ເຣື້ອງທີ່ເກັບບັນທຶກໄວ້
2022-10-31
ເອກຊົນຈີນ ເປີດໂຄງການ ຂຸດຄົ້ນແຮ່ທາຕ ກາຣ໌ນັລລາຍຕ໌ (Carnallite) ແລະ ການປຸງແຕ່ງເປັນໂປແທສຊຽມ ຄລໍຣາຍດ໌ (Potassium chloride) ທີ່ໃຊ້ໃນການຜລິດ ປຸ໋ຍເຄມີ ແຕ່ຫລາຍຝ່າຍ ເປັນກັງວົນ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ.
2022-10-31
ເຈົ້າໜ້າທີ່ ປະຈໍາຈຸດປະສານງານ ນໍ້າເກື້ອ ເມືອງຄໍາ ແຂວງຊຽງຂວາງ ກັກຣົຖພວງທີ່ຂົນແຮ່ທາຕ ທີ່ບໍ່ມີໃບອະນຸຍາດ ເຄື່ອນຍ້າຍຈາກ ບ້ານຍອດລ້ຽງ ເພື່ອໄປວຽດນາມ 13 ຄັນ ຊຶ່ງອາຈແມ່ນຣົຖພວງ ຂອງບໍຣິສັດຈີນ ທີ່ຂຸດຄົ້ນແຮ່ທາຕ ຢູ່ເຂດບ້ານດັ່ງກ່າວນັ້ນ.
2022-10-28
ບໍຣິສັດຈີນ ຈະສຶກສາ ຄວາມເປັນໄປໄດ້ ໂຄງການ ພະລັງງານ ແສງຕາເວັນ ຂນາດ 150 ເມກາວັດ ຢູ່ບ້ານກະດັນ ເມືອງໂຂງ ແຂວງຈໍາປາສັກ, ຈະໃຊ້ເວລາສຶກສາ ປະມານ 8 ເດືອນ ຂະນະທີ່ ປະຊາຊົນ ມີຄວາມກັງວົນໃຈ ເຣື່ອງຄ່າຊົດ ຖ້າຫາກດິນເຂົາເຈົ້າ ຖືກໂຄງການ.
2022-10-27
ປະຊາຊົນ ຢູ ແຂວງອຸດົມໄຊ, ຜົ້ງສາລີ ແລະຫົວພັນ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ຍ້ອນພະຍຸມາອອນ 1,275 ຄອບຄົວ ເຣີ່ມໄດ້ຮັບ ການຊ່ອຍເຫລືອແລ້ວ, ຄອບຄົວລະ 2,500,000 ກີບ ຂະນະທີ່ ການຊ່ອຍເຫລືອ ໃນໄລຍະຍາວ ຍັງລໍຖ້າ ການເກັບກຳຂໍ້ມູນ ຂອງພາກສ່ວນ ທີ່ກ່ຽວຂ້ອງຢູ່.
2022-10-27
ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ຈໍານວນນຶ່ງ ໄດ້ຮັບຜົລກະທົບ ຈາກການສ້າງຖນົນ ເຕ້ 6 ລະຫວ່າງ ບ້ານຄໍາຮຸ່ງ, ຮ່ອມ 2 ແລະບ້ານຫ້ວຍຫົງ ຮ່ອມ 23 ທີ່ມີຄວາມຍາວ ປະມານ 2 ກິໂລແມັດ ຊຶ່ງໄດ້ສ້າງມາເກືອບ 10 ປີ ແຕ່ບໍ່ທັນສຳເຣັດ ສ້າງຄວາມເດືອດຮ້ອນ ໃຫ້ຜູ້ຢູ່ອາສັຍແຄມທາງ ແລະ ຜູ້ສັນຈອນ.
2022-10-26
ກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ ໄດ້ເຂົ້າໄປສຳຣວດ-ສຶກສາ ຄວາມເປັນໄປໄດ້ ໂຄງການຂຸດຄົ້ນ ແຮ່ຄຳ ຢູ່ບ້ານໝີ່ ເມືອງແປກ ແຂວງຊຽງຂວາງ ແລະ ກໍມີຊາວບ້ານ ຈຳນວນ 20 ປາຍຄອບຄົວ ໄດ້ຮັບຜົລກະທົບ ຍ້ອນມີການຖົມຫ້ວຍ, ຖົມໜອງ ແລະ ຖົມທົ່ງນາ ຂອງຊາວບ້ານ ຈົນບໍ່ສາມາດ ເຮັດນາໄດ້, ບໍ່ສາມາດໃຊ້ນໍ້າ ທີ່ສະອາດໄດ້ຄືເກົ່າ.
2022-10-25
ຣັຖບານລາວ ສຳຣວດໂຄງການ ທາງຣົຖໄຟຈາກລາວ ເຊື່ອມຕໍ່ໃສ່ ປະເທດວຽດນາມ, ແຕ່ ເຈົ້າໜ້າທີ່ບາງຄົນ ໃຫ້ທັສນະວ່າ ໂຄງການດັ່ງກ່າວ ບໍ່ກຸ້ມຄ່າ ທີ່ຈະເຮັດ ຖ້າວ່າ ຣັຖບານລາວ ຈະຢືມເງິນ ມາສ້າງອີກ ເພາະຈະເຮັດໃຫ້ ສປປ ລາວ ເປັນໜີ້ຈຳນວນ ມະຫາສານ ເພາະໜີເກົ່າ ຍັງໃຊ້ບໍ່ທັນໝົດ.
2022-10-25
ພາກປະຊາສັງຄົມໄທຍ ຮຽກຮ້ອງໃຫ້ຣັຖບານໄທຍ ເລື່ອນການຮັບຊື້ ໄຟຟ້າ ຈາກເຂື່ອນປາກແບງ ແລະ ເປັນກັງວົນ ເຣຶ່ອງການເຊັນສັນຍາ ຊື້ຂາຍໄຟຟ້າ ແບບລັບໆ ໂດຍບໍ່ມີຄວາມເປັນທັມ.
2022-10-20
ສປປ ລາວ ແລະໄທຍ ຕຣຽມວາງສີລາຣືກ ໂຄງການກໍ່ສ້າງ ຂົວມີຕພາບ ລາວ-ໄທຍ ແຫ່ງທີ 5 ບໍຣິຄຳໄຊ-ບຶງການ ຢ່າງເປັນທາງການ ໃນວັນທີ 28 ຕຸລາປີ 2022 ນີ້, ໃນຂນະທີ່ ຄົນລາວຈຳນວນ 100 ຄອບຄົວທີ່ເສັຽດິນ ໃຫ້ກັບໂຄງການດັ່ງກ່າວ ຍັງລໍຖ້າຄ່າຊົດເຊີຍຢູ່.
2022-10-19
ບໍຣິສັດ ຊີຈີເອັນ ເອັນເນີ້ຣ໌ຈີ ເທັກໂນໂລຈີ ລາວ (CGN Energy Technology Laos) ຈຳກັດ ຈະສຶກສາ, ສຳຣວດ ຄວາມເປັນໄປໄດ້ ໂຄງການພັທນາ ພລັງງານສະອາດ ແບບຄົບວົງຈອນ ປະກອບມີພລັງງານລົມ, ພລັງງານແສງຕາເວັນ ແລະ ເຂື່ອນໄຟຟ້າ ຢູ່ 3 ແຂວງພາກເໜືອ.
2022-10-13
ການປ່ຽນແປງ ຂອງສະພາບ ດິນຟ້າອາກາດ ໃນລາວ ນັບມື້ເພີ່ມ ຄວາມຮຸນແຮງຂຶ້ນ ໂດຍສະເພາະ ບັນຫາພັຍແລ້ງ ແລະນໍ້າຖ້ວມ ເຮັດໃຫ້ຊາວກະສິກອນ ຜລິຕໄດ້ ໃນປະຣິມານ ທີ່ໜ້ອຍລົງ ເຊິ່ງສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ທາງດ້ານສະບຽງ ອາຫານ ພາຍໃນປະເທດລາວ ໃນອະນາຄົຕ.
2022-10-13
ຣັຖບານລາວ ອະນຸຍາດໃຫ້ ນັກລົງທຶນ ຈີນ ສັມປະທານ ແຫຼ່ງທ່ອງທ່ຽວ ຍອດນິຍົມ 2 ແຫ່ງ ຢູ່ເມືອງໂຂງ ຄື ນໍ້າຕົກຕາດ ຄອນພະເພັງ ແລະນໍ້າຕົກຕາດ ສົມພະມິດ ເພື່ອພັທນາ ໃຫ້ມີຄວາມທັນສໄມ ແລະ ສິ່ງອໍານວຍຄວາມສະດວກ ຂະນະທີ່ ປະຊາຊົນ ທີ່ຢູ່ອ້ອມຂ້າງ ມີຄວາມກັງວົນໃຈ ໃນເຣື່ອງນີ້ສົມຄວນ.
2022-10-11
ສະຖາບັນ ເພື່ອຄວາມກ້າວໜ້າ ທາງເທັກໂນໂລຢີ ປະເທດເກົາຫຼີໃຕ້ ໄດ້ຊ່ອຍສ້າງໂຄງການໄຟຟ້າ ແສງຕາເວັນ ຢູ່ບ້ານນາຫາວ, ນາວາງ ເຂດອຸທິຍານແຫ່ງຊາຕ ນາກາຍ, ນໍ້າເທີນ ເມືອງນາກາຍ ແຂວງຄຳມ່ວນ ເພື່ອໃຫ້ຊາວບ້ານ ຜູ້ທຸກຍາກໃນເຂດດັ່ງດ່າວ ມີໄຟຟ້າໃຊ້.
2022-10-10
ຄະນະກັມມາທິການ ແມ່ນ້ຳຂອງ ສາກົລ ກຳນົດ ໃຫ້ເຂື່ອນໃນແມ່ນໍ້າຂອງ ທຸກແຫ່ງ ຈະຕ້ອງວິເຄາະ ຜົລກະທົບ ຕໍ່ສິ່ງແວດລ້ອມ ຂ້າມຊາຍແດນ ຫຼື Trans-boundary Environmental Impact Assessment (TbEIA) ເພື່ອຫຼຸດຜ່ອນ ຜົລກະທົບ ດ້ານສິ່ງແວດລ້ອມ ຂ້າມຊາຍແດນ ໃຫ້ເຫຼືອໜ້ອຍທີ່ສຸດ.
2022-10-10
ພາກປະຊາສັງຄົມໄທຍ ຈັດພິທີເອີ້ນຂວັນປາ ຄືນນໍ້າຂອງ ຄັ້ງທີ 2 ພາຍຫລັງ ປາໃນແມ່ນໍ້າຂອງ ຫລຸດຈຳນວນລົງ ຢ່າງຫລວງຫລາຍ ຊຶ່ງສາຍເຫດນຶ່ງ ເປັນຍ້ອນການສ້າງເຂື່ອນ ໃນແມ່ນ້ຳຂອງ ແລະການຫາປາຂອງຊາວບ້ານ ທີ່ໃຊ້ການລະເບີດ ແລະອຸປະກອນ ໄຟຟ້າຊັອດ.