ວັນທີ່ 3 ມິນາ ເປັນວັນສັດປ່າໂລກທຸກໆປີ ຊຶ່ງວັນທີ່ 3 ມິນາ ປີນີ້ ເປັນວັນຄົບຮອບສິບປີພໍດີ ແລະອົງການສັດປ່າສາກົລ ໄດ້ສລອງວັນດັ່ງກ່າວ ພາຍໃຕ້ຫົວຂໍ້ທີ່ວ່າ ເຊີນທ່ານມາເປັນສ່ວນຮ່ວມ ໃນການອະນຸຮັກສັດປ່າ ແລະໃນໂອກາດນີ້ ເຈົ້າໜ້າທີ່ອົງການຮັກສາສັດປ່າ ກໍໄດ້ສະແດງຄວາມເປັນຫ່ວງກັບຈຳນວນສັດປ່າຢູ່ລາວ ທີ່ຫຼຸດໜ້ອຍຖອຍລົງທຸກໆມື້ ຍ້ອນຍັງມີການທຳລາຍປ່າໄມ້ ບ່ອນຢູ່ອາໄສ, ບ່ອນຫາກິນ ຂອງສັດປ່າ ແລະຍ້ອນຍັງມີການລ່າສັດປ່າ ເພື່ອກິນເປັນອາຫານ, ຂາຍເປັນສິນຄ້າ ໂດຍສະເພາະໃນສມັຍນີ້ ຂາຍທັງໃນຕລາດມືດ ແລະທາງອ່ອນລາຍນ໌, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ອົງການສາກົລ ທີ່ເຮັດວຽກ ກ່ຽວກັບການອະນຸຮັກ ສັດປ່າ-ສັດນ້ຳ ແລະປ່າໄມ້ໃນລາວ.
ເຈົ້າໜ້າທີ່ທ່ານນີ້ ທີ່ບໍ່ປະສົງບອກຊື່ ກ່າວກັບວິທະຍຸ ເອເຊັຍເສຣີ ໃນວັນທີ່ 3 ມິນາ 2023 ນີ້ອີກວ່າ:
“ເປັນຫ່ວງຢູ່ໃນການຄ້າ ທາງອອນລາຍນ໌ ແລ້ວກໍເຣື່ອງຄ້າຕລາດທົ່ວໄປ ບ້ານເຮົາກໍເຣື່ອງຕລາດ ຜລິດພັນໃຫຍ່ຫັ້ນ ແຮງເຊື່ອງເພາະວ່າ ປະເທດເຮົາມັນຍັງຕິດພັນ ຢູ່ກັບທັມມະຊາດ ມັນຍັງມີການລ່າ, ການເອົາມາຂາຍຢູ່. ຍັງເຫັນຢູ່ ແລ້ວບາດນີ້ ເຂົາກໍການ ຄ້າ-ຂາຍ ເຂົາເຈົ້າກໍພັທນາຈາກຄ້າຂາຍ ມາເປັນຂາຍຢູ່ທາງອອນລາຍນ໌ ນຳ, ວາງຢູ່ຕລາດ ເຂົາເຈົ້າກໍເຊື່ອງຂາຍ ແຕ່ສະເພາະກຸ່ມ ຄັນເຈົ້າໜ້າທີ່ໄປກວດ ມີແຕ່ ຄັນບໍ່ຕິດຕາມ ບໍ່ສືບດີໆ ກໍບໍ່ຄ່ອຍເຫັນ.”
ເຈົ້າໜ້າທີ່ ອົງການສາກົລທ່ານນີ້ ອະທິບາຍວ່າ ຜ່ານມາ ທາງອົງການສາກົລ, ແລະກະຊວງກະສິກັມ ແລະປ່າໄມ້ ຂອງລາວ ກໍໄດ້ເຮັດວຽກຮ່ວມກັນຕ້ານ ແລະສະກັດກັ້ນການລ່າສັດປ່າ ເປັນປະຈຳຕລອດມາ ເປັນຕົ້ນໄດ້ເຮັດກິດຈະກັມເຜີຍແພ່ ລະບຽບກົດໝາຍ ກິດຈະກັມປູກຈິດສຳນຶກ ໃຫ້ປະຊາຊົນຮັກສັດປ່າ ບໍ່ໃຫ້ທຳລາຍສັດປ່າ ແລະກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັນລະຫວ່າງປະເທດລາວ ກັບວຽດນາມ ແລະໄທຍ ເພື່ອຮ່ວມມືກັນ ກວດກາການຄ້າສັດປ່າ ລະຫວ່າງຊາຍແດນ ແລະໃນສະເພາະປີນີ້ ອົງການຮັກສາສັດປ່າສາກົລ ແລະຣັຖບານລາວ ກໍໄດ້ໂຄສະນາ ຕ້ານການຄ້າສັດປ່າ ພາຍໃຕ້ຫົວຂໍ້ທີ່ວ່າ “ມາເປັນສ່ວນຮ່ວມ ໃນການຕ້ານການຄ້າສັດປ່າ ຜິດກົດໝາຍ” ຜ່ານສືສັງຄົມອອນລ່າຍນ໌ ເຊັ່ນເຟສບຸກຄ໌ ເພື່ອໃຫ້ປະຊາຊົນລາວ ຮູ້ວິທີປົກປັກຮັກສາສັດປ່າ.
ເຈົ້າໜ້າທີ່ ປົກປັກຮັກສາປ່າໄມ້ ແລະສັດປ່າ ແຂວງຈຳປາສັກທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ອະທິບາຍວ່າ ນອກຈາກການລ່າສັດປ່າແລ້ວ ສາເຫດນຶ່ງ ທີ່ເຮັດໃຫ້ສັດປ່າ ມີຈຳນວນຫຼຸດໜ້ອຍຖອຍລົງ ແມ່ນການຕັດໄມ້ທຳລາຍປ່າ ເພາະປ່າເປັນບ່ອນຢູ່ອາໄສ ແລະບ່ອນຫາກິນຂອງສັດປ່າ; ຖ້າປ່າໄມ້ຖືກທຳລາຍ ສັດປ່າ ບໍ່ມີບ່ອນຢູ່ ແລະບ່ອນຫາກິນ; ໃນເມື່ອບໍ່ມີບ່ອນຢູ່ ແລະອາຫານ ສັດປ່າ ກໍມີຈຳນວນຫຼຸດລົງ ແລະຈະສູນພັນໄປເລີຍ.
ເຈົ້າໜ້າທີ່ ແຂວງຈຳປາສັກ ທ່ານນີ້ ອະທິບາຍວ່າ:
“ດຽວນີ້ ການລ່ານີ້ ເຮົາກໍບໍ່ໜ້າເປັນຫ່ວງປານໃດ ເພາະວ່າມັນກໍຫຼຸດລົງ ແຕ່ວ່າ ມັນເວົ້າເຣື່ອງ ລົບກວນຖິ່ນທີ່ຢູ່ອາໄສນັ້ນນີ້ ມັນເປັນວຽກສຳຄັນຫຼາຍ ຄວາມໝາຍວ່າ ລົບກວນປ່າ ສັດປ່າມັນກໍອາໄສປ່າ ຄົນເຮົາເຂົ້າໄປປ່າ ໄປທຳມາຫາກິນ ໄປບຸກໄປເບີກ ໄປເຄື່ອນໄຫວ ໄປຫາໄມ້ຫາຕອກ ໄປນັ້ນນີ້ ມັນກໍໄປລົບກວນມັນ ບ່ອນມັນຢູ່ຫັ້ນເດ່ ມັນກໍຍ້າຍຖິ່ນຖານ ຄວາມໝາຍວ່າ ເຮັດໃຫ້ຈຳນວນຈຳນວນສັດເຮົາ ມັນກໍຫຼຸດລົງ ເຮົາຂໍ້ມູນ ບໍ່ໄດ້ເລີຍວ່າມັນມີຢູ່.”
ເຈົ້າໜ້າທີ່ ແຂວງຈຳປາສັກ ທ່ານນີ້ ຍົກໂຕຢ່າງ ເຂດອຸທະຍານແຫ່ງຊາດ ດົງຫົວສາວ ຊຶ່ງກວມເອົາສ່ວນນຶ່ງຂອງແຂວງຈຳປາສັ ກແລະແຂວງອັດຕະປື ເປັນເຂດທີ່ປ່າໄມ້ ສັດປ່າ ແລະປະຊາຊົນອາໄສຢູ່ຮ່ວມກັນ ແລະປະຊາຊົນ ກໍຍັງທຸກຍາກ ອາໄສຫາຢູ່ຫາກິນກັບປ່າໄມ້ແລະສັດປ່າ. ຖ້າຢາກປົກປັກຮັກສາສັດປ່າ ແລະປ່າໄມ້ ທາງອົງການສາກັນ ແລະຣັຖບານລາວ ຄວນຊ່ວຍເຫຼືອປະຊາຊົນ ໃຫ້ເຂົາມີວິຊາອາຊີບທີ່ໝັ້ນຄົງ ເຊັ່ນຮູ້ຈັກເຮັດນາແລະລ້ຽງສັດ ເພື່ອບໍ່ໃຫ້ພວກເຂົາລ່າສັດ ແລະທຳລາຍປ່າໄມ້.
ຢູ່ແຂວງຫຼວງນ້ຳທາ, ເຈົ້າໜ້າທີ່ປົກປັກຮັກສາປ່າໄມ້ ແລະສັດປ່າ ແຂວງດັ່ງກ່າວ ກ່າວກັບວິທະຍຸ ເອເຊັຍເສຣີ ວ່າ ເມື່ອບໍ່ດົນຜ່ານມາ ເຈົ້າໜ້າທີ່ແຂວງຫຼວງນ້ຳທາ ໄດ້ພົບປະຫາລືກັບເຈົ້າໜ້າທີ່ ສະຖານທູດສະຫະຣັຖອະເມຣິກາ ປະຈຳລາວ ກ່ຽວກັບບັນຫາການລ່າສັດປ່າ ຢູ່ແຂວງຫຼວງນ້ຳທາ ຊຶ່ງຍັງເປັນບັນຫາທີ່ໜ້າເປັນຫ່ວງ ເພາະແຂວງນີ້ເປັນແຂວງຕິດກັບຈີນ ແລະກໍຍັງມີການຄ້າ ແລະລ່າສັດປ່າທັງຫຼາຍຢູ່.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ:
“ມັນມີຈຳນວນນຶ່ງ ເວົ້າແທ້ໆ ກໍເປັນສັດຄຸ້ມຄອງສັດນ້ອຍ ທີ່ປະຊາຊົນເຂົາເຄີຍລ່າ ເອົາມາກິນ ເອົາມາຂາຍຕາມປະເພນີຫັ້ນແຫຼະ ເປັນອາຊີບ ກໍມີຈຳນວນນຶ່ງ ກໍເປັນສັດຄຸ້ມຄອງ ເປັນນົກ ເປັນກະຮອກ ເປັນໂຕທີ່ເອົາກິນ ທີ່ເຂົາຫາໄດ້ຫັ້ນແຫຼະ ພວກເຮົາກໍໝັ່ນຕິດຕາມລົງກວດກາສະກັດກັ້ນຢູ່ ພາກສ່ວນທີ່ລັກຕາມຊາຍແດນ ຕາມແທ້ ພວກເຮັດ ກໍຍັງບໍ່ທັນມີຄົນເຂົ້າໄປສະກັດກັ້ນໄດ້ເທື່ອ ເພາະວ່າ ກໍບໍ່ມີແຫຼ່ງຂ່າວແດ່ ແລ້ວກໍອີງໃສ່ມັນຫຼາຍເສັ້ນທາງ ແລ້ວຄົນເຮົາກໍໜ້ອຍ ກໍບໍ່ມີແຫຼ່ງຂ່າວແດ່.”
ສ່ວນຢູ່ແຂວງຈຳປາສັກ ແຕ່ກ່ອນ ສັດປ່າ ມີຂາຍຫຼາຍຢູ່ຕລາດໃນເມືອງ ແຕ່ປັດຈຸບັນ ປະກົດວ່າ ຫຼຸດໜ້ອຍລົງເລັກໜ້ອຍ.
ດັ່ງ ຊາວແຂວງຈຳປາສັກຜູ້ນຶ່ງ ກ່າວວ່າ:
“ເມື່ອກ່ອນ ມັນກໍໍມີຫຼາຍໆຈຸດ ທີ່ເຂົາມີການເກັບຊື້ ແລ້ວເຂົາມີຊື້ຂາຍ ເອົາມາແລກປ່ຽນໃນຕລາດ ແຕ່ວ່າໃນຊ່ວງນີ້ ເຂົາກໍບໍ່ມີແລ້ວ. ຊາວບ້ານເຂົາກໍມີວຽກຫຼາຍແດ່ ເຂົາວຸ້ນກັບເຮັດຮົ້ວເຮັດສວນເຂົາ ເຂົາກໍບໍ່ມີເວລາໄປຊອກໄປຫາ ກວ່າຊິໄປໄດ້ສັດມາຂາຍເນາະ ມັນກໍໄປເປັນມື້ສອງມື້ ມັນກໍບໍ່ຄຸ້ມກັນ ຈັ່ງຊິ້ນ່າ.”
ວິທະຍຸເອເຊັຍເສຣີ ໄດ້ຕິດຕໍ່ເຖິງຊາວບ້ານ ທີ່ມັກລ່າສັດປ່າ ແລະຄ້າຂາຍສັດປ່າຢູ່ແຂວງໄຊສົມບູນ. ຊາວບ້ານຜູ້ນີ້ ກ່າວວ່າ ໂຕເຂົາເອງ ມັກໄປຫາສັດປ່າ ຕາມຄຳຮຽກຮ້ອງຕ້ອງການຂອງລູກຄ້າ ຊຶ່ງເປັນທັງຄົນລາວແລະຄົນຕ່າງປະເທດ. ເມື່ອເດືອນນຶ່ງເດືອນສອງທີ່ຜ່ານມາ ເຂົາເອງໄດ້ຫາຈັບໝີດຳ ເພື່ອມາຂາຍໃຫ້ລູກຄ້າ ຕ່າງປະເທດ ທີ່ຮັບຊື້ທັງໂຕເປັນ ແລະສິ້ນສ່ວນ ເປັນຕົ້ນຮັບຊື້ ຕິນໝີ, ບີໝີ, ຫົວ, ແຂ້ວ ແລະເລັບໜີ ໃນລາຄາປະມານ 500,000 ກີບຕໍ່ນຶ່ງກິໂລກຣາມ. ນອກຈາກນີ້ ເສືອ ກໍເປັນລາຄາ ແລະກໍເປັນຄວາມຕ້ອງການຂອງລູກຄ້າ ເຊັ່ນດຽວກັນ. ສຳລັບ ສັດປ່າປະເພດນົກ ໄກ່ປ່າ ໄກ້ແລະຟານ ເປັນທີ່ຕ້ອງການ ຂອງຕລາດພາຍໃນປະເທດ.
ສ່ວນຢູ່ນະຄອນຫຼວງວຽງຈັນ ກະຊວງກະສິກັມ ແລະປ່າໄມ້ ຂອງລາວ ກໍໄດ້ເປັນເຈົ້າພາບຮ່ວມກັບອົງການສາກົລ ຈັດງານສລອງວັນອະນຸຮັກ ສັດປ່າ ແລະພືດປ່າຢູ່ໂຮງແຮມ ແລນມາກເມື່ອວັນທີ່ 3 ມິນາ 2023 ຊຶ່ງໃນໂອກາດນີ້ ນັກວິຊາການ ໄດ້ອະທິບາຍວ່າ ການຄ້າຂາຍສັດປ່າ ເປັນໄພຂົ່ມຂູ່ອັນດັບສອງ ຕໍ່ຊີວະນານາພັນທົ່ວໂລກ ຮອງຈາກການທຳລາຍປ່າໄມ້ ຊຶ່ງເປັນບ່ອນອາໄສ ແລະບ່ອນຫາກິນ ຂອງສັດປ່າ. ເວົ້າສະເພາະ ໃນປະເທດລາວ, ອົງການສັດປ່າ ຫຼື WWF ຣາຍງານວ່າ ປະເທດລາວ ມີສັດປ່າຫຼາຍຊະນິດ ທີ່ກຳລັງສ່ຽງ ຕໍ່ການສູນພັນ ເຊັ່ນ ເສືອ, ຊ້າງ, ໂອ່ງ, ມັ່ງ, ທະນີ, ນົກຂຽນ ແລະ ເສົາຫຼາ ດັ່ງນີ້ເປັນຕົ້ນ.