ຕາຝັ່ງແຄມຂອງ ຢູ່ບໍຣິຄຳໄຊ ຖືກກະແສນ້ຳຂອງ ເຊາະເຈື່ອນເສັຍຫາຍ
2022.07.07

ແຂວງບໍຣິຄໍາໄຊ ມີນໍ້າຂອງໄຫຼຜ່ານ ປະມານ 180 ກິໂລແມັດ ແຕ່ປັດຈຸບັນ ກໍາລັງຜະເຊີນກັບຜົລກະທົບ ດິນແຄມແມ່ນໍ້າຂອງ ເຊາະເຈື່ອນແບບຮ້າຍແຮງ 73 ກິໂລແມັດປາຍ ຂະນະທີ່ ທາງການລາວ ສາມາດສ້າງກັນຕາຝັ່ງເຈື່ອນ ໄດ້ພຽແຕ່ 21.5 ກິໂລແມັດເທົ່ານັ້ນ ສ່ວນສາເຫດສໍາຄັນ ທີ່ເຮັດໃຫ້ດິນແຄມຂອງເຊາະເຈື່ອນ ແບບຮ້າຍແຮງນັ້ນ ແມ່ນໄດ້ຮັບຜົລກະທົບຈາກ ການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິ.
ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົົ່ງ ແຂວງບໍຣິຄໍາໄຊ ທ່່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກໍຣະກະດາ ນີ້ວ່າ:
“ຍອມຮັບວ່າ ນໍ້າຂຶ້ນສູງຫຼາຍ ບາດບົດຜົລສຸດທ້າຍ ນໍ້າແຫ້ງຫຼາຍລະເຮັດໃຫ້ ດິນມີຮອຍຍຸບ ທາງໄທເຮົາ ລະຍັງບໍ່ໄດ້ເຮັດກັນເຈືື່ອນເນາະ ໂຕນັ້ນ ມັນຈຶ່ງພາໃຫ້ມີດິນເຈື່ອນ ເວົ້າແນວມັນງ່າຍ ກັນເຈື່ອນຂອງຣັຖແທ້ ທີ່ຈະເຮັດກັນຕາຝັ່ງເຈື່ອນເລີຍຫັ້ນ ມັນບໍ່ມີ ມັນຍັງບໍ່ໄດ້ມີແຜນຫຍັງເລີຍ.”
ທ່ານກ່າວຕື່ມອີກວ່າ ບັນຫາການຂຶ້ນ-ລົງ ຂອງລະດັບນໍ້າຂອງທີ່ຜິດປົກກະຕິນີ້ ແມ່ນສົ່ງຜົລກະທົບໂດຍຕຣົງ ຕໍ່ສະພາບດິນແຄມແມ່ນໍ້າຂອງ ເກີດມີຮອຍແຕກ ແລະເຊາະເຈື່ອນ ເຮັດໃຫ້ດິນ ແລະສິ່ງປຸກສ້າງຂອງຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບ ແລະ ມີແນວໂນ້ມ ຈະເພີ່ມຄວາມຮ້າຍແຮງຂຶ້ນເລື້ອຍໆ.
ປັດຈຸບັນ ຍັງບໍ່ຮູ້ວ່າ ການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິນັ້ນ ເກີດຈາກໂຄງການສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຫຼື ການປ່ຽນແປງ ຂອງສະພາບດິນຟ້າອາກາດ ເພາະບໍ່ມີການເກັບກໍາຂໍ້ມູນທີ່ລະອຽດ ຂະນະທີ່ ແນວທາງການແກ້ໄຂບັນຫາ ແລະການປົກປັກຮັກສາ ດິນແຄມແມ່ນໍ້າຂອງໃນໄລຍະຍາວ ກໍຍັງບໍ່ຈະແຈ້ງ ແລະບໍ່ເປັນຮູບປະທັມເທື່ອ.
ຂະນະທີ່ ເຈົ້າໜ້າທີ່ ຜແນກຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ກ່າວວ່າ ການຕິດຕາມກວດກາ ໃນໄລຍະຜ່ານມາ ຈະເຫັນດິນແຫ້ງ ມີຮອຍແຕກ ເປັນຈໍານວນຫຼາຍຈຸດ ແລ້ວຈະເກີດການເຊາະເຈື່ອນຫຼາຍທີ່ສຸດ ໃນຊ່ວງຣະດູຝົນ ເພາະກະແສນໍ້າຂອງ ຈະໄຫຼແຮງ, ບາງຈຸດ ໃນເມືອງທ່າພຣະບາທ ແລະເມືອງປາກຊັນ ຈະໄດ້ຮັບຜົລກະທົບໜັກ ເພາະດິນແຄມຂອງ ເຊາະເຈື່ອນລົງເລື້ອຍໆ.
ດັ່ງເຈົ້າໜ້າທີ່ ຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 7 ກໍຣະກະດາ ນີ້ວ່າ:
“ພວກສິ່ງແວດລ້ອມ ຂະເຈົ້າໄປສໍາຣວດຫັ້ນນ່າ ມັນມີການຊຸດໂຕລົງ ຄືຮອດຍາມຝົນມາ ມັນບໍ່ມີກັນເຈື່ອນ ກະມີການດິນເຈື່ອນ ຢູ່ຕາມແຄມນໍ້າຫັ້ນນ່າ ແນ່ນອນມັນກະຕ້ອງມີ ຖືກເຮືອນປະຊາຊົນຢູ່ແລ້ວເນາະ ຖືກດິນບໍ່.”
ສ່ວນຊາວບ້ານ ໃນເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວວ່າ ບັນຫາດິນແຄມແມ່ນໍ້າຂອງ ເຊາະເຈື່ອນນີ້ ເກີດຂຶ້ນມາຫຼາຍປີແລ້ວ ແລະສ້າງຄວາມກັງວົນໃຈໃຫ້ຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງຢ່າງໜັກໜ່ວງ ເພາະດິນໄດ້ເຊາະເຈື່ອນ ເສັຍຫາຍໄປຈໍານວນຫຼາຍໃນແຕ່ລະປີ ເຊິ່ງຜ່ານມາ ກໍໄດ້ຮຽກຮ້ອງໃຫ້ຫຼາຍພາກ ມາຊ່ອຍຕິດຕາມກວດກາແລ້ວ ເພື່ອຫາແນວທາງແກ້ໄຂ ແຕ່ກໍມິດງຽບ.

ດັ່ງຊາວລາວ ຄົນນຶ່ງ ໃນເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 7 ກໍຣະກະດາ ນີ້ວ່າ:
“ມັນເຈື່ອນລົງແລ້ວ ມັນມີບັນຫາ ເພາະວ່າ ມັນມີຜົລເສັຍຫາຍຫຼາຍເດ້ ຂະເຈົ້າກະບໍ່ໄດ້ວ່າ ໃຫ້ຄວາມສົນໃຈ ບໍ່ໄດ້ອິຫຍັງເລີຍ ພວກບ້ານ ພວກອິ່ຫຍັງນີ້ນ່າ ກະບໍ່ເຂົ້າໃຈວ່າ ມັນເປັນແນວໃດແທ້ຫັ້ນນ່າ.”
ກ່ຽວກັບບັນຫາ ດິນແຄມນໍ້າຂອງ ເກີດການເຊາະເຈື່ອນນີ້ ຍານາງ ອ້ອມບຸນ ທິບສຸນາ ຕາງໜ້າສະມາຄົມ ສະພາອົງກອນ ຊຸມຊົນລຸ່ມແມ່ນໍ້າຂອງ 7 ແຂວງ ພາກອີສານ ກ່າວວ່າ ບໍ່ພຽງສະເພາະແຂວງ ບໍຣິຄໍາໄຊ ຂອງລາວເທົ່ານັ້ນ ທີ່ໄດ້ຮັບຜົລກະທົບ ແບບຮ້າຍແຮງ ຈາກການເຊາະເຈື່ອນ ຂອງດິນແຄມແມ່ນໍ້າຂອງ ແຕ່ທົ່ວແຂວງ ຂອງລາວ ແລະໄທຍ ທີ່ຕິດກັບແຄມແມ່ນໍ້າຂອງ ຕ່າງກໍໄດ້ຮັບຜົລກະທົບຮ້າຍແຮງ ເຊັ່ນດຽວກັນ.
ປັດຈັຍສໍາຄັນ ແມ່ນເກີດຈາກ ໂຄງການພັທນາເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ທີ່ເຮັດໃຫ້ ການຂຶ້ນ-ລົງ ຂອງລະດັບນໍ້າຂອງ ຜິດປົກກະຕິ ແລ້ວຍັງເຮັດໃຫ້ຕະກອນ ຫຼື ຝຸ່ນຕົມຂນາດນ້ອຍ ຫຼຸດໜ້ອຍລົງ ສົ່ງຜົລໃຫ້ດິນແຄມນໍ້າຂອງ ຂາດຄວາມອຸດົມສົມບູນ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ລະຫວ່າງລາວ-ໄທຍ ຄວນຈະຮ່ວມມືກັນຢ່າງຈິງຈັງ ເພື່ອຫາແນວທາງແກ້ໄຂ ບັນຫານີ້ຢ່າງຮີບດ່ວນ.
ດັ່ງຍານາງ ອ້ອມບຸນ ທິບສຸນາ ຕາງໜ້າສະມາຄົມ ສະພາອົງກອນ ຊຸມຊົນລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ ປະເທດໄທຍ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 7 ກໍຣະກະດາ ນີ້ວ່າ:
“ມັນຈະແຈ້ງແລ້ວ ວ່າ ຝຸ່ນຕົມມັນຫາຍໄປເນາະ ຝຸ່ນຕົມ ມັນໜ້ອຍລົງ, ນໍ້າຂຶ້ນ-ລົງ ໃນແຕ່ລະມື້ ຊາວບ້ານເຫັນວ່າ ມັນເຈື່ອນລົງໆທຸກມື້ ມັນບໍ່ໄດ້ເຈື່ອນ ສະເພາະຣະດູຝົນທີ່ມີນໍ້າຫຼາຍ ມັນຄວາມເປີດເວທີລົມກັນ ເຣື່ອງນີ້ນໍາດ້ວຍ ເຣື່ອງການວາງແຜນ ລະຫວ່າງ 2 ຝັ່ງ.”
ນອກຈາກນີ້ ບັນຫາການຂຸດຄົ້ນແຮ່ຊາຍ ຕາມລໍາແມ່ນໍ້າຂອງ ແລະແມ່ນໍ້າສາຂາ ທີ່ມີຈໍານວນຫຼາຍເກີນໄປ ກໍຍັງເປັນອີກປັດຈັຍນຶ່ງ ທີ່ສໍາຄັນ ເຮັດໃຫ້ດິນແຄມນໍ້າຂອງ ແລະແມ່ນໍ້າສາຂາ ເກີດການເຊາະເຈື່ອນ ເຊິ່ງສະພາບການດັ່ງກ່າວນີ້ ໄດ້ກໍໃຫ້້ເກີດການປ່ຽນແປງ ຕາມລໍາແມ່ນໍ້າຂອງ ແລ້ວກໍຍັງເຮັດໃຫ້ປະເທດລາວ ສູນເສັຍດິນແດນ ໂດຍບໍ່ຮູ້ສຶກໂຕ.
ປັດຈຸບັນ ຣັຖບານລາວ ຕ້ອງໄດ້ກູ້ຢືມເງິນຈາກຕ່າງປະເທດ ເປັນຈໍານວນຫຼາຍລ້ານ ໂດລ້າຣ໌ສະຫະຣັຖ ເພື່ອນໍາມາພັທນາ ໂຄງການກໍ່ສ້າງກັນເຈື່ອນ ຕາມລໍາແມ່ນໍ້າຂອງ ເຊິ່ງຫຼາຍແຂວງ ກໍພວມດໍາເນີນການກໍ່ສ້າງຢູ່ໃນປັດຈຸບັນ ເປັນຕົ້ນ: ນະຄອນຫຼວງວຽງຈັນ, ແຂວງໄຊຍະບູຣີ ແລະ ແຂວງຈໍາປາສັກ.