້ ເພາະຈະຊ່ອຍໃຫ້ ປະເທດສະມາຊິກ ແມ່ນໍ້າຂອງ ໄດ້ເຫັນເຖິງ ບັນຫາທີ່ເກີດຂຶ້ນ ກັບແມ່ນ້ໍາຂອງຢ່າງຈະແຈ້ງ.

ດັ່ງທ່ານ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 5 ຕຸລາ ນີ້ວ່າ:

“ກໍເຫັນດີນໍາ ໃນເຣື່ອງຂອງການ ທີ່ຈະໃຊ້ເງື່ອນໄຂ (PDG) ທີ່ຈະສາມາດໃຊ້ໃນການ ຂັບເຄື່ອນ ໃນການດໍາເນີນການ ສົມມຸດ ມີການສ້າງເຂື່ອນ ໃນເຣື່ອງຂອງປາ ໃນແມ່ນໍ້ຂອງ ຈະເປັນແນວໃດ ລະບົບນິເວດມັນເປັນແນວໃດ ແລ້ວໃນເຣື່ອງລະດັບນໍ້າ ມັນຈະເປັນແນວໃດ ມັນຈະມີຜົລກະທົບ ຕໍ່ສິ່ງແວດລ້ອມໃດ ເສັ້ນແດນມັນປ່ຽນແປງໄປບໍ່ ຫຼືແນວໃດ ພວກນີ້ ເຮົາຕ້ອງໃຫ້ຄວາມສໍາຄັນໝົດ.”

ນອກຈາກນີ້ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຍັງເຫັນດີ ໃນແນວທາງການວິເຄາະ ຜົລກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນ ຫຼື Trans-boundary Environmental Impact Assessment (TbEIA) ຂອງເຂື່ອນໄຟຟ້າ ຫຼື ໂຄງການ ພື້ນຖານໂຄງຮ່າງ ທາງນໍ້າຂນາດໃຫຍ່ ເພື່ອປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນ ຂອງແມ່ນ້ໍາຂອງ ທີ່ໄຫຼຜ່ານ 4 ປະເທດສະມາຊິກ ແມ່ນໍ້າຂອງ ຄື:

  • ໄທຍ
  • ກັມພູຊາ
  • ວຽດນາມ ແລະ
  • ລາວ.

ໂຕຢ່າງ ການວິເຄາະ ເຣື່ອງການຜັນນໍ້າ ໃນລະບົບຊົລປະທານ ຫຼື ການແລ່ນເຮືອ ສົ່ງຜົລກະທົບຕໍ່ ບັນຫາຕ່າງໆ ເປັນຕົ້ນ ການໄຫຼຂອງນໍ້າ, ການເຄື່ອນຍ້າຍ ຂອງຝຸ່ນຕົມ ຂນາດນ້ອຍ, ຄຸນນະພາບນໍ້າ ແລະການປະມົງ ເຊິ່ງອາຈສົ່ງຜົລເສັຍ ຕໍ່ລະບົບນິເວດ ຂອງແມ່ນ້ໍາຂອງ ແລະຊຸມຊົນທີ່ອ່ອນໄຫວ ໃນລະດັບ ຂ້າມຊາຕ ຫຼື ລະດັບພາກພື້ນ.

ສ່ວນຊາວລາວ ທີ່ອາສັຍຢູ່ ຕາມແລວແມ່ນໍ້າຂອງ ແລະທໍາມາຫາກິນ ໃນແມ່ນໍ້າຂອງ ກ່າວວ່າ ແມ່ນໍ້າຂອງ ຖືເປັນແຫຼ່ງນໍ້າ ແລະແຫຼ່ງສະບຽງ ອາຫານທີ່ສໍາຄັນ ຂອງຊາວບ້ານ ເຊິ່ງເປັນສູນລວມ, ເຕົ້າໂຮມປະເພນີ, ວັທນະທັມ ຈົນກາຍມາເປັນ ວິຖີຊີວິຕຂອງ ຊາວບ້ານ ທີ່ສືບທອດກັນ ມາຮອດປັດຈຸບັນ.

ຫາກແມ່ນໍ້າຂອງ ເກີດການປ່ຽນແປງ ຍ້ອນການພັທນາ ໂຄງການໄຟຟ້າ ພະລັງງານນໍ້າ ຫຼືເຂື່ອນໄຟຟ້າ ກໍຈະສົ່ງຜົລກະທົບ ຕໍ່ວິຖີຊີວິຕ ຂອງຊາວບ້ານ ໃນເຂດນັ້ນ, ຂະນະທີ່ ຊາວບ້ານສ່ວນໃຫຍ່ ກໍບໍ່ຕ້ອງການໃຫ້ ມີການສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຫຼືໂຄງການກໍ່ສ້າງພື້ນຖານ ໂຄງຮ່າງທາງນໍ້າ ຂນາດໃຫຍ່.

ດັ່ງຊາວລາວຜູ້ນຶ່ງ ໃນເມືອງປາກແບງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຣື່ອງອັນຜົລກະທົບນີ້ ປະຊາຊົນກະບໍ່ຢາກພໍໃຈຫັ້ນແຫຼະ ບໍ່ຢາກໃຫ້ມີຊໍ້າດອກເຂື່ອນຫັ້ນ ມັນມີຜົລກະທົບແລ້ວ ມັນຊິເປັນການຫຍຸ້ງຍາກເນາະ ຍ້າຍບ້ານຍ້າຍເຮືອນ ແຕ່ຝັ່ງລາວນີ້ ເຮົາບໍ່ເວົ້າໄດ້ ເອົາແຕ່ພາກຣັຖເພິ່ນວ່າຊິເຮັດ ກະຄືເຮັດ ເຮົາວ່າບໍ່ໃຫ້ເຮັດກະບໍ່ໄດ້ ແຕ່ປະຊາຊົນສ່ວນຫຼາຍ ກະບໍ່ຢາກໃຫ້ເຮັດຫັ້ນແຫຼະ.”

ຊາວລາວອີກຄົນນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ການກໍ່ສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ໄດ້ສົ່ງຜົລກະທົບ ຕໍ່ວິຖີຊີວິຕ ຂອງຊາວບ້ານ ຢ່າງໜັກໜ່ວງແທ້ ເພາະບໍ່ສາມາດ ຄາດການລະດັບນໍ້າ ໃນແມ່ນໍ້າຂອງໄດ້ ຄືເມື່ອກ່ອນ ເປັນຕົ້ນ ການແລ່ນເຮືອ ຂົນສົ່ງສິນຄ້າ, ການຫາປາ ຈະໄດ້ຮັບຜົລກະທົບໜັກທີ່ສຸດ.

ສະພາບບັນຫາ ທີ່ເກີດຂຶ້ນກັບແມ່ນໍ້າຂອງ ໃນປັດຈຸບັນ ທັງເຣື່ອງການຂຶ້ນ-ລົງ ຂອງລະດັບນໍ້າ ທີ່ບໍ່ປົກກະຕິ ແລະ ຈໍານວນປາທີ່ຫຼຸດລົງນັ້ນ ຄວນຈະໄດ້ຮັບການສຶກສາ ວິຈັຍຢ່າງລະອຽດ ແລະຊອກຫາແນວທາງແກ້ໄຂ ເພື່ອຫຼຸດຜ່ອນຜົລກະທົບ ໃນໄລຍະຍາວ ຢ່າງເປັນຮູບປະທັມ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ດຽວນີ້ ນໍ້າຂອງນີ້ ປານນໍ້າທະເລພຸ້ນໄດ໋ ດຽວນີ້ໄດ໋ ຂຶ້ນກາງເວັນ ລົງກາງຄືນ. ຂຶ້ນກາງຄືນ ລົງກາງເວັນ ມັນເປັນແນວນັ້ນເລີຍ ສເນີເພິ່ນແກ້ໄຂແນວໃດ ໃຫ້ມັນດີກວ່ານີ້ ເວົ້າຈັ່ງຊັ້ນເທາະໄປເນາະ ພໍຊິແກ້ໄຂໄດ້ບໍ່ ສາເຫດມັນເປັນແນວນີ້ເນາະ.”

ທາງດ້ານຕາງໜ້າ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກໍກ່າວວ່າ ເຣື່ອງລະບຽບ-ຫຼັກເກນ ການອອກແບບ ເບື້ອງຕົ້ນ ຫຼື PDG ໂຄງການໄຟຟ້າ ພະລັງງານນໍ້າ ໃນການຫຼຸດຜ່ອນ ຜົລກະທົບ ຕໍ່ລະບົບນິເວສ ແລະຊຸມຊົນ ຕາມແລວແມ່ນໍ້າຂອງ ໃຫ້ໜ້ອຍທີ່ສຸດ ກໍມີຢູ່ໃນລະບຽບ-ຫຼັກເກນ ຂອງຄະນະກັມມະການ ແມ່ນໍ້າຂອງສາກົລ ຢູ່ແລ້ວ ແຕ່ໂຄງການເຂື່ອນໄຟຟ້າ ຫຼາຍແຫ່ງ ທັງທີ່ກໍາລັງກໍ່ສ້າງ, ສ້າງສໍາເຣັດແລ້ວ ແລະຍັງຢູ່ໃນຂັ້ນຕອນ ສເນີກໍ່ສ້າງ ກໍບໍ່ໄດ້ປະຕິບັດຕາມ ຢ່າງຈິງຈັງ ແລະເປັນຮູບປະທັມ.

ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຄວນເປີດກວ້າງ ເພື່ອຮ່ວມມືກັບນັກວິຊາການ, ຊ່ຽວຊານ ແລະພາກປະຊາສັງຄົມ ກັບປະເທດສະມາຊິກ ແມ່ນໍ້າຂອງ ເຂົ້າໄປຮິບໂຮມຂໍ້ມູນ ແລະ ສຶກສາວິຈັຍຢ່າງລະອຽດ ກ່ຽວກັບຄວາມສ່ຽງ ຈາກການພັທນາ ໂຄງການເຂື່ອນໄຟຟ້າ ເພື່ອໃຫ້ເກີດຄວາມ ຈະແຈ້ງວ່າ ຜົລກະທົບ ດ້ານຕ່າງໆໃນແມ່ນໍ້າຂອງ ໃນປັດຈຸບັນ ເກີດຂຶ້​ນມາຈາກສາເຫດໃດແທ້.

ດັ່ງຕາງໜ້າ ກຸ່ມຮັກຊຽງຂອງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ການປະຕິບັດ (ຕາມເງື່ອນໄຂ) ໜ້ອຍຫຼາຍ ເກືອບຈະບໍ່ເຫັນເລີຍ ກໍຣະນີເຊັ່ນ ໄລຍະຜ່ານມາ ເຮົາກະເຫັນວ່າ ພາກອີ່ສານ ເຂື່ອນໄຊຍະບູຣີ ຫຼືວ່າ ເຂື່ອນດອນສະໂຮງ ທີ່ຕອນເຂົາສ້າງ ຈົນເຂົາສ້າງສໍາເຣັດແລ້ວ ກໍສົ່ງຜົລກະທົບທ້າຍນໍ້າຄືກັນ ເຊິ່ງເຂົ້າມາໃນເຂດແດນໄທຍ. ແລ້ວສ່ວນທາງເທິງ (ເຂື່ອນ) ມັນກະມີບັນຫາ ເຊິ່ງບໍ່ມີການສຶກສາຢ່າງຈິງຈັງ ເຊັ່ນ ການປະມົງທາງເທິງນີ້ ປານ້ອຍຫຼາຍ ເປັນຜົລມາຈາກຫຍັງ.”

ກ່ຽວກັບເຣື່ອງການວິເຄາະ ຜົລກະທົບດ້ານສິ່ງແວດລ້ອມ ຂ້າມຊາຍແດນ ຫຼື Trans-boundary Environmental Impact Assessment (TbEIA) ຂອງເຂື່ອນໄຟຟ້າ ຫຼື ໂຄງການ ພື້ນຖານໂຄງຮ່າງທາງນໍ້າ ຂນາດໃຫຍ່ນີ້, ທ່ານ ດຣ. ອະນຸຣັກສ໌ ກິຕຕິຄຸນ ຫົວໜ້າກອງເລຂາ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ກ່າວໃນມື້ວັນທີ 30 ກັນຍາ 2022 ວ່າ ນີ້ແມ່ນຄວາມກ້າວໜ້າ ຄັ້ງປວັດສາຕ ສໍາລັບຄວາມຮ່ວມມື ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼັງຈາກການປະຊຸມ ຫາລືກັນມາຫຼາຍປີ, ແນວທາງທັງ 2 ຢ່າງ ໄດ້ຊີ້ໃຫ້ເຫັນ ຢ່າງຈະແຈ້ງ ເຖິງສິ່ງທີ່ຕ້ອງເຮັດ ໃນການຫຼຸດຜ່ອນ ຜົລກະທົບ ຕໍ່ສິ່ງແວດລ້ອມ ຂ້າມຊາຍແດນ ໃຫ້ໜ້ອຍທີ່ສຸດ.

ສໍາລັບການວິເຄາະ ຜົລກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນ ຫຼື TbEIA ຈະເນັ້ນໄປທີ່ ການແກ້ໄຂບັນຫາ ຜົລກະທົບຂ້າມຊາຍແດນ ຕໍ່ສິ່ງແວດລ້ອມ ທີ່ອາຈເກີດຂຶ້ນກັບ 2 ປະເທດ ຫຼື ຫຼາຍກວ່າ 2 ປະເທດ ໂດຍມີການກໍານົດປະເດັນ ທາງການເມືອງ ທັງການບໍຣິຫານຈັດການ ແລະການກໍາກັບເບິ່ງແຍງເພີ່ມຕື່ມ ເຂົ້າມານໍາດ້ວຍ ໂດຍທົ່ວໄປແລ້ວ ສິ່ງແວດລ້ອມຂ້າມຊາຍແດນ ເປັນຜົລກະທົບທີ່ມີຂນາດ, ເວລາ, ຄວາມຖີ່ ແລະການຄອບຄຸມພື້ນທີ່ຜົລກະທົບ ຂນາດໃຫຍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.