ຜູ້ເສັຽດິນ ໃຫ້ໂຄງການ ຂົວມິຕພາບ ແຫ່ງທີ 5 ຍັງບໍ່ໄດ້ເງິນ ຄ່າຊົດເຊີຍ
2022.10.20

ລາວ-ໄທຍຍ ຕຣຽມວາງສີລາຣືກ ໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍຍ ແຫ່ງທີ 5 ບໍຣິຄຳໄຊ-ບຶງການ ຢ່າງເປັນທາງການ ໃນວັນທີ 28 ຕຸລາປີ 2022 ນີ້ ໃນຂະນະທີ່ຄົນລາວ ຈຳນວນ 100 ຄອບຄົວ ຜູ້ທີ່ເສັຽດິນ ໃຫກັບໂຄງການ ດັ່ງກ່າວ ຍັງລໍຖ້າຄ່າຊົດເຊີຍຢູ່.
ດັ່ງເຈົ້າໜ້າທີ່ ຫ້ອງການ ທາງຫລວງ ແຂວງບຶງການ ຂອງໄທຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 20 ຕຸລານີ້ວ່າ:
“ວາງສີລາຣືກເປັນວັນທີ 28 ຕຸລານີ້ ທີ່ມີທ່ານນາຍົກ ຣັຖມົນຕຣີ ໄທຍຍມາເປີດງານ ທັງຝັ່ງໄທຍຍ ແລ້ວກໍຝັ່ງລາວ ຕອນນີ້ສ້າງໄດ້ປະມານ 60-70% ແລ້ວ.”
ທ່ານກ່າວຕື່ມວ່າ ສຳລັບພິທີ ວາງສີລາຣືກນັ້ນ ຈະຈັດຂຶ້ນທັງສອງຝັ່ງ ລາວ-ໄທຍ ໃນເວລາ 10 ໂມງເຊົ້າ ຂອງວັນດັ່ງກ່າວ ຝ່າຍໄທຍ ຈະຂ້າມມາຝັ່ງລາວ ເພື່ອຈັດພິທີ ວາງສີລາຣືກ ໃນພື້ນທີ່ກໍ່ສ້າງ ໃນແຂວງບໍຣິຄຳໄຊ ແລະໃນຕອນບ່າຍ ຝ່າຍລາວຈະຂ້າມໄປເຮັດພິທີ ວາງສີລາຣືກໃນພື້ນທີ່ ກໍ່ສ້າງທີ່ແຂວງບຶງການ ປະເທດໄທຍ.
ເຖິງແມ່ນໂຄງການກໍ່ສ້າງຂົວມີດຕະພາບລາວ-ໄທຍແຫ່ງທີ 5 ຈະມີຄວາມຄືບໜ້າໄປແລ້ວກໍຕາມ ຊາວບ້ານ ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍຣິຄຳໄຊ ຈຳນວນ 100 ຄອບຄົວ ຜູ້ທີ່ເສັຽທີ່ີດິນ ໃຫ້ແກ່ໂຄງການດັ່ງກ່າວ ທັງໝົດ 52.42 ເຮັກຕ້າຣ໌ເທົ່າເຖິງປັດຈຸບັນ ຍັງບໍ່ໄດ້ຄ່າຊົດເຊີຍເທື່ອ. ດິນທີ່ເສັຽໄປນັ້ນ ສ່ວນໃຫຍ່ເປັນດິນນາ ແລະດິນສວນ ທີ່ຊາວບ້ານ ໃຊ້ທຳມາຫາກິນ ເພື່ອລ້ຽງຄອບຄົວ ຂອງເຂົາເຈົ້າ ຊຶ່ງທາງການລາວ ສັນຍາວ່າຈະໃຫ້ຄ່າຊົດເຊີຍ 100 ລ້ານກີບຕໍ່ເຮັກຕ້າຣ໌, ມາຮອດປັດຈຸບັນ ຍັງບໍ່ໃຫ້ເຂົາເຈົາເທື່ອ.
ດັ່ງຊາວບ້ານ ຜູ້ເສັຽທີ່ດິນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ການຊົດເຊີຍ ຍັງບໍ່ໄດ້ ລົງມືເລີຍ ມີແຕ່ທາງພາກຣັຖ ເພິ່ນຂໍເວລາ. ຂ້ອຍເຮັດສວນ ມັນກໍຖືກຢູ່ໜ້ອຍນຶ່ງ ຢູ່ລາວໄດ້ນ້ອຍຫລາຍ ໃຫ້ກຸ້ມ ມັນກໍບໍ່ກຸ້ມແລ້ວ ກະໃຫ້ເຮັດແນວໃດ ກໍຕ້ອງໄດ້ເຮັດ.”
ຊາວບ້ານ ຢູ່ເມືອງປາກຊັນ ອີກທ່ານນຶ່ງກ່າວວ່າ ທາງການລາວ ມາປະເມີນຜົລກະທົບ ກ່ຽວກັບສພາບ ແວດລ້ອມ ແລະສັງຄົມ ຕັ້ງແຕ່ປີ 2019 ແລ້ວບອກວ່າ ຈະໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ ໃນປີ 2021, ມາຮອດປັດຈຸບັນ ຍັງບໍ່ມີທ່າທີວ່າ ຈະໃຫ້ຄ່າຊົດເຊີຍ ຈາກທາງການເລີຍ. ຫລັງຈາກຊາວບ້ານ ໄດ້ເສັຽທີ່ດິນໄປແລ້ວ ກໍເຮັດໃຫ້ຊາວບ້ານ ຈຳນວນນຶ່ງ ບໍ່ສາມາດເຮັດການກະເສຕໄດ້ ຄືແຕ່ກອ່ນ ຈຳນວນນຶ່ງ ກໍເຮັດການກະເສຕ ຕາມທີ່ດິນມີ ເຖິງຈະມີໜ້ອຍກໍຕາມ.
“ເພາະວ່າເຮື່ອງການຊົດເຊີຍ ຈຳນວນນຶ່ງ ກໍຊົດເຊີຍຄ່າແຮງງານ ຈຳນວນນຶ່ງກະຊົດເຊີຍ ຄ່າເບັ້ຽໄມ້ຫັ້ນ. ປະຊາຊົນ ກໍມີຢູ່ບ່ອນຜລິຕ ຂະເຈົ້າຫັ້ນນ່າ.”
ຊາວບ້ານ ຢູ່ເມືອງປາກຊັນ ຄົນທີສາມກ່າວວ່າ ຮູ້ວ່າໂຄງການ ກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ນີ້ ມີຊາວບ້ານໄດ້ຮັບຜົລກະທົບ ຈຳນວນນຶ່ງ ແຕ່ບໍ່ຮູ້ວ່າ ເຂົາເຈົ້າໄດ້ຮັບຄ່າຊົດເຊີຍ ຫລາຍໜ້ອຍປານໃດ ໄດ້ສົມເຫດສົມຜົລບໍ່, ເນື່ອງຈາກວ່າ ທາງການລາວ ບໍ່ໄດ້ຣາຍງານ ໃຫ້ສັງຄົມຮູ້, ແຕ່ໂຄງການຂົວມິຕພາບ ລາວ-ໄທຍ ແຫ່ງນີ້ ເປັນໂຄງການ ທີ່ດີ, ຈະຊ່ອຍສົ່ງເສີມ ໃຫ້ເສຖກິຈ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວ ລະຫວ່າງ 2 ຝັ່ງ ລາວ-ໄທຍ ດີຂຶ້ນ.
ດັ່ງທ່ານເວົ້າວ່າ:
“ເຮົາຮູ້ຢູ່ວ່າ ຂອງຜູ້ໃດ ຖືກໂຄງການ. ຜູ້ຖືກດິນໄຮ່, ດິນນາ, ດິນຮົ້ວ ດິນສວນ ແຕ່ເຮົາບໍ່ຮູ້ວ່າ ຂະເຈົ້າຊົດເຊີຍ ໄດ້ນ້ອຍຫລາຍສ່ຳໃດ ຂະເຈົ້າກະຊິເຫັນດີ ເຫັນພ້ອມຫັ້ນແຫລະ ເພາະວ່າໂຄງການ ຂອງເພິນເຮັດ ໃຫ້ຄວາມສດວກ ດີໄດ໋.”
ກ່ຽວກັບ ການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການຂົວມິຕພາບ ລາວ-ໄທຍ ແຫ່ງທີ 5, ເຈົ້າໜ້າທີ່ແຂວງບໍຣິຄຳໄຊ ທ່ານ ນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ການຊົດເຊີຍ ຊາວບ້ານຜູ້ທີ່ເສັຽ ທີ່ດິນໃຫ້ແກ່ໂຄງການນັ້ນ ປັດຈຸບັນທາງການລາວ ໄດ້ເວນຄືນທີ່ດິນ ໃຫ້ແກ່ບາງຄອບຄົວໄປແລ້ວ ແລະຈະຊົດເຊີຍເງິນ ໃຫ້ແກ່ຊາວບ້ານ ຈຳນວນ 100 ລ້ານກີບຕໍ່ເຮັກຕ້າຣ໌ ໃນອານາຄົດໃກ້ໆນີ້ ນອກຈາກນັ້ນ ຍັງຈະຊົດເຊີຍ ສິ່ງປຸກສ້າງຕ່າງໆນຳອີກ ຍັງບາງຄອບຄົວ ຢູ່ໃນລະຫວ່າງການດຳເນີນການ ບໍ່ທັນແລ້ວເທື່ອ.
“ເວນຄືນ ທີ່ດິນ ເຮົາຮຽບຮອ້ຍໝົດແລ້ວ ແຕ່ວ່າ ຍັງແຕ່ຄ່າໃຊ້ຈ່າຍ ສ່ວນໃດສ່ວນນຶ່ງ ໃຫ້ແກ່ປະຊາຊົນ ຍັງສ່ວນໃດ ສ່ວນນຶ່ງຊື່ໆ.”
ວຽກງານກໍ່ສ້າງ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ຝັ່ງລາວ ມີຄວາມຄືບໜ້າ ຫລາຍກວ່າ 60% ເປັນຕົ້ນການກໍ່ສ້າງເສັ້ນທາງ ປູຄອນຄຣີດ ການວາງທໍລະບາຍນ້ຳ ແລະອື່ນໆ ສ່ວນຝັ່ງໄທຍ ຄືບໜ້າໄປແລ້ວ 70% ເປັນຕົ້ນ ວຽກງານສ້າງທາງປູຄອນຄຣີດ ແລະການວາງທໍ່ລະບາຍນ້ຳ ຮ່ວມທັງ ສຳນັກງານ ການເຮັດວຽກ ແລະອາຄານ ຜູ້ໂດຍສານ ສຖານີຂົນສົ່ງ ແລະອື່ນໆ.
ໂຄງການຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ລະຫວ່າງ ແຂວງບໍຣິຄຳໄຊ ກັບ ແຂວງບຶງການ (ປະເທດໄທຍ) ມີຄວາມຍາວທັງໝົດ 16.18 ກິໂລແມັດ ແຍກເປັນໂຄງການຝັ່ງໄທຍ 12.13 ກິໂລແມັດ ແລະຝັ່ງລາວ 3.18 ກິໂລແມັດ ສະເພາະຄວາມຍາວ ຂອງຂົວປະມານ 1,350 ແມັດ ໃນມູນຄ່າການກໍ່ສ້າງ ປະມານ 3,640 ລ້ານບາທ ໃນນີ້ ປະເທດລາວ ຈະຈ່າຍ 1,300 ບາທ ເປັນເງິນກູ້ຈາກສຳນັກງານ ຄວາມຮ່ວມມື ພັທນາເສຖກິຈ ປະເທດເພື່ອນບ້ານ ຂອງໄທຍ ຫລື Neighboring Country Economic Development Cooperation Agency (NEDA) ດ້ວຍດອກເບັ້ຽຕ່ຳ ຮ້ອຍລະ 1.5% ຕໍ່ປີ, ຈ່າຍໃນໄລຍະເວລາ 30 ປີ, ເຣີ່ມຈາກ ເຊັນສັນຍາ ໃນປີ 2020 ທີ່ນະຄອນຫລວງວຽງຈັນ.
ສຳລັບຢູ່ຝັ່ງລາວ ໂຄງການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ທີ່ມີໄລຍະທາງ ຍາວປະມານ 3.18 ກິໂລແມັດນັ້ນຈະ ເຊື່ອມໃສ່ ເສັ້ນທາງເລກທີ 13 ໃຕ້, ຈະມີອາຄານ ດ່ານຊາຍແດນ ຕາມມາຕຖານສາກົລ 2 ແຫ່ງຄື ສຳລັບກວດຜູ້ໂດຍສານແລະກວດສິນຄ້າ ສ່ວນການກໍ່ສ້າງ ຮ່ວມທັງອຸປະກອນຕ່າງໆນັ້ນ ແມ່ນບໍຣິສັດເອກຊົນໄທຍ ເປັນຜູ້ຮັບເໝົາ ຄາດວ່າ ຈະສ້າງສຳເຣັດໃນປີ 2024.
ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ຖ້າເປີດໃຊ້ບໍຣິການ ຈະຍົກລະດັບການຄ້າ ການລົງທຶນ ແລະການທ່ອງທ່ຽວ ລະຫວ່າງ2 ປະເທດ ລາວ-ໄທຍ ໃຫ້ດີຂຶ້ນ.