ຊາວບ້ານ ຢູ່ເມືອງແປກ ໄດ້ຮັບຜົລກະທົບ ຈາກໂຄງການ ສຳຣວດແຮ່ຄຳ
2022.10.26

ເມື່ອຕົ້ນປີ 2022 ທີ່ຜ່ານມານີ້ ທາງການລາວ ໄດ້ອະນຸຍາດໃຫ້ ກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ (Phongsupthavy Group) ເຂົ້າມາສຳຣວດ-ສຶກສາ ຄວາມເປັນໄປໄດ້ ໂຄງການຂຸດຄົ້ນແຮ່ຄຳ ຢູ່ບ້ານໝີ່ ເມືອງແປກ ແຂວງຊຽງຂວາງ ໃນລະຫວ່າງ ການສຳຣວດ ແລະ ສຶກສາຄວາມເປັນໄປໄດ້ ນັ້ນກໍມີຊາວບ້ານ ຈຳນວນ 20 ປາຍຄອບຄົວ ໄດ້ຮັບຜົລກະທົບ ຍ້ອນທາງບໍຣິສັດ ມີການຖົມຫ້ວຍ, ຖົມໜອງ ແລະ ຖົມທົ່ງນາ ຂອງຊາວບ້ານ ຈົນບໍ່ສາມາດ ເຮັດນາໄດ້ ແລະບໍ່ສາມາດໃຊ້ນໍ້າ ທີ່ສະອາດໄດ້ຄືເກົ່າ. ດັ່ງຊາວບ້ານຜູ້ນຶ່ງ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 26 ຕຸລາ ນີ້ວ່າ:
“ເຮັດໃຫ້ປະຊາຊົນ ເດືອດຮ້ອນ ເພາະໄດ້ໃຊ້ນໍ້າທີ່ບໍ່ສະອາດ ຈາກທີ່ເຄີຍສະດວກສະບາຍ ມາຫລາຍປີບາດ ມີການຂຸດຄົ້ນແຮ່ຄຳ ເລີຍມີການຖົມຫ້ວຍ ເຮັດໃຫ້ປະຊາຊົນ 20 ປາຍຄອບ ຄົວໄດ້ໃຊ້ນໍ້າທີ່ບໍ່ສະອາດແບບນີ້ ແນວໃດກໍຕາມ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມາຊ່ອຍແກ້ໄຂໃຫ້ປະຊາຊົນ ໂດຍໄວ.”
ໄລຍະຜ່ານມາ ຊາວບ້ານໃນພື້ນທີ່ ສາມາດໃຊ້ນໍ້າ ຕາມຫ້ວຍ ຕາມໜອງ ເພື່ອປູກພືດ, ລ້ຽງສັດ ແລະ ອຸປໂພກໄດ້ ແຕ່ປັດຈຸບັນນໍ້າໄດ້ປ່ຽນສີ ເປັນສີແດງຂຸ້ນ ຈົນຊາວບ້ານ ບໍ່ກ້າໃຊ້ນໍ້າຄືເກົ່າ.
ສ່ວນຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກຜູ້ນຶ່ງກ່າວວ່າ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງລົງມາ ຕິດຕາມ-ກວດກາ, ການສຳຣວດ-ສຶກສາ ຄວາມເປັນໄປໄດ້ ຂອງໂຄງການດັ່ງກ່າວ ຫາກພົບວ່າໂຄງການ ດັ່ງກ່າວໄດ້ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຈົນຊາວບ້ານ ໃນພື້ນທີ່ ໄດ້ຮັບຜົລກະທົບແທ້ ກໍຄວນຈະຫາແນວທາງ ແກ້ໄຂ ແລະຊົດເຊີຍເງິນ ໃຫ້ກັບຊາວບ້ານ.
ດັ່ງຊາວບ້ານ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ເຈົ້າແມ່ນແຫລະໆ ກາຖືກລະຫວາ ບໍຣິສັດ ກາຍັງຢູ່ໃນຂັ້ນຕອນ ການສຳຣວດ ກາຢາກໃຫ້ເຂົາ ຊ່ອຍເບິ່ງສະເພາະ ການຊົດເຊີຍຫັ້ນ ເພາະວ່າຂຸດຄົ້ນບໍ່ແຮ່ນີ້ ປະຊາຊົນຄືວ່າ ບໍ່ຢາກເຂົ້າໃຈ ປານໃດ.”
ຂະນະທີ່ຊາວບ້ານ ອີກຜູ້ນຶ່ງໄດ້ໂພສຕ໌ຂໍ້ຄວາມ ຜ່ານສື່ສັງຄົມອ໋ອນລາຍນ໌ ໃນວັນທີ 17 ຕຸລາ 2022 ທີ່ຜ່ານມາລະບຸວ່າ ການສຳຣວດຂຸດຄົ້ນ ແຮ່ຄຳຂອງກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ “ໄດ້ສ້າງຜົລກະທົບຕໍ່ຊາວບ້ານ ບ້ານໝີ່ ຈຳນວນຫລາຍຄອບຄົວ ແລະເຮັດໃຫ້ຊາວ ບ້ານມີຄວາມເດືອດຮ້ອນ ນາບໍ່ໄດ້ເຮັດ ໜອງປ່ອຍປາບໍ່ໄດ້ ເພາະມີດິນທັບຖົມ ແຕ່ບໍຣິສັດຍັງບໍ່ມີການແກ້ໄຂ ແລະຊົດເຊີຍແຕ່ຢ່າງໃດ ສະນັ້ນແລ້ວທ່ານຈຶ່ງ ຂໍຮຽກຮ້ອງເຖິງພາກສ່ວນ ທີ່ກ່ຽວຂ້ອງ ລົງແກ້ໄຂໃຫ້ປະຊາຊົນ ບ້ານໝີ່ນຳດ້ວຍ.”
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ ເພື່ອສອບຖາມ ຣາຍລະອຽດ ການສຳຣວດ-ສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ແລະຜົລກະທົບ ຕໍ່ສິງ ແວດລ້ອມ-ສັງຄົມ ທີ່ເກີດຂຶ້ນ ແຕ່ເຈົ້າໜ້າທີ່ ປະຕິເສດໃຫ້ຂໍ້ມູນ.
ຂະນະທີ່ ເຈົ້າໜ້າທີ່ ຜແນກ ຊັພຍາກອນທັມມະຊາຕ ແລະສິງແວດລ້ອມ ແຂວງຊຽງຂວາງ ກ່າວວ່າສຳລັບ ກຸ່ມບໍຣິສັດ ພົງຊັພທະວີ ຈຳກັດແມ່ນໄດ້ຮັບ ອະນຸຍາດຈາກ ທາງການລາວ ຂັ້ນສູນກາງ ໃຫ້ເຂົ້າສຳຣວດ-ສຶກສາ ຄວາມເປັນໄປໄດ້ ໃນການຂຸດຄົ້ນ ແຮ່ຄຳ ຢູ່ຫລາຍພື້ນທີ່ ແຕ່ສຳລັບເຂດບ້ານໝີ່ ຢູ່ເມືອງແປກ ແມ່ນຍັງຢູ່ໃນຂັ້ນຕອນ ການສຳຣວດ-ສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ຈຶ່ງບໍ່ມີເຈົ້າໜ້າທີ່ ຊ່ຽວຊານ ທາງດ້ານສິ່ງແວດລ້ອມ ລົງພື້ນທີ່ຕິດຕາມ ກວດກາໃນໂຄງການ ດັ່ງກ່າວ ຈຶ່ງບໍ່ໄດ້ຮັບຣາຍງານ ເຣື່ອງຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ທີ່ເກີດຂຶ້ນ ຢູ່ບ້ານໝີ່.
ດັ່ງເຈົ້າໜ້າທີ່ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບ້ານໝີ່ນີ້ ຄືຍັງບໍ່ທັນເຫັນພົງຊັພນີ້ ມີເອກສານຫັ້ນ ຄືມີແຕ່ຢູ່ເມືອງຄູນ ກັບເມືອງພູກູດ ໂຕນີ້ນ່າຈະແມ່ນຂອງຜແນກ ພລັງງານ ກ່ອນຖ້າຖືກຂັ້ນສຳຣວດຫັ້ນ ຖ້າວ່າລົງມືບໍ່ ອິຫຍັງຫັ້ນ ຈຶ່ງມາຜ່ານຜແນກຊັພ ເຮົາອອກໃບຢັ້ງຢືນຫັ້ນ.”
ເຈົ້າໜ້າທີ່ ສິ່ງແວດລ້ອມ ເມືອງແປກແຂວງຊຽງຂວາງ ທ່ານນຶ່ງກ່າວວ່າ ບໍຣິສັດໃດກໍຕາມ ທີ່ຢູ່ລະຫວ່າງການສຳຣວດ-ສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ຫາກສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຈົນສ້າງຄວາມເສັຽຫາຍ ໃຫ້ກັບຊາວບ້ານ ບໍຣິສັດເຫຼົ່ານັ້ນ ກໍຄວນຈະຊົດເຊີຍເງິນ ໃຫ້ກັບຜູ້ທີ່ໄດ້ຮັບຜົລກະທົບແລະຫາແນວທາງ ແກ້ໄຂຜົລກະທົບ ທີ່ເກີດຂຶ້ນ ເພື່ອບໍ່ໃຫ້ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ໃນໄລຍະຍາວ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າສໍາຣວດຖ້າວ່າ ມັນມີຜົລກະທົບ ດ້ານສິ່ງແວດລ້ອມຫັ້ນ ໂດຍປົກກະຕິແລ້ວ ມັນກາຕ້ອງໄດ້ເກັບກຳຂໍ້ມູນ ຜົລກະທົບເນາະ ແລ້ວກາເລັກໆ, ນ້ອຍໆ ມັນກາຕ້ອງໄດ້ຊົດເຊີຍຫັ້ນນ່າເນາະ ຊົດເຊີຍໄປເລີຍໃນໄລຍະສຳຣວດຫັ້ນນ່າເນາະ ຖ້າວ່າບໍ່ຊົດເຊີຍມັນ ມັນກາມີບັນຫາແຫລະ.”
ທາງດ້ານເຈົ້າໜ້າທີ່ ພລັງງານ ແລະບໍ່ແຮ່ ກ່າວວ່າ ການຕິດຕາມ, ກວດກາ, ການສຳຣວດ-ສຶກສາ ຄວາມເປັນໄປໄດ້ ໂຄງການຂຸດຄົ້ນແຮ່ທາຕຕ່າງໆ ຂອງກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ ຖືວ່າເປັນເຣື່ອງຫຍຸ້ງຍາກຫລາຍ ສົມຄວນ ຍ້ອນບໍຣິສັດດັ່ງກ່າວ ໄດ້ຮັບສັມປະທານ ເນື້ອທີ່ຈາກ ຣັຖບານລາວ ໃຫ້ເຂົ້າມາສຳຣວດ-ຂຸດຄົ້ນ ແຮ່ທາຕຕ່າງໆ ຢູ່ແຂວງຊຽງຂວາງ ເປັນຈຳນວນຫຼາຍພັນເຮັກຕ້າຣ໌.
ການສຳຣວດ-ສຶກສາ ຄວາມເປັນໄປໄດ້ ກໍຈະສຳຣວດໄປເລື້ອຍໆ ຫາກຈຸດໃດພົບເຫັນ ແຮ່ທາຕ ກໍຈະຖືກຂຸດຄົ້ນ ຫາກຈຸດໃດສຳຣວດແລ້ວ ບໍ່ພົບແຮ່ທາຕ ກໍຈະໄປຊອກຫາຈຸດໃໝ່ ໂດຍການສຳຣວດ ໃນຫລາຍຄັ້ງ ກໍອາຈຈະສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ລະດັບເລັກໆ ນ້ອຍໆ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ການຢາກໝົດແລ້ວ ບໍຣິສັດ ພົງຊັພທະວີ ສັມປະທານ ກັບຣັຖບານໝົດແລ້ວເດ້. ເອີ! ບ່ອນຂຸດຄົ້ນ ບ່ອນສຳຣວດ ມີຫລາຍຈຸດຢູ່ ສັມປະທານ ເຂົາບໍ່ໃຫ້ຂໍ້ມູນແຂວງ ດ້ານແຮ່ນີ້ ແມ່ນຣັຖບານໝົດ ແຫລະ.”
ກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ ແມ່ນເປັນບໍຣິສັດ ເອກຊົນ ທີ່ດຳເນີນທຸຣະກິຈ ກ່ຽວກັບການກໍ່ສ້າງ ໃນຮູບແບບ ສັນຍາຮັບເໝົາ ກໍ່ສ້າງທັງໝົດ ແລ້ວສົ່ງມອບໃຫ້ກັບ ເຈົ້າຂອງໂຄງການ ແລ້ວເກັບເງິນຄືນ ຈາກເຈົ້າຂອງໂຄງການ ຫລືຣັຖບານລາວ ເປັນຕົ້ນໂຄງການ ກໍ່ສ້າງເສັ້ນທາງ, ໂຄງການກໍ່ສ້າງ ອາຄານໃຫ້ກັບພາກຣັຖ ແລະ ຣັຖວິສາຫະກິຈ.
ໃນປີ 2021 ບໍຣິສັດດັ່ງກ່າວ ເຣີ່ມຫັນມາລົງທຶນ ກໍ່ສ້າງເຂື່ອນໄຟຟ້າ ໃນລາວ ແລະພລັງງານ ທົດແທນເພື່ອຜລິຕໄຟຟ້າ ໃຫ້ກັບຣັຖວິສາຫະກິຈ ໄຟຟ້າລາວ ເປັນຕົ້ນເຂື່ອນນໍ້າຊັນ 3A, ເຂື່ອນນໍ້າໂສ, ເຂື່ອນນໍ້າເປີນ 1 ແລະ ເຂື່ອນນໍ້າແກ ທັງຍັງເປັນຜູ້ຮັບເໝົາ ກໍ່ສ້າງເຂື່ອນໄຟຟ້າ ອີກເປັນຈຳນວນຫລາຍ ໂຄງການໃນລາວ ແລະ ຫລ້າສຸດ ກຸ່ມບໍຣິສັດ ພົງຊັພທະວີ ຈຳກັດ ກໍເຣີ່ມທີ່ຈະ ຫັນມາລົງທຶນ ທາງດ້ານການຂຸດຄົ້ນແຮ່ ທາຕຕ່າງໆ ໂດຍສະເພາະ ແຮ່ຄຳໂດຍໄດ້ຮັບ ສັມປະທານເນື້ອທີ່ ຈາກຣັຖບານລາວ ໂດຍຕຣົງ.