ຂ.ຫຼວງນໍ້າທາຖືກກະທົບ ຈາກ ຄວັນໄຟ ໄໝ້ປ່າ

ຈໍາປາທອງ
2020.04.08
F-LT-fire ຢູ່ພາກເໜືອໄຟໄໝ້ປ່າ ຢ່າງຮຸນແຮງ ຢູ່ແຂວງອຸດົມໄຊ ແຂວງຫຼວງນ້ຳທາ ປະຊາຊົນໃນພື້ນທີ ບອກວ່າໄໝ້ໄດ້ສອງອາທິດແລ້ວ ຕອນນີ້ ປະຊາຊົນ ເດືອດຮ້ອນຫຼາຍ ສະພາບອາກາດບໍ່ດີເລີຍ. (ຮູບຖ່າຍ ວັນທີ 3 ເດືອນເມສາ 2020)
ຮູບພາບ ຈາກ : ນັກຂ່າວພົລເມືອງ

ປະຊາຊົນແຂວງຫຼວງນໍ້າທາ ພວມໄດ້ຮັບຜົລກະທົບ ຈາກສະພາບອາກາດ ທີ່ມີຝຸ່ນຄວັນເກີນມາຕຖານ ຍ້ອນໄຟໄໝ້ປ່າ ຢູ່ຫຼາຍເຂດ ໃນ ແຂວງຫຼວງນໍ້າທາ, ເປັນຕົ້ນແມ່ນໄຟໄໝ້ ປ່າ ຢູ່ເຂດປ່າສງວນແຫ່ງຊາຕ ນໍ້າຫ້າ ແລະປ່າສງວນເຂດບ້ານນໍ້າແງ້ນ ເຮັດໃຫ້ສະພາບອາກາດ ໃນປັດຈຸບັນ ມີຜົລກະທົບອັນບໍ່ດີຕໍ່ສຸຂພາບ ຂອງປະຊາຊົນຢ່າງກວ້າງຂວາງ ຢູ່ພາຍໃນແຂວງນີ້ ເຊັ່ນເຮັດໃຫ້ການຫາຍໃຈຝືດ ແລະ ການ ຂັບຂີ່ ຍວດຍານພາຫະນະ ຫຍຸ້ງຍາກ ບໍ່ເຫັນແຈ້ງດີ, ດັ່ງປະຊາຊົນຜູ້ນຶ່ງ ຢູ່ແຂວງຫຼວງນໍ້າທາ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສາ ນີ້ວ່າ:

“ໂອຄຸ້ມ, ປົກຄຸມໝົດຄວັນໄຟ ໄໝ້ໝົດ ທາງໃຕ້ກະໄໝ້ທາງເໜືອກະໄໝ້. ແຖວກິ່ວລົມ ແຖວບ້ານຫຼ້ອຍຫຼັກຄຳ. ມືດເອີ, ມືດແຫຼະ ບໍ່ເຫັນ ພູເຫັນຜາຫຍັງ, ມືດຢູ່ແຕ່ລະມື້ນ່າ. ແບບໝອກຫັ້ນແຫຼະຄືນໍ້າໝອກ ແຫຼະ ແຕ່ວ່າແມ່ນຄັວນນາ. ເບິ່ງປະມານ 100 ແມັຕ ໄປນີ້ກາຍ 100 ແມັຕ 200 ແມັຕນີ້ ໄປທາງພຸ້ນ ມືດໝົດ, ບໍ່ເຫັນຫຍັງເລີຍນິ ອັນຕະຣາຍ.”

ໄຟໄໝ້ປ່າ ຢູ່ແຂວງຫຼວງນໍ້າທາ ແມ່ນເກີດຈາກການລັກລອບຈູດປ່າ ແລະລ່າສັດປ່າ ຂອງຜູ້ຄົນ ແລະປະສົມກັບສະພາບອາກາດ ທີ່ແຫ້ງ ແລ້ງຈັດ, ເຮັດໃຫ້ເກີດໄຟໄໝ້ປ່າ ໄດ້ງ່າຍ ໃນຫຼາຍເຂດ ທົ່ວແຂວງຫຼວງ ນໍ້າທາ ໃນຂນະທີ່ຈໍານວນເຈົ້າໜ້າທີ່ ແລະປະຊາຊົນ ທີ່ເຂົ້າໄປ ດັບໄຟ ບໍ່ພຽງພໍ ແລະບໍ່ສາມາດຄວບຄຸມໄຟໄໝ້ປ່ານັ້ນໄດ້.

ໃນຂນະດຽວກັນ, ປະຊາຊົນ ແຂວງຫຼວງນ້ຳທາ ອີກນາງນຶ່ງ ກໍ່ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄຟໄໝ້ປ່າ ໄດ້ລາມໄປຫຼາຍ ບ່ອນ ແລະ ຊາວບ້ານພາກັນແສບຫູແສບຕາໝົດ:

“ມື້ນັ້ນກໍໄໝ້ທາງບໍ່ເຕັນ ອຸດົມໄຊ ກໍ່ໄໝ້ໝົດ. ມາທາງນາແລ ທາງພູຄາໄໝ້ໝົດ. ເອີເຂົາເຈົ້າວ່າມີແຕ່ຄວັນມົວຢູ່ຫັ້ນນ່າ. ບໍ່ຊິເຫັນພູເຫັນເຂົາ ຫຍັງໜ່າ, ແສບຕາໝົດໜາ. ບໍ່ເຫັນທົ່ງ ບໍ່ເຫັນນາຫຍັງແຫຼະ. ຊິແມ່ນຄວັນຫັ້ນນ່າ ຄືນໍ້າໝອກຫັ້ນນ່າ ກະຊິແມ່ນຄວັນໄຟ ຫັ້ນແຫຼະ ກະທົ່ວ ໝົດ ຕານີ້ແສບ.”

ໄຟໄໝ້ປ່າຫຼາຍເຂດທົ່ວແຂວງຫຼວງນ້ຳທາ ໃນຄັ້ງນີ້ ໄດ້ເຣີ່ມມາແຕ່ທ້າຍເດືອນມີນາທີ່ຜ່ານມາ ຈົນມາເຖິງປັດຈຸບັນຄືຮອດມື້ວັນທີ 6 ເມສານີ້ ກໍຍັງບໍ່ສາມາດດັບໄຟໄດ້ເທື່ອ.

ນອກຈາກແຂວງຫຼວງນໍ້າທາ ທີ່ພວມປະເຊີນກັບໄຟໄໝ້ປ່າຢູ່ໃນຂນະນີ້ແລ້ວ, ແຂວງອຸດົມໄຊ ກໍ່ເປັນອີກແຂວງນຶ່ງ ທີ່ພວມປະສົພກັບໄຟໄໝ້ ປ່າ ທີ່ຮ້າຍແຮງເຊັ່ນກັນ, ເຮັດໃຫ້ມີຜູ້ເສັຽຊີວິຕ 4 ຄົນແລ້ວ. ແຕ່ສໍາລັບແຂວງຫຼວງນໍ້າທາ ຍັງບໍ່ທັນມີຣາຍງານ ຜູ້ທີ່ໄດ້ຮັບບາດເຈັບ ແລະ ເສັຽຊີວິຕເທື່ອ. ສ່ວນເຣຶ່ອງຄວາມເສັຽຫາຍ ທີ່ເກີດຈາກໄຟໄໝ້ປ່າຢູ່ 2 ແຂວງຄັ້ງນີ້ ກໍຍັງບໍ່ສາມາດ ປະເມີນໄດ້, ຕ້ອງໄດ້ລໍຖ້າໄປ ຈົນກວ່າ ພາກສ່ວນກ່ຽວ ຂ້ອງ ຈະສາມາດດັບໄຟໃໝ້ປ່ານັ້ນໄດ້ກ່ອນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.