ຮຽກຮ້ອງໃຫ້ຣັຖບານໄທຍ ເລື່ອນການຊື້ໄຟຟ້າ ເຂື່ອນປາກແປງ
2022.10.25

ພາກປະຊາສັງຄົມໄທຍ ທີ່ເຮັດວຽກກັບສິ່ງແວດລ້ອມ ໃນແມ່ນໍ້າຂອງ ແລະດ້ານພລັງງານໄຟຟ້າ ຮຽກຮ້ອງໃຫ້ ຣັຖບານໄທຍ ເລື່ອນການຮັບຊື້ໄຟຟ້າ ເພີ່ມຕື່ມ ຈາກເຂື່ອນໃນແມ່ນໍ້າຂອງ ໂດຍສະເພາະເຂື່ອນປາກແບງ ຢູ່ແຂວງອຸດົມໄຊ ເນື່ອງຈາກ ກັງວົນເຣື່ອງຜົລກະທົບ ຂ້າມຊາຍແດນ ທີ່ຈະເຮັດໃຫ້ລະດັບນໍ້າ ໜ້າເຂື່ອນເພີ່ມສູງຂຶ້ນ.
ດັ່ງຍານາງ ສ. ຣັຕຕະນະມະນີ ພົລກລ້າ ຜູ້ປະສານງານ ມູລນິທິສູນຂໍ້ມູນຊຸມຊົນ ແລະ ຫົວໜ້າກົດໝາຍຂອງເຄື່ອຂ່າຍ ປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງ ປະເທດໄທຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 25 ຕຸລານີ້ວ່າ:
“ຄືເຮົາກະຂໍໃຫ້ເຂົາ (ຣັຖບານໄທຍ) ຊະລໍການຊື້ຂາຍໄຟຟ້າ ແຕ່ວ່າເຮົາເຮົາກໍບໍ່ຮູ້ວ່າເຂົາ (ຣັຖບານໄທຍ) ຈະມີເຫັນແນວໃດ ແຕ່ເຮົາກະມີຄວາມກັງວົນ ວ່າຈະມີການດຳເນີນ (ເຊັນສັນຍາຊື້ຂາຍໄຟຟ້າ) ໄປໂດຍທີ່ບໍ່ໄດ້ສົນໃຈບັນຫາຫຍັງເລີຍ.”
ຍານາງກ່າວຕື່ມວ່າ ເມື່ອຕົ້ນເດືອນຕຸລາ ທີ່ຜ່ານມາ ຕາງໜ້າເຄື່ອຂ່າຍ ປະຊາຊົນໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ໄດ້ສົ່ງໜັງສືໄປເຖິງ ນາຍຍົກຣັຖມົນຕຣີໄທຍ, ຣັຖມົນຕຣີ ກະຊວງພລັງງານ, ປະທານຄະນະກັມມະການນະໂຍບາຍ ພລັງງານແຫ່ງຊາຕໄທຍ ເພື່ອຂໍໃຫ້ເລື່ອນການຊື້ໄຟຟ້າ ຈາກເຂື່ອນໃນແມ່ນໍ້າຂອງ ທັງ 4 ແຫ່ງຄື ເຂື່ອນຫລວງພຣະບາງ, ເຂື່ອນປາກລາຍ, ເຂື່ອນຊະນະຄາມ ແລະ ເຂື່ອນປາກແບງ ໂດຍສະເພາະ ເຂື່ອນປາກແບງ ທີ່ຢູ່ໃນລະຫວ່າງການເຮັດສັນຍາ ຊື້ຂາຍໄຟຟ້າລະຫວ່າງກັນ.
ເເຕ່ມາຮອດປັຈຸບັນ ກໍຍັງບໍ່ໄດ້ຮັບຄຳຕອບ ສະນັ້ນ ພາກປະຊາສັງຄົມໄທຍ ພ້ອມກັບເຄືອຂ່າຍຕ່າງໆ ກໍເປັນກັງວົນວ່າ ການໄຟຟ້າຝ່າຍຜລິຕ ແຫ່ງປະເທດໄທຍ ຈະເຊັນສັນຍາ ຊື້ຂາຍໄຟຟ້າ ຫລື Power Purchase Agreement (PPA) ກັບເຂື່ອນ ປາກແບງ ຮວ່ມກັນແບບລັບໆ ໂດຍບໍ່ໄດ້ຮັບຟັງສຽງສະທ້ອນ ຂອງຊາວບ້ານໃນພື້ນທີ່ ແລະ ຊາວບ້ານໃນລຸ່ມແມ່ນໍ້າຂອງ.
ກ່ອນໜ້ານີ້ ໃນວັນທີ 25 ມິຖຸນາ 2022 ທີ່ຜ່ານມາ ເຄືອຂ່າຍປະຊາຊົນ 8 ແຂວງລຸ່ມແມ່ນໍ້າຂອງ ປະເທດໄທຍ ໄດ້ສົ່ງໜັງສືເຖິງ ພົລເອກ ປຣະຍຸດ ຈັນໂອຊາ ນາຍຍົກຣັຖມົນຕຣີ ຂອງໄທຍ ເພື່ອຂໍໃຫ້ມີການກວດສອບ ການເຮັດສັນຍາຮັບຊື້ໄຟຟ້າ ຫລື Power Purchase Agreement (PPA) ຈາກໂຄງການເຂື່ອນ ແມ່ນໍ້າຂອງທຸກແຫ່ງ ຍ້ອນຂາດການມີສ່ວນຮ່ວມ ຂອງປະຊາຊົນໄທຍ ແຕ່ກໍບໍ່ໄດ້ຮັບຄຳຕອບເຊັ່ນດຽວກັນ.
ຂະນະທີ່ ຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຣາຍ ປະເທດໄທຍ ກ່າວວ່າ ສຳລັບເຂື່ອນປາກແບງ ຫາກໄດ້ຮັບການອານຸມັດ ໃຫ້ກໍ່ສ້າງຂຶ້ນແທ້ ກໍຈະເຮັດໃຫ້ລະດັບນໍ້າໜ້າເຂື່ອນ ເກີດພະວະເພີ່ມສູງຂຶ້ນ ຫລື Back Water Effect ຈາກເຂື່ອນປາກແບງ ທັງໃນຣະດູຝົນ ແລະ ຣະດູແລ້ງ ໂດຍຈະສະແດງໃຫ້ເຫັນວ່າ ຂອບເຂດອ່າງເກັບນໍ້າຂອງເຂື່ອນແຫ່ງນີ້ ຈະລຸກລໍ້າເຂົ້າໄປໃນເຂດແດນ ທັງໃນຝັ່ງໄທຍ ແລະຝັ່ງລາວ ປະມານ 10 ກິໂລແມ້ຕ ຈົນມີຜົລກະທົບ ທີ່ຈະຈະແຈ້ງຕໍ່ເສັ້ນເຂດແດນ ທັມມະຊາດໃນປັຈຸບັນ ແລະ ສ່ຽງທີ່ຈະເຮັດໃຫ້ໄທຍສູນເສັຽດິນແດນ ແລະຝັ່ງລາວກໍຈະມີຄວາມສ່ຽງສູງ ທີ່ຊາວບ້ານຈະສູນເສັຽທີ່ດິນ ແລະ ພື້ນທີ່ທຳການກະເສຕເປັນຈຳນວນຫລາຍ.
ດັ່ງ ຕາງໜ້າກຸ່ມຮັກຊຽງຮາຍຂອງທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໜວ່ຍງານ ກ່ຽວກັບເຣຶ່ອງຄວາມໝັ້ນຄົງ ຊາຍແດນ ຕ້ອງໄປພິຈາຣະນາ ໃນເຣື່ອງໃຫ້ຫລາຍຂຶ້ນ ເຣື່ອງຂອງນໍ້າເທິ້ (ລະດັບນໍ້າເພີ່ມຂຶ້ນ) ເຣຶ່ອງຂອງເຂດແດນ ແຫ່ງຣັຖ ທີ່ອາຈເກີດການປ່ຽນແປງ ຫລັງຈາກທີ່ນໍ້າເທີ້. ຊາວບ້ານກະມີຄວາມເປັນຫ່ວງ ວິຕົກກັງວົນເນາະ ເພາະມັນເປັນພື້ນທີ່ທຳກິນ ທີ່ຊາວບ້ານມີການນຳໃຊ້ປໂຍດ.”
ສ່ວນ ທ່ານ ວິທູນ ເພີ່ມພົງສາຈະເຣີນ ປະທານເຄືອຂ່າຍ ພລັງງານ ແລະນິເວສວິທຍາ ແມ່ນໍ້າຂອງ ຫລື Mekong Energy and Ecology Network (MEENet) ປະເທດໄທຍ ກ່າວວ່າ ປະເທດໄທຍ ໃນປັຈຸບັນ ບໍ່ມີຄວາມຈຳເປັນ ທີ່ຈະຮັບຊື້ໄຟຟ້າ ເພີ່ມຕື່ມ ຈາກເຂື່ອນໃນແມ່ນໍ້າຂອງ ໂດຍສະເພາະເຂື່ອນຂໜາດໃຫຍ່ ທີ່ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ຜົລກະທົບຂ້າມຊາຍແດນ ເນື່ອງຈາກປະເທດໄທຍ ມີພລັງງານໄຟຟ້າ ສຳຮອງເຫລືອ ປະມານ 30% ແລ້ວ.
ແນວໃດກໍຕາມ ຫາກເບິ່ງທ່າທີຂອງຣັຖບານໄທຍ ແລະການໄຟຟ້າ ຝ່າຍຜລິຕ ແຫ່ງປະເທດໄທຍ ກໍເຫັນວ່າ ອາດມີການເຊັນສັນຍາ ຊື້ຂາຍ ໄຟຟ້າເພີ່ມຂຶ້ນເລື້ອຍໆ ເນຶ່ອງຈາກ ຈະມີບາງພາກສ່ວນ ໄດ້ຮັບຜົລປໂຍດ ຈາກໂຄງການດັ່ງກ່າວ ໂດຍບໍ່ສົນໃຈວ່າ ພລັງງານໄຟຟ້າ ສຳຮອງຈະເຫລືອຫລາຍປານໃດ ບາດສຸດທ້າຍແລ້ວ ພາຣະກໍຕົກມາທີ່ປະຊາຊົນ ຍ້ອນຈະຕ້ອງຈ່າຍຄ່າໄຟຟ້າ ແພງຂຶ້ນ.
ດັ່ງທ່ານ ວິທູນ ເພີ່ມພົງສາຈະເຣີນ ກ່າວຕໍ່ວິທຍຸ ເອເຊັ້ຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍ່ມີຫຍັງດີຂຶ້ນ ລັກສະນະຂອງການເຊັນສັນຍາໃໝ່ໆ ມັນກະຍັງເປັນຄຳຖາມວ່າ ເປັນຫຍັງຣັຖບານໄທຍ ຍັງຕ້ອງເຊັນສັນຍາເພີ່ມ ໃນເມື່ອໄຟຟ້າສຳຮອງກະຫຍັງມີຫລາຍ, ຂ້ອຍເບິ່ງແລ້ວມັນກະເຊັນໄປເລື້ອຍໆ ໂດຍບໍ່ເບິ່ງກ່ຽວກັບເຣຶ່ອງ Demand & Supply ເປັນແນວໃດ.”
ຂນະທີ່ ຊາວລາວຳນວນນຶ່ງ ໃນແຂວງອຸດົມໄຊ ທີ່ອາສັຍແມ່ນໍ້າຂອງ ໃນການທຳມາຫາກິນຫາລ້ຽງຄອບຄົວ ແລະຫາຣາຍໄດ້ ກໍເຫັນວ່າ ບໍ່ຢາກໃຫ້ມີການກໍສ້າງເຂື່ອນ ປາກແບງຂຶ້ນໃນແມ່ນໍ້າຂອງ ເນື່ອງຈາກ ຈະສົ່ງຜົລກະທົບ ຕໍ່ການດຳເນີນຊີວິຕ ຂອງຊາວບ້ານໃນພື້ນທີ່ ແລະຕ້ອງສູນເສັຍ ທີ່ດິນທຳການກະເສຕ ແລະອາດຖືກໂຍກຍ້າຍໄປຢູ່ບ່ອນໃໝ່.
ເຖິງແມ່ນວ່າ ຊາວບ້ານຈະໄດ້ຮັບເງິນທົດແທນ ແລະ ໄດ້ເຮືອນຈັດສັນ ແຕ່ກະເຫັນວ່າ ການທົດແທນເຫລົ່ານັນ ຈະບໍ່ພຽງພໍ ເພາະຫລາຍໂຄງການທີ່ຜ່ານມາ ຊາວບ້ານໂຍກຍ້າຍ ອອກຈາກເຂື່ອນໄຟຟ້າ ກໍບໍ່ໄດ້ມີຊີວິຕ ການເປັນຢູ່ທີ່ດີຂຶ້ນ ໄປກວ່າເກົ່າ.
ດັ່ງຊາວລາວຜູ້ນຶ່ງ ໃນເມືອງປາກແບງ ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກະວ່າຊິມິດໄປ ມັນກະຄືຊິບໍ່ມິດ ອັນບໍ່ດີ ຄັນສົມມຸດວ່າ ເຂົາໃຊ້ຄ່າທົດແທນມັນໜ້ອຍ ເຮົາຊິເອົາມາເຮັດຫຍັງ ແລ້ວບໍ່ຮູ້ວ່າ ຫລາຍສຽງຂອງປະຊາຊົນ ຈະໄປເຮັດ ຫາກິນແບບໃດຕໍ່ໄປນ່າ.”
ຊາວລາວອີກຄົນນຶ່ງ ໃນແຂວງອຸດົມໄຊ ກ່າວວ່າ ຍັງບໍ່ມີຄວາມຈະແຈ້ງເທື່ອ ເຂື່ອນປາກແບງຈະເຣີ່ມກໍສ້າງໃນມື້ໃດແທ້ ເພາະຍັງບໍ່ເຫັນທາງການລາວ ລົງມາໂອ້ລົມກັບຊາວບ້ານເທື່ອ, ແຕ່ຊາວບ້ານສ່ວນໃຫຍ່ ກໍບໍໍ່ຢາກໃຫ່ມີການສ້າງເຂື່ອນ ໃນແມ່ນໍ້າຂອງຂຶ້ນອີກ ເພາະກັງວົນວ່າ ຈະຖືກໂຍກຍ້າຍ ແລະ ສູນເສັຍທີ່ດິນທຳການກະເສຕ ເຊິ່ງສົ່ງຜົລກະທົບ ຕໍ່ການດຳເນີນຊີວິຕ ຂອງຊາວບ້ານໃນພື້ນທີ່ ເປັນຈຳນວນຫລາຍ. ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນຊິບໍ່ມາຊໍ້າເຕີມອັນນ່າ ຊາວບ້ານເຮົາບໍ່ ເຮົາທຳມາຫາກິນເດ້ ເຮົາຊິໄປເຮັດໄປສ້າງຢູ່ໃສ ຂະເຈົ້າກະບໍ່ໃຫ້ຂໍ້ມູນແບບຈະແຈ້ງນ່າ ວ່າຊິສ້າງເຂື່ຶອນແທ້ບໍ່ ຫລືບໍ່ສ້າງ ກະຍັງບໍ່ຈະແຈ້ງ ຍັງບໍ່ຮູ້ກັນເທື່ອ.”
ສ່ວນສະພາບ ການເຄື່ອນໄຫວໃນພື້ນທີ່ ຂອງຈຸດທີ່ຕັ້ງເຂື່ອນປາກແບງ ໃນເມືອງປາກແບງ ແຂວງ ອຸດົມໄຊ ປັຈຸບັນ ຍັງບໍ່ທັນເຣີ່ມດຳເນີນການ ກໍ່ສ້າງເຂື່ອນໄຟຟ້າເທຶ່ອ ແຕ່ທາງບໍຣິສັດ China Datang ຂອງຈີນ ກໍໄດ້ຂົນເຄື່ອງຈັກຕ່າງໆ ເພື່ອຕຣຽມພ້ອມ ຈະພັທນາໂຄງຮ່າງພື້ນຖານ ແລະ ສ້າງແຄ້ມຄົນງານແລ້ວ.
ຂະນະທີ່ເຈົ້າໜ້າທີ່ ທີ່ເຮັດວຽກດ້ານສິ່ງແວດລ້ອມ ຜູ້ຂໍສງວນຊື່ ແລະ ສຽງ ກ່າວວ່າ ສຳລັບ ເຂື່ອນປາກແບງ ແມ່ນຍັງບໍ່ສາມາດກໍ່ສ້າງໄດ້ ເນຶ່ອງຈາກ ຍັງຕ້ອງທົບທວນຮ່າງເອກສານ ຊ້ອນທ້າຍສັນຍາສັມປະທານ ວ່າດ້ວຍ ພັນທະດ້ານສິ່ງແວດລ້ອມ-ສັງຄົມ ແລະ ທັມມະຊາຕ ແລະ ບົດປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ແບບລະອຽດຄືນໃໝ່ ເພື່ອສເນີ ໃຫ້ບໍຣິສັດຜູ້ພັທນາໂຄງການ ເຂື່ອນປາກແບງ ນຳໄປປັບປຸງແກ້ໄຂ ເພື່ອບໍ່ເກີດຜົລກະທົບ ຮຸນແຮງຂຶ້ນໃນໄລຍະຍາວ ເຊິ່ງຈະສຳເຮັດໃນທ້າຍປີ 2022 ນີ້.
ດັ່ງ ເຈົ້າໜ້າທີ່ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເປັນການສຶກສາຜົລກະທົບ ແບບລະອຽດຫັ້ນແຫລະ ແຕ່ວ່າ ມັນຊ່ວຍເຮົາທົບທວນບົດ EIA ຫັ້ນ ແລ້ວກະມີຄວາມເຫັນ ແຈ້ງໃຫ້ເຈົ້າຂອງໂຄງການປັບປຸງໂຕ EIA ຫັ້ນ, ອັນທີ່ 2 ແມ່ນທົບທວນໂຕເອກສານຊ້ອນທ້າຍຫັ້ນ ຂອງສັນຍາສັປະທານ.”
ອີງຕາມຣາຍງານ ການປະເມີນຜົລກະທົບ ດ່ານສິ່ງແວດລ້ອມ ແລະ ສັງຄົມ ໂຄງການເຂື່ອນປາກແບງ ລະບຸວ່າ ຈະມີຊາວບ້ານ ໄດ້ຮັບຜົລກະທົບຕົງ ແລະ ທາງອ້ອມ ຈຳນວນ 26 ບ້ານໃນ 3 ແຂວງປະກອບ ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ, ເມືອງຊຽງຮອນ ແຂວງໄຊຍະບຸຣີ 3 ບ້ານ ແລະ ເມືອງຄອບ ແຂວງໄຊຍະບຸຣີ 2 ບ້ານໃນຈຳນວນ 26 ບ້ານ ທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວ ຈະມີພຽງ 7 ບ້ານ, 923 ຄອບຄົວ ປະຊາກອນປະມານ 4,700 ປາຍຄົນ ຈະສູນເສັຍທີ່ດິນແລະ ຖືກໂຍກຍ້າຍ ອອກຈາກພື້ນທີ່.
ຄວາມຄືບໜ້າປັຈຸບັນ ສຳລັບໂຄງການ ເຂື່ອນປາກແບງ ໂດຍໃນມີື້ ວັນທີ 25 ເມສາ 2022 ນີ້ ທີ່ນະຄອນຫລວງບາງກອກ ປະເທດໄທຍ ບໍຣິສັດ ກັຟ ປະປະເທດໄທຍ ຫລື GULF ກັບບໍຣິສັດ ຊ່າຍນ້າ ຕ້າຖາງ ຫລື China Datang ປະທດຈີນ ຮວ່ມລົງນາມບັນທຶກ ຄວາມເຂົ້າໃຈການຮັບຊື້ໄຟຟ້າ ຫລື Tariff MOU ໂຄງການເຂື່ອນປາກແບງ ແຂວງອຸດົມໄຊ ກັບການໄຟຟ້າ ຝ່າຍຜລິຕ ແຫ່ງປະເທດໄທຍ ໃນອັດຕຣາຄ່າໄຟຟ້າ ສະເລັ່ຽ 2.7129 ບາທ ຕໍ່ກິໂລວັຕ-ຊົ່ວໂມງ
ຫລັງຈາກນີ້ ບໍຣະສັດຮ່ວມທຶນ ຈະດຳເນີນເຈຣະຈາລະອຽດ ແລະ ລົງນາມສັນຍາຊື້ຂາຍ ໄຟຟ້າ ຫລື PPA ຮ່ວມກັບ ການໄຟຟ້າຝ່າຍຜລິຕ ແຫ່ງປະເທດໄທຍ ໃນລຳດັບຕໍ່ໄປ ເຊິ່ງຄາດຄະເນວ່າ ບໍ່ກາຍປີ 2022 ນີ້.
ນອກຈາກ ບໍຣິສັດ ກັຟ ຍັງມີແຜນຈະເຂົ້າໄປຊື້ຫຸ້ນ ໃນສັດສ່ວນ 49% ໃນໂຄງການເຂື່ອນປາກແບງ ແລະ ອີກ 51% ເປັນຂອງ ບໍຣິສັດ ຊ່າຍນ້າ ຕ້າຖາງ ຂອງຈີນ. ສຳລັບໂຄງການ ເຂື່ອນປາກແບງ ມີກຳລັງການຕິດຕັ້ງ 912 ເມກາວັຕ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ເເຂວງອຸດົມໄຊ ໂດຍມີບໍຣິສັດ China Datang Oversea Investment ປະເທດຈີນ ເປັນຜູ້ພັທນາໂຄງການ ດ້ວຍມູລຄ່າການລົງທຶນ ປະມານ 1,880 ລ້ານໂດລ້າຣ໌ ສະຫະຣັຖ. ສ່ວນໄຟຟ້າທີ່ຜລິຕ ຈາກໂຄງການເຂື່ອນ ປາກແບງ ຕາມແຜນຈະສົ່ງຂາຍໃຫ້ປະເທດໄທຍ 90% ແລະ ຣັຖວິສາຫະກິຈ ໄຟຟ້າລາວ 10%.