ໄຄຫິນ ໃນແມ່ນ້ຳຂອງ ສ້າງຄວາມເສັຽຫາຍ ຕໍ່ລະບົບນິເວດ

ພອນ ພູມມີທອນ
2022.02.22
ໄຄຫິນ ໃນແມ່ນ້ຳຂອງ ສ້າງຄວາມເສັຽຫາຍ ຕໍ່ລະບົບນິເວດ ແມ່ນ້ຳຂອງ ເກີດປະກົດການ ໄຄຫິນ ຂຍາຍພັນ ຢ່າງໄວວາ, ວັນທີ 14 ມົກກະຣາ 2022
RFA

ລະຫວ່າງ 2-3 ປີມານີ້, ສະພາບອາກາດ ໃນເຂດປະເທດລາວ ແລະ ໄທຍ, ໂດຍສະເພາະໃນເຂດແມ່ນ້ຳຂອງ ເກີດມີອາກາດຮ້ອນ ແລະ ແຫ້ງແລ້ງ ຢ່າງທີ່ບໍ່ເຄີຍເປັນມາກ່ອນ, ຊຶ່ງນັກວິຊາການ ທັງໃນພາກພື້ນ ແລະ ສາກົລ ຕ່າງກໍເວົ້າເປັນສຽງດຽວກັນວ່າ ສະພາບດັ່ງກ່າວ ຈະໂທດແຕ່ການປ່ຽນແປງ ຂອງ ສະພາບດິນຟ້າອາກາດ ຢ່າງດຽວບໍ່ໄດ້, ແຕ່ຕ້ອງໂທດ ການສ້າງເຂື່ອນໃສ່ແມ່ນ້ຳຂອງ ທັງໃນປະເທດຈີນ ແລະ ປະເທດລາວນຳດ້ວຍ.

ນອກຈາກຈະເກີດປະກົດການ ສະພາບອາກາດຮ້ອນ ແລະ ນ້ຳຂອງແຫ້ງຜິດປົກກະຕິແລ້ວ, ໃນ 2-3 ປີມານີ້, ກໍຍັງເກີດປະກົດການ ໄຄຫິນຕາມລຳແມ່ນ້ຳຂອງ ແຜ່ພັນຢ່າງໄວວາ ແລະ ຜິດຣະດູການ ຈົນສ້າງທັງຜົລດີພຽງໜ້ອຍນຶ່ງ ແລະ ສ້າງຜົລເສັຽ ຕໍ່ລະບົບນິເວດ ໃນແມ່ນ້ຳຂອງ ຢ່າງຮຸນແຮງ.     

ນັບຕັ້ງແຕ່ ເດືອນພິສຈິກາ ປີກາຍ ຫາ ເດືອນກຸມພາ ປີນີ້ ໄຄຫິນ ຕາມລຳແມ່ນໍ້າຂອງ ໃນຫລາຍແຂວງ ຂອງປະເທດລາວ ແລະ ໄທຍ ແຜ່ພັນຫລາຍ ແລະໄວກ່ອນຣະດູ ຢ່າງຜິດປົກກະຕິ ແບບບໍ່ເຄີຍເປັນແບບນີ້ມາກ່ອນ ເປັນຕົ້ນຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ກໍມີຊາວບ້ານ ທີ່ອາສັຍຢູ່ເຂດລຳແມ່ນໍ້າຂອງ ພາກັນໄປເກັບໄຄຫິນ ເພຶ່ອມາເປັນອາຫານ ແລະ ເຮັດໄຄແຜ່ນຂາຍ ຈົນສາມາດສົ່ງອອກໄປຕ່າງເມືອງ ແລະຕ່າງແຂວງ ໄດ້ເປັນຈຳນວນຫລາຍ.

ຕາມຄວາມເວົ້າຂອງຊາວລາວ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ກ່າວຕໍ່ ວິທະຍຸເອເຊັຽເສຣີໃນວັນທີ 27 ມົກກະຣາ ທີ່ ຜ່ານມານີ້ວ່າ:

“ຄືເປັນອາຊີບ ກໍຄື ຢູ່ຫລວງພຣະບາງ ເຂົາເຈົ້າກໍເຮັດຢູ່. ຢູ່ປາກລາຍ ກໍເຮັດຄືກັນ ເອົາມາເຮັດເອາະ ເຮັດໝົກ ເຮັດໄຄຫັ້ນແຫລະ.”

ຂະນະທີ່ຢູ່ ໃນເມືອງສັງທອງ ແຂວງວຽງຈັນ ກໍເກີດປະກົດການໄຄຫິນຂຶ້ນ ຫລືແຜ່ພັນ ຈຳນວນຫລາຍເຊັ່ນກັນ ຈົນເຮັດໃຫ້ລາຄາໄຄແຜ່ນ ທີ່ແປຮູບແລ້ວຫລຸດລົງ ເຫລືອຖົງລະ 35000 ພັນກີບ ຂະນະທີ່ 2 ເດືອນຜ່ານມາ ລາຄາໄຄແຜ່ນຈະຂາຍ ໃນລາຄາ 40 ພັນກີບຕໍ່ຖົງ.  

ດັ່ງຊາວບ້ານຢູ່ ບ້ານສັງທອງ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ແມ່ນລາຄາໄຄລົງ ແມ່ນ ຫວ່າງກ່ອນນີ້ ຂາຍ 40. ຊ່ວງນີ້ເຂົາເຈົ້າເຮັດຫລາຍຊ່ວງທີ່ວ່າ ຂາຍ 40 ນີມັນຖືກຊ່ວງໂຄວິດ ຊ່ວງພະຍາດຫັ້ນນ່າ ເຂົາເຈົ້າກະບໍ່ຄ່ອຍໄດ້ເຮັດ.”

ສຳລັບເມືອງຫລວງພຣະບາງ ແຂວງຫລວງພຣະບາງ ກໍມີໄຄຫິນຕາມລຳແມ່ນໍ້າຂອງ ຂຶ້ນຫລາຍຢູ່ ແຕ່ວ່າມັນຂຶ້ນບໍ່ຫລາຍ ຄືກັບໄຄຫິນຢູ່ທາງເມືອງນໍ້າບາກ ແຂວງຫລວງພຣະບາງ ຈຶ່ງເຮັດໃຫ້ ປັດຈຸບັນຄົນລາວສ່ວນໃຫຍ່ ນິຍົມກິນໄຄນໍ້າບາກຫລາຍກວ່າ ຍ້ອນວ່າມີຄວາມສະອາດ ແລະມີຈຳນວນຫລາຍ ຈົນເຮັດອອກມາເທົ່າໃດ ກໍບໍ່ພໍພຽງພໍຕໍ່ຜູ້ຊື້.

ດັ່ງຊາວບ້ານຢູ່ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

“ໄຄຂອງ ໃນໂຕເມືອງ ຫລວງພຣະບາງນັ້ນບໍ່ອອກ ແຕ່ໄຄນໍ້າບາກຫັ້ນອອກ. ໄຄຢູ່ຫລວງພຣະບາງ ເຂົາເຈົ້າບໍ່ເກັບແລ້ວ ເພາະວ່າ ອັນນໍ້າຂອງ ອັນນໍ້າຄານຫັ້ນ ເພິ່ນບໍ່ກິນແລ້ວ ໄຄທາງນີ້ນ່າ. ສ່ວນຫລາຍເພິ່ນເກັບກິນແຕ່ໄຄນໍ້າບາກ. ໄຄຂາຍດີໄດ້ຫລາຍສໍ່າໃດກໍບໍ່ພໍ.”

ແຕ່ ໃນທາງກັບກັນ ຊາວບ້ານທີ່ຢຶດອາຊີບຫາປາ ຢູ່ແຂວງມຸກດາຫານ ປະເທດໄທຍ ທີ່ອອກໄປຫາປາຢູ່ແຄມແມ່ນໍ້າຂອງ ເປັນປະຈຳ ກໍເຫັນວ່າ ເຖິງວ່າໄຄຫິນຕາມລຳແມ່ນໍ້າຂອງ ຂຶ້ນເປັນຈຳນວນຫລາຍ ແຕ່ວ່າຊາວບ້ານໃນຫລາຍເຂດ ຂອງແຂວງມຸກດາຫານ ຈະບໍ່ນິຍົມເກັບມາກິນເປັນອາຫານ ຫລື ເອົາມາແປຮູບຂາຍເປັນໄຄແຜ່ນ ຄືທາງປະເທດລາວ ຍ້ອນຄົນກິນໄຄຫິນ ມີພຽງຄົນສ່ວນໜ້ອຍເທົ່ານັ້ນ.

ດັ່ງຊາວບ້ານຢູ່ ແຂວງມຸກດາຫານ ທ່ານນີ້ກ່າວໃນມື້ດຽວກັນນີ້ວ່າ:

“ໄຄນໍ້າຂອງຫັ້ນນ່າ ຊິໄປຂາຍບ່ອນໃດ ມີຄົນຊື້ບໍ່.ໃຫ້ເຮັດແນວໃດ ໄຄນໍ້າຂອງ ເປັນໄຄເສັ້ນໃຫ່ຍ ບາງເທຶ່ອມັນກິນໄດ້ ຖ້າມັນເກີດຢູ່ໃນເກາະດອນ ມັນກໍກິນໄດ້ ມັນເປັນອ່ອນໆຫັ້ນນ່າ.”

ຕໍ່ປະກົດການດັ່ງກ່າວນີ້ ເຈົ້າໜ້າທີ່ຜູ້ເຮັດວຽກກັບ ອົງການຈັດຕັ້ງພາກປະຊາສັງຄົມ ໃນໄທຍ ໄດ້ໃຫ້ຄວາມເຫັນວ່າ ຫາກໄຄຫິນຢູ່ລຳແມ່ນໍ້າຂອງຂຶ້ນຫລາຍ ແລ້ວບໍ່ມີຄົນເກັບໄປເຮັດກິນ ແລະແປຮູບ ກໍຈະເຮັດໃຫ້ໄຄຫິນນັ້ນ ຍິ່ງແຜ່ຫລາຍກວ່າເກົ່າ ແລະ ອາດສ້າງບັນຫາ ໃຫ້ກັບລະບົບນິເວດ ພາຍໃນແມ່ນໍ້າຂອງ ຄືໄຄຫິນຈະເນົ່າ ແລະ ນໍ້າບໍ່ມີອອກຊີເຈນ ເຮັດໃຫ້ປາຕາຍ ອັນເນຶ່ອງມາຈາກ ນໍ້າໃນແມ່ນໍ້າຂອງສ່ວນໃຫຍ່ ຈະມີລັກສະນະສີໃສ ເຮັດໃຫ້ແສງແດດສາດສ່ອງ ເຂົ້າເຖິງໂງ່ນຫິນ ແລ້ວເຮັດໃຫ້ເກີດໄຄຂຶ້ນແລະແຜ່ພັນໄດ້ງ່າຍ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບນໍ້າຂອງ ພາກປະຊາສັງຄົມ ກ່າວໃນມື້ດຽວກັນນີ້ວ່າ.

“ຖ້າໄຄມັນເນົ່າເນາະ ມັນກໍຈະເກີດ ປະຣະມານອອກຊີເຈນໃນແມ່ນໍ້າ ມັນຈະຫລຸດລົງ ເຮັດໃຫ້ກະທົບຕໍ່ ເຣຶ່ອງຂອງສັດນໍ້າ ໃນແມ່ນໍ້າ ມັນກໍຈະນ໊ອກນໍ້າ ມັນກໍຈະຕາຍ. ຖ້າໄຄມັນເກີດຫລາຍໄປ ຢ່າງພາກອີສານຕອນນີ້ ມັນຕາກແດດນານ ແລະດຽວມັນກໍເນົ່ານ່າ ໄຄນີ້ມັນເນົ່າໄວ ເພາະວ່າມັນຕາກແດດ. ແດດຢ່າງນີ້ ແລ້ວນໍ້າຂ້າງລຸ່ມນີ້ ໃຕ້ໄຊຍະບູຣີມັນໃສ ເພາະວ່າເຂື່ອນໄຊຍະບູຣີ ມັນຄືຕົວກອງນໍ້າເຮັດໃຫ້ໃສ. ພໍນໍ້າໃສລົງໄປ ແສງແດດມັນສາດລົງໄປເຖິງຫາດຂ້າງລຸ່ມ ມັນເໝາະສົມກັບການເກີດໄຄຢູ່ແລ້ວ.”

ນັກວິຊາການໄທຍ ທີ່ເຮັດວຽກກ່ຽວກັບນໍ້າຂອງ ທ່ານນຶ່ງ ກໍເຄີຍກ່າວຕໍ່ຜູ້ຊື່ຂ່າວ ວິທະຍຸ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ປະກົດການໄຄຫິນ ແຜ່ພັນກ່ອນຣະດູການ ແລະ ແຜ່ຫລາຍແບບຜິດປົກກະຕິນີ້ ໄດ້ທຳລາຍລະບົບນິເວດ ໃນລຳແມ່ນໍ້າຂອງ ຢ່າງບໍ່ສາມາດປະເມີນຄວາມເສັຽຫາຍໄດ້ ເນື່ອງຈາກ ກຸ່ມໄຄຫິນ ມັນໄດ້ທຳລາຍ ຄວາມສົມດູນຂອງລະດັບອອກຊີເຈນໃນນໍ້າ ທີ່ສັດນໍ້ານາໆຊນິດ ຕ້ອງເພິ່ງພາ ແລະເມື່ອລະດັບ ອອກຊີເຈນໃນແມ່ນໍ້າຂອງ ບໍ່ປົກກະຕິ ສັດນໍ້າ ແລະ ພວກປາ ບໍ່ສາມາດປັບໂຕໄດ້ທັນ ກໍຈຶ່ງເກີດອາການ ນ໊ອກນໍ້າ ແລະຕາຍດັບເປັນຈຳນວນຫລາຍ.

ໃນວັນທີ 13 ມົກກະຣາ ທີ່ຜ່ານມາ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອອກຖແຫລງການ ກ່ຽວກັບ ສະພາບນໍ້າຂອງວ່າ ມີລະດັບຕໍ່າສຸດ ເປັນເວລາ 3ປີ ຕິດຕໍ່ກັນ ແລະຕໍ່າສຸດໃນຮອບ 60ປີ ຊຶ່ງໃນປີ 2020 ຖືວ່າ ມີລະດັບນໍ້າຕໍ່າທີ່ສຸດ.

ນອກຈາກນີ້ ພຽງ 3 ສັປດາ ທີ່ລະດັບນໍ້າຂອງຕໍ່າລົງ ຜິດທັມມະຊາດນີ້ ຕັ້ງແຕ່ເດືອນທັນວາ 2021 ຊາວບ້ານ ທີ່ຢຶດອາຊີບຫາປາ ທີ່ອາສັຍຢູ່ແຄມແມ່ນໍ້າຂອງ ທັງໄທຍ ແລະ ລາວ  ຕ້ອງໄດ້ສູນເສັຽເຄື່ອງມືຫາປາຂອງຕົນເອງ ພາຍຫລັງຫວ່ານແຫ ແລະ ກາງມອງຫາປາ ແລ້ວ ໄຄຫິນຕິດຂຶ້ນມານຳ ເຮັດໃຫ້ແຫ ແລະມອງເສັຍຫາຍ ແລະ ບໍ່ໄດ້ປາຄືແຕ່ເກົ່າ. ອີກທັງຕາມປົກກະຕິແລ້ວ ໄຄຫິນຈະເກີດຂຶ້ນ ໃນໄລຍະ ເດືອນເມສາ ຫາ ພຶສະພາ ຂອງແຕ່ລະປີ ແຕ່ຕົກມາ 2-3 ປີ ໄຄຫິນເກີດຂຶ້ນ ແລະແຜ່ພັນໄວ ຕັ້ງແຕ່ຕົ້ນປີຢ່າງຜິດປົກກະຕິທີ່ສຸດ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.