ຊາວບ້ານ ຢູ່ເມືອງຜາໄຊ ຢ້ານເສັຍດິນໃຫ້ ບໍຣິສັດຈີນ ສຳຣວດແຮ່
2022.05.19

ຊາວບ້ານຢູ່ເຂດບ້ານມາຍ-ນາສາບ ເມືອງຜາໄຊ ແຂວງຊຽງຂວາງ ກັງວົນ ຢ້ານຈະເສັຍດິນໄຮ່ມັນຕົ້ນ ແລະດິນສວນປູກຫຍ້າລ້ຽງສັດ ຍ້ອນບໍຣິສັດ ຕົງລີ້ເສີ້ງ ພັທນາບໍ່ແຮ່ ຈໍາກັດ ຜູ້ດຽວ ແລະບໍຣິສັດ ຂຸ້ນຕາ ພັທນາຈໍາກັດ ຜູ້ດຽວ ຊຶ່ງເປັນບໍຣິສັດຈີນ ພາຍຫລັງທີ່ກະຊວງພະລັງງານ ແລະບໍ່ແຮ່ ອະນຸມັດໃຫ້ 2 ບໍຣິສັດທີ່ວ່ານີ້ ເຂົ້າມາສໍາຣວດ ຂຸດຄົ້ນທົດລອງ ແຮ່ທາດຫາຍາກ ຢູ່ໃນເຂດບ້ານຂອງພວກເຂົາເຈົ້າ.
ດິນທີ່ປະຊາຊົນຢ້ານວ່າຈະເສັຍໄປນັ້ນ ເປັນດິນສໍາລັບການປູກຝັງ ຂອງພວກເຂົາເຈົ້າມາຕັ້ງແຕ່ບັນພະບຸຣຸດ, ມາຮອດມື້ນີ້ ບໍຣິສັດດັ່ງກ່າວ ຢູ່ໃນຂັ້ນຕອນການສໍາຣວດແຮ່ນັ້ນຢູ່.
ອີງຕາມຄໍາເວົ້າຂອງຊາວບ້ານນາສາບ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 19 ພຶສພານີ້.
“ຜົລກະທົບຫັ້ນກໍ ອ້າຍກໍໄປເບິ່ງສໍາຣວດຫັ້ນນ່າ ກໍມີຜົລກະທົບຕໍ່ດິນປະຊາຊົນຫັ້ນແຫລະ ເພາະວ່າສ່ວນຫລາຍປູກສວນຫຍ້າ ໄປເຮັດໄຮ່ເລັກໆນ້ອຍໆນີ້ນ່າ ໄຮ່ມັນຕົ້ນໄຮ່ອັນນັ້ນນີ້ນ່າ.”
ບໍ່ພຽງແຕ່ດິນໄຮ່ມັນຕົ້ນ ແລະດິນສວນປູກຫຍ້າລ້ຽງສັດເທົ່ານັ້ນ ທີ່ຈະຕ້ອງໄດ້ເສັຍໃຫ້ບໍຣິສັດຈີນ, ແຕ່ຊາວບ້ານຍັງກັງວົນວ່າ ຈະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ທີ່ທາງການຈະຈັດສັນໃຫ້ ຍ້ອນວ່າ ທີ່ຢູ່ອາສັຍໃນປັດຈຸບັນ ແລະດິນທໍາການຜລິດ ຢູ່ຫ່າງຈາກພູ ທີ່ບໍຣິສັດສໍາຣວດແຮ່ທາດນັ້ນ ພຽງ 200-300 ແມັດເທົ່ານັ້ນ, ເຮັດໃຫ້ມີຄວາມສ່ຽງ ທີ່ຈະຖືກຜົລກະທົບຈາກດິນເຈື່ອນລົງມາໃສ່ ຊຶ່ງມາຮອດມື້ນີ້ ກໍຍັງບໍ່ມີພາກສ່ວນທີ່ກ່ຽວຂ້ອງໃດ ມາເວົ້າເຖິງເຣື່ອງການໂຍກຍ້າຍ ຫລືເຣື່ອງຄ່າຊົດເຊີຍແຕ່ຢ່າງໃດ.
ດັ່ງຊາວບ້ານບ້ານນາສາບອີກຜູ້ນຶ່ງເວົ້າວ່າ:
“ອາຈໄດ້ຍ້າຍ ເພາະວ່າຢູ່ໃນຫັ້ນ ຂອບເຂດຫັ້ນ ເຂົາສໍາຣວດຫັ້ນ ມັນຢູ່ສະຖານທີ່ເຂົາຂຸດຄົ້ນເລີຍ ຄັນເຮັດກໍສິແມ່ນໄດ້ເຫລືອແຕ່ນາຫັ້ນແຫລະ ອັນບ່ອນອື່ນເປັນພູເປັນອັນນັ້ນ ເຂົາກໍຊີ້ຈູດໄດ້ຂຸດຄົ້ນໄປແຫລະ.”
ທ່ານເວົ້າຕື່ມວ່າ ບ້ານມາຍ ບໍ່ມີຢູ່ໃນແຜນທີ່ປະເທດລາວແລ້ວ ເນື່ອງຈາກປະຊາຊົນບ້ານນີ້ ໄດ້ໂຍກຍ້າຍໄປຢູ່ເມືອງທ່າໂທມ ແຂວງໄຊສົມບູນ ພາຍຫລັງໄດ້ຮັບຜົລກະທົບ ຍ້ອນນໍ້າຖ້ວມຈາກເຂື່ອນນໍ້າງຽບ 2, ຍັງເຫລືອແຕ່ບ້ານນາສາບ ບ້ານດຽວ.
ເມື່ອວັນທີ 5 ເມສາຜ່ານມານີ້ ຢູ່ຫ້ອງປະຊຸມ ຂອງຜແນກພະລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ໄດ້ມີກອງປະຊຸມເຜີຍແຜ່ ເນື້ອໃນສັນຍາການສໍາຣວດແຮ່ທາດຫາຍາກ ຢູ່ເຂດບ້ານມາຍ-ນາສາບ ເມືອງຜາໄຊ ໃນເນື້ອທີ່ 25 ກິໂລແມັດມົນທົນປາຍ ຂອງບໍຣິສັດ ຕົງລີ້ເສີ້ງ ແລະເນື້ອໃນສັນຍາການຂຸດຄົ້ນທົດລອງແຮ່ທາດຫາຍາກ ຢູ່ເຂດບ້ານດັ່ງກ່າວ ໃນເນື້ອທີ່ 3 ກິໂລແມັດມົນທົນ ຂອງບໍຣິສັດ ຂຸ້ນຕາ ຊຶ່ງເປັນໂຄງການຮ່ວມມື ກັບຣັຖວິສາຫະກິຈ ພັທນາແຮ່ທາດລາວ.
ໃນກອງປະຊຸມດັ່ງກ່າວ ອໍານາດການປົກຄອງບ້ານນາສາບ ໄດ້ສເນີເຖິງຄວາມກັງວົນຂອງລູກບ້ານຂອງຕົນ ທີ່ຈະໄດ້ຮັບຜົລກະທົບດ້ານສານເຄມີ ຈາກໂຄງການນີ້ ໂດຍສະເພາະນໍ້າອ່າງກັ່ນກອງແຮ່ທາດ ຈະຊຶມລົງດິນ ແລະນໍ້າ, ຈະເຮັດໃຫ້ມີຜົລກະທົບໃນພາຍພາກໜ້າ ຊຶ່ງບໍຣິສັດຈີນ ແລະກົມທໍຣະນີສາດແລະແຮ່ທາດ ຢືນຢັນວ່າ ຈະບໍ່ເກີດບັນຫາດັ່ງກ່າວນັ້ນຂຶ້ນ.
ດັ່ງຄະນະບ້ານບ້ານນາສາບ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ໂຕນີ້ຫັ້ນ ໜ້ອຍກໍຫລາຍຫັ້ນນ່າ ແນ່ນອນເລີຍ ມັນຕ້ອງມີເພາະວ່າ ເຂົາເຈົ້າເຮັດເປັນອ່າງກັ່ນກອງແຮ່ ຢູ່ຫັ້ນແລ້ວບາດນີ້ ນໍ້າຫລືອິຫຍັງເຂົາເຈົ້າກະເທລົງໄປດິນຄືເກົ່າເດ໋ ແລ້ວອະນາຄົດຍາວນານຕໍ່ໄປ ແນ່ນອນຕ້ອງມີຜົລສະທ້ອນ ເຂົາເຈົ້າກໍວ່າຮັບປະກັນ ບໍ່ມີຜົລສະທ້ອນໃຫ້ປະຊາຊົນ. ແຕ່ເອື້ອຍຄິດວ່າ ມໍ່ໆນີ້ບໍ່ເປັນຫຍັງ ແຕ່ວ່າອະນາຄົດມັນຕ້ອງເປັນ.”
ໂຄງການສໍາຣວດ ແລະທົດລອງຂຸດຄົ້ນ ແຮ່ທາດຫາຍາກ ຢູ່ເຂດບ້ານມາຍ-ນາສາບ ຂອງຈີນ ເປັນໂຄງການທໍາອິດ ຢູ່ປະເທດລາວ ທີ່ຂັ້ນກະຊວງອະນຸ ມັດໃຫ້ສໍາຣວດ. ໃນເບື້ອງຕົ້ນ ຍັງບໍ່ມີການເວົ້າເຖິງຄ່າຊົດເຊີຍຄວາມເສັຍຫາຍ ເນື່ອງຈາກບໍຣິສັດຈີນ ຫາກໍ່ໄດ້ສເນີຕໍ່ກະຊວງພະລັງງານ ແລະບໍ່ແຮ່ ວ່າຈະສໍາຣວດຢູ່ເຂດບ້ານດັ່ງກ່າວ ໃນເນື້ອທີ່ 3.2 ກິໂລແມັດມົນທົນກ່ອນ. ຖ້າສໍາ ຣວດແລ້ວ ຫາກມີແຮ່ທາດຕາມທີ່ຕ້ອງການ ກໍຈະສໍາຣວດຕໍ່ໃນເນື້ອທີ່ 25.28 ກິໂລແມັດມົນທົນ ແລະຈະໄດ້ເວົ້າເຖິງຄ່າຊົດເຊີຍນັ້ນ. ໂຄງ ການນີ້ ຈະເຮັດໃຫ້ຊາວບ້ານເສັຍດິນໃຫ້ໂຄງການ ແລະຈະຖືກໃຫ້ໂຍກຍ້າຍ ແຕ່ບໍ່ຫລາຍ.
ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ພຶສພານີ້ວ່າ:
“ກໍຍັງບໍ່ທັນຊັດເຈນ ແຕ່ວ່າມີ ແຕ່ວ່າເຂົາເຈົ້າກໍຂັ້ນຕອນຕໍ່ໄປ ກໍສິແມ່ນເວົ້າເຣື່ອງການຊົດເຊີຍຜົລເສັຽຫາຍຂອງປະຊາຊົນ ເພາະວ່າຕອນນີ້ ຍັງບໍ່ທັນມີວ່າ ຂັ້ນຕອນຂອງການຊົດເຊີຍ ສ່ວນຫລາຍໂຄງການໂຕນີ້ຫັ້ນນ່າ ມັນຈະໄດ້ຊົດເຊີຍໜ້ອຍກວ່າໂຄງການ ເພາະສ່ວນຫລາຍມັນຈະບໍ່ຖືກກັບດິນໄຮ່ປາຍນາອິຫຍັງ.”
ນາງກ່າວຕື່ມວ່າ ປັດຈຸບັນ ບໍຣິສັດຈີນ ຍັງບໍ່ທັນໄດ້ນໍາເຄື່ອງຈັກເຂົ້າມາຂຸດຄົ້ນ ເທື່ອ, ໃນການສໍາຣວດແຮ່ທາດ ມີແຕ່ໃຊ້ແຮງງານປະຊາຊົນຂຸດເຈາະ ຕາມບ່ອນທີ່ຄາດວ່າ ມີແຮ່ທາດເທົ່ານັ້ນ.
ໂຄງການສໍາຣວດ ແລະຂຸດຄົ້ນແຮ່ທາດຫາຍາກ ຢູ່ເຂດບ້ານດັ່ງກ່າວ ຍັງບໍ່ຮູ້ວ່າ ຈະເປັນແຮ່ທາດຫາຍາກປະເພດໃດ ແຕ່ຢືນຢັນວ່າ ມີແຮ່ທາດຫາຍາກຢູ່ ແລະບໍຣິສັດຈີນ ຈະສໍາປະທານປະມານ 25 ປີ.
ໂຄງການສໍາຣວດ ແລະຂຸດຄົ້ນແຮ່ທາດຂອງບໍຣິສັດຈີນທີ່ວ່ານີ້ ຈະຊ່ອຍສ້າງຫ້ອງການບ້ານ, ແປງທາງ ຈາກຫ້ອງວ່າການປົກຄອງເມືອງ ປາໄຊ ຫາເຂດບ້ານມາຍ-ນາສາບ ໃຫ້ປະຊາຊົນໃຊ້ໄດ້ 2 ຣະດູ ແລະຈະຊ່ອຍເຄື່ອງຂອງໃຫ້ຫ້ອງວ່າການ ປົກຄອງເມືອງຜາໄຊນໍາດ້ວຍ. ແຕ່ການຊ່ອຍເຫລືອທີ່ວ່ານັ້ນ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ ອີງຕາມຂໍ້ມູນ ຈາກຜແນກພະລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ.