ຣັຖບານ ຕຣຽມສຶກສາ ທາງຣົຖໄຟ ສວັນນະເຂດ-ລາວບາວ
2022.10.25

ຫຼັງຈາກໂຄງການ ທາງຣົຖໄຟ ລາວ-ຈີນ ມູນຄ່າປະມານ 6 ຕື້ ໂດລາຣ໌ ໄດ້ ເປີດດຳເນີນການ ໄປແລ້ວ ໂດຍສັດສ່ວນ ຂອງການຖືຮຸ້ນ ຂອງປະເທດລາວແມ່ນ 30% ສ່ວນວ່າ ຈີນ 70%.
ໃນການດຳເນີນໂຄງການດັ່ງກ່າວ ຣັຖບານລາວ ພຽງແຕ່ໃຊ້ງົບປະມານ ປະຈຳປີຂອງໂຕເອງ ເກືອບ 500 ລ້ານໂດລາຣ໌ເທົ່ານັ້ນ ເຂົ້າໃນໂຄງການດັ່ງກ່າວ ແຕ່ສ່ວນທີ່ເຫຼືອ ແມ່ນເງິນກູ້ຢືມ ຈາກຈີນ ມູນຄ່າປະມານ 1 ຕື້ ໂດລ້າຣ໌ປາຍ.
ປັດຈຸບັນ ປະເທດລາວ ຕິດໜີ້ ແລະ ຈະຕ້ອງຈ່າຍໜີ້ ຕ່າງປະເທດລວມທັງຈີນ ໃນມູນຄ່າປະມານ 1.2 ຕື້ໂດລ້າຣ໌, ໃນແຕ່ລະປີ ບັບແຕ່ປີ 2022-2025 ອີງຕາມຂໍ້ມູນຈາກທາງການລາວ ແລະ ຍັງມີແນວໂນ້ມວ່າ ປະເທດລາວ ຈະຜິດນັດການຈ່າຍໜີ້, ແຕ່ ສິ່ງທີ່ຈະເປັນປະເດັນ ຫຼາຍກວ່ານັ້ນ ກໍຄື ທາງການລາວ ແລະ ວຽດນາມ ໄດ້ສຶກສາ ຄວາມເປັນໄປໄດ້ ກ່ຽວກັບໂຄງການ ທາງຣົຖໄຟ ສວັນນະເຂດ-ລາວບາວ ເຣີ່ມຈາກແຂວງສວັນນະເຂດ ໄປຫາ ຊາຍແດນວຽດນາມ ທີ່ຕິດກັບແຂວງກວາງຕຣີ ມີມູນຄ່າປະມານ 5 ຕື້ ໂດລ້າຣ໌ ແລະ ມີຄວາມຍາວ 220 ກິໂລແມັດ.
ເຈົາໜ້າທີ່ ແລະ ປະຊາຊົນຈຳນວນນຶ່ງ ຍັງບໍ່ເຫັນວ່າ ທາງຣົຖໄຟ ຜ່ານມາ ແຂວງສວັນນະເຂດ ຈະມີຄວາມຈຳເປັນ ໃນການສ້າງ ໂດຍ ສະເພາະໂຄງການດັ່ງກ່າວ ມີມູນຄ່າປະມານ 5 ຕື້ ໂດລ້າຣ໌. ຖ້າຣັຖບານລາວ ຢືມເງິນມາສ້າງ ໂຄງການນີ້ເກີດຂຶ້ນ ຈະເພີ່ມໜີ້ສິນ ໃຫ້ປະເທດລາວອີກ ເພາະວ່າ ຣັຖບານບໍ່ມີເງິນ ທີ່ຈະມາສ້າງໂຄງການດັ່ງກ່າວ ນອກຈາກຈະກູ້ຢືມເງິນ ຈາກຕ່າງປະເທດມາສ້າງ ເຊິ່ງເຈົ້າໜ້າທີ່ບາງຄົນ ກໍເຫັນວ່າ ຍັງບໍ່ມີຄວາມຈຳເປັນ.
ເຈົ້າໜ້າທີ່ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຂັ້ນວ່າ ຣັຖບານຊິລົງທຶນນີ້ ໂອ້ຍ ບໍ່ຈຳເປັນຊິລົງທຶນດອກ ມັນເສັ້ນທາງ ມັນໄລຍະຈໍ້ໆ ໂຕນີ້ເນາະ ເພາະວ່າ ມັນຈະບໍ່ໄດ້ຮັບໃຊ້ ທົ່ວໄປເດ້ເນາະ. ຢູ່ໃນນີ້ ຈະບໍ່ໄດ້ຮັບໃຊ້ການບໍຣິການ ສັງຄົມທົ່ວໄປ ຈະຮັບໃຊ້ແຕ່ກຸ່ມການຄ້າ ພາກສ່ວນອື່ນພຸ້ນບັນຫານີ້.”
ຖ້າຣັຖບານຊິຢືມເງິນ ມາລົງທຶນໃສ່ທາງຣົຖໄຟ ແມ່ນບໍ່ກຸ້ມຄ່າ ເພາະວ່າ ມັນເປັນໄລຍະສັ້ນ ປະມານ 220 ກິໂລແມັດ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:
“ໂອ້ບໍ່ເປັນແຫຼ ບໍ່ກຸ້ມຄ່າ ເພາະວ່າ ສະຖານນີມັນຫັ້ນ ຄັນວ່າຕັ້ງແຕ່ມຸກດາຫານ ມາຮອດ ລາວບາວ ມັນກະ 200 ກວ່າຫຼັກ ມັນກະບໍ່ໄດ້ມີຫຍັງວ່າ ຄົນລາວເຮົາຊິໄປ ນຳໃຊ້ຢູ່ໃນຫັ້ນ ສູງສຸດເຂົາກະຊິໄດ້ຂີ່ແຕ່ທາງຣົຖໄຟ ອັນອື່ນຊິບໍ່ໄດ້ມີ.”
ປະເທດລາວ ບໍ່ມີສິນຄ້າກະສິກັມ ທີ່ຈະສົ່ງອອກ ໄປຕ່າງປະເທດ ຜ່ານທາງຣົຖໄຟ ເມື່ອທຽບໃສ່ປະເທດເພື່ອນບ້ານ ຄື ວຽດນາມ ແລະ ໄທຍ.
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ:
“ເພາະບ້ານເຮົາ ບໍ່ໄດ້ມີສິນຄ້າ ພໍພິລຶກ ຫຶກໜາຫັ້ນນ່າ ຢູ່ບ້ານເຮົາ ຄັນດ້ານກະສິກັມ ໄປທຽບໃສ່ປະເທດໄທຍ ກັບ ວຽດນາມ ບໍໍ່ໄດ້ເຄິ່ງນຶ່ງ ຂອງເຂົາຊ້ຳ.”
ຖ້າຣັຖບານຈະສ້າງ ຈະຕ້ອງມີການຄ້ຳປະກັນ ເງິນກູ້ຢືມ ແຕ່ບໍ່ແຮ່ ຢູ່ປະເທດລາວ ກໍເຣີ່ມໜ້ອຍລົງ, ແລະ ປະຊາຊົນເຫັນວ່າ ບໍ່ຄວນໃຫ້ໄປແຕະຕ້ອງ ຜົລປໂຍດຂອງປະຊາຊົນ ຫຼາຍຈົນເກີນໄປ.
ປະຊາຊົນ ທ່ານນຶ່ງ ໄດ້ກ່າວວ່າ:
“ຂັ້ນມັນເກີດຢ່າງຈິງໃຈ ໂດຍທີ່ວ່າ ເອີ ບໍ່ໄດ້ແຕະຕ້ອງຂອງປະຊາຊົນ ຈົນເກີນໄປ ກະຊົມເຊີຍຫັ້ນແຫຼ ນັກລົງທຶນເຂົາເຮັດ ບໍ່ແມ່ນຣັຖບານເຮັດ ຄັນຣັຖບານລົງທຶນ ຊິເອົາຫຍັງປະກັນເຂົາບາດນີ້ ບໍ່ຄຳ ບໍ່ເງິນ ກະບໍ່ແມ່ນໝົດລະເບາະ ຢູ່ສວັນນະເຂດ ຄັນນັກລົງທຶນເຮັດກະດີແລ້ວ ໃຫ້ມັນມີກະດີ.”
ແຕ່ໃນດ້ານຄວາມຄິດ ຂອງນັກທຸຣະກິຈແລ້ວ, ການກໍ່ລົງທຶນໃສ່ໂຄງສ້າງພື້ນຖານ ມັນຈະກຸ້ມຄ່າ ແຕ່ວ່າ ການລົງທຶນນັ້ນ ຕ້ອງມີຄວາມໂປ່ງໃສ ແລະ ບໍ່ໂກງກິນ.
ນັກທຸຣະກິຈ ທ່ານນຶ່ງ ໄດ້ກ່າວວ່າ:
“ຄັນການກໍ່ສ້າງພື້ນຖານ ໂຄງລ່າງ ນີ້ ເຮົາເຫັນດີນຳໝົດ ຊຸມເຊີຍ ແຕ່ຕ້ອງຍຸຕິທັມ ຕໍ່ປະຊາຊົນ ໃນເມື່ອຖືກດິນຂອງເຂົາ ຕ້ອງຊົດໃຊ້ໃຫ້ເໝາະສົມ ແລະ ສ້າງໂອກາດໃຫ້ເຂົາ ໃຫ້ມັນໄດ້ ຜ່ານມານີ້ ບໍ່ເໝາະສົມ ຢາກປ່ອຍປະລະເລີຍ ເຂົາຫຼາຍກວ່າ.”
ໂຄງການເສັ້ນ ທາງຣົຖໄຟ ສວັນນະເຂດ-ລາວບາວ ມີຄວາມຍາວ 220 ກິໂລແມັດ ມີມູນຄ່າປະມານ 5 ຕື້ ໂດລ້າຣ໌ ໃນຂະນະທີ່ ໂຄງການຣົົຖໄຟ ລາວ-ຈີນ ມີຄວາມຍາວ ປະມານ 400 ກິໂລແມັດ ມີມູນຄ່າປະມານ 6 ຕື້ ໂດລ້າຣ໌.
ອີງຕາມຂໍ້ມູນ ຈາກໂຄງການ, ຈະມີການສຳປະທານ ທີ່ດິນສຳລັບ ໂຄງການດັ່ງກ່າວ ປະມານ 4,100 ເຮັກຕ້າຣ໌.
ປະຊາຊົນຈຳນວນນຶ່ງ ບໍ່ໃຫ້ຄວາມສົນໃຈ ເຣື່ອງທາງຣົຖໄຟ ແຕ່ໃຫ້ຄວາມສົນໃຈ ເສັ້ນທາງຣົຖທົ່ວໄປ ຫຼາຍກວ່າ ເພາະວ່າ ປັດຈຸບັນ ເສັ້ນທາງເລກທີ່ 13 ໃຕ້ ມີການເປ່ເພຫຼາຍ ສ້າງຄວາມຫຍຸ້ງຍາກ ໃນການເດີນທາງ.
ຊາວແຂວງສວັນນະເຂດ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຢ່າຟ້າວເວົ້າເຣື່ອງທາງຣົຖໄຟ ເບິ່ງຫົນທາງທີ່ຂ້ອຍມາມື້ນີ້ ຂີ່ຣົົຖແຕ່ສວັນນະເຂດ ຮອດວຽງຈັນ ໃຊ້ເວລາ 10 ຊົ່ວໂມງ.”
ຊາວແຂວງສວັນນະເຂດ ທ່ານນີ້ ໄດ້ກ່າວຕື່ມີອີກວ່າ:
“ຂ້ອຍເອົາຣົຖສ່ວນໂຕມາ ບໍ່ຈັກຫຼີກຂຸມ ຫຼີກຫຍັງ ທາງເສັ້ນເກົ່າ ທີ່ຍັງບໍ່ທັນໄດ້ແປງ ແມ່ນເຣີ່ມ ແຕ່ສວັນນະເຂດ ໄປຮອດນ້ຳທອນ ແຂວງຄຳມ່ວນ ແຕ່ວ່າ ກາຍນ້ຳທອນລົງໄປ ຮອດປາກກະດິງ ລົງໄປຮອດວຽງຈັນ ໂອ້ຍ ແມ່ນຕາຍເລີຍ.”
ຣັຖບານລາວ ໄດ້ອະນຸມັດ ເຫັນດີ ໃຫ້ມີການ ດຳເນີນການສຶກສາ ຄວາມເປັນໄປໄດ້ ຫຼື ເຮັດບົດວິພາກທາງເສຖກິຈ ສຳລັບການກໍ່ສ້າງ ທາງຣົຖໄຟ ເສັ້ນທາງ ຈາກແຂວງສວັນນະເຂດ ໄປຫາ ຊາຍແດນລາວ-ບາວ ທີ່ຕິດກັບແຂວງ ກວາງຕຣີ ຂອງວຽດນາມ.
ເວບໄຊຕ໌ຂ່າວ ທີ່ຊື່ວ່າ “Laotian Times” ໄດ້ຣາຍງານວ່າ: “ບໍຣິສັດ ວິສາວະກອນກໍ່ສ້າງ ຈຽງຊູ ເຮັງຕົ້ງ ຈຳກັດ (Jiangsu Hengtong Construction Engineering Co., Ltd) ໄດ້ດຳເນີນການສຳຣວດ ໂຄງການ ເສັ້ນທາງຣົຖໄຟ ດັ່ງກ່າວ ໂດຍແມ່ນ ທ່ານ ເສດຖາບັນດິນ ອິນສີຊຽງໃໝ່ ຮອງຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ເຊັນ ບົດບັນທຶກ ຄວາມເຂົ້າໃຈ ກັບໂຕແທນບໍຣິສັດ ດັ່ງກ່າວ ເພື່ອດຳເນີນການສຶກສາ ຄວາມເປັນໄປໄດ້.”
ການເຊັນບົດບັນທຶກ ຄວາມເຂົ້າໃຈດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 13 ກັນຍາ 2022 ທີ່ຜ່ານມາ. ໃນເບື້ອງຕົ້ນ ໂຄງການດັ່ງກ່າວ ໄດ້ເຣີ່ມດຳເນີນການແຕ່ປີ 2013 ແຕ່ ບໍ່ສາມາດດຳເນີນການໄດ້ ໃນເວລານັ້ນ.
ເວບໄຊຂ່າວ “Laotian Times” ໄດ້ອ້າງ ຄຳເວົ້າຂອງ ທ່ານ ສອນສັກ ນໍ ຫານຊະນະ ຜູ້ປະສານງານໂຄງການ ທາງຣົຖໄຟ ສວັນນະເຂດ-ລາວບາວ ໄດ້ກ່າວວ່າ:
“ໂຄງການມີມູນຄ່າ 5 ຕື້ ໂດລ້າຣ໌ ຖ້າວ່າ ໄດ້ຮັບການອະນຸມັດ. ການເຮັດບົດວິພາກ ເສຖກິຈ ຈະໃຊ້ເວລາ 2 ປີ ແລະ ການກໍ່ສ້າງຈະໃຊ້ເວລາອີກ 3 ປີ.”
ບໍຣິສັດ ໄດ້ຮຽກຂໍການສັມປະທານ ທີ່ດິນນຳຣັຖບານລາວ ໃນເນື້ອທີ່ 4,100 ເຮັກຕ້າຣ໌ ເພື່ອສ້າງເປັນສະຖານີ ຂນາດໃຫຍ່ 4 ແຫ່ງ ແລະ ຂນາດນ້ອຍ 7 ແຫ່ງ ຢູ່ທີ່ດິນຕາມແລວທາງຣົຖໄຟ.
ນອກຈາກນີ້ ຍັງມີການເຮັດບົດວິພາກ ເສຖກິຈ ໂຄງການເຊື່ອມຕໍ່ທາງຣົຖໄຟ ຈາກນະຄອນຫລວງວຽງຈັນໄປຫາເມືອງທ່າແຂກ ແຂວງຄຳມ່ວນ ກ່ອນທີ່ເຊື່ອມຕໍ່ໃສ່ ປະເທດວຽດນາມ.
ຣັຖບານລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນວັນທີ 30 ມິຖຸນາ 2022 ທີ່ຜ່ານມາ ກັບ ບໍຣິດ Petro Trade ເພື່ອດໍາເນີນການ ສຶກສາຄວາມເປັນໄປໄດ້ ຫຼື ເຮັດບົດວິພາກເສຖກິຈ ໂຄງການທາງຣົຖໄຟທີ່ເຊື່ອຕໍ່ ຈາກນະຄອນຫລວງວຽງຈັນ ໄປຫາ ເມືອງທ່າແຂກ ແຂວງຄຳມ່ວນ. ໂຄງການດັ່ງກ່າວ ຮູ້ຈັກກັນໃນນາມ ໂຄງການຣົຖໄຟລາວ-ວຽດນາມ ເຊິ່ງເປັນໂຄງການທາງຣົຖໄຟ ລາງດ່ຽວ ທີ່ເຊື່ອມຕໍ່ ລະຫວ່າງ ລາວ ແລະ ວຽດນາມ. ໂຄງການທາງຣົຖໄຟດັ່ງກ່າວ ມີມູນຄ່າ 5 ຕື້ໂດລ້າຣ໌ ມີຄວາມຍາວ 452 ກິໂລແມັດ. ໄລຍະທີ 1, ທາງຣົຖໄຟ ຈະເຊື່ອມຈອດ ລະຫວ່າງ ເມືອງທ່າແຊກ ແຂວງຄຳມ່ວນຂອງລາວ ກັບ ທ່າເຮືອ ວຸງອາງ (Vung Ang) ມີຄວາມຍາວເກືອບ 140 ກິໂລແມັດ.
ສ່ວນວ່າ ໄລຍະທີ 2 ຈະເຊື່ອມຕໍ່ຈາກເມືອງທ່າແຂກ ແຂວງຄຳມ່ວນ ໄປຫາ ນະຄອນຫລວງວຽງຈັນ ມີຄວາມຍາວອີກ 312 ກິໂລແມັດ.
ຍານາງ ຄຳຄອນ ວົງແສນບູນ ຮອງຣັຖມົນຕຣີ ກະຊວງແຜນການ ແລະ ລົງທຶນ, ແລະ ທ່ານ ວຽງຄອນ ສິດທິໄຊ ຮອງປະທານບໍຣິສັດ Petro Trade ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກ່ຽວກັບ ໂຄງການສຳຣວດ ຄວາມເປັນໄປໄດ້.
ທ່ານ ວຽງຄອນ ສິດທິໄຊ ໄດ້ກ່າວໃນພິເຊັນບົດບັນທຶກ ຄວາມເຂົ້າໃຈ ວ່າ ບໍຣິສັດ ໄດ້ຮັບຄວາມໄວ້ໃຈຈາກຣັຖບານ ໃນການລົງທຶນ ແລະ ພັທນາໂຄງການຕ່າງໆ.
ທ່ານ ວຽງຄອນ ກ່າວວ່າ:
“ຈຸດປະສົງລວມ ຂອງໂຄງການນີ້ ຈະປະກອບສ່ວນເຂົ້າ ໃນຄວາມສຳເຣັດ ໃນການຫັນປະເທດລາວ ຈາກປະເທດ ບໍ່ມີທາງອອກສູ່ທະເລ ໃຫ້ຫັນມາເປັນປະເທດ ທີ່ເຊື່ອມຈອດດ້ວຍເສັ້ນທາງ.”