ເຂື່ອນຊະນະຄາມ ຊາວບ້ານ ຍັງຫ່ວງ
2020.11.25

ມາຮອດປັດຈຸບັນ ຊາວບ້ານຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີແລະເມືອງຊະນະຄາມ ແຂວງວຽງຈັນ ຈຳນວນ 621 ຄອບຄົວຍັງເປັນຫວ່ງ ທີ່ຈະຖືກໂຍກຍ້າຍຈາກໂຄງການເຂື່ອນຊະນະຄາມ ທີ່ຈະສ້າງຂື້ນຢູ່ເຫນືອບ້ານເວີນຄຳ ເມືອງແກ່ນທ້າວ ດັ່ງຊາວບ້ານຄົນນື່ງຈາກເມືອງແກ່ນທ້່າວ ແຂວງໄຊຍະບູຣີ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 24 ພືສຈິການີ້້ວ່າ
“ເວີນຄຳກໍອາດຈະໄດ້ຍ້າຍເດີ ເພາະວ່າມັນຢູ່ກອ້ງເຂື່ອນເດເນາະ ລຸ່ມບ້ານດອນເມນລົງມາຂະເຈົ້າອາດຈະໄດ້ຍ້າຍບ້ານນ້ັນ ມັນຊີ່ຂັດຂ້ອງຢູ່ບ່ອນພໍ່ແມ່ປະຊາຊົນຫັ້ນເນາະ ຂະເຈົ້າບໍ່ຢາກຍ້າຍບ້ານມັນກະຕ້ອງໄດ້ຍ້າຍຫລາຍບ້ານ”
ຍານາງກ່າວຕື່ມວ່າ ຖ້າເຂື່ອນຊະນະຄາມຖືກສ້າງແທ້ ກໍຢ້ານວ່າ ຊາວບ້ານທີ່ຫາປາຕາມນ້ຳຂອງ ຈະຫາປາຍາກຂື້ນ ຊື່ງກໍມີຫລາຍຄອບຄົວທີ່ຍຶດອາຊີບຫາປາເປັນຫລັກ ແຕ່ຖ້າຫາກມີການສ້າງເຂື່ອນ ພວກຂະເຈົ້າກໍຕ້ອງຍ້າຍໄປຫາປາບ່ອນໃຫມ່ ໂດຍບໍ່ຄ້ຳປະກັນວ່າ ຈະໄດ້ປາຫລາຍຄືຢູ່ບ່ອນເກົ່າຫລືບໍ
ໃນມື້ວັນທີ 24 ພຶສຈິກາປີ 2020 ປະເທດສມາຊິກຄນະກັມມະທິການແມ່ນ້ຳຂອງປະກອບດ້ວຍ ສປປລາວ ໄທ ວຽດນາມແລະກຳພູຊາ ໄດ້ຈັດເວທີໃຫ້ຂໍ້ມູນກ່ຽວກັບໂຄງການເຂື່ອນຊະນະຄາມ ຜ່ານຣະບົບອອນລາຍ ພ້ອມທັງເປີດໂອກາດໃຫ້ປະຊາຊົນສາມາດສະແດງຄວາມເຫັນແລະຄວາມກັງວັນຕໍ່ໂຄງການນີ້ ໄປຫາທາງການລາວໄດ້. ດັ່ງ ດຣ ສົມກຽດ ປະຈຳວົງເລຂາທິການສຳນັກຊັພຍາກອນນ້ຳແຫ່ງຊາດໄທໃຫ້ສຳພາດຕໍ່ເອເຊັຽເສຣີ ໃນຕອນນື່ງວ່າ
ຈີ”ງໆແລ້ວເຂື່ອນໂຕນີ້ຢູ່ເຫນືອນ້ຳຂອງ ສ່ວນທີ່ນ້ຳຖ້ວມຈະຢູ່ໃນປະເທດລາວດັ່ງນັ້ນ ການຍ້າຍບ່່ອນອາສັຍຈະຢູ່ໃນລາວເປັນສ່ວນໃຫຍ່ ແລະຜົລກະທົບທີ່ຈະເກີດຂື້ນຕໍ່ປະເທດທ້່າຍນ້ຳ ເຮົາຫມັ້ນໃຈວ່າຈະຖືກຜົລກະທົບແນ່ນອນທີ່ກັງວັນຄືຈະກະທົບຕໍ່ລັກສນະທາງກາຍະພາບຄວາມເລິກຂອງນຳ້ຫລືຄວາມກວ້າງຂອງແມ່ນ້ຳຂອງອາດຈະປ່ຽນໄປ ຊື່ງຈະມີຜົລກະທົບຕໍ່ຮ່ອງນ້ຳເລິກຫລືເສັ້ນແບ່ງຊາຍແດນ”
ທ່ານກ່າວຕື່ມວ່າ ເວທີການສຳມະນາເທື່ອນີ້ ຖຶກຈັດຂື້ນຕາມຣະບຽບປະຕິບັດຂອງຂບວນການປຶກສາຫາລືກັນລ່ວງຫນ້າຫລື PNPCA ເພື່ອໃຫ້ຂໍ້ມູນຣະດັບພູມີພາກເທື່ອທຳອິດຂອງໂຄງການເຂື່ອນຊະນະຄາມ ແກ່ຜູ້ມີສ່ວນໄດ້ສ່ວນເສັຽໃນໂຄງການດັ່ງກ່າວ ເປັນຕ້ົ້ນ ປະຊາຊົນໄທ 8 ແຂວງລຸ່ມແມ່ນ້ຳຂອງ ທີ່ອາດຈະໄດ້ຮັບຜົລກະທົບຈາກເຂື່ອນນີ້.ສ່ວນຄຳຖາມທີ່ວ່າ ໂຄງການເຂື່ອນຊະນະຄາມຈະເລີ້ມສ້າງເມື່ອໃດນັ້ນກໍຄິດວ່າຄົງອີກດົນເຕີບ ບໍ່ແມ່ນຈະເກີດຂື້ນໃນປີຫນ້າແນ່ນອນ.
ນັກວິຊການລາວ ຜູ້ທີ່ເຮັດວຽກກ່ຽວກັບເຣື້ອງການວິຈັຍປາເວົ້າວ່າ ໃນທາງປະຕິບັດແລ້ວ ກອງປະຊຸມດັ່ງກ່າວເປັນພຽງແຕ່ພິທີການເທົ່ານັ້ນ ແລະ ບໍ່ມີຜົນຫຍັງກັບການສ້າງເຂື່ອນ, ດັ່ງທ່ານກ່າວຕໍ່ເອເຊັຽເສີ້ ໃນວັນທີ 24 ພືສຈິກາ ວ່າ:
“ການປະຊຸມຫັ້ນນະ ໂອ້ຍ ເອົາໄປເປັນຮູບແບບຊື່ໆ ມັນບໍ່ອັນນັ້ນດອກ ມັນບໍ່ມີຜົນປານໃດດອກ ລັກຊະນະເປີດກ້ວາງຢູ່ ໃຫ້ຄຳຄິດຄຳເຫັນ ຫາກແຕ່ວ່າເວົ້າເລື່ອງນັ້ນ ຕົວຢ່າງເຂົາຈຳກັດເວລາອີກໃນການເຂົາປະກອບຄຳຄິດຄຳເຫັນ ຕົວຢ່າງເວລາເຂົາ Presentation ເຮົາບໍ່ອັນນັ້ນດອກ ເຮົາບໍ່ກັງວົນປານໃດດອກ ໄປເປັນຮູບແບບຊື່ ຈັດກັນເປັນຮູບແບບຊື່ໆດອກ.”
ນັກວິຊາການທ່ານນີ້ ຍັງກ່າວວ່າ ກອງປະຊຸມເປັນພຽງສື່ກາງ ແລະ ແລ້ວສະເໜີໃຫ້ຣັຖບານລາວຕັດສິນ ຊຶ່ງກໍຮູ້ຢູ່ແລ້ວຕ້ອງມີການສ້າງເຂື່ອນ:
“ໂອ້ຍວ່າຊິໄດ້ເປັນແຕ່ອັນນັ້ນຊື່ໆ ນ່າ ສື່ກາງຊື່ໆ ບໍ່ໄດ້ອັນນ່າ ຕັດສິນອີ່ຫຍັງບໍ່ໄດ້ ສະເໜີໃຫ້ຣັຖບານຕັດສິນຊື່ໆ ມີແຕ່ກເປັນໂຕກາງໃນການໃຫ້ຂໍ້ມູນທາງດ້ານວິຊາການເຂົາໄປເຮັດການສຶກສາອີ່ຫຍັງຊື່ໆ “
ຊາວບ້ານໂຕແທນເຄືອຄ່າຍ ປະຊາຊົນ 8 ແຂວງລຸ່ມແມ່ນ້ຳຂອງຂອງໄທ ທີ່ເຂົ້າຮ່ວມເວທີໃຫ້ຂໍ້ມູນເຂື່ອນຊະນະຄາມຢູ່ປະເທດໄທເວົ້າວ່າ ຢາກໃຫ້ຣັຖບານລາວຫາແນວທາງປັບປຸງສະພາບນ້ຳຂອງແລະສີ່ງແວດລ້ອມ ທີ່ເຊື່່ອມໂຊມຈາກໂຄງການເຂື່ອນໄຊຍະບູຣີກ່ອນ ກ່ອນທີ່ຈະອະນຸມັດໃຫ້ມີການສ້າງເຂື່ອນຊະນະຄາມຕື່່ມ ເພື່ອບໍ່ໃຫ້ປະຊາຊົນຝັ່ງໄທໄດ້ຮັບຜົລກະເພີ້ມອີກ.
“ອັນນີ້ຢາກຝາກເຖີງລາວ ເມື່ອໄດ້ປ່ຽແປງສີ່ງເຫລົ່ານີ້ແລ້ວກໍຂໍໃຫ້ປັບປຸງສີ່ງທີ່ມັນໄດ້ເຊື່ອມໂຊມລົງ ເຊັ່ນເຣື້ອງປາມັນຊີ່ຫາຍໄປ ເຮົາຊີ່ເຮັດແນວໃດ ສຳລັບເຣື້ອງນຳ້ກໍຂໍໃຫ້ບໍຣິຫານຈັດການ ປັບປຸງແກ້ໄຂໃຫ້ນ້ຳມັນສະອາດ”
ສາສດາຈານ ດຣ ທວນທອງ ຈະທາເກດ ອາຈານວິຊາຂາການປະມົງ ມະຫາວິທຍາລັຍອຸບັນຣາຊທານີ ປະເທດໄທກ່າວວ່າ ເວທີໃຫ້ຂໍ້ມູນເຂື່ອນຊະນະຄາມໃນເທື່ອນີ້ ທາງການລາວຍັງໃຊ້ຂໍ້ມູນເກົ່າທີ່ບໍມີຄວາມຄືບຫນ້າ ມາເສນີ ໂດຍສະເພາະ ຂໍ້ມູນຣະບົບນິເວດໃນລຸ່ມແມ່ນ້ຳຂອງຢູ່ເຂດ ທີ່ຈະມີການສ້າງເຂື່ອນຊະນະຄາມ.
“ສີ່ງທີເຮົາກັງວົນໃນສ່ວນເຣື້ອງຣະບົບນິເວດວິທຍາຫລືປະມົງກໍຄືວ່າ ຂໍ້ມູນທີ່ລາວນຳມາສເນີນັ້ນ ຂາດທັງຄວາມສົມບູນແລະເປັນຂໍ້ມູນທີ່ເກັບໃວ້ດັົນແລ້ວ ໃນທາງວິຊາການເຮົາຄິດວ່າມັນບໍ່ພຽງພໍທີ່ຈະໃຫ້ເຫັນສພາບການປັດຈຸບັນ ຂອງຣະບົບນິເວດຫລືປາແລະການປະມົງຂອງພື້ນທີ່ສ້າງເຂື່ອນ”
ໂຄງເຂື່ອນຊະນະຄາມ ທີ່ຈະສ້າງໃສ່ແມ່ນ້ຳຂອງ ຈະສົ່ງຜົນກະທົບຕໍ່ປະຊາຊົນເກືອບ ຮອດ3,000 ຄົນ ໃນຈຳນວນ 13 ບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ນັກວິຊາການລາວ ແລະ ຕ່າງປະເທດ, ລວມທັງຊາວບ້ານຢູ່ທ້ອງຖິ່ນມີຄວາມກັງວົນຕໍ່ຜົນກະທົບທີ່ຈະເກີດຂຶ້ນ ຍ້ອນວ່າ ປະຊາຊົນທີ່ຈະຖືກຜົນກະທົບ ບໍ່ຕ້ອງການຍ້າຍອອກຈາກບ້ານເດີມຂອງເຂົາເຈົ້າ.
ອິງຕາມເອກສານຂອງໂຄງການເຂື່ອນຊະນະຄາມ ທີ່ຖືກເຜີຍແຜ່ໂດຍຄນະກັມມະທິການແມ່ນ້ຳຂອງ ໃນເດືອນພືສພາປີນີ້ ຣະບຸວ່າ ມີຊາວບ້ານທີ່ໄດ້ຮັບຜົລກະທົບແລະຈະຖືກໂຍກຍ້າຍທັງຫມົດ 621 ຄອບຄົວ ໃນນັ້ນ ມີຈຳນວນຜົລເມືອງ 2,935 ຄົນ ຊື່ງຢູ່ໃນບັນດາ 13 ບ້ານ ທີ່ຂື້ນກັບເມືອງຊະນະຄາມ ແຂວງວຽງຈັນແລະເມືອງແກ່ນທ້າວ ແຂວງໄຊຍະບູຣີ
ໂຄງການເຂື່ອນຊະນະຄາມ ຂນາ່ດ 684 ເມກາວັດ ຕ້ັງຢູ່ເຫນືອບ້ານເວີນຄຳ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ແລະຕົງກັນຂ້າມກັບເມືອງຊຽງຄານ ແຂວງເລີຍຂອງໄທພຽງແຕ່ 2 ກິໂລແມດ, ໂຄງການນີ້້ໄດ້ເຂົ້າສູ່ຂະບວນການປຶກສາຫາລືກັນລ່ວງຫນ້າ ຕັ້ງແຕ່ທ້າຍເດືອນກໍຣະກະດາ ປີ 2020 ໂດຍບໍຣິສັດ DATANG (LAO) SANAKHAM HYDROPOWER ຈຳກັດ ເປັນຜູ້ພັທນາໂຄງການແລະໄຟຟ້າສ່ວນໃຫຍ່ຈະຂາຍໃຫ້ໄທ.