ຊາວບ້ານ ກັງວົນ ຄວາມປອດພັຍ ບ້ານຈັດສັນ ຢູ່ເມືອງປາກແບງ

ໄຊຍາ
2022.04.19
ຊາວບ້ານ ກັງວົນ ຄວາມປອດພັຍ ບ້ານຈັດສັນ ຢູ່ເມືອງປາກແບງ ບ້ານຈັດສັນ ແລະ ທີ່ຢູ່ອາສັຍ ທີ່ສ້າງໃຫ້ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄຳ ຢູ່ເມືອງປາກແບງ, ແຂວງອຸດົມໄຊ.
ຮູບພາບ: ຈາກວີດີໂອ ຂາວແຂວງອຸດົມໄຊ

ບໍຣິສັດ ລາວຊີນຫລົງ ອຸດສາຫະກັມບໍ່ແຮ່ຈຳກັດ ຂອງຈີນໄດ້ມອບເຮືອນຈັດສັນໃໝ່ຈຳນວນ 24 ຫລັງພ້ອມກັບຫ້ອງການບ້ານ, ຕລາດຊຸມຊົນໃຫ້ກັບທາງການແຂວງອຸດົມໄຊ ເພື່ອມອບໃຫ້ກັບຊາວບ້ານ ບ້ານຕອງ ເມືອງປາກແບງທີ່ຖືກຜົລກະທົບ ຈາກໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ໃນວັນທີ 12 ເມສາ 2022 ນີ້.

ຂະນະທີ່ຊາວບ້ານທີ່ຖືກຜົລກະທົບ ກ່າວວ່າບໍຣິສັດຈີນໄດ້ມອບເຮືອນໃຫ້ ທາງການລາວແລ້ວ ແຕ່ຊາວບ້ານ ຍັງບໍ່ທັນໄດ້ເຣີ່ມໂຍກຍ້າຍເຂົ້າໄປ ຄາດວ່າປະມານທ້ານເດືອນເມສານີ້ ຈະເຣີ່ມຂົນເຄື່ອງເຂົ້າໄປເຮືອນຈັດສັນໃໝ່, ແຕ່ຫາງສຽງຂອງຊາວບ້ານ ພັດເຫັນວ່າເຮືອນຈັດສັນໃໝ່ ສ້າງຢູ່ເທິງພູສູງ ບໍ່ມີກັນເຈື່ອນ ກັງວົນວ່າຈະເກີດການຍຸບ ຂອງດິນໃນອະນາຄົດ.

ດັ່ງຊາວບ້ານທີ່ຖືກຜົລກະທົບ ຢູ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສານີ້ວ່າ:

ຍັງວັນທີ 30 (ເມສາ) ພຸ້ນເດ້ຊິເຣີ່ມຍ້າຍ (ເຮືອນຈັດສັນໃໝ່) ກາສູງໂພດ ແລ້ວກາໄດ້ໃຫ້ເຂົາມາກໍ່ຕ້ານ ກັນເຈື່ອນເຂົາຍັງບໍ່ມາ, ກໍ່ດຽວນີ້ ເງິນຊົດເຊີຍນີ້ຍັງໆ ສ່ວນຫລາຍແມ່ນເຂົາເຈົ້າ ໄລ່ເອົາເຣື່ອງປະເພດຕົ້ນໄມ້ນ່າ. ດິນບຸກເບີກນີ້ຂະເຈົ້າຍ້າຍມາຢູ່ລຸ່ມນີ້ ທາງນໍ້າງາໂຍກຍ້າຍໃຫ້ແລ້ວ.

ຊາວບ້ານຜູ້ນີ້ກ່າວອີກວ່າ ຢາກໃຫ້ບໍຣິສັດຜູ້ພັທນາໂຄງການ ແລະທາງການລາວກວດກາ ເຣື່ອງຄວາມປອດພັຍຄືນໃໝ່ ກ່ຽວກັບການສ້າງເຮືອນຈັດສັນໃໝ່ ກ່ອນທີ່ຈະມອບໃຫ້ຊາວບ້ານ ໂດຍໃຫ້ເຮັດກັນເຈື່ອນເພື່ອຄວາມປອດພັຍ ຂອງຊາວບ້ານ, ເດັກນ້ອຍໃນຊຸມຊົນ, ສັດລ້ຽງ ແລະ ຊັບສິນອື່ນໆ ຂອງຊາວບ້ານ.

ສ່ວນເຣື່ອງທີ່ດິນທຳການກະເສດ ປັດຈຸບັນເຫັນວ່າທາງການລາວໄດ້ບຸກເບີກ ໃຫ້ກັບຊາວບ້ານແລ້ວ ແຕ່ຍັງບໍ່ທັນໄດ້ຈັດສັນ ແລະທົດແທນໃຫ້ກັບຊາວບ້ານເທື່ອ ແລະເຣື່ອງເງິນຊົດເຊີຍ ທີ່ຊາວບ້ານຈະໄດ້ຮັບ ມີພຽງແຕ່ການຊົດເຊີຍດິນສວນ ແລະໄມ້ເສຖກິຈເຊັ່ນສວນຊາ ແລະ ກ້ວຍຫອມປະມານ 4 ລ້ານກີບຕໍ່ປີ ໂດຍແຕ່ລະຄອບຄົວ ກໍຈະໄດ້ຮັບເງິນຊົດເຊີຍທີ່ແຕກຕ່າງກັນໄປ ຊຶ່ງປັດຈຸບັນຍັງບໍ່ທັນໄດ້ຮັບເທື່ອ ແລະຍັງບໍ່ເຫັນພາກສ່ວນໃດ ມາເວົ້າເຣື່ອງເງິນຊົດເຊີຍ.

ຊາວບ້ານອີກຜູ້ນຶ່ງ ທີ່ຖືກຜົລກະທົບກ່າວວ່າ ເຮືອນຈັດສັນໃໝ່ທີ່ຊາວບ້ານ ຈະໂຍກຍ້າຍເຂົ້າໄປຢູ່ອາສັຍ ໃນທ້າຍເດືອນເມສານີ້ ເປັນຕາຢ້ານຫລາຍ ເນື່ອງຈາກຕັ້ງຢູ່ເທິງພູສູງ ແລະເຮືອນຈັດສັນໃໝ່ ກໍມີລັກສະນະພູສູງອັນຕະລາຍ ສຳລັບຄົນເຖົ້າຄົນແກ່ ແລະເດັກນ້ອຍຫາກບໍ່ລະມັດລະວັງ ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນເບິ່ງ ໃນເຣື່ອງຂອງມາຕຖານຄວາມປອດພັຍ.

ດັ່ງຊາວບ້ານທີ່ຖືກຜົລກະທົບ ຢູ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ເມສານີ້ວ້າ:

ເພິ່ນສ້າງເຮືອນເປັນຕາຢ້ານຢູ່ ຢູ່ສູງໂພດເພາະວ່າຢ້ານ ມັກຫັກມັນເຈື່ອນໃສ່ເນາະ ກາມັນກາຫຍຸ້ງຍາກຢູ່ແມ່ນແລະ (ສເນີ) ມາກວດກາຄືນໃໝ່ ເຮັດແບບກັນເຈື່ອນໃສ່.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ກ່າວວ່າ ເຖິງແມ່ນວ່າ ບໍຣິສັດຈີນຈະສ້າງເຮືອນຈັດສັນໃໝ່ ໃຫ້ກັບຊາວບ້ານພ້ອມສິ່ງອຳນວຍຄວາມສະດວກ ຕ່າງໆ ສຳເຣັດແລ້ວເຊັ່ນເສັ້ນທາງ, ໄຟຟ້າ, ນໍ້າປະປາລະບົບນໍ້າລີນ, ປັບປຸງສຸກສາລາ ແລະ ວັດ ດ້ວຍມູນຄ່າ 9.8 ລ້ານໂດລາຣ໌ສະຫະຣັຖ ແຕ່ຫລາຍສິ່ງຫລາຍຢ່າງ ກໍ່ສ້າງແບບບໍ່ໄດ້ມາຕຖານ ແລະອາດຈະເປ່ເພໄດ້ງ່າຍ.

ສ່ວນເຣື່ອງຜົລກະທົບຕ່າງໆ ເປັນຕົ້ນເງິນຊົດເຊີຍຍັງບໍ່ທັນຈ່າຍ, ດິນທຳການກະເສດຍັງບໍ່ທົດແທນ ແລະຜົລກະທົບຕໍ່ສິ່ງແວດລ້ອມ ໃນຊຸມຊົນຈາກການຂຸດຄົ້ນ ແລະປຸງແຕ່ງແຮ່ຄຳ ຊຶ່ງມີເນື້ອທີ່ກວ້າງໃຫຍ່ຫລາຍສົມຄວນ ກໍຍັງເປັນຄວາມກັງວົນຂອງຊາວບ້ານ ແທນທີ່ຈະໃຫ້ບໍຣິສັດຈີນດຳເນີນການ ໃຫ້ສຳເຣັດກ່ອນເພື່ອບໍ່ໃຫ້ເກີດບັນຫາ ກັບຊາວບ້ານໃນອະນາຄົດ ແຕ່ທາງການລາວກໍໄດ້ອະນຸມັດ ໂຄງການໃຫ້ຈີນໂດຍ ບໍ່ໄດ້ຮັບຟັງສຽງສະທ້ອນ ຂອງຊາວບ້ານໃນພື້ນທີ່.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສານີ້ວ່າ:

ບໍ່ທັນສົມບູນ ຣັຖບານເຮົາກໍພວກເຈົ້ານາຍເຂົາ ກໍອະນຸມັດໃຫ້ເຮັດແລ້ວເດ ອັນນີ້ປະຊາຊົນຍັງເວົ້າເຣື່ອງຜົລສະທ້ອນຂອງສັງຄົມ ແບບໃດຫັ້ນນ່າ ກາຂະເຈົ້າໄດ້ເຊັນຜ່ານໄປແລ້ວ ບັນຫາໂຕນີ້ແຫລະມັນຕາມມາ.

ທາງດ້ານເຈົ້າໜ້າທີ່ ຫ້ອງການພລັງງານ ແລະບໍ່ແຮ່ເມືອງປາກແບງກ່າວວ່າ ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄຳ ຂອງບໍຣິສັດ ລາວຊີນຫລົງ ແມ່ນຕັ້ງຢູ່ເຂດບ້ານໝົກແຫວນ, ບ້ານພູຮຸ່ງ, ບ້ານຜາລ້ອມ, ບ້ານແກ້ງແຫລະ, ບ້ານໝົກກ່າ ແລະ ບ້ານຕອງ ແຕ່ມີສະເພາະບ້ານຕອງຈຳນວນ 24 ຫລັງຄາເຮືອນເທົ່ານັ້ນທີ່ຖືກໂຍກຍ້າຍ ໃນປັດຈຸບັນ ສ່ວນໃນອະນາຄົດຍັງບໍ່ທັນກຳນົດໄດ້.

ສ່ວນເນື້ອທີ່ຂອງໂຄງການດັ່ງກ່າວ ກວມເອົາທັງໝົດ 116.16 ກິໂລຕາແມດ ຫລືປະມານ 11,600 ເຮັກຕ້າຣ໌ ໂດຍຣັຖບານລາວອະນຸຍາດ ແລະຄຸ້ມຄອງທັງໝົດ ຊຶ່ງປັດຈຸບັນພາຍໃນເມືອງປາກແບງ ກໍມີບໍຣິສັດຈີນເຂົ້າມາສຳຣວດ ແລະຂຸດຄົ້ນແຮ່ທາດຕ່າງໆ ເຕັມໄປໝົດ ບໍ່ເຫລືອຮອດພື້ນທີ່ຫວ່າງ.

ດັ່ງເຈົ້າໜ້າທີ່ຫ້ອງການ ພລັງງານ ແລະບໍ່ແຮ່ ເມືອງປາກແບງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 19 ເມສານີ້ວ່າ:

ໂຕກຸ່ມບ້ານຕອງຫັ້ນຈະຂື້ນກັບ ລາວຊີນຫລົງເນາະ ຂະເຈົ້າຂຸດຄົ້ນຄຳ ສັມປະທານຄືແມ່ນຂະເຈົ້າເຊັນຢູ່ກະຊວງ ອອກມານ່າໂຕບົດວິພາກ ບົດຫຍັງຫັ້ນນ່າ ເມືອງເຮົາບໍ່ໄດ້ຄຸ້ມຄອງໂຕນັ້ນ. ສ່ວນຫລາຍທຸກພື້ນທີ່ພາຍໃນເມືອງນີ້ ສ່ວນຫລາຍກາແມ່ນຈີນ ຂະເຈົ້າລົງມາສຳຣວດໝົດເນາະ.

ເມື່ອປີ 2021 ທີ່ຜ່ານມາ ສະພາປະຊາຊົນ ແຂວງອຸດົມໄຊ ເຄີຍສເນີໃຫ້ທາງການ ແຂວງອຸດົມໄຊ ແລະບໍຣິສັດ ລາວຊີນຫລົງ ເລັ່ງມອບເງິນຊົດເຊີຍໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ທັງຊາວບ້ານທີ່ຖືກໂຍກຍ້າຍ ແລະສູນເສຍທີ່ດິນ ໃຫ້ກັບໂຄງການ ແຕ່ມາປັດຈຸບັນກໍຍັງມິດງຽບ ບໍ່ມີການເຄື່ອນໄຫວ ແລະເລັ່ງແກ້ໄຂໃຫ້ສຳເຣັດ.

ສຳລັບການລົງທຶນ ໃນໂຄງການຂຸດຄົ້ນ ແລະປຸງແຕ່ແຮ່ຄຳຢູ່ເມືອງປາກແບງ ແຂວງອຸດົມໄຊນີ້ ຍັງບໍ່ມີຣາຍງານເປີດເຜີຍ ທີ່ຈະແຈ້ງເທື່ອວ່າຣັຖບານລາວ ແລະບໍຣິສັດ ລາວຊີນຫລົງ ຮ່ວມກັນຖືຮຸ້ນ ໃນສັດສ່ວນຈັກເປີເຊັນ ແລະມູນຄ່າການລົງທຶນໜ້ອຍຫລາຍພຽງໃດ ຮວມເຖິງອາຍຸສັມປະທານ ກໍບໍ່ມີການເປີດເຜີຍ ໃຫ້ຮັບຮູ້ເນື່ອງຈາກຍັງເປັນການຊອກຄົ້ນ ແລະສຳຣວດແຮ່ຄຳເທົ່ານັ້ນ ຍັງບໍ່ທັນໄດ້ອະນຸມມັດໃຫ້ດຳເນີນການ ຢ່າງເປັນທາງການ. ຖ້າຣັຖບານລາວອະນຸມັດ ໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄຳເມືອງປາກແບງ ແຂວງອຸດົມໄຊ ຈະກາຍເປັນບໍ່ຄຳແຫ່ງທີ 3 ຂອງປະເທດລາວ ຮອງຈາກບໍ່ຄຳເຊໂປນ ແລະບໍ່ຄຳພູເບັ້ຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.