ບໍຣິສັດຈີນ ສັມປະທານທີ່ດິນ ຢູ່ເມືອງກາສີ ເພື່ອສໍາຣວດແຮ່ເຫຼັກ

ສຸພັດຕາ
2022.05.26
ບໍຣິສັດຈີນ ສັມປະທານທີ່ດິນ ຢູ່ເມືອງກາສີ ເພື່ອສໍາຣວດແຮ່ເຫຼັກ ແຜນທີ ສແດງໃຫ້ເຫັນເຂດ ທີ່ດິນເຊົ່າ-ສັມປະທານ ເພື່ອສຳຣວດ/ຂຸດຄົ້ນ ແຮ່ຂອງບໍຣິສັດຈີນ ຢູ່ເມືອງກາສີ ແຂວງວຽງຈັນ.
ຮູບພາບ ໂດຍ: OpenStreetMap contributors

ບໍຣິສັດໄທຍຸ້ຍ ຈໍາກັດ ຂອງນັກລົງທຶນຈີນ ໄດ້ເຂົ້າມາເຊົ່າ-ສັມປະທານທີ່ດິນ ຂອງຊາວບ້ານ 60 ປາຍຄອບຄົວ ຢູ່ບ້ານຫ້ວຍຫົກ ເມືອງກາສີ ແຂວງວຽງຈັນ ທີ່ມີດິນ 90 ປາຍຕອນ ໃນເນື້ອທີ່ທັງໝົດ 60 ປາຍເຮັກຕ້າຣ໌ ເພື່ອສໍາຣວດ ຂຸດຄົ້ນແຮ່ເຫຼັກ ແຕ່ມາຮອດປັດຈຸບັນ ນັກລົງທຶນຈີນ ຍັງບໍ່ຈ່າຍຄ່າເຊົ່າ ຫຼືຄ່າຊົດເຊີຽທີ່ດິນ ໃຫ້ກັບຊາວບ້ານເທື່ອ.

ເຊິ່ງຊາວບ້ານ ໄດ້ພາກັນເຊັນສັນຍາ ໃຫ້ບໍຣິສັດຈີນເຊົ່າ-ສັມປະທານທີ່ດິນດັ່ງກ່າວ ເພື່ອສໍາຣວດຂຸດຄົ້ນແຮ່ເຫຼັກ ເປັນໄລຍະເວລາ 20 ປີ ນັບແຕ່ວັນທີ່ 3 ເດືອນເມສາ ປີ 2022 ແລະເມື່ອສິ້ນສຸດສັນຍາ ການສັມປະທານແລ້ວ ທາງບໍຣິສັດດັ່ງກ່າວ ກໍຈະສົ່ງດິນນັ້ນຄືນໃຫ້ປະຊາຊົນ ພາຍຫຼັງທີ່ປັບໜ້າດິນ ຄືນສູ່ສະພາບເກົ່າແລ້ວ, ອີງຕາມຄວາມເວົ້າ ຂອງຊາວບ້ານ ບ້ານຫ້ວຍຫົກ ເມືອງກາສີ ແຂວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 26 ພຶສພາ ນີ້ວ່າ:

“ເຊັນໄປແລ້ວ ແຕ່ວ່າຍັງຄ້າງເງິນ ບໍ່ທັນຈ່າຍ ເຂົາຍັງບໍ່ທັນຈ່າຍເທື່ອ ເຮົາກໍເຊັນໝົດ ພໍດີມີຂັ້ນເມືອງລົງມາ ທາງເມືອງລົງມາ ມາເຜີຍແຜ່ວ່າ ປະຊາຊົນບໍ່ໃຫ້ບໍ່ໄດ້ ເປັນປະຊາຊົນ ກໍໄດ້ເຊັນ ຫຼັງຈາກເຊັນແລ້ວ ພໍດີໄດ້ 20 ມື້ແລ້ວເບາະ ຍັງບໍ່ທັນຮອດເດືອນ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ສ່ວນໃຫຍ່ ດິນທີ່ບໍຣິສັດຈີນ ສັມປະທານຢູ່ບ້ານຫ້ວຍຫົກ ຂອງຊາວບ້ານ 60 ປາຍຄອບຄົວນັ້ນ ເປັນດິນປຸກສ້າງເຮືອນ ແລະດິນສວນທີ່ຕິດແຄມທາງ ແລະສ່ວນໃຫຍ່ ເປັນດິນທີ່ບໍ່ມີໃບແຈ້ງເສັຽພາສີ ບໍ່ມີໃບຕາດິນຂອບຄໍາ ມີແຕ່ໃບຈັບຈອງທີ່ດິນ ທີ່ເປັນດິນຈັບຈອງມາແຕ່ບັນພະບູຣຸດເທົ່ານັ້ນ.

ໃນຈໍານວນຊາວບ້ານ 60 ປາຍຄອບຄົວທີ່ເສັຽທີ່ດິນ ໃຫ້ບໍຣິສັດຈີນດັ່ງກ່າວ ໃນນັ້ນມີ 11 ຄອບຄົວ ບໍ່ຍອມເຊັນຍົກດິນຂອງຕົນເອງ ຈໍານວນທັງໝົດ 6 ເຮັກຕ້າຣ໌ ໃຫ້ບໍຣິສັດຈີນສັັມປະທານ ເນື່ອງຈາກພວກເຂົາເຈົ້າເຫັນວ່າ ຄ່າເຊົ່າຫຼືຄ່າຊົດເຊີຽ ທີ່ຈະໄດ້ຮັບນັ້ນບໍ່ເໝາະສົມ ກັບລາຄາດິນໃນປັດຈຸບັນ ພວກເຂົາເຈົ້າຕ້ອງການ ຄ່າເຊົ່າຫຼືຄ່າຊົດເຊີຽ ທີ່ຫຼາຍກວ່ານີ້.

ໂດຍບໍຣິສັດຈີນ ຄິດໄລ່ຄ່າເຊົ່າ ຫຼືຄ່າຊົດເຊີຽດິນສວນ ດິນນາ ເຊິ່ງເປັນດິນງາມ ຕິດແຄມທາງ ໃຫ້ຊາວບ້ານ 11 ຄອບຄົວນີ້ ພຽງແຕ່ 90 ລ້ານກີບຕໍ່ເຮັກຕ້າຣ໌, ແຕ່ຊາວບ້ານ ທີ່ເປັນເຈົ້າຂອງດິນ ຕ້ອງການຢາກໄດ້ຄ່າເຊົ່າ ຫຼືຄ່າຊົດເຊີຽ 200 ລ້ານກີບຕໍ່ເຮັກຕ້າຣ໌ ເນື່ອງຈາກວ່າ ເປັນດິນທີ່ຊື້ມາໃນລາຄານັ້ນ.

ນອກຈາກນີ້ ບໍຣິສັດຈີນ ຍັງຄິດໄລ່ຄ່າຊົດເຊີຽທີ່ດິນປຸກເຮືອນ ຕາແມັດລະ 13 ພັນກີບ ໃຫ້ແກ່ຊາວບ້ານ 11 ຄອບຄົວນັ້ນ ແຕ່ພວກເຂົາເຈົ້າ ຕ້ອງການໄດ້ຄ່າເຊົ່າ ຫຼືຄ່າຊົດເຊີຽ ຕາແມັດລະ 20 ພັນກີບ ເພື່ອໃຫ້ສາມາດມີເງິນຊື້ດິນຕອນໃໝ່ ເພື່ອປຸກເຮືອນໄດ້.

ດັ່ງຊາວບ້ານ ຢູ່ບ້ານຫ້ວຍຫົກ ອີກທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ຈໍານວນນຶ່ງ ຍັງ 11 ຄອບຄົວຫັ້ນ ຖືວ່າເຂົາເຈົ້າ ຍັງບໍ່ທັນໄດ້ເຊັນ ເພາະວ່າເຂົາເຈົ້າ ວ່າອັນນ່າບໍ່ພໍໃຈຫັ້ນນ່າ ມັນຖືກດິນນາແດ່ ແລ້ວກໍຖືກດິນເຮືອນແດ່.”

ນອກຈາກບໍຣິສັດ ໄທຍຸ້ຍ ຈໍາກັດ ໄດ້ສັມປະທານທີ່ດິນ ຢູ່ບ້ານຫ້ວຍຫົກ ເມືອງກາສີ ແຂວງວຽງຈັນ ແລ້ວນັ້ນ ບໍຣິສັດນີ້ ຍັງໄດ້ສັມປະທານທີ່ດິນຂອງຊາວບ້ານ ຢູ່ບ້ານແດນດິນ ແລະບ້ານພູຫິນ-ເຫຼັກໄຟນໍາດ້ວຍ, ໂດຍຢູ່ບ້ານແດນດິນ ບໍຣິສັດດັ່ງກ່າວ ໄດ້ສັມປະທານທີ່ດິນ ຂອງຊາວບ້ານທັງໝົດ 30 ປາຍເຮັກຕ້າຣ໌ ເພື່ອສໍາຣວດ ແລະຂຸດຄົ້ນແຮ່ເຫຼັກ, ແຕ່ປັດຈຸບັນ ບໍຣິສັດດັ່ງກ່າວນີ້ ຍັງບໍ່ໄດ້ເວົ້າເຖິງເຣື່ອງຄ່າເຊົ່າ ຫຼືຄ່າຊົດເຊີຽດິນ ນໍາຊາວບ້ານ ແລະຍັງບໍ່ໄດ້ສໍາຣວດ ຂຸດຄົ້ນແຮ່ເຫຼັກ ໃນເຂດບ້ານແດນດິນນັ້ນເທື່ອ ເນື່ອງຈາກ ບໍຣິສັດ ຕ້ອງສໍາຣວດ ແລະຂຸດຄົ້ນແຮ່ເຫຼັກ ຢູ່ບ້ານຫ້ວຍຫົກກ່ອນ ແລ້ວຈຶ່ງຈະມາສໍາຣວດ ຢູ່ບ້ານແດນດິນ ແລະບ້ານພູຫິນ-ເຫຼັກໄຟ ຕາມລໍາດັບ.

ດັ່ງຊາວບ້ານ ຢູ່ບ້ານແດນດິນ ເມືອງກາສີ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ຍັງນ່າ ຍັງບໍ່ທັນໄດ້ຊົດເຊີຽຈັກໜ່ອຍນ່າ ເພິ່ນມາສໍາຣວດແລ້ວ ເພິ່ນກໍຍັງບໍ່ໄດ້ລົງມາຊົດເຊີຽນ່າ ຖືກເປັນຄອບຄົວນ່າ ເປັນເຈົ້າ ເປັນຕອນ ຕອນເທົ່າໃດໆ ເພິ່ນກໍຍັງ ບໍ່ທັນໄດ້ມາແຈ້ງເທື່ອ.”

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ບໍຣິສັດຈີນ ໃຫ້ຊາວບ້ານທີ່ເສັຽນັ້ນ ສາມາດປູກໝາກເດືອຍ ໃນປີນີ້ໄດ້ ແຕ່ປີໜ້າຈະໃຫ້ເຊົາ ເພາະບໍຣິສັດ ຈະທໍາການສໍາຣວດ ຂຸດຄົ້ນແຮ່ເຫຼັກແລ້ວ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງວຽງຈັນ ຢືນຢັນວ່າ ບໍຣິສັດ ໄທຍຸ້ຍ ຈໍາກັດ ຂອງນັກລົງທຶນຈີນ ມາສັມປະທານທີ່ດິນຂອງຊາວບ້ານ ທັງໝົດ 3 ບ້ານ ຄື: ບ້ານຫ້ວຍຫົກ, ບ້ານແດນດິນ ແລະບ້ານພູຫິນ-ເຫຼັກໄຟ ແທ້, ສ່ວນຄ່າເຊົ່າ ຫຼືຄ່າຊົດເຊີຽ ທີ່ຊາວບ້ານຫ້ວຍຫົກຍັງບໍ່ທັນໄດ້ຮັບນັ້ນ ທາງຂັ້ນແຂວງກໍໄດ້ຮັບຮູ້ແລ້ວ ແລະໄດ້ມີການປະສານງານ ກັບທາງບໍຣິສັດຢູ່.

ໂດຍເບື້ອງຕົ້ນ ບໍຣິສັດໄທຍຸ້ຍ ໄດ້ລົມກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງວ່າ ຈະແບ່ງຈ່າຍຄ່າຊົດເຊີຽອອກເປັນ 3 ງວດ ແລະຈະຈ່າຍໃຫ້ສໍາເຣັດ ພາຍໃນໄລຍະ 1 ປີ ໂດຍເຣີ່ມຈ່າຍງວດທໍາອິດ ແມ່ນໃນວັນທີ່ 15 ມິຖຸນາ 2022 ນີ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ບໍຣິສັດໄທຍຸ້ຍ ໂຕນຶ່ງຫັ້ນນ່າ ຢູ່ຫ້ວຍຫົກ ຂຸດຄົ້ນເຫຼັກ ໂຕນີ້ຖືວ່າ ຍັງບໍ່ທັນໄດ້ຈ່າຍເງິນຊົດເຊີຽໃຫ້ປະຊາຊົນ ກະໄດ້ມີບົດບັນທຶກ ເຊັນຮັບຮອງກັນແລ້ວ ໄດ້ລົງວັດແທກ ລົງຄິດໄລ່ຫົວໜ່ວຍລາຄາຊົດເຊີຽໝົດແລ້ວ ແຕ່ລະຄອບຄົວທີ່ຖືກຜົລກະທົບຫັ້ນນ່າ ແຕ່ວ່າ ຍັງບໍ່ທັນໄດ້ທໍາການຊົດເຊີຽ ແຕ່ວ່າລໍຖ້າເງິນ ເພາະວ່າເຂົາເຈົ້າຂໍຖອກເປັນງວດເນາະ 3 ງວດ ກໍານົດປີນຶ່ງໃຫ້ສໍາເຣັດ.”

ສ່ວນເຣື່ອງຊາວບ້ານ 11 ຄອບຄົວ ຢູ່ບ້ານຫ້ວຍຫົກ ບໍ່ຍອມເຊັນຍົກທີ່ດິນຂອງໂຕເອງ ໃຫ້ບໍຣິສັດໄທຍຸ້ຍ ຈໍາກັດ ສັມປະທານ ເພື່ອສໍາຣວດ ແລະຂຸດຄົ້ນແຮ່ເຫຼັກນັ້ນ ແມ່ນຈະປະສານງານໄປຫາທາງຂັ້ນແຂວງ ເພື່ອໃຫ້ແຂວງແກ້ໄຂ ເນື່ອງຈາກໂຄງການຂອງບໍຣິສັດໄທຍຸ້ຍ ຈໍາກັດນີ້ ໄດ້ຮັບອະນຸຍາດຈາກຂັ້ນເທິງ ແລະຄ່າເຊົ່າ ຫຼືຄ່າຊົດເຊີຽ ທີ່ຊາວບ້ານຕ້ອງການຫຼາຍກວ່ານັ້ນ ແມ່ນຈະບໍ່ໄດ້ຮັບແລ້ວ ຍ້ອນທາງຂັ້ນເທິງ ໄດ້ຄິດໄລ່ ແລະອອກເປັນຂໍ້ຕົກລົງຢ່າງເປັນທາງການ ແລະມີເຫດຜົນຄັກແນ່ແລ້ວ ຖ້າຫາກເພີ່ມຄ່າເຊົ່າ ຫຼືຄ່າຊົດເຊີຽ ໃຫ້ກັບຊາວບ້ານ 11 ຄອບຄົວນີ້ ຊາວບ້ານຄອບຄົວອື່ນໆ ກໍຈະພາກັນມາຂໍຄ່າເຊົ່າ ຫຼືຄ່າຊົດເຊີຽ ເພີ່ມຄືກັນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງກາສີ ກ່າວໃນມື້ດຽວກັນນີ້ວ່າ:

“ໄທເຮົາ ຄັນຖ້າວ່າປະຊາຊົນ ບໍ່ທັນໄດ້ເຊັນຍິນຍອມ ໄທເຮົາກໍຕ້ອງໄດ້ຣາຍງານໄປທາງຂັ້ນເທິງ ເພື່ອຊີ້ທິດຕື່ມ, ກໍກະແນ່ນອນແຫຼະ ເພາະວ່າທາງພັກ-ຣັຖ ກໍສົ່ງເສີມໃຫ້ປະຊາຊົນ ອ່າໃນການຣັຖຄຸ້ມຄອງສົງຄັມ ບົນລະບຽບພື້ນຖານ ບົນລະບຽບກົດໝາຍແລ້ວເນາະ ເພິ່ນກໍຢາກສົ່ງເສີມໃຫ້ຜູ້ໃດ ທີ່ຄຸ້ມຄອງແບບພື້ນເມືອງ ທີ່ບໍ່ໄດ້ປະກອບພັນທະຕໍ່ພັກຕໍ່ຣັຖ ໃນການຊົດເຊີຽ ເພິ່ນກໍຊົດເຊີຽ ເພາະວ່າ ການບູຣະນະສ້າງສາ ຜ່ານມາເພິ່ນກໍຊົດເຊີຽເນາະ ແລະຜູ້ທີ່ໄດ້ເຄີຍປະກອບສ່ວນ ຕໍ່ພັກຕໍ່ຣັຖແດ່ແລ້ວ ໄດ້ຄິດໄລ່ເພີ່ມອີກມູນຄ່ານຶ່ງ ທີ່ທາງຄະນະກັມມະການຂັ້ນເມືອງ ໄດ້ເຮັດຫັ້ນນ່າ.”

ທ່ານກ່າວຕື່ມວ່າ ສໍາລັບຄ່າເຊົ່າ ຫຼືຄ່າຊົດເຊີຽທີ່ດິນ ທີ່ບໍຣິສັດໄທຍຸ້ຍ ຈໍາກັດ ຕ້ອງຈ່າຍໃຫ້ຊາວບ້ານທີ່ເປັນເຈົ້າຂອງດິນ ໃນ 3 ບ້ານ ໄດ້ແກ່ບ້ານຫ້ວຍຫົກ, ບ້ານແດນດິນ ແລະບ້ານພູຫິນ-ເຫຼັກໄຟ ຮວມມູນຄ່າທັງໝົດ 8 ຕື້ກີບ ໃນນັ້ນ ເປັນຂອງຊາວບ້ານຫ້ວຍຫົກ 4 ຕື້ປາຍກີບ, ບ້ານແດນດິນ 2 ຕື້ປາຍກີບ ແລະຂອງບ້ານພູຫິນ-ເຫຼັກໄຟ 1 ຕື້ປາຍກີບ.

ບໍຣິສັດໄປໄທຍຸ້ຍ ຈໍາກັດ ແມ່ນໄດ້ລົງມາສໍາຣວດແຮ່ເຫຼັກ ແຕ່ເດືອນ 11 ປີ 2021 ແລະພາຍຫຼັງໝົດອາຍຸສັມປະທານແລ້ວ ທາງບໍຣິສັດດັ່ງກ່າວ ກໍຈະສົ່ງດິນນັ້ນຄືນໃຫ້ປະຊົນ ພາຍຫຼັງທີ່ປັບໜ້າດິນ ຄືນສູ່ສະພາບເກົ່າແລ້ວ, ອີງຕາມຂໍ້ມູນຈາກຫ້ອງການພະລັງງານແລະບໍ່ແຮ່ ເມືອງກາສີ ແຂວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.