ເຂື່ອນໃນແມ່ນ້ຳຂອງ ກະທົບການດຳລົງຊີບ ປະຊາຊົນ ລາວ-ໄທຍ

ຈຳປາທອງ
2023.01.26
ເຂື່ອນໃນແມ່ນ້ຳຂອງ ກະທົບການດຳລົງຊີບ ປະຊາຊົນ ລາວ-ໄທຍ ຊາວບ້ານ ເຂດເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກຳລັງເກັບໄຄຫິນ ໃນແມ່ນ້ຳຂອງ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ວັນທີ 26 ມົກກະຣາ ປີ 2023.
RFA

ຊາວບ້ານ ທີ່ຢູ່ແຄມແມ່ນໍ້າຂອງ ທັງຝັ່ງລາວ ແລະຝັ່ງໄທຍ ພາກັນເກັບໄຄນໍ້າຂອງ ໃນໄລຍະເດືອນທັນວາ ຫາເດືອນກຸມພາຂອງທຸກໆປີ ເພື່ອນໍາໄຄສ່ວນນຶ່ງມາແປຮູບເປັນອາຫານ ແລະນໍາໄປຂາຍ. ແຕ່ຊາວບ້ານຈໍານວນນຶ່ງ ບໍ່ສາມາດເກັບໄຄນັ້ນໄດ້ຄືເກົ່າ ຍ້ອນນໍ້າຂອງ ຂຶ້ນ-ລົງ ບໍ່ເປັນໄປຕາມທັມມະຊາດເນື່ອງຈາກຈີນ ເປີດ-ປິດເຂື່ອນ ແບບບໍ່ມີການແຈ້ງເຕືອນລ່ວງໜ້າ, ອີງຕາມຄໍາເວົ້າຂອງຊາວບ້ານບ້ານນໍ້າຍອມເກົ່າ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 26 ມົກກະຣານີ້.

ດຽວນີ້ກໍາລັງອອກບັກຫລາຍໆ ດຽວນີ້ຂະເຈົ້າກໍເກັບຢູ່ເດ້ນີ້ ຂະເຈົ້າວ່າປີນີ້ມັນຫລາຍ ມັນງາມກ່ອນເດ້ນີ້ ແຕ່ວ່າດຽວນີ້ນໍ້າມັນຂຶ້ວ່າຊັ້ນ ຂະເຈົ້າວ່າມື້ວານ (25 ມົກກະຣາ 2023) ນໍ້າຂຶ້ນແລ້ວເກັບບໍ່ໄດ້ ແຕ່ກໍຣະນີທີ່ນໍ້າຫລຸດລົງ. ເນົ່າ ໂອ້ ເນົ່າ ແຫ້ງແລ້ວມັນກໍເນົ່າ ປະມານ 4-5 ມື້. ແລ້ວມັນກໍເນົ່າ ຖ້ານໍ້າຖ້ວມແລ້ວເຮົາເກັບບໍ່ໄດ້ ມັນເນົ່າ.

ໄຄນໍ້າຂອງ ເປັນສິນຄ້າທີ່ມີຊື່ສຽງ ໃນແຂວງຫລວງພຣະບາງ ທີ່ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ, ແຕ່ດຽວນີ້ ຢູ່ແຂວງຫລວງພຣະບາງ ມັນຫລຸດລົງຫລາຍ ແລະມີຫລາຍໆເທື່ອ ທີ່ພໍ່ຄ້າແມ່ຄ້າ ຈໍາເປັນຕ້ອງໄດ້ນໍາໄຄ ດິບມາຈາກແມ່ນໍ້າອື່ນ ມາແປຮູບ ເພື່ອຂາຍໃຫ້ນັກທ່ອງທ່ຽວ ແຕ່ອ້າງວ່າ ເປັນໄຄນໍ້າຂອງ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບເຣື່ອງນີ້ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ຫລາຍປີຜ່ານມາ ນໍ້າຂອງມີໄຄເນາະ ແຕ່ວ່າດຽວນີ້ນໍ້າຂອງບໍ່ມີແລ້ວ ຢູ່ແຖວຫລວງພຣະບາງນ່າ ໜ້າຈະເປັນແບຣນຫລາຍກວ່າ ສໍ່ານີ້ຫັ້ນນ່າ ມາຈາກນໍ້າບາກກໍມີ ມາຈາກນໍເາຫ້ວຍນ້ອຍ ຈາກເມືອງອື່ນກໍມີຄືກັນ ແຕ່ວ່າໂຕດັງທີ່ສຸດ ນີ້ກໍຈະມີໄຄນໍ້າບາກ ນໍ້າຂອງ ໄຄນໍ້າບາກສ່ວນຫລາຍກໍມາຈາກນໍ້າບາກ ສ່ວນໜ້ອຍກໍ ຄັນນໍ້າບາກບໍ່ມີໄຄ ເຂົາກໍເອົາທີ່ອື່ນມາແປຮູບ.

ແມ່ຄ້າຂາຍໄຄດິບ ຢູ່ແຂວງອຸດົມໄຊນາງນຶ່ງເວົ້າວ່າ ເຖິງແມ່ນວ່າ ໄຄນໍ້າຂອງໃນຫລາຍພື້ນທີ່ຈະເລີ່ມຫລຸດລົງເລື້ອຍໆ ນັບແຕ່ມີເຂື່ອນຈີນມາ ແຕ່ໃນບາງຈຸດຂອງແມ່ນໍ້າຂອງ ໂດຍສະເພາະໃນຈຸດທີ່ນໍ້າບໍ່ເລິກ ກໍຍັງມີໄຄຫລາຍຢູ່ ແຕ່ປະຊາຊົນ ບໍ່ສາມາດໄປເກັບໄດ້ ຍ້ອນລະດັບນໍ້າຂອງສູງຂຶ້ນ ແລະບໍ່ຄົງທີ່.

ໂຕນີແຫລະ ໄຄມັນຫລາຍໆຫັ້ນນ່າ ເອົາ ນໍ້າຂອງມື້ວານນີ້ ເກັບຢູ່ນໍ້າຂອງມື້ວານນີ້ ເພາະວ່າໂຕນີ້ກໍບໍ່ໄດ້ເປັນຫຍັງ ເພາະວ່າມື້ວານນີ້ໄປເກັບກໍ໊ ແຕ່ນໍ້າມັນເລິກຢູ່ ເອີ ມັນພຽງຄໍພີ້ ມັນພຽງຄໍພີ້.

ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທຍ, ແມ່ຄ້າຂາຍໄຄນໍ້າຂອງແປຮູບ ນາງນຶ່ງ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 26 ມົກກະຣາ ນີ້ວ່າ ໃນໄລຍະ 10 ປີທີ່ຜ່ານມານີ້ ຈີນໄດ້ເປີດ-ປິດເຂື່ອນ ເປັນໄລຍະ ເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າຂອງ ຂຶ້ນ-ລົງ ບໍ່ເປັນໄປຕາມທັມມະຊາດ ເຮັດໃຫ້ຊາວບ້ານ ທີ່ຫາຢູ່ຫາກິນ ຕາມແຄມແມ່ນໍ້າຂອງ ບໍ່ສາມາດເກັບໄຄໄດ້, ແຕ່ຍາມນີ້ເກັບໄດ້ຢູ່.

ເຣີ່ມແຕ່ເດືອນທັນວາ ໄປຫາເດືອນມົກກະຣາ, ກຸມພາ ເຮົາຈະເອົາມາຕາກແຫ້ງ ເຮັດໄຄປົ່ນຊົງເຄື່ອງ ຖ້າມັນເປີດບໍ່ເປັນເວລາ ເປີດຕອນນີ້ແມ່ນບໍ ນໍ້າມັນຂຶ້ນ ຂະເຈົ້າກໍໄປເກັບໄຄບໍ່ໄດ້ ຂະເຈົ້າກໍຂາດລາຍໄດ້ກັນໄປ ຕອນນີ້ນໍ້າມັນແຫ້ງ ມັນກໍລົງໄປເກັບງ່າຍເຫັນງ່າຍ ບໍ່ຕ້ອງໄປດໍານໍ້າເກັບ ແຕ່ຖ້າໝົດຣະດູການ ມັນກໍບໍ່ມີແລ້ວ.

ເຣື່ອງການຂຶ້ນ-ລົງຂອງນໍ້າ ໃນໄລຍະນີ້ ແມ່ນຍັງບໍ່ທັນຮຸນແຮງ ຍ້ອນຢູ່ໃນໄລຍະກຸດຈີນ, ທາງການຈີນ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ດໍາເນີນການ ເຣື່ອງເຂື່ອນນີ້ພໍປານໃດ ຈຶ່ງເຮັດໃຫ້ໄຄນໍ້າຂອງເຣີ່ມເກີດ, ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານແຄມຂອງ ກໍຍັງພາກັນກັງວົນ ກ່ຽວກັບບັນຫາການ ເປີດ-ປິດເຂື່ອນ ທີ່ກໍາລັງຈະເກີດຂຶ້ນ ຊຶ່ງອາຈສົ່ງຜົລກະທົບ ຕໍ່ການດໍາຣົງຊີວິດ ຂອງພວກເຂົາເຈົ້າ ໃນອີກບໍ່ດົນນີ້.

ດັ່ງທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ເມືອງຊຽງຂອງ ແຂວງຊຽງຮາຍ ກ່າວໃນມື້ດຽວກັນນີ້ວ່າ:

ເຮົາຢາກເຫັນກໍຄືຄວາມຮ່ວມມື ປິດ-ເປີດເຂື່ອນຢ່າງໃດ ລະດັບນໍ້າຢ່າຜັນຜວນຫລາຍ ການຂຶ້ນ-ການລົງທີ່ບໍ່ເປັນໄປຕາມຣະດູການ ຫລື ການປ່ອຍນໍ້າຈາກເຂື່ອນເນາະ ນໍ້າຂຶ້ນມາກໍເຮັດໃຫ້ໄຄຫລຸດ ເຫັດການນີ້ມັນເກີດຂຶ້ນມາຕລອດ ປີນີ້ເຮົາກໍຍັງບໍ່ຮູ້ວ່າ ອີກບໍ່ຈັກວັນເຂື່ອນ ມັນປ່ອຍນໍ້າມາອີກນີ້ ໄຄທີ່ຊາວບ້ານກໍາລັງເກັບໄດ້ດີໆກໍາລັງໄດ້ຫລາຍນີ້ ອາຈຫລຸດໄປອີກ.

ທີ່ຜ່ານມາ ທາງການຈີນໄດ້ມີແຜນ ທີ່ຈະແບ່ງປັນຂໍ້ມູນ ກ່ຽວກັບປາຣິມານນໍ້າໃນເຂື່ອນ ຂອງຕົນ ແລະອອກແຈ້ງການ ເຕືອນໃຫ້ປະເທດລຸ່ມແມ່ນໍ້າຂອງຮູ້ລ່ວງໜ້າ ຖ້າຫາກຈະມີການກັກເກັບນໍ້າ ຫລືປ່ອຍນໍ້າອອກຈາກເຂື່ອນ, ແຕ່ໃນຕົວຈິງ ປະຕິບັດບໍ່ໄດ້ຢ່າງຕໍ່ເນື່ອງ.

ດັ່ງ ດຣ. ກະນົກວັນ ມະໂນຣົມ ອາຈານ ສາຂາວິຊາ ສັງຄົມສາຕ ຄະນະສິລປະສາຕ ມະຫາວິທຍາໄລອຸບົນຣາຊທານີ ກ່າວຕໍ່ວິທຍຸ ເອເຊັຍ ເສຣີວ່າ:

ຈີນຈະໃຫ້ຂໍ້ມູນປ່ອຍນໍ້າ ຜ່ານຄະນະກັມມາທິການແມ່ນໍ້າຂອງ ຂໍ້ຕົກລົງນັ້ນ ບໍ່ໄດ້ຮັບການປະຕິບັດ ຢ່າງຈິງຈັງ ແລະບໍ່ທັນເວລາ ຄືປະເດັນບັນຫາເຣື່ອງການປ່ອຍນໍ້າ ການແຈ້ງເຕືອນຢ່າງຈະ ແຈ້ງ ຖືກຕ້ອງ ເໝາະສົມກັບເວລາ ທີ່ຈະປ່ອຍແລ້ວ ກໍແຈ້ງເຕືອນປະຊາຊົນລ່ວງໜ້ານີ້ ໃນທາງປະຕິບັດ ມັນບໍ່ມີປະສິດທິພາບ ແລະບໍ່ຄິດເຖິງຜົລກະທົບ ທີ່ຈະຕາມມາ ຜົນກະທົບຫລາຍກ່ອນໝູ່ ແມ່ນປະຊາຊົນຕ້ອງແບບຮັບພາຣະ ກຸ່ມທີ່ໄດ້ຮັບຜົລກະທົບ ກຸ່ມທໍາອິດຄືກຸ່ມທີ່ເກັບໄຄ ໄລຍະນີ້ເປັນເຣື່ອງຂອງການເກັບໄຄ.

ກ່ອນໜ້ານີ້ ເມື່ອວັນທີ 20 ຕຸລາ 2020 ຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫລື MRC ໄດ້ລົງນາມຮ່ວມກັບ ຜູ້ແທນຈາກກະຊວງ ຊັພຍາກອນນໍ້າ ຂອງຈີນ ໃນກອງປະຊຸມປຶກສາຫາລື ຄູ່ເຈຣະຈາ (MRC Dialogue Partners) ກ່ຽວກັບການແບ່ງປັນ ຂໍ້ມູນດ້ານອຸທົກ ວິທະຍາຢ່າງໂປ່ງໃສ ເພື່ອໃຫ້ປະເທດສະມາຊິກ MRC ທີ່ຢູ່ທາງລຸ່ມແມ່ນໍ້າຂອງມີ ລາວ, ໄທຍ, ກັມພູຊາ ແລະ ວຽດນາມ ສາມາດ ສັງເກດ, ວິເຄາະລະດັບນໍ້າ ແລະຕຣຽມພ້ອມ ຮັບມືກັບພັຍແຫ້ງແລ້ງ ໄດ້ຢ່າງມີປະສິດທິພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.