ຂຸດຄົ້ນບໍ່ແຮ່ ໄດ້ບໍ່ກຸ້ມເສັຽ
2023.07.05

ຢູ່ປະເທດລາວ ມີການຂຸດຄົ້ນແຮ່ທາດ ແບບຊະຊາຍ ແລະ ຣັຖບານບໍ່ສາມາດຄວບຄຸມໄດ້. ໃນອະນາຄົດ ຈໍານວນແຮ່ທາດ ຢູ່ປະເທດລາວ ຈະຫຼຸດນ້ອຍຖອຍລົງ ຍ້ອນວ່າ ຢູ່ທົ່ວປະເທດ ມີການໃຫ້ສັມປະທານຂຸດຄົ້ນເປັນຈໍານວນຫຼາຍ.
ບຸກຄົນທີ່ເຮັດວຽກ ດ້ານການຂຸດຄົ້ນແຮ່ທາດ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ໂອ້! ຫຼາຍໆ ເຂົາເຮັດຄໍາກະຫຼາຍ ຫຼັກ 20 ນາກະດົກ ອັດຕະປື ເຊກອງ ດາກຈຶງ ເຂົ້າເຮັດຄໍາ ຢູ່ຊາຍແດນກຫຼາຍ ຫຼາຍອີ່ຫຼີແຫຼະ ເມືອງໝື່ນ ສັງຖອກສັງທອງ ເຂດໄຊຍະ ຫລວງພຣະບາງ ໂອ້ ຫຼາຍໆ ຫຼາຍອີ່ຫຼື ຈົນໄປທົວ ບໍ່ເຖິງ.”
ບຸກຄົນທ່ານນີ້ ກ່າວຕື່ມອີກວ່າ:
“ກິນກັນແບບມິດໆ ເຈົ້າແຂວງເນາະໃຫ້ນາຍທຶນລົງໄປເອງ ນາຍທຶນມາຊື້ເອົານໍາເຂດເຈົ້າແຂວງ ມາຊື້ເອົາລະໄປຂາຍໃຫ້ນາຍທຶນ ຄື ທ້າວ ກໍ ໄດ້ມາ 5 ເຮັກຕ້າ ແລະ ໄປຂາຍ ເຮັກຕ້ານຶ່ງ ກິນກັນແບບຊັດທອດມານ່າ.”
ນອກຈາກນີ້ ການຂຸດຄົ້ນແຮ່ທາດຍັງເຮັດໃຫ້ເສັ້ນທາງເປ່ເພ ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຊົນ ໃນການເດີນທາງໄປມາ.
ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ກະຫຼາຍລະເນາະ ຂຸດຄົ້ນລະເຂົາກະເອົາເມືອບ້ານ ເຂົາລະເນາະ ເຂົາສໍາປະທານລະ ກະໂຕຈິງຫັ້ນແຫຼະ ທົດລອງ ການຂົນສົ່ງ ທາງຊໍ້າເປ່ເພໝົດ ກະວ່າ ບໍ່ໄດ້ ຄັນວ່າບໍ່ໄດ້ ຂົນເຮັດອິສັງ.”
ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
“ເຂົາມາເຮັດຢູ່ເມືອງລາວ ກະຄືເຈົ້າຮູ້ຫັ້ນແຫຼະ ເຂົາກະກອບໂກຍເອົາໄປໝົດຫັ້ນແຫຼະ ຊິໄດ້ອິສັງຄືຈີນມັນເຂົ້າມາຫັ້ນແຫຼະ ແຕ່ລະບ່ອນ ມັນກະທາງເປ່ເພ ເສັຽຫາຍໝົດ ຜົລກະທົບຕໍ່ຣັຖແຮງ ມັນກະຊັບສົມບັດທີ່ມີຄ່າເຂົາເອົາໄປໝົດ.”
ການໃຫ້ສັມປະທານ ຂຸດຄົ້ນບໍ່ແຮ່ຢູ່ປະເທດລາວ ສ່ວນຫຼາຍແມ່ນຄອບຄົວ ຜູ້ນໍາໄປມີສ່ວນກ່ຽວຂ້ອງ.
ນັກທຸຣະກິຈ ຢູ່ພາກໃຕ້ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ລູກຫຼານ ຂອງນາຍພົນ ເຂົ້າໄປມີສ່ວນຮ່ວມໃຫ້ສັມປະທານ ບາງບ່ອນກໍເປັນຂອງພີ່ນ້ອງ ກັມມະການ ກົມການເມືອງ.”
ການຂຸດຄົ້ນແຮ່ທາດ ຢູ່ປະເທດລາວ ຫຼາຍບໍຣິສັດ ຍັງບໍ່ເປັນມືອາຊີບ ຍ້ອນວ່າ ບາງຄົນທີ່ ເປັນເຈົ້າຂອງຮ້ານອາຫານ ກໍເປັນນາຍໜ້າແລ່ນເອກະສານ ສັມປະທານຂຸດແຮ່ທາດ.
ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນທ້າຍເດືອນ ມິຖຸນາ ທີ່ຜ່ານມາ ຫຼື ກອງປະຊຸມສະພາ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ໄດ້ກ່າວຕອນນຶ່ງວ່າ:
“99 ບໍຣິສັດ ມີ 26 ບໍຣິສັດ ແມ່ນອ່ອນທີ່ສຸດ ຊິແກ້ແນວໃດ ບາງຄົນຈັກແມ່ນມືອາຊີບ ບໍ່ຫຼືບໍ່ ຈັກແມ່ນຮ້ານອາຫານກະໄປເຮັດບໍ່ແຮ່ ຈັກແມ່ນມືອາຊີບບໍ່ ຈັກຢູ່ໃສ ຢູ່ເມືອງ ແຂວງໃດ ກະບໍ່ຈື່ຊະ ເຮັດຮ້ານອາຫານຂາຍເຄື່ອງຂາຍຂອງ ແລ່ນໄປນາຍໜ້າຂຸດແຮ່ກະອະນຸມັດໄດ້ ໂທ້ໂຕວ່າ ກະຫຼາຍຄົນຢາກເຮັດຢູ່ ເປັນແນວນັ້ນ.”
ນອກຈາກນີ້, ຜູ້ສັມປະທານ ຍັງມີການສໍາຫຼວດ ທົດລອງຂຸດຄົ້ນແຮ່ທາດ ແຕ່ ໃນໂຕຈິງມີການລົງມືຂຸດຄົ້ນເລີຍ ໂດຍ ບໍ່ມີການທົດລອງ ແລະ ບາງແຂວງ ກໍໃຫ້ສໍາປະທານຂຸດຄົ້ນ ແຮ່ທາດຫຼາຍ.
ທ່ານ ໄຊສົມພອນ ກ່າວຕື່ມອີກວ່າ:
“ຄວນຂຸດຄົ້ນ ການຂຸດແຮ່ທົດລອງ ລະແຮ່ຫາຍາກນີ້ ແມ່ນວ່າ ມັນກະຢາກຫຼາຍແດ່ ບັນຫາສະຫາຍເອີຍ ໂອ້ຄັນວ່າ ຈໍາກັດຕື່ມກະດີໄດ໋ ບໍ່ຄວນຂຍາຍອີກ ບາງບ່ອນກະບໍ່ມີບ່ອນຊິໄປຄື ແຂວງຫົວພັນນີ້ 83 ໂຄງການ 66 ບໍຣິສັດ ລົງທຶນ ມັນກະຫຼາຍໂພດລະໄດ໋ ເນື້ອທີ່ແຂວງຫົວພັນກະບໍ່ໄດ້ຫຼາຍພໍທໍ່ໃດ ກະຄວນຄົ້ນຄວ້າເບິ່ງ ພໍດໍ້າ ພໍດີ ກະຈົ່ງແຮ່ນີ້ ໄວ້ໃຫ້ລູກໃຫ້ຫຼານເຮົາໄດ້ໃຊ້ແດ່ ກະຊິເອົາໝົດບາດດຽວກະຍາກໄດ້ເດີ.”
ຢູ່ໃນ ຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 26 ມິຖຸນາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ກ່່າວວ່າ ກໍຣະນີໂຄງການໃດບໍ່ມີຄວາມຄືບໜ້າ ຫຼື ລະເມີດສັນຍາ ແລະກົດໝາຍ ກ່ຽວຂ້ອງແມ່ນຈະໄດ້ຍົກເລີກ ຢ່າງເດັດຂາດ. ໃນທົ່ວປະເທດ ຣັຖບານ ອະນຸຍາດໃຫ້ນັກລົງທຶນຈີນ ຂຸດແຮ່ທາດ ຈຳນວນ 108 ບໍຣິສັດ ໃນນັ້ນ ມີຫຼາຍບໍຣິສັດ ໄດ້ຂຸດຄົ້ນບໍ່ແຮ່ ໃນແຂວງໄຊສົມບູນ.
ອີງຕາມ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ, ການປະຕິບັດໂຕຈິງ ໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບ ໃຫ້ຣັຖໄດ້ໄວຂຶ້ນ ພ້ອມດຽວກັນ ກໍຈະເລັ່ງກວດກາ ແລະປະເມີນຢ່າງເປັນລະບົບ.