ຊາວບ້ານ ຢູ່ເມືອງກາສີ ຮັບຄ່າຊົດເຊີຍທີ່ດິນ ແບບບໍ່ເຕັມໃຈ
2022.05.24

ນັກລົງທຶນລາວຈາກ ບໍຣິສັດ ຜາເຫຼັກມີໄຊ ຈຳກັດຜູ້ດຽວມາສັມປະທານດິນຢູ່ບ້ານບວມພຸກ ບ້ານໜອງຄຳ ແລະ ບ້ານທ່າຊ້າງ ເມືອງກາສີ ແຂວງວຽງຈັນເພື່ອສຳຣວດ-ຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ແລະ ບໍຣິສັດ ເຊີນຮວາ ກາສີ ບໍ່ຄຳ ຈຳກັດ ຂອງນັກລົງທຶນຈີນສັມປະທານດິນຢູ່ບ້ານ ໂພນທ່ຽງ ແລະ ບ້ານປຸ່ງເຫຼັກ ເມືອງກາສີ ແຂວງວຽງຈັນ ເພື່ອຂຸດຄົ້ນຄຳຕົກຂ້ອນ. ມາຮອດປັດຈຸບັນທັງສອງບໍຣິສັດໄດ້ເຂົ້າມາສຳຣວດ ແລະຂຸດຄົ້ນແຮ່ເຫຼັກ ແລະຄຳຕົກຂ້ອນໃນເຂດເປົ້າໝາຽໄດ້ 2-3 ເດືອນແລ້ວ.
ຊາວບ້ານທີ່ມີດິນນາ, ດິນສວນ ກວມເຂດສັມປະທານ ທີ່ບໍຣິສັດຕ້ອງການຈະຂຸດຄົ້ນແຮ່ເຫຼັກ ແລະ ຂຸດຄົ້ນຄຳຕົກຂ້ອນ ກໍໄດ້ຮັບຄ່າຊົດເຊີຍທີ່ດິນທີ່ບໍ່ເໝາະສົມ ແຕ່ກໍຍອມຮັບດີກ່ວາບໍ່ໄດ້ຄ່າຊົດເຊີຍ ເປັນຕົ້ນຊາວບ້ານຢູ່ບ້ານບວມພຸກ ເສັຽດິນນາໃຫ້ບໍຣິສັດຂຸດຄົ້ນແຮ່ເຫຼັກ ໂດຍບໍຣິສັດ ຈ່າຍຄ່າຊົດເຊີຍດິນນາແມັດລະ 10,000 ກີບ, ຂະນະທີ່ຊາວບ້ານຢາກໄດ້ແມັດລະ 20,000 ກີບ.
ດັ່ງຊາວບ້ານບວມພຸກ ເມືອງກາສີ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶສພາ ນີ້ວ່າ:
“ເພິ່ນຊົດເຊີຍໝົດແລ້ວ ສະເພາະດິນທີ່ຢູ່ບວມພຸກນີ້ນ່າ ທ່ານາເນາະກ່ອນທີ່ເຮົາເຮັດນາທຸກປີ ຈັ່ງສິເນາະຜ່ານໄປໄລຍະທາງມັນກໍກ້ວາງ ໃຈແທ້ຢາກໄດ້ເປັນ 20,000 ກີບພຸ້ນແຫຼະ ຕໍ່ລອງກັນແລ້ວນ່າ ແຕ່ວ່າເພິ່ນໃຫ້ໄດ້ຊໍ່ານັ້ນກໍຈຳເປັນແລ້ວ.”
ຊາວບ້ານໄດ້ກ່າວຕື່ມວ່າ ບໍຣິສັດ ຜາເຫຼັກ ມີໄຊ ຈຳກັດ ຜູ້ດຽວ ມາສັມປະທານດິນຂອງຊາວບ້ານ ແລະ ຂອງທາງພາກຣັຖນຮວມທັງໝົດ 100 ປາຍເຮັກຕ້າຣ໌ ໃນນັ້ນເປັນດິນ ຂອງຊາວບ້ານບວມພຸກ 10 ປາຍເຮັກຕ້າຣ໌ ແລະ ບໍຣິສັດນີ້ຈະສັມປະທານດິນທັງໝົດ 100 ປາຍເຮັກຕ້າຣ໌ ເພື່ອສຳຣວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກເປັນເວລາ 5 ປີ ຕາມທີ່ໄດ້ເຊັນສັນຍາ ສັມປະທານດິນນຳເຈົ້າຂອງດິນ.
ໃນຂະນະດຽວກັນຊາວບ້ານ ຢູ່ບ້ານທ່າຊ້າງ ເມືອງກາສີ ແຂວງວຽງຈັນ ກໍກ່າວວ່າຄ່າຊົດເຊີຍ ທີ່ບໍຣິສັດຈ່າຍໃຫ້ເຈົ້າຂອງດິນນັ້ນ ຖືວ່າບໍ່ເໝາະສົມ ຍ້ອນວ່າຖ້າຄິດໄລ່ດິນແຄມທາງ, ດິນນາ, ດິນສວນ ຕາມຕລາດຊື້-ຂາຍ ດິນຈະຕົກເປັນແມັດລະ 10,000 ປາຍກີບ ຂະນະທີ່ຄ່າຊົດເຊີຍດິນນາ, ດິນສວນ ຕາມແຄມທາງ ຈາກບໍຣິສັດ ຜາເຫຼັກມີໄຊ ຈຳກັດຜູ້ດຽວແມ່ນໃຫ້ຊາວບ້ານແມັດລະ 4,500 ກີບເທົ່ານັ້ນ ແຕ່ກໍຕ້ອງຍົກດິນໃຫ້ເຂົາເຈົ້າເຊົ່າ ຍ້ອນຂັດຂືນຄຳສັ່ງ ຂັ້ນເທີງບໍ່ໄດ້.
ດັ່ງຊາວບ້ານຢູ່ບ້ານທ່າຊ້າງ ເມືອງກາສີ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ຢູ່ລຽບແຄມທາງຫັ້ນ ແມັດນຶ່ງມີແຕ່ 4,500 ກີບເພາະວ່າມັນບໍ່ເໝາະ ອັນນີ້ເຂົາກໍວ່າສັມປະທານ ຄັນວ່າຊື້ເລີຍນີ້ກໍແມັດນຶ່ງ 10 ປາຍພັນກີບ.”
ຂະນະທີ່ຢູ່ບ້ານໂພນທ່ຽງ ອີກບ້ານນຶ່ງທີ່ຊາວບ້ານຈຳນວນ 5 ຄອບຄົວຕ້ອງໄດ້ເສັຽດິນໃຫ້ບໍຣິສັດ ເຊີນຮວາ ກາສີບໍ່ຄຳ ຈຳກັດ ຂອງນັກລົງທຶນຈີນເພື່ອຂຸດຄົ້ນແຮ່ຄຳຕົກຂ້ອນ ຈຳນວນທັງໝົດ 3 ເຮັກຕ້າຣ໌ຊຶ່ງບໍຣິສັດກໍໄດ້ຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານທີ່ເສັຽດິນຕອນລະ 100-200 ລ້ານກີບ ແຕ່ລະຕອນບໍ່ກາຍ 1 ເຮັກຕ້າຣ໌ ເນື່ຶຶອງຈາກເປັນດິນ ທີ່ຢູ່ຕາມແຄມນໍ້າ ເໝາະແກ່ການຂຸດຄຳຕົກຂ້ອນ ແລະເປັນຈຳນວນເງິນທີ່ເໝາະສົມ ຊາວບ້ານຮັບໄດ້. ນອກນັ້ນການເຈຣະຈາຕໍ່ລອງ ເຣື່ອງຄ່າຊົດເຊີຍດິນລະຫວ່າງຊາວບ້ານ ບ້ານໂພນທ່ຽງ ແລະບໍຣິສັດແມ່ນເປັນການຕໍ່ລອງ ຂອງສອງຝ່າຍທີ່ຕົກລົງກັນເອງ ບໍ່ມີອຳນາດການປົກຄອງບ້ານ ເຂົ້າມາກ່ຽວຂ້ອງແຕ່ຢ່າງໃດ.
ດັ່ງອຳນາດການປົກຄອງບ້ານ ຢູ່ບ້ານໂພນທ່ຽງ ເມືອງກາສີ ແຂວງວຽງຈັນ ກ່າວໃນມື້ດຽວກັນວ່າ:
“ແຕ່ວ່າເຂົາເຈົ້າຫັ້ນຫາກມາສຳຣວດ ແຕ່ວ່າສຳຣວດດິນໂຕໃດກໍບໍ່ໄດ້ແຈ້ງ ກັບການຈັດຕັ້ງ ບໍຣິສັດກັບເຈົ້າຂອງດິນຫັ້ນກໍເຫັນວ່າລົມກັນ ວ່າຊົດເຊີຍກໍບາງເຈົ້າກໍຈ່າຍ 100 ລ້ານກີບ ບາງເຈົ້າກໍວ່າເຈົ້າລະ 200 ລ້ານກີບ ລະເຂົາເຈົ້າກໍຫາຈ່າຍເງິນກັນ ຢູ່ກາງປ່າໜ້າໄມ້ເຮັດບົດບັນທຶືກກັນກາງປ່າພຸ້ນ ແລ້ວກໍເໝາະສົມຢູ່ຄັນວ່າ ມາຄິດໃສ່ແນວນັ້ນ ກໍເໝາະສົມຢູ່ເພາະວ່າມັນກໍອອກຈາກໜ້ານໍ້າໄປ 15 ແມັດກໍຖືວ່າ ມັນເປັນດິນທີ່ວ່າສຸຸ່ມສ່ຽງເດ.”
ທ່ານໄດ້ກ່າວຕື່ມວ່າບໍຣິສັດ ເຊີນຮວາ ກາສີ ບໍ່ຄຳຈຳກັດ ຂຸດຄົ້ນຄຳຕົກຂ້ອນຢູ່ບ້ານໂພນທ່ຽງ ໂດຍສັມປະທານດິນຊາວບ້ານມີກຳນົດເວລາ 2 ປີ ແລະ ຍັງບໍ່ເຫັນບໍຣິສັດມີແຜນຈະຂຍາຍເນື້ອທີ່ຂຸດຄົ້ນ ຄຳຕົກຂ້ອນຕື່ມ, ແຕ່ປີນີ້ ບໍຣິສັດ ໄດ້ກວມເອົາດິນຂອງຊາວບ້ານຢູ່ບ້ານ ປຸ່ງເຫຼັກເພື່ອຂຸດຄົ້ນຄຳຕົກຂ້ອນນຳດ້ວຍ ແຕ່ບໍ່ຮູ້ວ່າຈຳນວນເທົ່າໃດ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງວຽງຈັນ ຢືນຢັນວ່າຄ່າຊົດເຊີຍດິນຊາວບ້ານ ໄດ້ສິ້ນສຸດລົງແລ້ວ ແລະເປັນການຕົກລົງຄ່າຊົດເຊີຍ ລະຫວ່າງເຈົ້າຂອງດິນກັບບໍຣິສັດ ທີ່ຈ່າຍຄ່າຊົດເຊີຍດິນໃຫ້ຊາວບ້ານໝົດແລ້ວ ໂດຍມີເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນເມືອງ ເປັນພະຍານອອກຂໍ້ຕົກລົງ ໃນການກຳນົດຫົວໜ່ວຍຊົດເຊີຍ ແລະບົດບັນທຶກສັນຍາຮຽບຮ້ອຍແລ້ວ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງວຽງຈັນ ກ່າວໃນມື້ດຽວກັນວ່າ:
ທີ່ຖືກອັນດິນຂອງປະຊາຊົນ ຖືວ່າເຂົ້າເຈົ້າໄດ້ຊົດເຊີຍໝົດແລ້ວ ສະເພາະ 2 ບໍຣິສັດນີ້ນ່າເພາະວ່າຫົວໜ່ວຍລາຄາຊົດເຊີຍ ເຮົາກໍໄດ້ກຳນົດເນາະ ແຕ່ລະຈຸດຄືບໍຣິສັດທີ່ຂຸດຄົ້ນແຮ່ເຫຼັນີ້ ຈະບໍ່ສູງເທົ່າຂຸດຄົ້ນຄຳຫັ້ນນ່າ ຫຼັງຈາກໄປລົມກັບປະຊາຊົນບໍຣິສັດກັບປະຊາຊົນຕົກລົງກັນ ໄດ້ເບື້ອງຣັຖເຮົາຈະເຮັດບົດບັນທຶກສັນຍາແລ້ວ ກໍອອກຂໍ້ຕົກລົງທ່ານເຈົ້າເມືອງ ໃນການກຳນົດຫົວໜ່ວຍຄ່າຊົດເຊີຍຫັ້ນນ່າ.
ທ່ານກ່າວຕື່ມວ່າສຳລັບຜົລກະທົບ ດ້ານສິ່ງແວດລ້ອມໃນປັດຈຸບັນ ຍັງບໍ່ທັນມີເນື່ອງຈາກທັງສອງບໍຣິສັດ ຫາກໍເຣີ່ມຈັດຕັ້ງປະຕິບັດວຽກງານ ຢູ່ພາກສນາມແລະກໍໄດ້ຢູ່ໃນຂັ້ນຕອນ ການກໍ່ສ້າງໂຄງຮ່າງພື້ນຖານ ເພື່ອກະກຽມເຂົ້າສູ່ການຂຸດຄົ້ນ, ປຸງແຕ່ງ, ສົ່ງອອກແຮ່ເຫຼັກ ແລະ ຄຳຕົກຂ້ອນ.
ນອກຈາກນີ້ ຖ້າສອງບໍຣິສັດສິ້ນສຸດໄລຍະສັມປະທານ ຕາມທີ່ກຳນົດຄື 2 ປີ ແລະ 5 ປີ ກໍໄດ້ຄືນດິນທີ່ເອົາຂອງປະຊາຊົນ ໂດຍຕ້ອງຖົມດິນ, ປັບໜ້າດິນ ໃຫ້ຄືເກົ່າພາຍຫຼັງໄດ້ແຮ່ ສຳເຣັດຕາມໄລຍະສັມປະທານແລ້ວ. ອີງຕາມຂໍ້ມູນຈາກຫ້ອງການ ພລັງງານ ແລະບໍ່ແຮ່ ແຂວງວຽງຈັນ.