ຊາວບ້ານ ຢູ່ເມືອງປາກລາຍ ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ຂຸດແຮ່ຄຳຕົກຂ້ອນ

ໄຊຍາ
2022.05.31
ຊາວບ້ານ ຢູ່ເມືອງປາກລາຍ ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ຂຸດແຮ່ຄຳຕົກຂ້ອນ ແຜນທີ່ ເຂດເມືອງປາກລາຍ ແຂວງໄຊຍະບູຣີ ທີ່ຊາວບ້ານຈະໄດ້ຮັບຜົລກະທົບຈາກໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນ.
RFA

ໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນ ຂອງບໍຣິສັດ ພິເອສຊີ ບໍ່ແຮ່ 2022 ຈຳກັດຜູ້ດຽວ ໄດ້ຮັບອະນຸຍາດຈາກທາງການລາວ ໃຫ້ສັມປະທານເນື້ອທີ່ດິນຂອງຊາວບ້ານ ແລະຂອງຣັຖຢູ່ບ້ານ ວັງພະໝອນ ເມືອງປາກລາຍ ແຂວງໄຊຍະບູຣີ ຈຳນວນທັງໝົດ 4 ເຮັກຕ້າຣ໌ ໂດຍໃຫ້ສັມປະທານ 3 ປີ ນັບແຕ່ປີ 2022-2025.

ໃນດິນທີ່ບໍຣິສັດສັມປະທານ 4 ເຮັກກຕ້າຣ໌ນັ້ນ ສ່ວນໃຫຍ່ເປັນດິນນາ ປູກເຂົ້າ, ດິນສວນປູກສາລີ ແລະ ມັນຕົ້ນຂອງຊາວບ້ານເຖິງ 16 ຄອບຄົວ ຊຶ່ງຊາວຈະໄດ້ຮັບຜົລກະທົບ ຍ້ອນບໍ່ມີດິນເຮັດການຜລິດຢ່າງຕໍ່ເນື່ອງ ເປັນເວລາ 3 ປີ ຂະນະທີ່ສະພາບໂຕຈິງ ຊາວບ້ານໃນເຂດດັ່ງກ່າວ ຢູ່ຫ່າງໄກສອກຫຼີກ ສັນຍານໂທຣະສັບ ແລະເສົາໄຟຟ້າເຂົ້າບໍ່ທົ່ວເຖິງ ແລະນິຍົມປູກເຂົ້າ, ປູກມັນ, ປູກສາລີ ເພື່ອບໍຣິໂພກພາຍໃນຄອບຄົວ ແລະສົ່ງຂາຍ ຖ້າຫາກເຫຼືອຈາກການບໍຣິໂພກ ໃນຄົວເຮືອນແລ້ວ.

ດັ່ງປະຊາຊົນບ້ານວັງພະໝອນ ເມືອງປາກລາຍ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ພຶສພາ ນີ້ວ່າ:

ກໍເຂົາເອົາຢູ່ສວນປູກມັນ ປູກສາລີ ກໍໄດ້ຮັບຜົລກະທົບຫັ້ນແຫຼະ ແລະເຂົາຈົກເຮົາກໍບໍ່ໄດ້ເຮັດສວນ.

ປັດຈຸບັນບໍຣິສັດດັ່ງກ່າວ ຍັງບໍ່ໄດ້ຂຸດຄົ້ນແຮ່ຄຳຕົກຂ້ອນເທື່ອ ມີແຕ່ເຂົ້າມາປະສານ ກັບອຳນາດການປົກຄອງບ້ານ ແລະຊາວບ້ານຜູ້ເປັນເຈົ້າຂອງດິນ ແລະກຳນົດດິນທີ່ຈະຖືກຜົລກະທົບຈາກ ໂຄງການເທົ່ານັ້ນ ແລະຖ້າຫາກບໍຣິສັດຈ່າຍຄ່າຊົດເຊີຍ ດິນນາ-ດິນສວນ ຕາມທີ່ຊາວບ້ານຮຽກຮ້ອງ ກໍຈະຍົກດິນໃຫ້ບໍຣິສັດສັມປະທານ ຂຸດຄົ້ນແຮ່ຄຳຕົກຂ້ອນ ແລະຫຼັງຈາກໂຄງການສິ້ນສຸດລົງທາງບໍຣິສັດ ຕ້ອງຖົມດິນຄືນໃຫ້ຊາວບ້ານຄືເກົ່ານຳດ້ວຍ.

ດັ່ງເຈົ້າຂອງດິນທີ່ຈະຖືກຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນ ຢູ່ບ້ານວັງພະໝອນ ເມືອງປາກລາຍ ແຂວງໄຊຍະບູຣີກ່າວໃນມື້ດຽວກັນວ່າ:

ອ້າວຄັນວ່າຊົດເຊີຍຕາມມູນຄ່າ ຄືລົມກັນໄວ້ກໍຍອມເຮັດໃຫ້ແລ້ວ ເຂົາວ່າຫຼັງຈາກໂຄງການ ເຂົາເຈົ້າສິຖົມຄືນຈັ່ງສິນ່າ

ຊາວບ້ານຍັງກັງວົນຄວາມສ່ຽງ ໃນຕໍ່ໜ້າທີ່ຈະໄດ້ຮັບຜົລກະທົບ ດ້ານສຸຂພາບແລະສັດລ້ຽງ ຂອງໂຕເອງຄືບໍຣິສັດຈະປ່ອຍສານເຄມີ ລົງສູ່ແມ່ນໍ້າຂອງບ້ານເຮັດໃຫ້ຊາວບ້ານ ທີ່ຈະໄປຫາສັດນໍ້າໃນແມ່ນໍ້າ ອາຈເກີດຕຸ່ມຕາມຕົນໂຕ ຫຼືງົວທີ່ຊາວບ້ານລ້ຽງ ແມ່ນຍ່າງໄປຕົກຂຸມທີ່ບໍຣິສັດ ຂຸດຄົ້ນແຮ່ແລ້ວເສັຽຕາຍ ເນື່ອງຈາກຊາວບ້ານລ້ຽງງົວ ແບບປ່ອຍໃຫ້ຫາກິນຕາມທັມມະຊາດ ຕາມວິຖີຊີວິດທີ່ເຄີຍມີມາແຕ່ດົນນານ.

ດັ່ງເຈົ້າຂອງດິນທີ່ຈະຖືກຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນ ຢູ່ບ້ານວັງພະໝອນ ເມືອງປາກລາຍ ແຂວງໄຊຍະບູຣີຜູ້ກຽວກັນກ່າວວ່າ:

ເອີ ມາເບິ່ງຂໍ້ຫ້າມຂອງນາຍົກຫັ້ນວ່າ ສານເຄມີຫຼືສານບາຫຼອດ ເຂົາເຈົ້າກໍບໍ່ໃຫ້ຊົມໃຊ້ຫັ້ນແຫຼະ ຫຼືວ່າເຣື່ອງສັດລ້ຽງ ແລະກໍເວົ້າເຣື່ອງຄົນສັດລ້ຽງນີ້ ຄືວ່າງົວໄປກິນນໍ້າຢູ່ເຂດສັມປະທານ ຂອງບໍຣິສັດແລ້ວມັນຕາຍແລ້ວກໍຄາຂີ້ຕົມແດ່ນ່າ ຄົນນີ້ກໍຄືວ່າບາງຄົນທີ່ວ່າ ເຈິນໍ້າ ເຈິໃນຈຳນວນນຶ່ງກໍເປັນຕຸ່ມຫັ້ນນ່າ.

ອີງຕາມປະສົບການ ທີ່ໄດ້ພົບພໍ້ໃນເຂດບ້ານນາແຊງ ເມືອງປາກລາຍ ແຂວງໄຊຍະບູຣີ ຊຶ່ງເປັນບ້ານທີ່ມີການຂຸດຄົ້ນແຮ່ຄຳຕົກຂ້ອນ ການຂຸດຄົ້ນແຮ່ຄຳຕົກຂ້ອນ ຈະຕ້ອງໃຊ້ສານເຄມີ ແລະນໍ້າເພື່ອລ້າງໃຫ້ເຫັນແຮ່ຄຳຕົກຂ້ອນນັ້ນ ດັ່ງນັ້ນບ້ານວັງພະໝອນທີ່ຫາກໍໄດ້ຮັບອະນຸຍາດ ຈາກທາງການໃຫ້ຂຸດຄົ້ນແຮ່ຄຳ ກໍໜີບໍ່ພົ້ນຜົລກະທົບດ້ານນໍ້າແນ່ນອນ.

ດັ່ງຊາວບ້ານ ຢູ່ບ້ານວັງພະໝອນອີກຜູ້ນຶ່ງ ກ່າວໃນມື້ດຽວກັນວ່າ:

ມັນກໍສິແມ່ນອັນສີ່ງແວດລ້ອມ ກໍເວົ້າເຣື່ອງການນໍາໃຊ້ສານເຄມີ ທີ່ວ່າມັນເວົ້າເຣື່ອງເຂົາເຈົ້າໄຫຼລ້າງຄຳ ໂຕນີ້ມັນຈະໃຊ້ນໍ້າເນາະໂຕນີ້ ນໍ້າໄຫຼລ້າງເພາະວ່າມັນຈະບໍ່ແມ່ນຂຸດ ຄືຢູ່ອັນພູມັນຈະຖືກຜົລກະທົບແທ້ ກໍແມ່ນເຣື່ອງນໍ້ານີ້ແຫຼະເພາະວ່າ ເຂົາເຈົ້າເຮັດຢູ່ຂອບເຂດນໍ້ານີ້ເດ້.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງໄຊຍະບູຣີ ກ່າວວ່າເຣື່ອງຄ່າຊົດເຊີຍ ດິນນາ-ດິນສວນ ຂອງຊາວບ້ານ 16 ຄອບຄົວນັ້ນ ຢູ່ໃນຂັ້ນສເນີຫາຄະນະຮັບຜິດຊອບ ໂຄງການຂຸດຄົ້ນແຮ່ຄຳຕົກຂ້ອນ ຂັ້ນແຂວງເພື່ອຄົ້ນຄ້ວາເຣື່ອງຫົວໜ່ວຽ ຄ່າຊົດເຊີຍແລະຍັງບໍ່ທັນໄດ້ມີຂໍ້ຕົກລົງ ຂອງທ່ານເຈົ້າແຂວງອອກມາເທື່ອ ເຣື່ອງການຊົດເຊີຍແຕ່ຄາດວ່າໄວໆ ນີ້ຈະໄດ້ສຳເຣັດຄ່າຊົດເຊີຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີກ່າວ ໃນມື້ດຽວກັນນີ້ວ່າ:

ແຕ່ວ່າເພິ່ນສິໄດ້ສເນີ ຫາຄະນະກັມການຂັ້ນແຂວງຄົ້ນຄ້ວາ ເຣື່ອງຫົວໜ່ວຽຄ່າຊົດເຊີຍ ຫັ້ນຍັງບໍ່ທັນມີຂໍ້ຕົກລົງອອກມາເທື່ອ ມື້ນັ້ນກໍລົມກັບຜແນກຊັພ ເພິ່ນກໍວ່າສິຄົ້ນຄ້ວາກັນໄວໆ ນີ້ແຫຼະ

ສ່ວນເຣື່ອງຄວາມກັງວົນ ກ່ຽວກັບຜົລກະທົບດ້ານນໍ້າແມ່ນ ໃນບົດບັນທຶກຄວາມເຂົ້າໃຈ ໄດ້ຣະບຸໃຫ້ບໍຣິສັດເຮັດທາງນໍ້າເວັ້ນ, ທາງຫ້ວຍເວັ້ນ ແລະ ອ່າງເກັບນໍ້າເປື້ອນ ບໍ່ໃຫ້ມັນໄຫຼລົງສູ່ຫ້ວຍນໍ້າ ລຳທານຂອງບ້ານໂດຍຕຣົງ ຂະນະທີ່ເຣື່ອງສານເຄມີ ໃນບົດບັນທຶກຄວາມເຂົ້າໃຈ ໄດ້ຣະບຸບໍ່ໃຫ້ໃຊ້ສານເຄມີ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງໄຊຍະບູຣີກ່າວ ໃນມື້ດຽວກັນນີ້ວ່າ:

ເອິເຣື່ອງສານເຄມີ ເຣື່ອງອັນນີ້ເພິ່ນບໍ່ໃຫ້ໃຊ້ເດ ເຣື່ອງນໍ້າແທ້ເຈົ້າກໍຕ້ອງໃນໄລຍະ ທີ່ເຈົ້າຂຸດຄົ້ນເຈົ້າຕ້ອງເຮັດ ແນວທາງເວັ້ນນໍ້າຫັ້ນແຫຼະ ກ່ອນອະເນາະເພື່ອບໍ່ໃຫ້ນໍ້າຂຸ່ນ ມັນອອກສູ່ນອກເດ້ ຕ້ອງໄດ້ເຮັດເປັນລ໊ອກ ເປັນລ໊ອກໄປເຮັດເປັນຫຼັງເປັນຫຼັງໄປຫັ້ນແຫຼະ ແລ້ວກໍເຮັດນໍ້າເວັ້ນເຮັດແລວຫ້ວຍເວັ້ນ ໄປບໍ່ໃຫ້ມັນໄຫຼສູ່ຫ້ວຍນໍ້ານັ້ນໂດຍຕຣົງຫັ້ນນ່າ ເຈົ້າຕ້ອງເວັ້ນຕ້ອງເຮັດອ່າງຮັບນໍ້າ ອັນນັ້ນໄວ້ກ່ອນນໍ້າຕົກຕະກອນນໍ້າຂຸ່ນ ນໍ້າຫຍັງມີບົດບັນທຶກມີຫຍັງແລ້ວເດ້.

ທ່ານກ່າວຕື່ມວ່າ ສຳລັບເຣື່ອງງົວຂອງຊາວບ້ານທີ່ອາຈຕາຍ ຫາກຍ່າງໄປຕົກຂຸມ ທີ່ບໍຣິສັດຂຸດຄົ້ນແຮ່ຄຳຕົກຂ້ອນ ໃນບົດບັນທຶກຄວາມເຂົ້າໃຈ ກໍໄດ້ເວົ້າເຖີງຄ່າຊົດເຊີຍສັດລ້ຽງໂຕນີ້ແລ້ວ.

ໃນວັນທີ 24 ພຶສພາ 2022 ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າ ການປົກຄອງ ເມືອງປາກລາຍ ໄດ້ຈັດກອງປະຊຸມເຜີຍແຜ່ ເນື້ອໃນສັນຍາສັມປະທານຂຸດຄົ້ນແຮ່ ຄຳຕົກຂ້ອນ ຢູ່ບ້ານວັງພະໝອນຂອງບໍຣິສັດ ພີເອສຊີ ບໍ່ແຮ່ 2022 ຈຳກັດຜູ້ດຽວ ຊຶ່ງເນື້ອໃນສັນຍາດັ່ງກ່າວມີ 32 ມາຕຣາ ແລະເປັນສັນຍາທີ່ຫຼີກເວັ້ນ ບັນຫາຜົລກະທົບຈາກໂຄງການ ໃຫ້ນ້ອຍທີ່ສຸດແລະແບ່ງສາມຜົລປໂຍດ ຄືປະຊາຊົນໃນເຂດໂຄງການຕ້ອງໄດ້ຮັບການພັທນາ, ຣັຖຕ້ອງໄດ້ຮັບຜົລປໂຍດ ແລະ ບໍຣິສັດຕ້ອງມີຜົລກຳໄລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.