ປະຊາຊົນຢາກໃຫ້ ສືບຕໍ່ຫຼຸດ ຄ່ານໍ້າ ຄ່າຂີ້ເຫຍື້ອ

ສຸພັດຕາ
2020.07.01
F-Trash ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ເປັນວຽກງານ ທີ່ທ້າທາຍຍ້ອນ ສະຖານທີ່ບໍາບັດ ທໍາລາຍ ຈູດເຜົາຖິ້ມ ມີຈໍາກັດ
RFA/LX

ຊາວບ້ານຢູ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຂຍາຍເວລາ ຫຼຸດຄ່ານໍ້າປະປາ 5% ແລະ ຄ່າຂີ້ເຫຍື້ອ 50% ຈົນຮອດທ້າຍເດືອນ ທັນວາ, ເນື່ອງຈາກ ວ່າປະຊາຊົນຫຼາຍຄົນໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19 ເງິນເດືອນ ທີ່ໄດ້ຮັບ ກໍບໍ່ພໍ່ໃຊ້ຈ່າຍ ໃນຄອບຄົວ, ດັ່ງຊາວບ້ານ ບ້ານໂຄກສີວິໄລ ເມືອງໄຊທານີ ຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມິຖຸນາ ວ່າ:

“ກະຢາກໃຫ້ເພິ່ນຫຼຸດໄປຮອດທ້າຍປີພຸ້ນນະ ໃຫ້ມັນຫວິດຊ້ວງນີ້ນະ ເລີ້ມຕົ້ນໃໝ່ເນາະ ເງິນເດືອນ 1 ລ້ານ 5 ກະຊິໄດ້ປະມານ 3 ແສນ ເພາະວ່າ ເສຖກິດທຸກມື້ນີ້ ກໍຍັງບໍ່ມີຫຍັງແມ່ນບໍ່ ແຕ່ວ່າ ການກິນ ການຢູ່ເຮົາ ມັນກໍກາຍແລ້ວເນາະ ແຕ່ລະເດືອນ ເງິນຖືໄປ 20-30 ພັນ ບໍ່ຄຸ້ມຄອບຄົວດອກ ຊື້ແນວກິນຢູ່ຕລາດ ຢ່າງນ້ອຍກະຕ້ອງຫັກ 50 ຂຶ້ນເມືອ.”

ໃນຂນະທີ່ ນະໂຍບາຍຫຼຸດຄ່ານໍ້າປະປາ 5% ຂອງ ຣັຖວິສາຫະກິຈ ນໍ້າປະປາ ນະຄອນຫຼວງວຽງຈັນ ຈະສິ້ນສຸດໃນເດືອນ ກໍຣະກະດານີ້ ແລະ ນະໂຍບາຍຫຼຸດຄ່າຂີ້ເຫຍື້ອ 50% ຂອງຫ້ອງການ ຄຸ້ມຄອງ ແລະບໍຣິຫານໂຕເມືອງວຽງຈັນ ຈະສິ້ນສຸດ ເດືອນ ມິຖຸນາ.

ຊາວບ້ານ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ ຫຼຸດຄ່າ ຂີ້ເຫຍື້ອ 50% ແລະ ຄ່ານໍ້າປະປາ 5% ໄປຈົນຮອດ ເດືອນທັນວາ ຄືກັນ ຍ້ອນວ່າປັດຈຸບັນ ຄ່າຂີ້ເຫຍື້ອ ແລະຄ່ານໍ້າປະປາ ກໍຍັງຕ້ອງຈ່າຍຣາຄາ ເຕັມຕາມປົກກະຕິຢູ່, ອີກທັງທີ່ຜ່ານມາ ກໍບໍ່ຮູ້ສຶກວ່າ ໄດ້ສ່ວນຫຼຸດ ຈາກນະໂຍບາຍ ຂອງພາກສ່ວນ ກ່ຽວຂ້ອງ:

“ຄືໂຕຢ່າງວ່າ ເພິ່ນຫຼຸດໃນເດືອນ 4-5-6 ບໍ ກະຢາກໃຫ້ສືບຕໍ່ຫຼຸດແບບນັ້ນ ກະໄປຮອດພຸ້ນແຫຼະ ຄັນຣັຖບານກຸ້ມໄດ້ ນະໂຍບາຍໄດ້ ກະຢາກໃຫ້ຫຼຸດຮອດ ເດືອນ 12 ໝົດປີພຸ້ນແຫຼະ ອັນນີ້ ກະເດືອນ 6 ເດືອນ 7 ລະເດ້ ເພາະວ່າຜົລກະທົບ ຫຼາຍເດ້ ເພາະວ່ານໍ້າ, ຂີ້ເຫຍື້ອໂຕນີ້ໄດ້ເສັຍເຕັມຢູ່.”

ຊາວບ້ານ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜູ່ນຶ່ງເວົ້າວ່າ ປະຊາຊົນສ່ວນຫຼາຍໃຜໆ ກໍໄດ້ຮັບຜົລກະທົບຈາກ ການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ຣາຍໄດ້ຂອງ ພວກເຂົາເຈົ້າກໍບໍ່ໄດ້ຄືເກົ່າ ດັ່ງນັ້ນ, ຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ຫຼຸດຄ່າ ນໍ້າປະປາ 5% ແລະຄ່າຂີ້ເຫຍື້ອ 50% ຈົນຮອດທ້າຍເດືອນທັນວາ ນີ້ ເຊັ່ນກັນ:

“ກະຢາກໃຫ້ຫຼຸດຫັ້ນແຫຼະເນາະເພາະວ່າສ່ວນຫຼາຍ ໃຜໆກໍຖືກຜົລກະທົບໝົດນະຄັນອີງໃສ່ຣາຍຮັບ ປະຊາຊົນສ່ວນຫຼາຍມັນກໍບໍ່ໄດ້ຊິນະ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ຫ້ອງການຄຸ້ມຄອງ ແລະບໍຣິຫານໂຕເມືອງວຽງຈັນ ກ່າວວ່າ ຍັງບໍ່ມີນະໂຍບາຍ ຂຍາຍເວລາຫຼຸດຄ່າ ຂີ້ເຫຍື້ອ 50% ຮອດເດືອນທັນວາ ນີ້ເທື່ອ ສະເລັ່ຽຄ່າເກັບ ຂີ້ເຫຍື້ອ ກະມີແຕ່ຄອບຄົວລະ 40 ພັນກີບ ຕໍ່ເດືອນ ກະຖືວ່າບໍ່ແພງຫຼາຍ ອີກທັງຂັ້ນເທິງ ມີທິດຊີ້ນໍາ ໃຫ້ຫຼຸດຄ່າຂີ້ເຫຍື້ອ 50% ເພື່ອຫຼຸດຜ່ອນຜົລກະທົບ ຈາກການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19 ຕັ້ງແຕ່ ເດືອນ ເມສາ-ເດືອນມິຖຸນາ ເປັນເວລາພຽງ 3 ເດືອນເທົ່ານັ້ນ:

“ບໍ່ມີເທື່ອມີແຕ່ 3 ເດືອນຫັ້ນແຫຼະ ເພິ່ນແຈ້ງອອກໄປແລ້ວເດ້ຕາມເວລາ Lock-down ຂອງຣັຖບານ ໂຄວິດຫັ້ນ 3 ເດືອນຫັ່ນແຫຼະເນາະ ມັນກໍບໍ່ໄດ້ແພງດອກ ມີແຕ່ 40 ພັນກີບ ຕໍ່ຄອບຄົວ.”

ໃນຂນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ຫ້ອງການຣັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ຍັງບໍ່ມີປະຊຸມ ກ່ຽວກັບນະໂຍບາຍ ຫຼຸດຄ່ານໍ້າປະປາ 5% ຮອດ ເດືອນທັນວາ 2020 ເທື່ອ ນະໂຍບາຍຫຼຸດ ຄ່ານໍ້າປະປາ 5% ຍັງຄົງມີແຕ່ເດືອນມິຖຸນາ ຫາເດືອນ ກໍຣະກະດາ ຕາມແຈ້ງການເລຂທີ 0616/ນປນຄ ນະຄອນຫຼວງວຽງຈັນ ລົງວັນທີ 6 ພຶສພາ 2020 ໃຫ້ລໍຖ້າເບິ່ງ ແຈ້ງການຕື່ມ ພາຍຫຼັງ ໝົດເດືອນກໍຣະກະດານີ້:

“ຕອນນີ້ຍັງບໍ່ມີແຈ້ງການອິຫຍັງເທື່ອ ຍັງບໍ່ມີການປະຊຸມ ມີແຕ່ລໍຖ້າເບິ່ງແຈ້ງການເດີ້ ຖ້າເບິ່ງໝົດເດືອນເດີ້ ເພາະວ່າເຮົາກໍມີແຕ່ເດືອນ 5-6-7 ເນາະ ເດືອນ 7 ກໍຍັງບໍ່ໝົດເທື່ອ.”

ເຖິງຢ່າງໃດກໍຕາມ ໃນມື້ວັນທີ 29 ມິຖຸນານີ້ ຣັຖວິສາຫະກິຈໄຟຟ້າລາວ ໄດ້ປະກາດນະໂຍບາຍ ຄ່່າໄຟຟ້າໃໝ່ຈະຂຍາຍເວລາຮອດເດືອນ ທັນວາ ປີ 2020 ໃນໄລຍະທີ່ມີການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ຈາກເດີມຮອດແຕ່ເດືອນກັນຍາ, ດັ່ງນັ້ນຊາວລາວສ່ວນຫຼາຍ ກໍຫວັງວ່າພາກສ່ວນນໍ້າປະປາ ແລະພາກສ່ວນເກັບຄ່າຂີ້ເຫຍື້ອ ຄົງຈະມີນະໂຍບາຍ ສືບຕໍ່ຫຼຸດໃຫ້ຊາວບ້ານ ອອກໄປຕື່ມອີກເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.