ຊາວບ້ານ ຢູ່ເມືອງຊານໄຊ ທີ່ຖືກໂຄງການ ຂຸດຄົ້ນແຮ່ຄຳ ບໍ່ຢາກຍ້າຍໄປຢູ່ບ່ອນໃໝ່

ຈຳປາທອງ
2022.05.20
ຊາວບ້ານ ຢູ່ເມືອງຊານໄຊ ທີ່ຖືກໂຄງການ ຂຸດຄົ້ນແຮ່ຄຳ ບໍ່ຢາກຍ້າຍໄປຢູ່ບ່ອນໃໝ່ ປະຕູທາງເຂົ້າ ແຂວງອັດຕະປື ທີ່ມີປ້າຍບອກວ່າ ຍິນດີຕ້ອນຮັບ
RFA

ປະຊາຊົນ ຢູ່ບ້ານວັງຕັດໃຫຍ່ ເມືອງຊານໄຊ ແຂວງອັດຕະປື ທີ່ໄດ້ເສັຍດິນປູກມັນຕົ້ນ, ປູກເຂົ້າສາລີ ແລະປູກເຂົ້າປະມານ 200 ຕອນ ໃຫ້ບໍຣິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ທີ່ເຂົ້າມາຊອກຄົ້ນ, ສໍາຣວດ ແລະຂຸດຄົ້ນແຮ່ທາດ ຢູ່ເຂດຈຸດສຸມວັງຕັດນັ້ນ ບໍ່ຢາກໂຍກຍ້າຍໄປຢູ່ບ່ອນອື່ນ ແລະຕ້ອງການນໍ້າລິນ ຈາກບໍຣິສັດດັ່ງກ່າວ.

ບໍຣິສັດນີ້ ໄດ້ເຂົ້າມາສໍາປະທານທີ່ດິນກັບຊາວບ້ານ. ທາງບໍຣິສັດເວົ້າວ່າ ຈະຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ຕອນລະແຕ່ 1.5 ລ້ານ ຫາ 3 ລ້ານກີບ, ແຕ່ຊາວ ບ້ານຢາກໄດ້ຫລາຍກວ່ານັ້ນ ເພາະດິນຂອງພວກຕົນ ເປັນດິນທີ່ອຸດົມສົມບູນ. ຖ້າເສັຍດິນໄປແລ້ວ ກໍຈະເສັຍລາຍໄດ້ ແລະເສັຍອາຊີບ ດັ່ງນັ້ນ ຈຶ່ງສເນີໃຫ້ ບໍຣິສັດຈ່າຍຄ່າຊົດເຊີຍແຕ່ 5 ລ້ານ ຫາ 10 ລ້ານກີບ ຕໍ່ດິນນຶ່ງຕອນ, ບໍ່ດັ່ງນັ້ນຈະບໍ່ຍອມໂຍກຍ້າຍອອກ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານວັງຕັດໃຫຍ່ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ພຶສພານີ້.

ບໍ່ ບໍ່ຍິນຍອມ ຄັນວ່າຊົດເຊີຍນີ້ ມັນແຕ່ 5 ລ້ານຂຶ້ນໄປ ຢາກຂໍແບບນັ້ນ ມີຂໍ້ມູນນໍາຫລັງນີ້ ຍັງບໍ່ທັນໄດ້ຍິນວ່າ ເພິ່ນຕອບສນອງຄວາມແນວໃດວ່າ ຍັງບໍ່ໄດ້ທັນໄດ້ມີ ມີແຕ່ວ່າກະທົບແລ້ວ ແລ້ວກໍແບບໃຫ້ປະຊາຊົນໜີໆຊື່ໆ ແຕ່ວ່າແຜນການຫວັງໃຫ້ປະຊາຊົນ ທໍາການຜລິດນີ້ ຍັງບໍ່ທັນໄດ້ມີ.

ທ່ານເວົ້າຕື່ມວ່າ ບໍຣິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ ໄດ້ເຂົ້າມາຂຸດຄົ້ນແຮ່ທາດ ໂດຍສະເພາະແຮ່ຄໍາ ຢູ່ເຂດບ້ານວັງຕັດໃຫຍ່ ມາແຕ່ປີ 2017 ໃນເນື້ອທີ່ 3 ກິໂລຕາແມັດ. ແຕ່ມາຮອດປີ 2022 ນີ້ ຂັ້ນເທິງ ລະດັບກະຊວງ ໄດ້ອະນຸຍາດໃຫ້ບໍຣິສັດນີ້ ຂຍາຍເນື້ອທີ່ຊອກຄົ້ນ, ສໍາຣວດ ແລະຂຸດຄົ້ນແຮ່ທາດນັ້ນ ອອກໄປຕື່ມອີກ ເປັນ 18 ກິໂລຕາແມັດ ອັນເຮັດໃຫ້ຊາວບ້ານຈະຕ້ອງໄດ້ເສັຍທີ່ດິນ ທໍາການຜລິດຂອງພວກເຂົາເຈົ້າໄປ ໂດຍທີ່ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ບໍ່ໄດ້ລົງມາຖາມຄໍາເຫັນ ນໍາຊາວບ້ານວ່າ ເຫັນດີນໍາ ຫລືບໍ່ ກ່ອນທີ່ຈະອະນຸຍາດໃຫ້ບໍຣິສັດ ດໍາເນີນການຂຍາຍການຊອກຄົ້ນ, ສໍາຣວດ ແລະຂຸດຄົ້ນແຮ່ທາດນັ້ນ.

ພ້ອມດຽວກັນນີ້ ຊາວບ້ານ ບ້ານວັງຕັດໃຫຍ່ ແລະບ້ານວຽງດາ ຊຶ່ງເປັນອີກບ້ານນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກການຂຸດຄົ້ນແຮ່ທາດ ຢູ່ເມືອງຊານໄຊ ກໍບໍ່ຕ້ອງການໂຍກຍ້າຍບ່ອນຢູ່ອາສັຍ ຕາມແຜນຂອງບໍຣິສັດ  ທີ່ຕ້ອງການໃຫ້ຊາວບ້ານດັ່ງກ່າວ ໂຍກຍ້າຍໄປຢູ່ບ້ານວັງຕັດນ້ອຍ. ຊາວບ້ານທັງ 2 ບ້ານນີ້ ບໍ່ຍອມ ໂຍກຍ້າຍໄປຢູ່ ຍ້ອນພື້ນທີ່ດິນ ຮວມທັງດິນທໍາການຜລິດ ຢູ່ບ້ານວັງຕັດນ້ອຍ ບໍ່ມີພຽງພໍສໍາລັບຈໍານວນຄົນ ທີ່ຈະໂຍກຍ້າຍເຂົ້າໄປຢູ່ ແລະອີກຢ່າງນຶ່ງ ພື້ນທີ່ດິນເດີມ ທີ່ເຂົາເຈົ້າຢູ່ໃນປັດຈຸບັນ ເປັນດິນທີ່ອຸດົມສົມບູນ. ພ້ອມກັນນັ້ນ ຊາວບ້ານກໍຕ້ອງການໃຫ້ສ້າງທາງໃຫ້.

ດັ່ງຊາວບ້ານ ບ້ານວັງຕັດໃຫຍ່ອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ:

ປະຊາຊົນບໍ່ເຫັນດີໂຍກຍ້າຍ ມີແຕ່ຢູ່ບ່ອນນີ້ແຫລະ ມີແຕ່ໃຫ້ບໍຣິສັດນີ້ແກ້ໄຂ ໃຫ້ເຮັດທາງໃຫ້ປະຊາຊົນທໍາການຜລິດ ໂຍກຍ້າຍແຜນຂອງບໍຣິສັດນີ້ໝົດ 2 ບ້ານຄືບ້ານວັງຕັດໃຫຍ່ກັບບ້ານ ວຽງດາ ຍ້າຍມາຢູ່ບ້ານວັງຕັດນ້ອຍ ແລ້ວຊໍ້າພັດເນື້ອທີ່ພື້ນທີ່ນີ້ ວັງຕັດນ້ອຍບໍ່ກຸ້ມກິນ ໄດ້ຍາດໄດ້ແທກໝົດແລ້ວ ບໍ່ມີແລ້ວ ບໍ່ມີມົ້ງເຮັດ ບ່ອນທໍາກິນຫັ້ນແລ້ວ.  

ແລະວ່າຕັ້ງແຕ່ບໍຣິສັດເຂົ້າມາຊອກຄົ້ນ, ສໍາຣວດແລະຂຸດຄົ້ນແຮ່ທາດ ຢູ່ເຂດຈຸດສຸມວັງຕັດ ກໍເຮັດໃຫ້ ວິຖີຊີວິດຂອງຊາວບ້ານໃນເຂດນີ້ ໄດ້ຮັບຜົລກະທົບ ຊຶ່ງເມື່ອກ່ອນທີ່ຈະມີໂຄງການນີ້ເຂົ້າມາ ຊາວບ້ານຈະພາກັນໄປຮ່ອນຄໍາ ຕາມແຫລ່ງນໍ້າທັມມະຊາດໄດ້. ແຕ່ດຽວນີ້ ຊາວບ້ານບໍ່ສາມາດໄປຮ່ອນຄໍາໄດ້ອີກ ຍ້ອນມັນກາຍເປັນເຂດ ທີ່ບໍຣິສັດ ສັມປະທານກວມເອົາ ໂດຍມີຕໍາຣວດ ແລະທະຫານ ຄອຍຄຸ້ມກັນໃຫ້. ຊາວບ້ານທີ່ໄປຮ່ອນຄໍາ ຈໍານວນນຶ່ງຖືກປັບໃໝ 4-5 ລ້ານກີບ ຍ້ອນໄປຮ່ອນຄໍາໃນເຂດສໍາປະທານນັ້ນ.​

ຊາວບ້ານຢູ່ບ້ານວຽງດາ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ນອກຈາກນັ້ນແລ້ວ ແຫລ່ງນໍ້າທັມມະຊາດ ທີ່ຊາວບ້ານໃຊ້ກິນ, ໃຊ້ດື່ມ ກໍປົນເປື້ອນໄປດ້ວຍສານພິດເຄມີ, ມີສັດຕາຍຟູນໍ້າ ຈົນປະຊາຊົນບໍ່ສາມາດໃຊ້ນໍ້ານັ້ນໄດ້ອີກ.

ເວົ້າເຣື່ອງຜົລກະທົບ ມັນກໍມີແນ່ນອນແຫລະເນາະ ນໍ້າເປື້ອນເປິະຫັ້ນແຫລະ ເຮັດໃຫ້ປູປາມັນໄຕ່ໜີ ຫລືບໍ່ມັນກໍຕາຍກໍມີ ມັນກໍເປັນແດງໆເປັນນໍ້າຂຸ່ນຫັ້ນແຫລະ ມັນກໍສິຂີ້ດິນເດ້ ມັນກໍໄຫລໄຫລເປັນ 10 ກິໂລແມັດແລ້ວມັນຈັ່ງໄຄ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອັດຕະປື ເວົ້າວ່າ ໂຄງການຊອກຄົ້ນ, ສໍາຣວດ ແລະຂຸດຄົ້ນແຮ່ທາດ ຢູ່ເຂດຈຸດສຸມວັງຕັດນີ້ ກໍໄດ້ມີການເວົ້າເຖິງຄ່າຊົດເຊີຍດິນໃຫ້ຊາວບ້ານຢູ່, ແຕ່ຍັງບໍ່ມີຂໍ້ມູນຣາຍລະອຽດທີ່ຈະແຈ້ງ. ສ່ວນເຣື່ອງການໂຍກຍ້າຍບ່ອນຢູ່ອາສັຍ ຂອງປະຊາຊົນນັ້ນ ຖ້າຫາກເປັນດິນທີ່ນອນຢູ່ໃນເຂດໂຄງການກວມເອົາ ກໍຈະຕ້ອງມີການໂຍກຍ້າຍ ແລະເຣື່ອງແຫລ່ງນໍ້າທັມມະຊາດ ທີ່ປົນເປື້ອນສານເຄມີ ຊຶ່ງຊາວບ້ານຕ້ອງການໃຫ້ສ້າງລະບົບນໍ້າລິນນັ້ນ ກໍໄດ້ຍິນຢູ່ວ່າຈະສ້າງໃຫ້.

ດັ່ງທີ່ທ່ານກ່າວວ່າ:

ຄືວ່າຍັງບໍ່ທັນມີ ທີມຊ່ວຍຫັ້ນນ່າ ຊ່ວຍພັທນາທ້ອງຖິ່ນ ໄດ້ຍິນຢູ່ ເພິ່ນສິເຮັດການພັທນາ ເພິ່ນສິເຮັດການຊົດເຊີຍອີ່ສັງຫັ້ນນ່າ ມັນກໍເປັນເຂດຖືກບ້ານປະຊາຊົນຈໍານວນນຶ່ງ ຄຶດວ່າແນວນັ້ນເດ້ ຄິດວ່າສິມີການໂຍກຍ້າຍ ຄັນຖືກຕາມເປົ້າໝາຍຂອງເພິ່ນ.

ໃນມື້ວັນທີ 4 ພຶສພານີ້ ທ່ານ ໄຊສົມພອນ ພົມວິຫານ ກັມມະການກົມການ ເມືອງສູນກາງພັກປະຊາຊົນປະຕິວັດລາວ ປະທານສະພາແຫ່ງຊາດ ໄດ້ໃຫ້ທາງບໍຣິສັດເອົາໃຈໃສ່ແກ້ໄຂບາງບັນຫາ ພາຍຫລັງທີ່ທ່ານໄດ້ໄປຢ້ຽມຢາມບໍຣິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດນີ້. ໃນນັ້ນ ຖ້າການຂຸດຄົ້ນບໍ່ແຮ່ ສົ່ງຜົລກະທົບຕໍ່ຄຸນນະພາບຂອງນໍ້າ ທີ່ປະຊາຊົນນໍາໃຊ້ສໍາລັບການດໍາລົງຊີວິດປະຈໍາວັນ ກໍໃຫ້ບໍຣິສັດຊອກຫາວິທີບໍາບັດ, ຊົດເຊີຍຜົລກະທົບ, ບ່ອນຢູ່ອາສັຍ, ທີ່ດິນທໍາກິນຂອງປະຊາຊົນ ກໍໃຫ້ເອົາໃຈໃສ່ຄົ້ນຄວ້າຫາວິທີແກ້ໄຂ ຢ່າງເໝາະສົມ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ເມືອງສານໄຊ ທີ່ກ່ຽວຂ້ອງກັບໂຄງການດັ່ງກ່າວ 2 ທ່ານ ເພື່ອຂໍຄໍາເຫັນ, ແຕ່ທັງ 2 ນັ້ນບອກວ່າ ບໍ່ທັນສະດວກທີ່ໃຫ້ຄໍາເຫັນ ຍ້ອນຍັງຄາຮັບແຂກຢູ່.

ໂຄງການຊອກຄົ້ນ, ສໍາຣວດ ແລະຂຸດຄົ້ນແຮ່ທາດຢູ່ເຂດຈຸດສຸມວັງຕັດ ທີ່ວ່ານີ້ ເປັນໂຄງການຮ່ວມກັນ ລະຫວ່າງກອງທັບວຽດນາມ ແລະກະຊວງປ້ອງກັນປະເທດ ສປປ ລາວ ໂດຍທີ່ກອງທັບວຽດນາມ ເປັນຫລັກ (ຮຸ້ນສ່ວນໃຫຍ່).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.