ການຂຸດຄົ້ນບໍ່ແຮ່ ສົ່ງຜົລກະທົບ ກັບຫ້ວຍນ້ຳສັງ ຕໍ່ເນື່ອງ

ສຸພັດຕາ
2023.06.21
ການຂຸດຄົ້ນບໍ່ແຮ່ ສົ່ງຜົລກະທົບ ກັບຫ້ວຍນ້ຳສັງ ຕໍ່ເນື່ອງ ຫ້ວຍນ້ຳສັງ ທີ່ມີສະພາບຂຸ່ນ ປົນເປື້ອນ (ຮູບຊ້າຍມື) ແລະ ສະພາບຫ້ວຍນ້ຳສັງ ທີ່ແຕ່ກ່ອນຊາວບ້ານ ໃຊ້ອຸປະໂພກ, ບໍຣິໂພກ ກ່ອນມີການປົນເປື້ອນ.
ຮູບພາບຈາກ: ເພຈ Joseph Akaravong

ໃນວັນທີ 25 ພຶສພາ ທີ່ຜ່ານມາ ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງ ເມືອງສັງທອງ ໄດ້ກ່າວຣາຍງານ ຕໍ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ພາຍຫຼັງລົງຕິດຕາມກວດກາວຽກງານພັທນາຊົນນະບົດ ແກ້ໄຂຄວາມທຸກຍາກ ວ່າ ປະຊາຊົນໃນເມືອງສັງທອງ ຍັງປະສົບບັນຫາສະພາບນໍ້າສັງຂຸ່ນ ຈາກບໍຣິສັດຂຸດຄົ້ນບໍ່ແຮ່ ພາຍຫຼັງໄດ້ສັ່ງໂຈະດໍາເນີນການໄປ 2 ບໍຣິສັດ ແຕ່ເມືອງຫິນເຫີບ ແຂວງວຽງຈັນ ຍັງຄົງມີຫຼາຍບໍຣິສັດ ດໍາເນີນການຂຸດຄົ້ນບໍ່ແຮ່ ແບບບໍ່ໄດ້ມາຕຖານ ແລະເຮັດໃຫ້ເກີດນໍ້າຂຸ່ນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ມິຖຸນາ 2023 ນີ້ວ່າ:

“ບໍ່ແຮ່ ກໍມີສ່ວນນຶ່ງ ແມ່ນໆ ມີໆ ໄກປະມານຫຼັກນຶ່ງ ຫຼັກປາຍ ແມ່ນແຫຼະ ບໍ່ໄກປານໃດ (ຈາກແຫຼ່ງນໍ້າ) ແມ່ນໆ ເພິ່ນຍັງດໍາເນີນການໄດ້ຢູ່ ຊານ້ອງເຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ຍັງນໍ້າສັງຂຸ່ນ ທີ່ມາຈາກນໍ້າສັງເບື້ອງເທິງ ເນື່ອງຈາກເຂດດັ່ງກ່າວ ຢູ່ໃນການຄຸ້ມຄອງຂອງເມືອງຫິນເຫີບ ແຂວງວຽງຈັນ ທີ່ຍັງມີຫຼາຍບໍຣິສັດ ດໍາເນີນການຂຸດຄົ້ນບໍ່ແຮ່ ແບບບໍ່ໄດ້ມາຕຖານ ແລະບໍ່ໄດ້ຮັບການຄຸ້ມຄອງ ແບບລະອຽດ ຈາກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ປະຊາຊົນຢູ່ທາງຕອນລຸ່ມຂອງແມ່ນໍ້າສັງ ເປັນຕົ້ນ: ປະຊາຊົນ ຢູ່ເມືອງສັງທອງ ໄດ້ຮັບຜົລກະທົບ.

ມາຮອດປັດຈຸບັນ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ອະນຸຍາດໃຫ້ບໍຣິສັດ ດີດີຊີ ດໍາເນີນການຂຸດຄົ້ນແຮ່ຄໍາ ໄດ້ແຕ່ບໍຣິສັດດຽວ ຍ້ອນຂຶ້ນທະບຽນດໍາເນີນກິຈການ ມາແຕ່ດົນ ແລະສາມາດຄວບຄຸມສະພາບນໍ້າຂຸ່ນໄດ້ ສໍາລັບຜູ້ທີ່ຕ້ອງການລົງທຶນ ດ້ານຂຸດຄົ້ນບໍ່ແຮ່ໃໝ່ ບໍ່ສາມາດຂໍອະນຸຍາດໄດ້ອີກແລ້ວ ເນື່ອງຈາກທາງການລາວ ໄດ້ຍຸຕິການໃຫ້ສັມປະທານຂຸດຄົ້ນບໍ່ແຮ່ແລ້ວ ນັບແຕ່ທ້າຍປີ 2022 ທີ່ຜ່ານມາ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານດຽວກັນ ກ່າວວ່າ:

“ເມືອງສັງທອງຫວາ ຄັນວ່າຢູ່ໃກ້ໆໂຕເມືອງນີ້ ກໍບໍ່ໄດ້ແລ້ວລະ ເພາະວ່າ ມັນເຂດພັທນາ ທີ່ວ່າເຂົາເຈົ້າຫັ້ນນ່າ ເປັນດິນຂອງຣັຖ ກໍຍັງມີຢູ່ໆ ສ່ວນຫຼາຍເຂົາຂຸດຄົ້ນ ເປັນບໍຣິສັດ ທີ່ວ່າ ມາລົງທຶນກ່ອນໜ້ານີ້ແລ້ວ ຄັນເຮົາ ຢາກເຮັດແບບວ່າ ຊິຂຸດຄົ້ນຊັ້ນຫວາ ໜ້າຈະບໍ່ໄດ້ແລ້ວ ແຕ່ຄັນວ່າ ເຮົາສັມປະທານ ໃນເຣື່ອງທ່ອງທ່ຽວ ເຮັດສວນອາຫານ ຂາຍຂອກຂາຍເຄື່ອງ ກໍໜ້າຈະໄດ້ຢູ່.”

ຂະນະດຽວກັນ ທ່ານເຈົ້າເມືອງ ເມືອງສັງທອງ ຍັງສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ອະນຸຍາດ ໃຫ້ມີໂຮງງານຜລິດໄມ້ປ່ອງ ພຽງແຫ່ງດຽວ ເນື່ອງຈາກວັດຖຸດິບໄມ້ປ່ອງ ທີ່ມີຢູ່ພາຍໃນເມືອງສັງທອງຫຼຸດລົງຫຼາຍ ຍ້ອນປະຊາຊົນຈໍານວນຫຼາຍ ນິຍົມປູກພືດປະເພດອື່ນແທນໄມ້ປ່ອງ ເພື່ອສົ່ງຂາຍໃຫ້ແກ່ນັກລົງທຶນຊາວຕ່າງປະເທດ.

ດັ່ງຊາວບ້ານ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ກ່າວວ່າ:

“ສ່ວນຫຼາຍ ປູກສວນຢາງ ເປັນໄມ້ສັກ, ໄມ້ດູ່ ໄມ້ອີ່ຫຍັງ ແມ່ນແຫຼະ ເປັນໄມ້ສວນຢາງພາຣາ ໄມ້ດູ່, ໄມ້ສັກ ໄມ້ຫຍັງຫັ້ນນ່າ ຫຼາຍຊະນິດ ມັນຈະມີພໍ່ຄ້າພວກຈີນ ພວກຫຍັງເອົາມາຊື້ຫຍັງ ມັນຈະມີພວກຈີນ ພວນຈີນ ກໍຢູ່ຫັ້ນແຫຼະ ພວກຈີນສ່ວນນຶ່ງ ເຮົາເຮັດການກະເສດຂອງເຂົາ ເປັນພວກ ລ້ຽງເປັດລ້ຽງໄກ່ຫຍັງຂອງເຂົາ ຫຍັງຫັ້ນແຫຼະ ແມ່ນແຫຼະ ຫຼາຍໆ ຫຼາຍໂຄງການເຂົາມາຢູ່ ເຂົາມາຕັ້ງເປັນຟາມ ເປັນຫຍັງເຂົາມາລ້ຽງກັນຫັ້ນນ່າ.”

ທີ່ຜ່ານມາ ການໃຊ້ໄມ້ປ່ອງຜລິດສິນຄ້າຕ່່າງໆ ເປັນຕົ້ນ: ໄມ້ຖູ່ ແລະ ໄມ້ຈີ້ມແຂ້ວ ພັດບໍ່ສາມາດດໍາເນີນກິຈການໄດ້ພໍເທົ່າໃດ ເນື່ອງຈາກ ມີວັດຖຸດິບບໍ່ພຽງພໍ.

ດັ່ງພະນັກງານ ໂຮງງານອຸດສາຫະກັມຜລິດໄມ້ປ່ອງແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

“ມີຢູ່ ແຕ່ຕອນນີ້ ມັນບໍ່ຫຼາຍແລ້ວນ່າ ສ່ວນຫຼາຍກໍເອົາໄປເຮັດໄມ້ຖູ່ ໄມ້ອີ່ຫຍັງຫັ້ນນ່າ ໄມ້ປ່ອງໂຕນີ້ແຫຼະ ໄມ້ເຮັ້ຍ-ໄມ້ຊອດ ໄມ້ແບບຂອງຂ້ອຍ ທີ່ຂ້ອຍເຄີຍຈະຂາຍຫັ້ນແຫຼະ ທີ່ເຂົາຜລິດພັນເປັນ ເປັນເຄື່ອງຜລິຕພັນ ເປັນກະຕ່າ ເປັນອີ່ຫຍັງຫັ້ນນ່າ ອໍ ດຽວນີ້ ເຮົາມີຫັ້ນມັນຫຼາຍຢູ່ ແຕ່ຖ້າຊິເຮັດຫັດຖະກໍານີ້ ແຕ່ຖ້າວ່າ ເອົາເຂົ້າໂຮງງານອຸດສາຫະກັມ ຄິດວ່າ ຈະບໍ່ພໍຫັ້ນນ່າ ຍົກໂຕຢ່າງ ພວກໄມ້ຈີ້ມແຂ້ວບໍ່ ໄມ້ຖູ່ຊີ້ນ່າ.”

ຂະນະທີ່ ການນໍາໃຊ້ໄມ້ປ່ອງໃນການຜລິດສິນຄ້າຫັດຖະກໍາ, ເຄື່ອງຈັກສານ ແລະເຟີນີເຈີ້ ຍັງພຽງພໍ ແລະສາມາດດໍາເນີນການຕໍ່ໄປໄດ້ ເນື່ອງຈາກຍັງເປັນຕລາດຂນາດນ້ອຍ.

ດັ່ງຊາວບ້ານ ຢູ່ເມືອງສັງທອງ ທີ່ເຮັດຫັດຖະກໍາເຄື່ອງຈັກສານເປັນອາຊີບ ນາງນຶ່ງ ກ່າວວ່າ:

“ອ່າ ອັນນີ້ ຢູ່ນະຄອນຫຼວງ ເປັນສິນຄ້າ ໂອດ໋ອບ (ODOP) ເປັນໄມ້ປ່ອງບ້ານເຮົາທັມມະດາ ຕອນນີ້ ເຮົາຍັງບໍ່ໄດ້ອັນນັ້ນ ສົ່ງອອກນອກປະເທດເທື່ອ ເພາະວ່າ ມັນອັນນັ້ນ ມັນຍັງສົ່ງອອກບໍ່ໄດ້ເທື່ອ ມີແຕ່ສົ່ງຕ່າງແຂວງບໍ ອີ່ຫຍັງບໍ ຢູ່ພາຍໃນປະເທດລາວເຮົານີ້ນ່າ ຄົນລາວ ຕ່າງປະເທດສ່ວນຫຼາຍ ຂະເຈົ້າອັນ ຝາກໝູ່ ຝາກພີ່ນ້ອງຂະເຈົ້າມາຊື້ ລະຂະເຈົ້າກະຝາກໄປທາງຍົນ.”

ໃນໄລຍະ 2-3 ປີ ທີ່ຜ່ານມາ ທາງການລາວ ໄດ້ອະນຸຍາດໃຫ້ມີການຕັດໄມ້ປ່ອງ 3 ລ້ານລໍາ ໃນນັ້ນ 1 ລ້ານລໍາ ແມ່ນໄດ້ອະນຸຍາດໃຫ້ໂຮງງານຮັບຊື້ໄມ້ປ່ອງ ສ່ວນອີກ 2 ລ້ານລໍາ ໃນເນື້ອທີ່ປະມານ 3,200 ເຮັກຕ້າຣ໌ ທາງກະຊວງກະສິກັມ ແລະປ່າໄມ້ ກໍໄດ້ໃຫ້ສັມປະທານ ແກ່ບໍຣິສັດເອກກະຊົນ, ອີງຕາມການຣາຍງານ ຂອງທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງ ເມືອງສັງທອງ ເມື່ອວັນທີ 23 ເດືອນຕຸລາ ປີ 2020 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.