ການດູດຊາຍ ສ້າງຄວາມ ເດືອດຮ້ອນ ໃຫ້ຊາວ ນະຄອນຫຼວງ
2022.03.11
ປະຊາຊົນບ້ານທ່າສົ້ມມໍ ເມືອງໄຊທານີ ນະຄອນຫລວງວຽງຈັນ 100 ປາຍຄອບຄົວ ທີ່ຢູ່ຕາມແຄມນໍ້າງື່ມ ຢາກໃຫ້ທາງການລາວຕິດຕາມ ກວດກາບໍຣິສັດດູດຊາຍ ຍ້ອນຫລາຍປີຜ່ານມານີ້ ການດູດຊາຍເຮັດໃຫ້ຕາຝັ່ງເຈື່ອນ, ມີຜົລກະທົບຕໍ່ດິນ ແລະເຮືອນປະຊາຊົນເປ່ເພ.
ດັ່ງຊາວບ້ານທ່າສົ້ມມໍຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມິນານີ້ວ່າ:
“ດິນອີ່ແມ່ນີ້ ກະແມ່ນເຈື່ອນໝົດແລ້ວແຫລະ ຊ່ວງຫລັງໆມານີ້ ມັນມີບັນຫາກັບບ້ານແບບວ່າ ຂະເຈົ້າດູດແລ້ວມັນມີຜົນເສັຽຫາຍຫລາຍ ຫລ້າສຸດແມ່ນເຮືອນອ້າຍ ຈັດຕັ້ງເສົາບໍ່ທັນແລ້ວຫັ້ນນ່າ ມັນເຈື່ອນລົງ ກະປຸກຕໍ່ບໍ່ໄດ້ແລ້ວບາດນີ້.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ຫາກຍັງມີການດູດຊາຍຢູ່ຕໍ່ໄປເລື້ອຍໆ ໂດຍບໍ່ມີມາຕການປ້ອງກັນດ້ານສິ່ງແວດລ້ອມແບບນີ້ ກໍຈະຍິ່ງເຮັດໃຫ້ຕາຝັ່ງເຈື່ອນເພີ່ມຂຶ້ນເລື້ອຍໆ ຊຶ່ງໄລຍະຜ່ານມາ ຊາວບ້ານທ່າສົ້ມມໍ ທີ່ໄດ້ຮັບຜົນກະທົບ ກໍເຄີຍໄດ້ຮ້ອງຮຽນໄປຫາທາງການລາວ ເພື່ອໃຫ້ມາຕິດຕາມ ກວດກາກ່ຽວກັບເຣື່ອງທີ່ວ່ານີ້ ແຕ່ກໍເຫັນວ່າມິດງຽບຢູ່, ບໍ່ວ່າແນວໃດ.
ສິ່ງທີ່ຊາວບ້ານຕ້ອງການ ຄືຢາກໃຫ້ທາງການ ກໍ່ຄູກັນເຈື່ອນ ເພື່ອປ້ອງກັນດິນຂອງຊາວບ້ານ ບໍ່ໃຫ້ເຈື່ອນລົງນໍ້າງື່ມ ແລະປ້ອງກັນບໍ່ໃຫ້ເຮືອນຂອງຊາວບ້ານເປ່ເພ.
ປະຊາຊົນຜູ້ນຶ່ງ ຢູ່ບ້ານທ່າສົ້ມມໍ ເມືອງໄຊທານີ ເວົ້າວ່າ ສະພາບຕາຝັ່ງຢູ່ແຄມນໍ້າງື່ມໃນຕອນນີ້ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຍ້ອນການດູດຊາຍຊອງບໍຣິສັດເອກຊົນລາວ ທີ່ດໍາເນີນມາໄດ້ຫລາຍປີແລ້ວ. ແຕ່ທາງການກໍພາກັນມິດງຽບຢູ່ ບໍ່ໄດ້ລົງມາພື້ນທີ່ຕິດຕາມ ກວດກາເຣື່ອງຄວາມກັງວົນ ຂອງຊາວບ້ານນີ້ຈັກທື່ອ.
“ມັນກະເຮັດໃຫ້ບໍຣິສັດ ທີ່ຮັບການຜລິດຫັ້ນ ບາງເທື່ອມັນກະຈົກຕາຝັ່ງ ມັນຈະເຮັດໃຫ້ນໍ້າເຊາະເຈື່ອນຕາຝັ່ງຕາມຫ້ວຍຮອງຫັ້ນແຫລະ ເພາະວ່າຫີນຊາຍມັນຈະເອົາຢູ່ຕາມຫ້ວຍ.”
ຊາວບ້ານທ່າສົ້ມມໍ ອີກຜູ້ນຶ່ງກໍເວົ້າວ່າ ເຮືອນຂອງຕົນບໍ່ໄດ້ຢູ່ໃກ້ກັບແຄມນໍ້າງື່ມ, ແຕ່ກໍໄດ້ຍິນຫາງສຽງຂອງຊາວບ້ານຢູ່ເປັນປະຈໍາ, ພວກເຂົາເຈົ້າພາກັນຈົ່ມວ່າ ດິນເຈື່ອນ, ເຮືອນຂອງພວກເຂົາເຈົ້າເປ່ເພ ຍ້ອນດິນເຈື່ອນ ຊຶ່ງກໍອາດເປັນຍ້ອນການດູດຊາຍຂອງບໍຣິສັດເອກຊົນນັ້ນ, ເມື່ອກ່ອນ ຄາວບໍ່ມີເຮືອດູດຊາຍ ກໍບໍ່ເຫັນວ່າຈະມີຜົນກະທົບຫຍັງເກີດຂຶ້ນ.
“ແມ່ນໆ ກະຫລາຍເຕີບຢູ່ ບໍ່ບໍ່ໄດ້ເຮັດກັນເຈື່ອນ ມັນເປັນບໍຣິສັດເອກຊົນ. ຂະເຈົ້າເຂົ້າມາປະມູນຕິເບາະແລ້ວກະມາເຮັດ ແຕ່ວ່າກະບໍ່ໄດ້ວຸ້ນວາຍນໍາຂະເຈົ້າພໍປານໃດ.”
ເຈົ້າໜ້າທີ່ຫ້ອງການຊັພຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງໄຊທານີເວົ້າວ່າ ຫາກຊາວບ້ານບ້ານທ່າສົ້ມມໍ ໄດ້ຮັບຜົນກະທົບດິນເຈື່ອນ ແລະເຮືອນເພຍ້ອນການດູດຊາຍນັ້ນ ກໍໃຫ້ອໍານາດການປົກຄອງບ້ານ ຂຽນໜັງສືຮ້ອງຮຽນໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງທາງການ ເພື່ອໃຫ້ເຈົ້າໜ້າທີ່ລົງໄປຕິດຕາມ ກວດກາຄວາມເປັນຈິງຢ່າງລະອຽດວ່າ ເປັນແນວໃດແທ້.
ທ່ານເວົ້າວ່າ ເນື່ອງຈາກນະຄອນຫລວງວຽງຈັນ ແລະພາກສ່ວນພະລັງງານ-ບໍ່ແຮ່ ໄດ້ອະນຸຍາດໃຫ້ບໍຣິສັດເອກຊົນລາວ ດໍາເນີນການດູດຊາຍຕາມລໍານໍ້າງື່ມ ແລະແມ່ນໍ້າສາຂາອື່ນເປັນຈໍານວນຫລາຍ ຈຶ່ງບໍ່ຮູ້ວ່າ ແມ່ນເຮືອດູດຊາຍຂອງບໍຣິສັດໃດ ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ເພາະໄລຍະຜ່ານມາ ກໍມີດິນເຊາະເຈື່ອນຢູ່ຫລາຍຈຸດ ແຕ່ເປັນຍ້ອນນໍ້າຖ້ວມສູງ.
“ກະມາຮ້ອງທຸກຫັ້ນນ່າ ວ່າມັນມີການຊຸດໂຕລົງ ຈາກບ້ານເຮືອນປະຊາຊົນເນາະ ທີ່ຢູ່ແຄມຫັ້ນ ແລ້ວເຮົາກະສິມີພວກສິ່ງແວດລ້ອມ ໄປສໍາຣວດຫັ້ນນ່າ 2-3 ປີຫລັງເນາະ ກະຍັງບໍ່ມີກັນເຈື່ອນ ມັນກະມີການດິນເຈື່ອນບໍ່ ອີ່ຫຍັງບໍ່ຕາມແຄມນໍ້າຫັ້ນນ່າ.”
ເພື່ອປ້ອງກັນບໍ່ໃຫ້ດິນເຈື່ອນ ຕາມລໍາແມ່ນໍ້າຂອງ ແລະແມ່ນໍ້າສາຂາ ຍ້ອນການດູດຊາຍ ທາງກະຊວງຊັພຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ອອກລະບຽບການ ໃຫ້ທຸກບໍຣິສັດ ທີ່ໄດ້ຮັບສໍາປະທານຂຸດຄົ້ນດູດຊາຍ ດູດໄດ້ 7 ເດືອນ ຄື ໃນຊ່ວງລະດູແລ້ງ ແຕ່ເດືອນທັນວາ ຫາເດືອນມິຖຸນາ. ເມື່ອເຂົ້າສູ່ລະດູຝົນ ທຸກບໍຣິສັດຕ້ອງຢຸດເຊົາການດູດຊາຍ. ແຕ່ໃນພາກປະຕິບັດຕົວຈິງ ປັດຈຸບັນຍັງມີບາງບໍຣິສັດ ບໍ່ປະຕິ ບັດຕາມລະບຽບການນັ້ນຢູ່.
ເມື່ອປີ 2018 ກະຊວງໂຍທາທິການ ແລະຂົນສົ່ງ ແລະກະຊວງຊັພຍາກອນທໍາມະຊາດ ແລະສິາງແວດລ້ອມ ກໍໄດ້ເຄີຍສເນີບັນຫາກ່ຽວກັບການດູດຊາຍ ຕາມລໍາແມ່ນໍ້າຂອງແລະແມ່ນໍ້າສາຂາຕ່າງໆ ໃຫ້ຣັຖບານຍົກເລີກສັນຍາສໍາປະທານ ກັບບໍຣິສັດເອກຊົນລາວຈໍານວນນຶ່ງ ຍ້ອນວ່າເຮັດໃຫ້ຕາຝັ່ງເຈື່ອນ, ເຮັດໃຫ້ປະຊາຊົນເສັຍດິນ ແລະມີຜົລກະທົບຕໍ່ດິນແດນຂອງປະເທດນໍາດ້ວຍ.