ຕຣຽມຈະຈັດກອງປະຊຸມ ສຸດຍອດຜູ້ນຳ ກຸ່ມປະເທດ ແມ່ນ້ຳຂອງ ຄັ້ງທີ 4
2023.01.19

ຄະນະກັມມາທິການແມ່ນໍ້າຂອງ ສາກົນ ຫລື MRC ມີກຳນົດຈັດກອງປະຊຸມ ສຸດຍອດຜູ້ນຳ ກຸ່ມປະເທດແມ່ນໍ້າຂອງຄັ້ງທີ 4 ຫລື (4th MRC Summit 2023) ໃນລະຫວ່າງວັນທີ 2-5 ເມສາປີ 2023 ນີ້ຢູ່ນະຄອນຫລວງວຽງຈັນ ປະເທດລາວໂດຍຈະມີຜູ້ນໍາ ຣັຖບານຈາກ ກັມພູຊາ, ລາວ, ໄທຍ, ວຽດນາມ ແລະ ຜູ້ແທນຂັ້ນສູງ ຈາກຈີນ ແລະ ພະມ້າ ເຂົ້າຮ່ວມ. ອີງຕາມຂໍ້ມູນ ຈາກຄະນະກັມມາທິການ ແມ່ນໍ້າຂອງສາກົນ ໄດ້ຖແລງເມື່ອວັນທີ 10 ມົກຣາ ທີ່ຜ່ານມານັ້ນ.
ກອງປະຊຸມສຸດຍອດຜູ້ນຳ ແມ່ນໍ້າຂອງດັ່ງກ່າວນີ້ ປະກອບມີ 2 ວາຣະຫລັກ ອັນປະກອບໄປດ້ວຍກອງປະຊຸມ ສັມມະນາ ລະດັບນາໆຊາຕ ໃນລະຫວ່າງວັນທີ 2-3 ເມສາ 2023 ພາຍໃຕ້ຫົວຂໍ້ ນະວັຕກັມ ແລະ ການຮ່ວມມື ສຳລັບຄວາມໝັ້ນຄົງ ແລະ ປອດພັຍ ທາງນໍ້າ ແລະ ແມ່ນໍ້າຂອງທີ່ຍືນຍົງ (Innovation and cooperation for a Water Secure and Sustainable Mekong). ຈາກນັ້ນຈະເປັນການດຳເນີນກອງປະຊຸມ ສຸດຍອດຜູ້ນຳ ກຸ່ມປະເທດແມ່ນໍ້າຂອງ ລະຫວ່າງ 4-5 ເມສາ 2023 ທັງນີ້. ຣາຍລະອຽດ ວາຣະກອງປະຊຸມ ແລະ ສະຖານ ທີ່ຈັດກອງປະຊຸມ ຈະມີແຈ້ງການຕາມພາຍຫລັງ.
ຕໍ່ກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາໂຕແທນ ອົງການຈັດຕັ້ງ ພາກປະຊາສັງຄົມລາວ ແລະ ໄທຍ ທີ່ເຮັດວຽກດ້ານການອະນຸຮັກ ແມ່ນໍ້າຂອງກ່ຽວກັບ ການຈັດກອງປະຊຸມດັ່ງກ່າວ ໂດຍມີທັງຜູ້ທີ່ປະສົງຈະເຂົ້າຮ່ວມ ແລະ ບໍ່ປະສົງເຂົ້າຮ່ວມ. ພ້ອມດຽວກັນນີ້ ພວກເຂົາເຈົ້າ ສະແດງຄວາມກັງວົນ ຕໍ່ບັນຫາຄວາມໝັ້ນຄົງ ແລະ ປອດພັຍຂອງແມ່ນໍ້າຂອງ ແລະຫວັງວ່າກອງປະຊຸມ ສຸດຍອດຜູ້ນຳ ກຸ່ມປະເທດແມ່ນໍ້າຂອງ ຈະນຳບັນຫາດັ່ງກ່າວ ໄປພິຈາຣະນາ ເພື່ອນຳໄປສູ່ການແກ້ໄຂ.
ໂຕແທນອົງການຈັດຕັ້ງ ພາກປະຊາສັງຄົມລາວ ທີ່ເຮັດວຽກດ້ານສິ່ງແວດລ້ອມ ທ່ານນຶ່ງທີ່ເຄີຍເຂົ້າຮ່ວມກອງປະຊຸມ ຂອງ MRC ຫລາຍເທື່ອ ລະບຸວ່າ ທ່ານຈະເຂົ້າຮ່ວມກອງປະຊຸມ ດັ່ງກ່າວ ຖ້າຫາກສາມາດເຂົ້າຮ່ວມໄດ້ ເພື່ອຈະສເນີໃຫ້ກອງປະຊຸມ ສຸດຍອດຜູ້ນຳ ໃຫ້ຄວາມສຳຄັນ ແລະ ສົ່ງເສີມອົງການຈັດຕັ້ງພາກປະຊາສັງຄົມລາວ ໃຫ້ຫລາຍຂຶ້ນ.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນວັນທີ 16 ມົກຣາ 2023 ທີ່ຜ່ານມາວ່າ:
“ຊິລົງທະບຽນໄປຮ່ວມນຳເຂົາເຈົ້າຢູ່ ຄິດວ່າແມ່ນໜ້າຈະເປັນປະເດັນ ເຣື່ອງສົ່ງເສີມ ການມີສ່ວນຮ່ວມຂອງພາກປະຊາສັງຄົມ ໃຫ້ຫລາຍຂຶ້ນ ໃນບໍຣິບົດ ຂອງລາວ. ອົງການພາກປະຊາສັງຄົມ ປະເທດອື່ນມັນຖືວ່າມັນເຂັ້ມແຂງ ສ່ວນລາວມັນຍັງງຽບໆ ຢູ່ທີ່ຜ່ານມາ.”
ທາງດ້ານ ທ່ານ ໄຊວັດ ພາຣະຄຸນ ຜູ້ປະສານງານເຄືອຂ່າຍ ຮັກນໍ້າຂອງ ເຂດບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ ປະເທດໄທຍ ໄດ້ໃຫ້ຄວາມເຫັນ ກ່ຽວກັບການຈັດກອງປະຊຸມ ທີ່ຈະມາເຖິງນີ້ວ່າ ທ່ານເອງ ຢາກຈະໄປຮ່ວມກອງປະຊຸມ ດັ່ງກ່າວ ແລະ ຕ້ອງການໃຫ້ກອງປະຊຸມ ບັນຈຸປະເດັນ ຜົນກະທົບຂ້າມຊາຍແດນ ຄວາມໝັ້ນຄົງ ທາງດ້ານອາຫານ ລະບົບນິເວດ ທີ່ຫລົ້ມສະຫລາຍ ການທຳມາຫາກິນທີ່ເອົາປຽບ ທັມມະຊາຕ ຍ້ອນເປັນບັນຫາທີ່ມີຄວາມສຳຄັນຫລາຍ ຕໍ່ພວກເຂົາເຈົ້າ.
ດັ່ງທ່ານໄດ້ກ່າວວ່າ:
“ກ່ຽວກັບລະບົບນິເວດ ທີ່ມັນຫລົ້ມສະຫລາຍໄປແລ້ວ ເຮົາຈະຮື້ຟື້ນຄືນໄດ້ຈັ່ງໃດ ເຮົາກາວ່າຕອນນີ້ເຮົາກາຊິເຣີ່ມທົດລອງ ປູກຕົ້ນໄມ້ແລ້ວກາຫົວພັບພຶງ. ຢາກຈະຮູ້ວ່າມັນຊິເປັນໄປໄດ້ສໍ່າໃດ ແລະ ກາຫລັງຈາກນີ້ໄປ ປີ ສອງປີ ມັນຈະກັບຄືນມາບໍ່ ຖ້າລະບົບນິເວດຍັງເປັນຈັ່ງຊີ້ ຢູ່ລະດັບນໍ້າຍັງຜັນຜວນ ຢູ່ແບບນີ້ຂ້ອຍວ່າມັນຊິຄືນຍາກຕົ້ນໄຄ ຕາຍເບິດກາຄືຈົບ ແມ່ນໍ້າຂອງໃນແຖບນີ້ ຈະບໍ່ມີຫຍັງເຫລືອລະ.”
ນັກອະນຸຮັກແມ່ນໍ້າຂອງ ອີກທ່ານນຶ່ງ ຢູ່ເມືອງຊຽງຄານ ແຂວງເລີຍ ປະເທດໄທຍ ໄດ້ໃຫ້ຄວາມເຫັນຕໍ່ການກຳນົດ ຈັດກອງປະຊຸມສຸດຍອດ ຜູ້ນຳກຸ່ມປະເທດແມ່ນໍ້າຂອງ ທີ່ຈະມາເຖິງນີ້ ແລະ ການສັມມະນາວ່າ ກອງປະຊຸມນີ້ ຖືເປັນກອງປະຊຸມ ທີ່ສຳຄັນ ແຕ່ທ່ານຍັງບໍ່ຮູ້ຣາຍລະອຽດ ກ່ຽວກັບການຈັດກອງ ປະຊຸມຫລາຍປານໃດ ຈຶ່ງຍັງຕ້ອງໄດ້ລໍຖ້າ ກ່ອນວ່າຈະນຳສເນີຫຍັງໄດ້ແດ່.
ດັ່ງທ່ານໄດ້ກ່າວວ່າ:
“ຕອນນີ້ຍັງບໍ່ຮູ້ຣາຍລະອຽດວ່າ ເຂົາເຈົ້າຈະຈັດທາງໃດ ແລ້ວກາໜ່ວຽງານທີ່ເຂົາເຈົ້າ ຈະເຊີນ ເຂົາຈະເຊີນພາກປະຊາສັງຄົມ ເຂົ້ານຳບໍ່ ເຮົາກາຍັງບໍ່ຮູ້ ແຕ່ວ່າຖ້າຟັງຫົວຂໍ້ ໃນການຈັດໃນຄັ້ງນີ້ ຄືໜ້າສົນໃຈ.”
ນັກອະນຸຮັກແມ່ນໍ້າຂອງ ທ່ານຍັງກ່າວຕື່ມວ່າ ບັນຫາດ້ານຄວາມໝັ້ນຄົງ ແລະ ຄວາມປອດພັຍ ທາງນໍ້າ ແລະແມ່ນໍ້າຂອງ ທີ່ຍືນຍົງ ທີ່ຊຸມຊົນຂອງທ່ານ ກຳລັງປະສົບພົບພໍ້ນັ້ນ ແມ່ນບັນຫາຄວາມໝັ້ນຄົງ ແລະຄວາມປອດພັຍ ດ້ານອາຫານຫລັກ ຊຶ່ງທ່ານຕ້ອງການສເນີ ປະເດັນດັ່ງກ່າວ ໃສ່ກອງປະຊຸມຕື່ມ ຖ້າຫາກມີໂອກາດ ໄດ້ນຳສເນີ.
ດັ່ງທ່ານກ່າວວ່າ:
“ແຕ່ໃນສູ່ມື້ນີ້ຄືມັນບໍ່ມີຄວາມໝັ້ນຄົງ ທາງດ້ານອາຫານແລ້ວເຄື່ອງມື ຫາປາຕ່າງໆ ເຮືອແພພວກນີ້ພໍນໍ້າຂຶ້ນ ນໍ້າລົງຫັ້ນມັນກໍຈະຫາຍໄປກັບນໍ້າ. ຊ່ວງທີ່ເຂົາປ່ອຍຈາກນໍ້າເຂື່ອນ ອ້ອມໆ ໄທບ້ານທີ່ປູກຜັກເຮົາກໍບໍ່ໝັ້ນໃຈວ່າຍາມໃດ ເພິ່ນຊີປ່ອຍນໍ້າມາຍາມໃດເພິ່ນຈະກັກເຂື່ອນໄວ້ ເພາະວ່າເຮົາປູກໄປຫັ້ນບາງທີ່ ເພິ່ນປ່ອຍນໍ້າມານໍ້າກໍຖ້ວມ ຜັກເຮົາອັນນີ້ຄືບໍ່ໄດ້ຮັບຄວາມປອດພັຍ ຫຍັງເລີຍ.”
ກ່ຽວກັບເຣື່ອງນີ້ ພາກປະຊາສັງຄົມໄທຍ ຍັງບໍ່ທັນລະບຸວ່າຈະມີຖແລງການ ຢ່າງໃດກ່ຽວກັບ ກອງປະຊຸມສຸດຍອດຜູ້ນຳ ກຸ່ມປະເທດແມ່ນໍ້າຂອງ. ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຝ່າຍລາວ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.
ສ່ວນທາງດ້ານເຈົ້າໜ້າທີ່ ທ່ານນຶ່ງ ໃນຄະນະກັມການ ແມ່ນໍ້າຂອງ ແຫ່ງຊາຕໄທຍ ລະບຸວ່າ ສຳລັບປະເດັນບັນຫາ ຫລື ການສເນີແຜນງານ ທີ່ຝ່າຍໄທຍ ຈະນໄປຫາລື ຢູ່ໃນກອງປະຊຸມຄັ້ງນີ້ ຍັງບໍ່ສາມາດເປີດເຜີຍໄດ້ ຍ້ອນຕ້ອງຜ່ານການສັງລວມ ແລະໄດ້ຮັບຄວາມເຫັນດີ ຈາກກອງປະຊຸມ ຄະນະຣັຖມົນຕຣີຂອງໄທຍ ເສັຽກ່ອນ.
ດັ່ງທ່ານກ່າວວ່າ:
“ຍັງໃຫ້ຄຳຕອບບໍ່ໄດ້ເລີຍ ມັນຕ້ອງລໍຖ້າຫລາຍໆຝ່າຍ ໃນການໂອ້ລົມຫລາຍໆຝ່າຍ. ເຮົາກໍຕ້ອງໂອ້ລົມທັງລາຍໜ່ວຍງານບໍ່ວ່າ ຈະເປັນກະຊວງຕ່າງໆ. ກະຊວງການຕ່າງປະເທດ ກໍຕາມເຮົາກໍຕ້ອງໂອ້ລົມ ລໍຖ້າຫລາຍຝ່າຍ ຕອບເຂົ້າມາແລ້ວກໍເອົາຂໍ້ມູນມາຮີບໂຮມກັນ ແລ້ວເຮົາຈະອອກໄປໃນທິດທາງໃດ ເຮົາກໍຕ້ອງເອົາເຂົ້າກອງປະຊຸມ ຄະນະຣັຖມົນຕຣີອີກ.”
ທ່ານ ອະນຸລັກ ກິດກິຄຸນ ຫົວໜ້າກອງເລຂາ ຄະນະກັມມາທິການ ແມ່ນໍ້າຂອງສາກົນ ຫລື MRC ໄດ້ມີການຖແລງ ເຊີນຊວນໃຫ້ຜູ້ສົນໃຈ ເຂົ້າຮ່ວມກອງປະຊຸມ ສຸດຍອດຜູ້ນໍາກຸ່ມປະເທດ ແມ່ນໍ້າຂອງຄັ້ງທີ 4 ແລະ ການສັມມະນາ ນາໆຊາຕຕອນນຶ່ງວ່າ:
“ກອງປະຊຸມສຸດຍອດນີ້ ເປັນວາຣະກອງປະຊຸມ ລະດັບສູງສຸດຂອງພວກເຮົາ ແລະ ສະແດງອອກເຖິງເຈດຈຳນົງ ທາງການເມືອງ ທີ່ໜັກແໜ້ນ ຂອງບັນດາຜູ້ນຳປະເທດ ຕໍ່ການຮ່ວມມືແມ່ນໍ້າຂອງ ພາຍໃຕ້ຂອບການຮ່ວມມື ຂອງ MRC. ສ່ວນການສັມມະນາ ນາໆຊາຕ ກໍແມ່ນກິຈກັມລະດັບໂລກ ຂອງພວກເຮົາທີ່ຖືກອອກແບບ ມາເພື່ອນຳຄວາມຊຳນານ ສະເພາະ ແລະ ປະສົບການລະດັບສາກົນ ໃນການໃຫ້ຂໍ້ມູນກ່ຽວກັບ ວິທີການແກ້ໄຂບັນຫາ ແລະ ວິທີການປະຕິບັດ ຕໍ່ແມ່ນໍ້າຂອງ. ມັນແມ່ນໂອກາດ ຂອງພວກເຮົາທີ່ຈະສົ່ງເສີມ ຄວາມສຳນານ ແລະ ປະສົບການຂອງ MRC ໄປຍັງທົ່ວທຸກມຸມໂລກ.”
ສຳລັບປະເດັນທີ່ ນອນໃນຫົວຂໍ້ການສັມມະນາ ລະດັບນາໆຊາຕ ເຣື່ອງ ນະວັຕກັມ ແລະ ການຮ່ວມມືສຳລັບຄວາມໝັ້ນຄົງ ແລະປອດພັຍທາງນໍ້າ ແລະ ແມ່ນໍ້າຂອງທີ່ຍືນຍົງ ເປັນຕົ້ນການປ່ຽນແປງ ລະບົບການໄຫລຂອງນໍ້າ, ການຊຸດໂຊມຂອງສິນຊັພ ທາງສິ່ງແວດລ້ອມ, ການເພີ່ມຂຶ້ນຂອງ ປະຊາກອນ ແລະ ການຊົມໃຊ້ນໍ້າ ແລະ ພາວະນໍ້າຖ້ວມ ແລະ ແຫ້ງແລ້ງ ອີງຕາມການຖແລງຂອງ ທ່ານ ອານຸລັກ ກິດຕິຄຸນ.
ຕາມປົກກະຕິແລ້ວ ກອງປະຊຸມສຸດຍອດ ຜູ້ນຳກຸ່ມປະເທດແມ່ນໍ້າຂອງ ມີກຳນົດຈັດກອງປະຊຸມທຸກໆ 4 ປີ ໂດຍຈັດຕັ້ງຄັ້ງທຳອິດ ເມື່ອ ປີ 2010 ຢູ່ເມືອງຫົວຫິນ ແຂວງປຣະຈວບຄີຣີຂັນ ປະເທດໄທຍ. ຄັ້ງທີ 2 ຈັດຂຶ້ນໃນ ປີ 2014 ຢູ່ນະຄອນໂຮ່ຈິມິນ ປະເທດວຽດນາມ ແລະ ຄັ້ງທີ 3 ຈັດຂຶ້ນໃນ ປີ 2018 ຢູ່ແຂວງສຽມຣຽບ ປະເທດກັມພູຊາ. ສ່ວນກອງປະຊຸມຄັ້ງທີ 4 ມີກຳນົດຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນປະເທດລາວ ໃນເດືອນເມສາປີ 2023 ນີ້ ແມ່ນຖືກ ເລື່ອນມາຈາກປີ 2022 ຍ້ອນການແຜ່ຣະບາດ ຂອງໂຄວິດ-19, ເລີຍຕ້ອງງົດການຈັດກອງປະຊຸມນັ້ນ ໄປກ່ອນ.